ຊຸກ​ຍູ້ກາ​ນ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​​ຂົງ​ເຂດ​ກະ​ສິ​ກຳ​ຢູ່ ຊອກ​ຈັງ

(VOVWORLD) -

ໂດຍໄດ້ປະຕິບັດ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ການກຳນົດທິດຮອດປີ 2030” ໂດຍລັດຖະບານ ຫວຽດນາມ ເຊັນອະນຸມັດນັ້ນ, ເມືອງ  ກູລາວຢຸງ ແຂວງ ຊອກຈັງ ໄດ້ ແລະ ພວມສຸມໃສ່ປະຕິບັດວຽກງານຫັນເປັນດີຈີຕອນໃນຂົງເຂດກະສິກຳຢູ່ ຊອກຈັງ. ຜ່ານນັ້ນ, ກໍໄດ້ນຳມາເຊິ່ງປະສິດທິຜົນສູງໃນການຜະລິດ, ດຳເນີນທຸລະກິດເທື່ອລະກ້າວ, ປະກອບສ່ວນສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ.




ຊຸກ​ຍູ້ກາ​ນ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​​ຂົງ​ເຂດ​ກະ​ສິ​ກຳ​ຢູ່ ຊອກ​ຈັງ - ảnh 1ສວນປູກໝາກຟຸກນຳໃຊ້ການຫົດນ້ຳປະຢັດຜ່ານໂທລະສັບມືຖືຢູ່ ກູລາວຢຸງ (ພາບ: VOV)

   ພຽງແຕ່ກົດ 2, 3 ເທື່ອໃນ smart phone ເທົ່ານັ້ນ, ທ່ານ ມິງເທື່ອງ, ຢູ່ບ້ານເຟືອກຮ່ວາ ບີ, ເທດສະບານເມືອງ ກູ່ລາວຢຸງ,  ແຂວງ ຊອກຈັງ ກໍ່ສາມາດຫົດນ້ຳໃຫ້ສວນໝາກຟຸກທີ່ມີເນື້ອທີ່ທັງໝົດ 4 ha ຂອງຕົນໄດ້. ທ່ານ ເທື່ອງ ໃຫ້ຮູ້ວ່າ, ດ້ວຍລະບົບຫົດນ້ຳປະຢັດເປັນແບບພົ່ນອາຍນ້ຳທີ່ບັນຊາດ້ວຍໂທລະສັບ, ທ່ານເສຍພຽງແຕ່ 1 ຊົ່ວໂມງເທົ່ານັ້ນ ເພື່ອຫົດນ້ຳໃຫ້ແກ່ສວນຂອງຄອບຄົວຕົນ ເທື່ອໜຶ່ງ. ດ້ວຍເຕັກໂນໂລຊີນີ້, ທ່ານສາມາດປະຢັດແຫ່ລງນ້ຳ, ກຳລັງແຮງງານ ແລະ ຄ່າໃຊ້ຈ່າຍໃນການຜະລິດ ແລະ ພິເສດແມ່ນສາມາດຫົດນ້ຳໃນບໍ່ວ່າຈຸດເວລາໃດທີ່ເຫັນວ່າມັນເໝາສະສົມ:

   ກ່ອນນີ້, ຖ້າຫົດນ້ຳທົ່ວເຂດສວນກໍ່ຕ້ອງເສຍເວລາ 1 ອາທິດຂຶ້ນໄປ. ແຕ່ປະຈຸບັນໄດ້ນຳໃຊ້ເຕັກໂນໂລຊີແລ້ວ ເສຍພຽງແຕ່ 1-2 ຊົ່ວໂມງເທົ່ານັ້ນ ແລະ ລາຍຈ່າຍກໍ່ຫລຸດລົງຫຼາຍ. ຊາວກະສິກອນສາມາດນຳໃຊ້ເວລາເພື່ອເຮັດຕອນອື່ນຄື: ຕັດຕໍ່ກິ່ງ, ພຸ່ມໄມ້ໃຫ້ຕົ້ນໄມ້, ໃຫ້ສວນຕົນ.

ຊຸກ​ຍູ້ກາ​ນ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​​ຂົງ​ເຂດ​ກະ​ສິ​ກຳ​ຢູ່ ຊອກ​ຈັງ - ảnh 2

ສວນຂອງທ່ານ ມິງເທື່ອງ (ພາບ: VOV)

     ດ້ວຍການໃຊ້ຊອບແວຫົດນ້ຳປະຢັດ ທີ່ບັນຊາດ້ວຍໂທລະສັບມືຖື, ທ່ານ ເທື່ອງ ຍັງສາມາດນຳໃຊ້ທີ່ດິນ, ນ້ຳ ແລະ ຝຸ່ນ…ໃຫ້ໄດ້ດີທີ່ສຸດ ແລະ ສິ່ງດັ່ງກ່າວໄດ້ຊ່ວຍຄອບຄົວທ່ານ ຫັນປ່ຽນການເຮັດກະສິກຳແບບເກົ່າ ໄປເປັນແບບທັນສະໄໝເທື່ອລະກ້າວ, ອັນໄດ້ສ້າງຫຼາຍກາລະໂອກາດເພີ່ມສະມັດຕະພາບໃນການອອກແຮງງານ, ຫລຸດຜ່ອນການອີງໃສ່ສິ່ງແວດລ້ອມ ແລະ ດິນຟ້າອາກາດ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ. ທ່ານ ເທື່ອງ ໃຫ້ຮູ້ຕື່ມອີກວ່າ:

   ກ່ອນນີ້ໄດ້ເຮັດດ້ວຍມື ໄດ້ໃຊ້ນ້ຳຫຼາຍ ແລະ ບໍ່ນຳມາເຊິ່ງປະສິດທິຜົນໃຫ້ແກ່ຕົ້ນໄມ້ ແຕ່ດຽວນີ້ ໄດ້ຫົດນ້ຳດ້ວຍລະບົບຄືແນວນີ້, ໄດ້ຕອບສະໜອງປະລິມານນ້ຳຢ່າງພຽງພໍ, ເຮັດໃຫ້ຕົ້ນໄມ້ຂຽວສົດງົດງາມ, ຫລຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ຊາວກະສິກອນ ແລະ ສິ່ງສຳຄັນແມ່ນປະຢັດແຫຼ່ງນ້ຳໄດ້.

   ກູ່ລາວຢຸງ ແມ່ນທ້ອງຖິ່ນທີ່ມີເຂດປູກຕົ້ນໄມ້ກິນໝາກຫຼາຍອັນດັບທີ 2 ຂອງແຂວງ ຊອກຈັງ ຊື່ງມີເນື້ອທີ່ປະມານ 5000 ha, ນອກຈາກນັ້ນແລ້ວ,  ເມືອງ ກູ່ລາວຢຸງ ຍັງມີເນື້ອທີ່ປູກພືດຜັກເກືອບ 3000 ha ແລະ ເນື້ອທີ່ປູກຕົ້ນອ້ອຍປະມານ 2700 ha,  ທ່ານ ຫງວຽນວັນດັກ, ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ກູ່ລາວຢຸງ ໃຫ້ຮູ້ວ່າ: ການຫັນເປັນດີຈີຕອນ ແມ່ນໜຶ່ງໃນບັນດາຂົງເຂດທີ່ການນຳທ້ອງຖິ່ນມີຄວາມເອົາໃຈໃສ່. ຕາມນັ້ນແລ້ວ, ຫຼາຍຮູບແບບໄດ້ ແລະ ພວມນຳເຂົ້າເຄືຶ່ອນໄຫວ, ນຳມາເຊິ່ງປະສິດທິຜົນສູງໃນເບື້ອງຕົ້ນ. ໄປຄຽງຄູ່ກັນນັ້ນ, ທາງເມືອງກໍຍັງໄດ້ຍູ້ແຮງການໝູນໃຊ້ລະບົບຫົດນ້ຳປະຢັດ ຜ່ານບັນຊີດ້ວຍ smart phone ຊື່ງປະຈຸບັນ ປຊຊ ໄດ້ນຳໃຊ້ຫຼາຍ ແລະ ພວມບັນລຸປະສິດທິຜົນສູງ. ສຳລັບບັນດາຜະລິດຕະພັນ OCOP (ໜຶ່ງທ້ອງຖິ່ນ ໜຶ່ງຜະລິດຕະພັນ) ຂອງເມືອງ ກໍໄດ້ຮັບການໜູນຊ່ວຍຕິດສະແຕັມຫາແຫຼ່ງກຳເນີດ. ທ່ານ ຫງວຽນວັນດັກ ໃຫ້ຮູ້ຕືີ່ມອີກວ່າ:

  ປິນີ້,  ພວກຂ້າພະເຈົ້າຈະປະຕິບັດຊອບແວ facefarm (ບັນທຶກການຜະລິດປະຈຳວັນ) ໝາຍຄວາມວ່າ ປະຕິບັດການຫາແຫຼ່ງກຳເນີດບັນດາເຂດປູກ. ປະຈຸບັນມອບໃຫ້ຊາວກະສິກອນຈົດໄວ້ດ້ວຍມື ເພື່ອຮັບໃຊ້ວຽກງານສົ່ງອອກ, ບາງເທື່ອເຂົາກໍ່ລືມໄປ. ໃນໄລຍະຈະມາເຖິງ ຈະປະຕິບັດປຶ້ມບັນທຶກປະຈຳວັນເອເລກໂຕນິກຜ່ານຊອບແວເລີຍ, ຜ່ານບັນດາໜ່ວຍຮ່ວມມືເພື່ອຄຸ້ມຄອງບັນດາເຂດປູກ.

     ການຫັນເປັນດີຈີຕອນ ພວມແມ່ນມາດຕະການສຳຄັນ ຊ່ວຍຊາວກະສິກອນ, ວິສາຫະກິດຢູ່ທ້ອງຖິ່ນ ຜະລິດບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ດ້ວຍຄ່າໃຊ້ຈ່າຍຕ່ຳສຸດ ແຕ່ບັນລຸກຳໄລສູງສຸດ. ບັນດາຂະແໜງ, ທ້ອງຖິ່ນ ແລະ ວິສາຫະກິດ, ປຊຊ ຢູ່ ເມືອງ ກູ່ລາວຢຸງ ພວມຍູ້ແຮງເປົ້າໝາຍນີ້ ດ້ວຍຄວາມຫວັງ ຢາກສ້າງບາດກ້າວກະໂດດຂັ້ນກ່ຽວກັບດ້ານສະມັດຕະພາບ, ຄຸນນະພາບ ແລະຄວາມສາມາດແກ່ງແຍ້ງໃຫ້ແກ່ຜະລິດຕະພັນກະເສດ./.

 

ຕອບກັບ

ຂ່າວ/ບົດ​ອື່ນ