ຊາວກະສິກອນດີຈີຕອນຢູ່ເຂດພູສູງ

(VOVWORLD) -ໄລຍະຜ່ານມາພະຍາໂຄວິດ - 19 ກໍ່ຜົນສະທ້ອນເຖິງບັນດາຂົງເຂດເສດຖະກິດເກືອບທັງໝົດໃນນັ້ນມີກະສິກຳເຖິງຢ່າງໃດກໍ່ຕາມຍັງມີບັນດາກາລະໂອກາດໃໝ່ໄດ້ສ້າງຂຶ້ນໃຫ້ແກ່ຊາວກະສິກອນເປັນຕົ້ນແມ່ນຊາວກະສິກອນເຂດພູສູງຊ່ວຍເຂົາເຈົ້າມີຄວາມຂະຫຍັນຂັເຄື່ອນ ແລະເປັນເຈົ້າການກ່ວາອີກ, ໃນການຜະລິດຢູ່ລາວກາຍມີຫຼາຍຄອບຄົວເຂດຫ່າງໄກສອກຫຼີກໄດ້ສຳຜັດແລະໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຜະລິດຈຳໜ່າຍຜະລິດຕະພັນກະເສດເທື່ອລະກ້າວຄ່ອຍໆກາຍເປັນຊາວກະສິກອນດີຈີຕອນ.



ຊາວກະສິກອນດີຈີຕອນຢູ່ເຂດພູສູງ - ảnh 1ມີຫຼາຍຄອບຄົວຢູ່ເຂດຫ່າງໄກສອກຫຼີກ ໄດ້ຄ່ອຍໆໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຜະລິດ, ບໍລິໂພກຜະລິດຕະພັນກະເສດ

ອີກໜຶ່ງເດືອນ, ໝາກກ້ຽງນ້ອຍ ຢູ່ເມືອງ ເມື່ອງເຄືອງ ຈຶ່ງຮອດລະດູເກັບກ່ຽວ. ແຕ່ໃນຈຸດເວລານີ້, ເອື້ອຍ ວ່າງທິຮວາ ຢູ່ຕາແສງ ລຸງເຄົ້າຍິນ ໄດ້ອັບເດດສະພາບການສວນໝາກໄມ້ຂອງຄອບຄົວຕົນໃນສື່ສັງຄົມອອນໄລຕ່າງໆຢ່າງເປັນປະຈຳ. ໃນ 2 ປີຜ່ານມາ, ດ້ວຍວິທີການນີ້ ໄດ້ຊ່ວຍໃຫ້ຄອບຄົວເອື້ອຍ ຈຳໜ່າຍໝາກກ້ຽງນ້ອຍຢ່າງສະດວກກ່ວາ, ນັບທັງໄລຍະພະຍາດໂຄວິດ - 19 ມີການຜັນແປຢ່າງຮ້າຍແຮງທີ່ສຸດ. ເອື້ອຍ ວ່າງທິຮວາ ແບ່ງປັນວ່າ:

ເມື່ອຕົ້ນໝາກກ້ຽງນ້ອຍອອກດອກ ຂ້າພະເຈົ້າໄດ້ເຮັດຄຼິວີດີໂອ ເພື່ອແນະນຳກ່ຽວກັບວິທີການບົວລະບັດ, ການເກັບກ່ຽວແນວໃດເພື່ອບັນລຸປະສິດທິຜົນກ່ວາ.

ຮູບພາບແມ່ຍິງຊົນເຜົ່າມົ້ງ, ຊົນເຜົ່າ ປາຢີ… ຢູ່ເມືອງຊາຍແດນ ເມື່ອງເຄືອງ livestream ຂາຍເຄື່ອງ ໄດ້ກາຍເປັນສິ່ງທີ່ລຶ້ງເຄີຍໃນສື່ສັງຄົມອອນລາຍແລ້ວ. ວິທີການນີ້ໄດ້ນຳມາເຊິ່ງປະສິດທິດຜົນທີ່ດີທີ່ສຸດໃນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ. ພ້ອມທັງສຳຜັດກັບເຕັກໂນໂລຢີຂໍ້ມູນຂ່າວສານ, ພໍ່ແມ່ປະຊາຊົນ ມີຄວາມກ້າຫານກ່ວາໃນຈິນຕະນາການໃນການຜະລິດ, ດຳເນີນທຸລະກິດແບບທັນສະໄໝ, ພົວພັນກັບລູກຄ້າ, ຕອບສະໜອງຄວາມປາດຖະໜາ, ຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ເພື່ອຍົກສູງປະສິດທິຜົນໃນການຜະລິດ, ດຳເນີນທຸລະກິດ. ເອື້ອຍ ມາທິຈູ, ຢູ່ເທດສະບານ ເມື່ອງເຄືອງ, ເມືອງເມື່ອງເຄືອງ ໃຫ້ຮູ້ວ່າ:

ເມື່ອຂ້າພະເຈົ້າ livestream ຄືຈັງຊີ້, ຜູ້ຊົມເຫັນມ່ວນຈະແບ່ງປັນໄປທົ່ວທຸກແຫ່ງ, ເຂົ້າບັນດາກຸ່ມຊ່ວຍຂາຍຢູ່ຕະຫຼາດໄດ້ຢ່າງໄວວາ.

ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ ຢູ່ເຂດພູສູງ ລາວກາຍ, ບໍ່ພຽງແຕ່ແມ່ນການຂາຍເຄື່ອງອອນລາຍເທົ່ານັ້ນ, ພໍ່ແມ່ປະຊາຊົນໄດ້ຄ່ອຍໆສຳຜັດກັບບັນດານິຍາມຄື ລະຫັດ QR, ສູນຕິດຕໍ່ຄ້າຂາຍເອເລັກໂຕນິກ, ບົດບັນທຶກປະຈຳວັນລະດູການກະສິກຳ, ຫຼືບັນດາຊອບແວເພື່ອບັນຊາເຄື່ອງຈັກ ຮັບໃຊ້ການຜະລິດສິນຄ້າກະສິກຳ. ອ້າຍ ເຈີ່ນແມັ້ງທັ້ງ ຢູ່ຕາແສງ ບ໋ານແຊນ, ເມືອງ ເມື່ອງເຄືອງ ພວມທົດລອງເຄື່ອງບິນບໍ່ມີຄົນຂັບເພື່ອສີດພົ່ນຢາປ້ອງກັນຕົ້ນຊາ.

ກ່ຽວກັບບັນຫາຫັນກະສິກຳເປັນດີຈີຕອນ, ທ່ານ ເລແທັງຮວາ, ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ເມື່ອງເຄືອງ ໃຫ້ຮູ້ວ່າ:

ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າຈະເປັນເສນາທິການເພື່ອສ້າງບັນດາເວັບໄຊ, ເພື່ອແນະນຳໂຄສະນາຜະລິດຕະພັນກະເສດເມື່ອງເຄືອງ. ພ້ອມທັງ ເປີດບັນດາຊຸກຝຶກອົບຮົມ ເພື່ອໃຫ້ປະຊາຊົນຮູ້ວິທີການນຳໃຊ້ເຕັກໂນໂລຢີ 4.0 ເຂົ້າການຂາຍເຄື່ອງ, ຜະລິດຕົວຈິງ.

ບັນດາຜະລິດຕະພັນກະເສດຢູ່ເມືອງ ເມື່ອງເຄືອງໄດ້ຕິດ ລະຫັດ QR ຄົ້ນຫາຕົ້ນກຳເນີດ, ມີສວນປູກຕົ້ນໄມ້ຫຼານສວນ ໄດ້ນຳໃຊ້ການຫົດຜັກແບບອັດຕະໂນມັດ, ໄດ້ສະໜອງລະຫັດແຕ່ລະເຂດປູກນັ້ນແມ່ນບັນດາໝາກຜົນເບື້ອງຕົ້ນໃນການຫັນເປັນດີຈີຕອນຢູ່ເມືອງ ເມື່ອງເຄືອງ ເວົ້າສະເພາະ ແລະ ແຂວງ ລາວກາຍ ເວົ້າລວມ. ຊາວກະສິກອນດີຈີຕອນ ຢູ່ເຂດພູສູງ ຂະຫຍັນຂັນເຄື່ອນ, ໝັ້ນໃຈ, ພ້ອມແລ້ວທີ່ຈະຜ່ານຜ່າສິ່ງທ້າທາຍມຸ່ງໄປເຖິງຜົນສຳເລັດຂອງຍຸກສະໄໝຫັນເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ