ຊາວ​ກະ​ສິ​ກອນ​ມີ​ຄວາມ​ຜາ​ສຸກ

(VOVWORLD) -ໃນເມື່ອກ່ອນ, ບັນດາຊີວິດຂອງພໍ່ແມ່ປະຊາຊົນຢູ່ຕາແສງ ເງີລາ, ເມືອງດັກດວາ, ແຂວງ ຢາລາຍ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ແຕ່ໃນປັດຈຸບັນ ຊີວິດຂອງເຂົາເຈົ້າມີການປ່ຽນແປງຫຼາຍຢ່າງ. ເຊິ່ງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ມີວຽກເຮັດງານທຳເປັນປົກກະຕິ, ການດຳລົງຊີວິດນັບມື້ນັບໄດ້ຮັບການປັບປຸງ ໄດ້ຊ່ວຍເຂົາເຈົ້າມີຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກ.

ຊາວ​ກະ​ສິ​ກອນ​ມີ​ຄວາມ​ຜາ​ສຸກ - ảnh 1ອ້າຍຊວັນບົວລະບັດຕົ້ນກາເຟ (ພາບ:ເລນາມ)

ສະຫະກອນ ກາເຟ ລາມແອັງ ຕາແສງ ເງີລາ ແມ່ນບ່ອນເລີ່ມຕົ້ນຂອງ “ຊາວກະສິກອນມີຄວາມຜາສຸກ ຢູ່ຕາແສງ ເງີລາ”.

ຖ້າໃສ່ນ້ຳຕານຕື່ມອີກຈະເອີ້ນວ່າ  ກາເຟ 201 ສ່ວນໃສ່ນົມຕື່ມອີກແມ່ນ ກາເຟ 301. ນີ້ກໍ່ຄ້າຍຄືກັນກັບກາເຟສຳເລັດຮູບຊະນິດຕ່າງໆໃນຕະຫຼາດປັດຈຸບັນ. ແຕ່ບັນຫາຢູ່ນີ້ແມ່ນ ວິທີການອົບກາເຟດ້ວຍຖ່ານ ເຊິ່ງໃນຕະຫຼາດຍັງບໍ່ທັນມີຜູ້ໃດເຮັດເທື່ອ.

ເມື່ອໄດ້ນັ່ງດື່ມຈອກກາເຟທີ່ບັນລຸມາດຖານ 3 ດາວຂອງໂຄງການແຫ່ງຊາດໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP), ທີ່ມີເຄື່ອງໝາຍການຄ້າຂອງສະຫະກອນ, ອ້າຍຊວັນ, ຊາວເຜົ່າບານາ, ຢູ່ບ້ານ ເຢີຣອຍເວັດ, ຫວນຄືນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກວ່າ:

ຍາມໃດກໍ່ມີໜີ້, ມີຫຼາຍຄົນຕ້ອງຂາຍດິນຂາຍເຮືອນເພື່ອຈ່າຍໜີ້. ອ້າຍນ້ອງໃນໝູ່ບ້ານຜູ້ໃດກໍ່ທໍ້ໃຈ. ໃນເມື່ອກ່ອນສິ່ງແວດລ້ອມພັດເປັນມົນລະພິດອີກ. ຂ້າພະເຈົ້າຢາກປ່ຽນແປງຈິນຕະນາການຂອງແຕ່ລະຄບຄົວ, ທຳຄວາມສະອາດໃຫ້ແກ່ສິ່ງແວດລ້ອມ, ໃຫ້ແກ່ໜ່ວຍໂລກນີ້, ດັ່ງນັ້ນ ຂ້າພະເຈົ້າຈິ່ງຕັດສິນໃຈພ້ອມກັບສະຫະກອນເຮັດໂຄງການກາເຟປອດສານພິດ.

ເພື່ອຊ່ວຍໃຫ້ສະມາຊິກ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ຕາແສງ ເງີລາ ຜະລິດກາເຟປອດສານພິດແບບຍືນຍົງ, ສະຫະກອນກະສິກຳ ແລະ ການບໍລິການ ເລິມແອັງ ໄດ້ຜັນຂະຫຍາຍຮູບແບບສວນປ່ຽນແປງວິທີປູກຝັງ ຕາມຂັ້ນຕອນປູກຕົ້ນໄມ້ຕາມທິດອົງຄະທາດຈຸລິນຊີຂອງ ຍີ່ປຸ່ນ, ເຊິ່ງໄດ້ຮັບການຢັ້ງຢືນຈາກທົ່ວໂລກກ່ຽວກັບກາເຟປອດສານພິດ. ພິເສດ, ທາງສະຫະກອນໄດ້ໃຫ້ຄຳໝັ້ນສັນຍາ ຈະເກັບຊື້ດ້ວຍລາຄາສູງກ່ວາລາຄາຕະຫຼາດ. ສະຫະກອນ ໂດຍແຂວງຢາລາຍ ຮັບຮອງເອົາ ຜະລິດຕະພັນກາເຟທີ່ມີເຄື່ອງໝາຍການຄ້າ Slar Land Coffee ບັນລຸລະດັບ 3 ດາວ OCOP ໃນປີ 2020. ອ້າຍ ອູເອ, ບ້ານ ເຕືອຍ ເກີລາ, ສະມາຊິກສະຫະກອນກະສິກຳ ແລະ ການບໍລິການ ລາມແອັງ ໃຫ້ຮູ້ວ່າ:

ນັບແຕ່ປີ 2020, ມີ 100 ຄອບຄົວເຂົ້າຮ່ວມການປູກຕົ້ນກາເຟປອດສານຜິດ. ຂ້າພະເຈົ້າໄດ້ໄປຢ້ຽມຊົມສວນຂອງ 100 ຄອບຄົວນັ້ນ ແລະ ບອກເຕືອນພໍ່ແມ່ປະຊາຊົນບໍ່ໃຫ້ສີດຢາຂ້າຫຍ້າ, ຢາຊະນິດທີ່ລັດຫ້າມບໍ່ໃຫ້ໃຊ້ ຕ້ອງນຳໃຊ້ຜະລິດຕພັນຊີວະພາບ. ຂ້າພະເຈົ້າໄປແນະນຳໂຄສະນາຄືຈັງຊີ້ ຜູ້ໃດກໍ່ຮັບຟັງ ແລະ ປະຕິບັດຕາມ.

ຊາວ​ກະ​ສິ​ກອນ​ມີ​ຄວາມ​ຜາ​ສຸກ - ảnh 2ອ້າຍເອອາ ແລະ ອ້າຍຊວັນແນະນຳສວນກາເຟ (ພາບ: ເລນາມ)

ເພື່ອມີສົ້ນອອກແບບຍືນຍົງໃຫ້ແກ່ສະມາຊິກສະຫະກອນດ້ວຍລາຄາສູງ, ຕ້ອງເວົ້າເຖິງກຳລັງແຮງຂອງທ່ານ ເລຮຶວແອັງ ຫົວໜ້າສະຫະກອນ ກາເຟ ລາມແອັງ. ຊຶ່ງໄດ້ລະດົມພໍ່ແມ່ປະຊາຊົນລົບລ້າງຄວາມຊີ້ນເຄີຍນຳໃຊ້ທາດເຄມີ, ສວຍໃຊ້ຢາປ້ອງກັນສັດຕູພືດ, ປ່ຽນແປງວິທີການປູກຝັງເທື່ອລະກ້າວ ປ່ຽນໄປເປັນການຜະລິດໂດຍບໍ່ນຳໃຊ້ທາດເຄມີເພື່ອໃຫ້ສວນຕົ້ນໄມ້ມີການພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ. ທ່ານ ເລຮຶວແອັງ ໃຫ້ຮູ້ວ່າ:

ຖ້າວ່າຍັງບໍ່ມີການສ້າງຕັ້ງສະຫະກອນ, ຍັງບໍ່ມີການສ້າງສາ, ຍັງບໍ່ມີການປ່ຽນແປງຄືແນວນັ້ນ, ຊາວກະສິກອນກໍ່ລ້ວນແຕ່ຈະຜະລິດຕາມແບບເກົ່າ. ຂ້າພະເຈົ້າ ເຮັດໃຫ້ປ່ຽນແປງ, ເຊິ່ງແປ່ຽນແປງໄປໃນທາງທີ່ດີ ແລະ ຂ້າພະເຈົ້າຕ້ອງກຳນົດວ່າ ນັ້ນແມ່ນພາລະກິດທີ່ຍາວນານ. ຂ້າພະເຈົ້າໄດ້ສ້າງແຜນການທີ່ຍາວນານ, ຍືນຍົງ ແລະ ມັກໍມີຄວາມເໝາະສົມອີກດ້ວຍ.

ເມືອງດັກດວາ ມີເນື້ອທີປູກກາເຟກ່ວາ 27.800 ເຮັກຕາ. ນີ້ກໍ່ແມນຕົ້ນໄມ້ຫຼັກ, ກວມເອົາກ່ວາ 55% ເນື້ອທີ່ທຳການຜະລິດກະສິກຳທົ່ວເມືອງທັງໝົດ. ໃນໄລຍະຜ່ານມາ, ມີສະຫະກອນ, ວິສາຫະກິດໃນບໍລິເວນຫຼາຍແຫ່ງ ໄດ້ເຊື່ອມຕໍ່ກັບຊາວກະສິກອນຜະລິດກາເຟປອດສານຜິດ, ກາເຟມີຄຸນນະພາບສູງ. ໃນນັ້ນ, ສະຫະກອນກາເຟ ລາມແອັງ ຢູ່ຕາແສງ ເງີລາ ແມ່ນໜຶ່ງໃນບັນດາແບບຢ່າງ, ນຳໜ້າໃນການປູກຕົ້ນກາເຟປອດສານພິດ, ປະກອບສ່ວນນຳຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກ ມາໃຫ້ປະຊາຊົນຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ