ຊາວ​ກະ​ສິ​ກອນ ດົ່ງ​ທາບ ມາ​ນະ​ພະ​ຍາ​ຍາມ ສົ່ງ​​ໝາກມ່ວງ​ອອກ​​ຕ່າງ​ປະ​ເທດ

(VOVWORLD) - ໃນຊຸມປີທີ່ຜ່ານມາ, ໝາກມ່ວງຂອງແຂວງ ດົ່ງທາບ ໄດ້ສົ່ງໄປຂາຍຢູ່ຫຼາຍປະເທດ, ເຂດແຄ້ວນໃນໂລກຄື: ອາເມລິກາ, ເອີລົບ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ, ລັດເຊຍ, ສິງກະໂປ… ເຄື່ອງໝາຍໝາກມ່ວງ ດົ່ງທາບ ໄດ້ຢັ້ງຢືນທີ່ຕັ້ງ, ເຄື່ອງໝາຍການຄ້າໃນຕະຫຼາດເທື່ອລະກ້າວ. ຢູ່ເບື້ອງຫຼັງຂອງຜົນສຳເລັດດັ່ງກ່າວ, ແມ່ນບັນດາຄວາມນຶກຄິດ, ກຳລັງເຫື່ອແຮງ ແລະ ຄວາມສຸດຈິດສຸດໃຈຂອງຊາວກະສິກອນ ໃນໄລຍະຍາວນານ ທີ່ປະຕິບັດໃຫ້ໄດ້ຕາມມາດຖານການສົ່ງອອກ ເພື່ອສົ່ງຜະລິດຕະພັນໄປຍັງຕະຫຼາດຕ່າງໆໄດ້.
ຊາວ​ກະ​ສິ​ກອນ ດົ່ງ​ທາບ ມາ​ນະ​ພະ​ຍາ​ຍາມ ສົ່ງ​​ໝາກມ່ວງ​ອອກ​​ຕ່າງ​ປະ​ເທດ - ảnh 1

 ໝາກມ່ວງດົ່ງທາບໄດ້ຢັ້ງຢືນທີ່ຕັ້ງບົດບາດ, ເຄື່ອງໝາຍການຄ້າໃນທ້ອງຕະຫຼາດເທື່ອລະກ້າວ (ພາບ: VOV)

   ທ່ານ ເລແທັງເວິນ ສະມາຊິກສະຫະກອນການບໍລິການກະສິກຳ ຕິ້ງເທີຍ ນະຄອນກາວແລັງ, ແຂວງດົ່ງທາບ ແບ່ງປັນວ່າ: ການສົ່ງໝາກໝ່ວງໄປຂາຍຢູ່ປະເທດຕ່າງໆ ໄດ້ປ່ຽນແປງວິທີຄິດ, ວິທີເຮັດ, ວິທີປູກ, ບົວລະບັດ ແລະ ເກັບກ່ຽວ ຂອງຊາວກະສິກອນຢູ່ທີ່ນີ້. ຈາກວີທີປູກ, ການບົວລະບັດແບບດັ້ງເດີມ, ບໍ່ໄປຕາມລະດູການ…. ຊາວກະສິກອນ ຕິ້ງເທີຍ  ໄດ້ຫັນປ່ຽນໄປສູ່ການຜະລິດຕາມມາດຖານກະສິກຳ (VietGap). ປະຈຸບັນ, ສະມາຊິກສະຫະກອນແຕ່ລະຄົນ ໄດ້ປະຕິບັດຖືກຕ້ອງຕາມຂັ້ນຕອນການຜະລິດທີ່ປອດໄພ, ມີຄຸນນະພາບສູງ, ຮັບປະກັນການຕອບສະໜອງມາດຖານຢູ່ພາຍໃນປະເທດ ກໍ່ຄືຕາມມາດຖານຂອງບັນດາປະເທດນຳເຂົ້າ. ຈາກນັ້ນ ໄດ້ຢັ້ງຢືນເຄື່ອງໝາຍໝາກມ່ວງ ກາວແລັງ ຢູ່ພາຍໃນປະເທດ ແລະ ບັນດາຕະຫຼາດນຳເຂົ້າ. ທ່ານ ເລແທັງເວິນ ແບ່ງປັນຕື່ມອີກວ່າ:

   ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ຍ້ອນວ່າປີ 2022  ໄດ້ສົ່ງໝາກມ່ວງ ກາວແລັງ ໄປຂາຍຢູ່ເອີລົບ ແລະ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ. ຊາວກະສິກອນຕ່າງກໍ່ມີຄວາມເບີກບານມ່ວນຊື່ນ ແລ້ວຈະພະຍາຍາມເຮັດຕາມຄຳຮຽກຮ້ອງ, ຂັ້ນຕອນຄຸນນະພາບ ເພື່ອສາມາດສົ່ງໄປຂາຍຢູ່ພາຍໃນປະເທດ ກໍ່ຄືບັນດາຕະຫຼາດຕ່າງປະເທດທີ່ຮຽກຮ້ອງຄຸນນະພາບສູງ. ພວກຂ້າພະເຈົ້າຄິດວ່າ ຕ້ອງຜະລິດບັນດາຜະລິດຕະພັນປອດສານພິດ, ຜູ້ບໍລິໂພກຈຶ່ງຈະຊື້.

ຊາວ​ກະ​ສິ​ກອນ ດົ່ງ​ທາບ ມາ​ນະ​ພະ​ຍາ​ຍາມ ສົ່ງ​​ໝາກມ່ວງ​ອອກ​​ຕ່າງ​ປະ​ເທດ - ảnh 2

 ກຳມະກອນຫໍ່ໝາກມ່ວງຢູ່ສະຫະກອນການບໍລິການກະສິກຳ ຕິ້ງເທີຍ ນະຄອນກາວແລັງ, ແຂວງດົ່ງທາບ (ພາບ: VOV)

   ປະຈຸບັນ, ເນື້ອທີ່ປູກໝາກມ່ວງຂອງແຂວງ ດົ່ງທາບ ແມ່ນເກືອບ 14.400 ເຮັກຕາ, ດ້ວຍປະລິມານການຜະລິດໃນແຕ່ລະປີແມ່ນເກືອບ 137.000 ໂຕນ, ຫຼາຍທີ່ສຸດໃນເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ຫວຽດນາມ. ຍ້ອນເຫດນັ້ນ, ບໍ່ພຽງແຕ່ໄດ້ປ່ຽນໃໝ່ເຕັກນິກການປູກຝັງ ແລະ ຜະລິດຕາມຂັ້ນຕອນກະສິກຳທີ່ດີ ຕິດພັນກັບການຊອກຫາຕົ້ນກຳເນີດເທົ່ານັ້ນ, ຜູ້ປູກໝາກມ່ວງຢູ່ແຂວງ ດົ່ງທາບ ຍັງມານະພະຍາຍາມ ເພື່ອຍົກສູງມູນຄ່າເພີ່ມຂອງຜະລິດຕະພັນອີກດ້ວຍ; ພ້ອມກັນນັ້ນໄດ້ຊອກຫາຕະຫຼາດຕື່ມອີກ ກໍ່ຄືເພີ່ມປະລິມານການສົ່ງອອກອີກດ້ວຍ. ທ່ານ ເຈິ່ນວັນຈ້າງ ສະມາຊິກສະຫະກອນການບໍລິການກະສິກຳ ຕິ້ງເທີຍ ໃຫ້ຮູ້ວ່າ:

   ສິນຄ້າຂອງຊາວກະສິກອນຕາແສງ ຕິ້ງເທີຍ ຜະລິດອອກມາ ໄດ້ບັນລຸບັນດາມາດຖານເພື່ອສົ່ງອອກໄປຍັງປະເທດຕ່າງໆໃນໂລກ. ການສົ່ງອອກໄດ້ຫຼາຍກໍ່ໝາຍຄວາມວ່າ ກຳໄລຂອງຊາວກະສິກອນຈະດີກ່ວາ, ນັນແມ່ນຄວາມປາດຖະໜາຂອງພວກຂ້າພະເຈົ້າ, ພະຍາຍາມເພີ່ມປະລິມານໝາກມ່ວງ.

   ທ່ານ ຫວໍ້ເຕີນບາວ, ປະທານສະຫະກອນການບໍລິການກະສິກຳ ຕິ້ງເທີຍ ຖືວ່າ: ເລື່ອງໝາກມ່ວງໄດ້ສົ່ງໄປຍັງບັນດາຕະຫຼາດຮຽກຮ້ອງຄຸນນະພາບສູງ ແມ່ນສັນຍານທີ່ດີສຳລັບ ປຊຊ, ປະກອບສ່ວນສ້າງກຳລັງໜູນ ເພື່ອໃຫ້ຊາວກະສິກອນເອົາໃຈໃສ່ຕໍ່ບັນດາມາດຖານໃນການປູກຝັງ, ສົ່ງອອກຄື: ສ້າງລະຫັດເຂດປູກ, ຮັກສາການໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດ, ນຳໃຊ້ຝຸ່ນອົງຄະທາດ, ຢາຊີວະສາດ, ຢາເຮັດຈາກພືດ…    ເພື່ອແນໃສ່ຮັບປະກັນຄຸນນະພາບຜະລິດຕະພັນ, ຫາຕົ້ນກຳເນີດ. ຈາກນັ້ນ ແມ່ນບໍ່ພຽງແຕ່ສົ່ງໝາກມ່ວງສົດໄປຂາຍຢູ່ຕ່າງປະເທດເທົ່ານັ້ນ, ຫາກຍັງສ້າງຜະລິດຕະພັນຈາກໝາກມ່ວງຕື່ມອີກ ເພື່ອໃຫ້ຜູ້ບໍລິໂພກພາຍໃນ ແລະ ຕ່າງປະເທດ ສາມາດເຫັນໄດ້ຄຸນຄ່າ ແລະ ເຄື່ອງໝາຍໝາກມ່ວງ ດົ່ງທາບ ໃນຕະຫຼາດອີກດ້ວຍ. ທ່ານ ຫວໍ້ເຕີນບາວ ປາດຖະໜາວ່າ:

   ປີ 2023 ທາງສະຫະກອນຢາກລົງທຶນເພື່ອຊື້ເຄື່ອງລ້າງໝາກມ່ວງຫຼັງການເກັບກ່ຽວ ພ້ອມກັບເຄື່ອງຄັ້ນໜີບໝາກໄມ້ ແລະ ອົບແຫ້ງ. ປະຈຸບັນ ທາງສະຫະກອນໄດ້ເຮັດເປັນລະບົບ. ໝາກມ່ວງປະເພດ 1 ຈະສົ່ງໄປຂາຍຢູ່ສັບພະສິນຄ້າ, ປະເພດທີ 2 ແມ່ນເພື່ອອົບແຫ້ງ ສ່ວນປະເພດທີ 3 ຈະເຮັດນ້ຳໝາກມ່ວງ…ເຮັດຄືແນວນັ້ນຈະຍົກສູງຄຸນຄ່າຂອງໝາກມ່ວງໄດ້. ປະຈຸບັນ, ສະຫະກອນໄດ້ຮ່ວມສຳພັນກັບວິສາຫະກິດເພື່ອນຳໝາກມ່ວງອົບແຫ້ງ, ນ້ຳໝາກມ່ວງສົດໄປຂາຍຢູ່ຕາມຮ້ານສັບພະສິນຄ້າ ແລະ ສົ່ງໄປຍັງ ຍີ່ປຸ່ນ, ສ.ເກົາຫຼີ ດ້ວຍປະລິດມານເປັນປົກກະຕິ.

   ປີນີ້, ບັນດາວິສາຫະກິດ, ສະຫະກອນ, ຜູ້ປູກຕົ້ນມ່ວງຂອງແຂວງ ດົ່ງທາບ ໄດ້ພ້ອມກັນສ້າງແຜນການ ເພື່ອມຸ່ງໄປເຖິງລະດູການເກັບກ່ຽວໄດ້ຮັບຜົນດີ, ຮັບປະກັນຄຸນນະພາບ; ມີປະລິມານການສົ່ງອອກຫຼາຍທີ່ສຸດ…. ດ້ວຍຄວາມຄາດຫວັງຢາກບືນຕົວຂຶ້ນ, ຈິນຕະນາການເປີດໃນການກຳນົດທິດພັດທະນາຂະແໜງຜະລິດຕະພັນໝາກມ່ວງ ດົ່ງທາບ ຈະປະກອບສ່ວນຢັ້ງຢືນເຄື່ອງໝາຍການຄ້າ, ທີ່ຕັ້ງບົດບາດຂອງໝາກມ່ວງ ຢູ່ຕະຫຼາດພາຍໃນ ກໍ່ຄືຕ່າງປະເທດກ່ວາອີກ./.

 

ຕອບກັບ

ຂ່າວ/ບົດ​ອື່ນ