ຊາວກະສິກອນຕາແສງ ຊວັນຫາຍ, ແຂວງນິງທ້ວນ ສ້າງຄວາມຮັ່ງມີຈາກການລ້ຽງແກະ

(VOVWORLD) -

ແຂວງນິງທ້ວນ ເປັນທີ່ຮູ້ຈັກແມ່ນເມືອງເອກໃນການລ້ຽງແກະຢູ່ຫວຽດນາມ. ໃນນັ້ນ, ຕາແສງຊວັນຫາຍ, ເມືອງນິງຫາຍ ແມ່ນເຂດລ້ຽງແກະໃຫ່ຍຂອງແຂວງນິງທ້ວນ.  ຍ້ອນການລ້ຽງແກະ, ຊີວິດການເປັນຢູ່ຂອງ ປຊຊ ຕາແສງຊວັນຫາຍ ຈຶ່ງນັບມື້ນັບໄດ້ຮັບການປົວແປງ, ຍົກສູງຂຶ້ນ.


ຊາວກະສິກອນຕາແສງ ຊວັນຫາຍ, ແຂວງນິງທ້ວນ ສ້າງຄວາມຮັ່ງມີຈາກການລ້ຽງແກະ - ảnh 1

ຄອກລ້ຽງແກະຂອງຄອບຄົວ ເອື້ອຍດ້າວທິແທັງຕວານ

ຕາແສງຊວັນຫາຍ ມີ 9 ບ້ານ, ໃນນັ້ນມີ 5 ບ້ານຂອງຊາວເຜົ່າກິງ ແລະ 4 ບ້ານຂອງຊາວເຜົ່າຈຳ, ມີປະຊາກອນທັງໝົດ 19.000 ຄົນ. ກ່ອນນີ້, ປຊຊ ໄດ້ລ້ຽງງົວ ແຕ່ດ້ວຍເງື່ອນໄຂດິນຟ້າອາກາດຢູ່ທີ່ນີ້ເໝາະສົມກັບການລ້ຽງແກະຫຼາຍກ່ວາ, ນັບແຕ່ທ້າຍຊຸມປີ 80, ສັດຕະວັດທີ 20, ປຊຊ ຈຶ່ງຫັນໄປລ້ຽງແກະ. ແກະທັງລ້ຽງງ່າຍ, ທັງໃຫ້ລາຍຮັບສູງກ່ວາການລ້ຽງງົວ, ສະນັ້ນ, ການລ້ຽງແກະຢູ່ທ້ອງຖິ່ນນີ້ຈຶ່ງນັບມື້ນັບພັດທະນາຂຶ້ນ.

   ບັນດາຄອບຄົວລ້ຽງແກະຢູ່ແຂວງນິງທ້ວນ ລ້ວນແຕ່ໄດ້ລ້ຽງແກະພັນຂອງແຂວງ ນິງທ້ວນ ແລະ ແກະປະສົມພັນລະຫວ່າງແກະນິງທ້ວນ ກັບແກະນຳເຂົ້າຈາກ ອົດສະຕາລີ ແກະທີ່ປະສົມພັນຈະໃຫ່ຍກ່ວາແກະພັນທ້ອງຖິ່ນ, ສະນັ້ນ ຈຶ່ງໄດ້ລ້ຽງເປັນຈຳນວນຫຼາຍຢູ່ແຂວງນິງທ້ວນ ໃນປະຈຸບັນ. ໃນຕາແສງຊວັນຫາຍ ກໍ່ມີຫຼາຍຄອບຄົວໄດ້ລ້ຽງແກະປະສົບຜົນສຳເລັດ, ແມ່ນບັນດາຮູບແບບເສດຖະກິດດີເດັ່ນ. ເອື້ອຍດ້າວທິແທັງຕວານ, ຊາວເຜົ່າຈຳ ຢູ່ຕາແສງຊວັນຫາຍ ໃຫ້ຮູ້ວ່າ:

   ກ່ອນນີ້, ຂ້າພະເຈົ້າໄດ້ລ້ຽງແກະນ້ອຍ 15 ໂຕ, ເມື່ອເຫັນວ່າມີປະສິດທິຜົນຈຶ່ງຄ່ອຍໆລ້ຽງເພີ່ມຂຶ້ນຈົນເປັນຝູງ, ມາຮອດປະຈຸບັນໄດ້ 150 ໂຕແລ້ວ. ແກະກິນຫຍ້າສົດເປັນສ່ວນຫຼາຍ. ໃນປີ 1 ແກະເກີດລູກ 2 ເທື່ອ, ແຕ່ລະເທື່ອແມ່ນ 1-2 ໂຕ, ຂາຍໄດ້ລາຄາ 130.000 ດົ່ງ/ໂລ. ຖ້າລ້ຽງເອົາຊີ້ນ, ໂຕໜຶ່ງຈະມີນ້ຳໜັກແຕ່ 25-30 ໂລ. ກຳໄລກໍ່ໄດ້ກ່ວາ 100 ລ້ານດົ່ງ/ປີ. ລ້ຽງແກະມີປະສິດທິຜົນສູງ, ສ້າງລາຍຮັບເປັນປົກກະຕິໃຫ້ແກ່ ປຊຊ.

   ການລ້ຽງແກະບໍ່ຫຍຸ້ງຍາກ ແລະ ບໍ່ເປືອງເງິນຫຼາຍ ຖ້າທຽບໃສ່ການລ້ຽງສັດ, ປະເທດອື່ນ, ຍ້ອນໄດ້ປ່ອຍແບບທຳມະຊາດ. ຜູ້ລ້ຽງມີແຕ່ລົງທຶນສ້້າງຄອກ, ຊື້ແກະນ້ອຍເທົ່ານັ້ນ. ອ້າຍຫງວຽນວັນຫຽນ, ຜູ້ເຮັດວຽກຢູ່ຟາມລ້ຽງແກະຂອງເອື້ອຍດ້າວທິແທັງຕວານ ໃຫ້ຮູ້ວ່າ:

   ແກະໃຫ່ຍໄວ, ລ້ຽງງ່າຍ, ແກະກິນໃບໄມ້, ເຟືອງ, ຫຍ້າ…ຕາມທຳມະຊາດ, ບໍ່ໝົດເງິນລົງທຶນຊື້ອາຫານ. ຕ້ອງມີແຫຼ່ງຫຍ້າໃຫ້ແກະກິນແມ່ນໄດ້ແລ້ວ ແລະ ມີຟາມໃຫ່ຍ, ກ້ວາງຂວາງ, ລ້ຽງແກະຕົ້ນຕໍແມ່ນເພື່ອເອົາຊີ້ນ, ລາຄາຂາຍຊີ້ນແກະແມ່ນ 200.000 ດົ່ງ/ໂລ, ແພງກ່ວາຊີ້ນໝູ. ລ້ຽງແກະໃຫ່ຍໄວລ້ຽງງ່າຍກ່ວາງົວ, ໃຊ້ເວລາແຕ່ 1-1.5 ປີ.

ຊາວກະສິກອນຕາແສງ ຊວັນຫາຍ, ແຂວງນິງທ້ວນ ສ້າງຄວາມຮັ່ງມີຈາກການລ້ຽງແກະ - ảnh 2ເອື້ອຍດ້າວທິແທັງຕວານ ກຳລັງເອົາອາຫານໃຫ້ແກະກິນ

   ອຳນາດການປົກຄອງຕາແສງ ຊວັນຫາຍ ໄດ້ສົມທົບກັບບັນດາຂະແໜງທີ່ກ່ຽວຂ້ອງເປັນປະຈຳ ເພື່ອຈັດຊຸດຝຶກອົບຮົມລ້ຽງແກະໃຫ້ແກ່ ປຊຊ ພ້ອມທັງສ້າງເງື່ອນໄຂໃຫ້ ປຊຊ ໄດ້ສຳຜັດກັບແຫຼ່ງທຶນກູ້ຢືມບຸລິມະສິດ ເພື່ອພັດທະນາຟາມລ້ຽງແກະ. ເອື້ອຍຫງວຽນທິແທັງຢິບ, ຮອງປະທານຄະນະກຳມະການ ປຊຊ ຕາແສງຊວັນຫາຍ ໃຫ້ຮູ້ວ່າ:

   ທາງຄະນະກຳມະການ ປຊຊ ຕາແສງຊວັນຫາຍ ໄດ້ຈັດຊຸດສອນວິຊາຊີບໃຫ້ແກ່ແຮງງານຊົນນະບົດ ກ່ຽວກັບດ້ານເຕັກນິກໃນການລ້ຽງແບ້, ງົວ, ແກະ. ຕາແສງໄດ້ສົມທົບກັບທະນາຄານນະໂຍບາຍເມືອງ ນິງຫາຍ ເພື່ອຊ່ວຍ ປຊຊ ກູ້ຢືມທຶນມີແຫຼ່ງທຶນໃນການລ້ຽງສັດ. ທ້ອງຖິ່ນໄດ້ສະໜອງພັນແກະໃຫ້ແກ່ ປຊຊ ແລະ ທະວີຄູນຮູບແບບພັດທະນາເສດຖະກິດຄອບຄົວລ້ຽງແກະ, ປະກອບສ່ວນລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກໃນບໍລິເວນຕາແສງ ຊວັນຫາຍ. ປະຈຸບັນຕາແສງມີສະຫະກອນ 4 ແຫ່ງ, ຕາແສງໄດ້ສົມທົບກັບສະຫະກອນ ແລະ ຄອບຄົວຕ່າງໆເພື່ອເຊື່ອມຕໍ່ເກັບຊື້ຜະລິດຕະພັນໃຫ້ ປຊຊ. ມາຮອດປະຈຸບັນ, ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນ 62 ລ້ານດົ່ງ/ຄົນ/ປີ. ຮອດທ້າຍປີ 2021 ຄອບຄົວທຸກຍາກ, ຕາແສງ ຊວັນຫາຍ ຍັງເຫຼືອແຕ່ 0.34% ເທົ່ານັ້ນ, 9 ບ້ານໃນຕາແສງລ້ວນແຕ່ໄດ້ລ້ຽງແກະໝົດ.

 ອາຊີບລ້ຽງແກະຢູ່ແຂວງ ນິງທ້ວນ ບໍ່ພຽງແຕ່ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດຊົນນະບົດເທົ່ານັ້ນ, ຫາກຍັງໄດ້ເປີດທິດພັດທະນາການທ່ອງທ່ຽວຢູ່ທ້ອງຖິ່ນອີກດ້ວຍ. ປະຈຸບັນ, ແຂວງ ນິງທ້ວນ ມີທົ່ງລ້ຽງແກະ 2 ແຫ່ງເພື່ອໃຫ້ແຂກທ່ອງທ່ຽວສາມາດໄປຄົ້ນຫານັ້ນແມ່ນມີທົ່ງລ້ຽງແກະ ອານຮ່ວາ ແລະ ເຊີນຫາຍທົ່ງລ້ຽງແກະ ອານຮ່ວາ ມີຊື່ສຽງ ແລະ ໃຫ່ຍກ່ວາ ດ້ວຍຈຳນວນແກະນັບພັນໂຕ. ປະຈຸບັນ, ນອກຈາກບັນດາສະຖານທີ່ທ່ອງທ່ຽວຄືຟາມປູກຕົ້ນອາງຸ່ນແລ້ວ, ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຍັງສາມາດໄປຄົ້ນຫາອາຊີບລ້ຽງແກະຂອງຊາວກະສິກອນ ແຂວງ ນິງທ້ວນ ອີກດ້ວຍ. ອາຊີບລ້ຽງແກະແມ່ນທິດເດີນທີ່ຖືກຕ້ອງ, ນຳມາເຊິ່ງປະສິດທິຜົນເສດຖະກິດສູງໃຫ້ແກ່ຊາວກະສິກອນ ແຂວງ ນິງທ້ວນ ເວົ້າລວມ, ຕາແສງ ຊວັນຫາຍ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ