ດັກ​ລັກ-ບ້ານ​ນາ​ຮ່ວມ​ແຮງ​ຮ່ວມ​ໃຈກັນ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່

(VOVWORLD) -

ໂດຍປະຕິບັດຕາມໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໂສມໜ້າເຂດບ້ານນາຢູ່ ດັກລັກ ໄດ້ພັດທະນາຫຼາຍຢ່າງ. ໝາກຜົນນີ້ແມ່ນຍ້ອນມີການລົງທຶນຂອງພັກ ແລະ ລັດ ແລະ ຄວາມສາມັກຄີ, ຮ່ວມແຮງຮ່ວມໃຈກັນຂອງ ປຊຊ. ບັນນາທິການ VOV ຂໍແນະນຳບົດ “ບ້ານນາຮ່ວມແຮງຮ່ວມໃຈກັນກໍ່ສ້າງຊົນນະບົດໃໝ່” ຂອງນັກຂ່າວ H’Xíu.


ດັກ​ລັກ-ບ້ານ​ນາ​ຮ່ວມ​ແຮງ​ຮ່ວມ​ໃຈກັນ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 1

ໂສມໜ້າຊົນນະບົດໃໝ່ຢູ່ຕາແສງ Ea Tiêu, ເມືອງ Cư Kuin, ແຂວງ  Đắk Lắk (ພາບ: VOV)

    ທ່ານ Y Blul Niê ຢູ່ບ້ານ Chiết, ຕາແສງ Ea Tiêu, ເມືອງ Cư Kuin ທັງເກັບຖົງກາເຟທີ່ໄດ້ສັ່ງ ແລະ ຈ່າຍເງິນແລ້ວ, ທັງເອົາມືຊີ້ໃສ່ເດີ່ນບ້ານທີ່ປູດ້ວຍເບຕົງ ແລະ ຮົ້ວຢູ່ປະຕູໂຂງ ແລ້ວເວົ້າວ່າ: ຮົ້ວແຫ່ງນີ້ຫາກໍ່ເຮັດຄັ້ງທີ 2 ກ່ອນນີ້ 2,3 ເດືອນ. ກ່ອນນີ້, ຄອບຄົວທ່ານໄດ້ເຮັດກຳແພງ ແລະ ປະຕູໂຂງງ່າງແໜ້ນໜາຖາວອນ ແຕ່ເມື່ອທາງບ້ານມີແຜນນະໂຍບາຍຂະຫຍາຍເສັ້ນທາງພາຍໃນບ້ານ, ເຮັດລະບົບຄອງເໝືອງ ແລະ ຂອບທາງຕື່ມອີກ, ຄອບຄົວທ່ານຈຶ່ງໄດ້ມ້າງອອກ ແລະ ມອບດິນຢູ່ຕໍ່ໜ້າບ້ານ 30 ມ2 ເພື່ອເຮັດທາງດ້ວຍຄວາມສະໝັກໃຈ. ທ່ານ Y Blul Niê ເວົ້າວ່າ:

ເມື່ອທາງບ້ານມີແຜນນະໂຍບາຍເຮັດຫົນທາງ, ຂ້າພະເຈົ້າໄດ້ສະໜັບສະໜູນ, ໃນເບື້ອງຕົ້ນ, ເສັ້ນທາງແຫ່ງນີ້ຖືກວາງແຜນຜັງກ້ວາງທີ່ສຸດ, ພາຍຫຼັງກວາດຖົມໜ້າດິນ, ເຂົາໃຊ້ລົດດຸດປັບໜ້າດິນປະມານ 30 ມ2, ຂ້າພະເຈົ້າກໍ່ເຫັນດີມ້າງຮົ້ວອອກ ແລະ ເຮັດຮົ້ວຄືນໃໝ່.

ດັກ​ລັກ-ບ້ານ​ນາ​ຮ່ວມ​ແຮງ​ຮ່ວມ​ໃຈກັນ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 2

ຊາວກະສິກອນຕັ້ງໜ້າພ້ອມກັບອຳນາດການປົກຄອງທ້ອງຖິ່ນ

ກໍ່ສ້າງຊົນນະບົດໃໝ່ (ພາບ: VOV)

    ກໍ່ເຊັ່ນດຽວກັນກັບຄອບທ່ານ Y Blul, ຫຼາຍຄອບຄົວອື່ນຢູບ້ານ ຈຽດ ໄດ້ມອບດິນນັບຮ້ອຍ ມ2 ເພື່ອຂະຫຍາຍລະບົບທາງພາຍໃນບ້ານ. ບໍ່ພຽງແຕ່ເທົ່ານັ້ນ, ປຊຊ ຍັງໄດ້ປະກອບເງິນຄຳ, ເຫື່ອແຮງເພື່ອສ້ອມແປງ, ຍົກລະດັບເຮືອນວົງຄະນະຍາດຂອງບ້ານ, ຊື້ເຄື່ອງອຸປະກອນຕ່າງໆນຳໃຊ້ໃຫ້ບັນດາການເຄື່ອນໄຫວລວມໝູ່.

ປະຈຸບັນ, ບ້ານ ຈຽດ ມີ 300 ຄອບຄົວດ້ວຍປະຊາກອນເກືອບ 2000 ຄົນ ຊື່ງລ້ວນແຕ່ແມ່ນຊາວເຜົ່າ ເອເດ ແລະ ເຮັດກະສິກຳເປັນຕົ້ນຕໍ, ໄດ້ປູກຕົ້ນກາເຟ, ຕົ້ນໝາກພິກໄທ ແລະ ຕົ້ນໄມ້ກິນໝາກບາງປະເພດ. ຕາມເຈົ້າກົກເຈົ້າເຫຼົ່າບ້ານ Y Kuă Ênuôl, ແລ້ວ, ປຊຊ ໃນບ້ານຍາມໃດກໍ່ສາມັກຄີກັນ, ຕັ້ງໜ້າບືນຕົວຂຶ້ນ. ດັ່ງນັ້ນ, ຊີວິດຂອງ ປຊຊ ຈຶ່ງນັບມື້ນັບເປັນປົກກະຕິ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸປະມານ 34 ລ້ານດົ່ງ/ຄົນ/ປີ. ປະຈຸບັນ, ໃນບ້ານມີພຽງກ່ວາ 30 ຄອບຄົວທຸກຍາກເທົ່ານັ້ນ:

ຈາກຄວາມສາມັກຄີ, ເລື່ອງປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ແຕ່ລະຄອບຄົວ. ທຸກຄົນສາມັກຄີກັນ, ຮ່ວມແຮງຮ່ວມໃຈຊ່ວຍເຫຼືອຊື່ງກັນ ແລະ ກັນ, ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຈຶ່ງທຳມາຫາກິນນັບມື້ນັບດີກ່ວາເກົ່າ.

ແລະ ກໍ່ຕາມເຈົ້າກົກເຈົ້າເຫຼົ່າບ້ານ Y Kuă ແລ້ວ, ເພື່ອໃຫ້ ປຊຊ ມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈກັນນັ້ນ, ແມ່ນຍ້ອນບົດບາດການນຳພາຂອງຜູ້ນຳ, ພະນັກງານຫຼັກແຫຼ່ງຂອງບ້ານ.

ທ່ານ Y Nguôl Êban, ເລຂາພັກບ້ານ ຈຽດ ໃຫ້ຮູ້ວ່າ, ບັນດາສະມາຊິກໃນຄະນະຄຸ້ມຄອງຂອງບ້ານ ຍາມໃດກໍ່ເສີມຂະຫຍາຍບົດບາດເປັນແບບຢ່າງ ແລະ ເຮັດວຽກງານຂົນຂວາຍ ປຊຊ ໃຫ້ເປັນຢ່າງດີ ເພື່ອສ້າງກຸ່ມກ້ອນມະຫາສາມັກຄີໃນໝູ່ ປຊຊ, ເສີມຂະຫຍາຍກຳລັງແຮງພາຍໃນ ເພື່ອປະຕິບັດບັນດາເປົ້າໝາຍລວມໃຫ້ສຳເລັດ:

 ຕ້ອງໂຄສະນາໃຫ້ ປຊຊ ເພື່ອຊ່ວຍໃຫ້ເຂົາເຈົ້າເຂົ້າໃຈ ແລະ ບໍ່ຖືກຍຸແຍ່ແກ່ດຶງ, ຍຸຍົງສົ່ງເສີມ ຫຼືເຮັດຜິດກົດໝາຍ ແລະ ຂໍ້ກຳນົດຂອງລັດ. ຍ້ອນເຫດນັ້ນ, ບ້ານນາຈຶ່ງມີຄວາມສະຫງົບສຸກ. ທຸກຄົນຕ່າງກໍ່ສຸມໃສ່ການທຳມາຫາກິນ, ພັດທະນາເສດຖະກິດ, ສ້າງສາບ້ານນາ, ພື້ນຖານໂຄງລ່າງກໍ່ນັບມື້ນັບໃຫ່ຍໂຕ ແລະ ສວຍງາມ.

   ໂດຍແມ່ນບໍລິເວນພິເສດສະເພາະ ທີ່ມີປະຊາກອນເຄິ່ງໜຶ່ງຖືສາສະໜາຄຼິດ ແລະ 40 % ແມ່ນ ປຊຊ ຊົນເຜົ່າສ່ວນໜ້ອຍນັ້ນ, ຕາແສງ Ea Tiêu, ເມືອງ Cư Kuin ໄດ້ມານະພະຍາຍາມຫຼາຍຢ່າງ ເພື່ອສາມັກຄີ, ເຕົ້າໂຮມ ປຊຊ ເພື່ອຮ່ວມກັນກໍ່ສ້າງຊົນນະບົດໃໝ່ ບັນດາເສັ້ນທາງໃນບ້ານໄດ້ປູດ້ວຍເບຕົງ ແລະ ຢາງ. ເສັ້ນທາງຫຼັກໃນເຂດຊຸມຊົນ ກໍ່ມີລະບົບໄຟເຍືອງທາງ. ປີ 2022, ຕາແສງ Ea Tiêu ໄດ້ບັນລຸ 16 ໃນຈຳນວນ19 ຄາດໝາຍການກໍ່ສ້າງຊົນນະບົດໃຫມ່ ແລະ ສູ້ຊົນບັນລຸມາດຕະຖານຊົນນະບົດໃໝ່ຍົກສູງໃນໄລຍະຕໍ່ໄປ. ທ່ານ ຫງວຽນວັນຢຸງ, ປະທານຄະນະກຳມະການ ປຊຊ ຕາແສງ Ea Tiêu ໃຫ້ຮູ້ວ່າ:

 ປຊຊ ໄດ້ເຫັນດີເຫັນພ້ອມລົງທຶນກໍ່ສ້າງ, ຍົກລະດັບເຮືອນວົງຄະນະຍາດ, ເສັ້ນທາງຄົມມະນາຄົມ. ປີ 2023, ຕາແສງສືບຕໍ່ປະຕິບັດມະຕິຂອງຄະນະພັກ. ສ້າງໂຄງການ, ແຜນການລະອຽດ ເພື່ອພັດທະນາເສດຖະກິດ ສັງຄົມ, ຊຸກຍູ້ການປະຕິບັດວິວັດການກໍ່ສ້າງຊົນນະບົດໃໝ່ໃຫ້ສຳເລັດ, ພະຍາຍາມສ້າງຊົນນະບົດໃຫ້ບັນລຸມາດຕະຖານ ແລະ ມາດຕະຖານຍົກສູງ.

ລະດູບານໃໝ່ໄດ້ວຽນມາອີກຄັ້ງໜຶ່ງ ໃນບ້ານນາແຫ່ງຕ່າງໆຢູ່ ດັກລັກ. ພໍ່ແມ່ ປຊຊ ຢູ່ທີ່ນີ້ ມີຄວາມເບີກບານມ່ວນຊື່ນ ເມື່ອບ້ານຂອງຕົນເອງບັນລຸມາດຖານຊົນນະບົດໃໝ່ ແລະ ເຂົາເຈົ້າຈະສືບຕໍ່ຮ່ວມແຮງຮ່ວມໃຈ ເພື່ອໃຫ້ໂສມໜ້າຂອງເຂດບ້ານນາ ນັບມື້ນັບໃຫ່ຍໂຕ ແລະ ສວຍງາມ, ພ້ອມກັບການພັດທະນາຂອງປະເທດຊາດ.

        

ຕອບກັບ

ຂ່າວ/ບົດ​ອື່ນ