ຈີ່​ແກັງ-ຮາກ​ຖານ​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ​ພິ​ເສດ​ດ້ວຍ​ໄມ້ໄຜ່​ຢູ່​ຕາ​ແສງ ຮ່າມ​ຢາງ ແຂວງ ຈ່າ​ວິງ

(VOVWORLD) - ຈີ່ແກັງ ແມ່ນຮາກຖານຜະລິດສະເພາະບັນດາຜະລິດຕະພັນຈາກໄມ້ໄຜ່, ໄມ້ຊອດ ໂດຍອ້າຍ ຈີ່ແກັງ ຊາວເຜົ່າຂະແມ ສ້າງຕັ້ງຂຶ້ນນັບແຕ່ປີ 2001 ຢູ່ບ້ານ ຈ່າຈໍບີ, ຕາແສງຮ່າມຢາງ, ເມືອງຈ່າກູ, ແຂວງຈ່າວິງ. ນີ້ແມ່ນຮູບແບບການຜະລິດດຳເນີນທຸລະກິດດີເດັ່ນ, ມີບັນດາຜະລິດຕະພັນພິເສດສະເພາະຢູ່ໝູ່ບ້ານຫັດຖະກຳ ອຸດສາຫະກຳນ້ອຍຢູ່ຕາແສງ ຮ່າມຢາງ.
ຈີ່​ແກັງ-ຮາກ​ຖານ​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ​ພິ​ເສດ​ດ້ວຍ​ໄມ້ໄຜ່​ຢູ່​ຕາ​ແສງ ຮ່າມ​ຢາງ ແຂວງ ຈ່າ​ວິງ - ảnh 1  ຮາກຖານການຜະລິດ ຈີ່ແກັງ
                 

    ໄມ້ໄຜ່ແມ່ນຕົ້ນໄມ້ທີ່ລຶ້ງເຄີຍກັບ ປຊຊ ຫວຽດນາມ, ຕິດພັນກັບເຂດບ້ານນາຫວຽດນາມ ມາແດ່ດົນນານ. ຜະລິດຕະພັນຈາກໄມ້ໄຜ່ມີຄວາມທົນທານສູງກ່ວາ ເມື່ອທຽບກັບຜະລິດຕະພັນໄມ້ທຳມະດາ, ລາຄາພັດຖືກກ່ວາ. ຕົ້ນໄມ້ໄຜ່ປູກງ່າຍ ແລະ ໄດ້ໃຊ້ເພື່ອເຮັດບັນດາເຄື່ອງໃຊ້ສອຍໃນຄອບຄົວ. ຕາແສງ ຮ່າມອຽນ ໄດ້ປູກຕົ້ນໄມ້ໄຜ່ຢ່າງຫຼວງຫຼາຍ, ດັ່ງນັ້ນຈຶ່ງມີວັດຖຸດິບອຸດົມສົບບູນ ເພື່ອສະໜອງໃຫ້ບັນດາຄອບຄົວເຮັດອາຊີບນີ້ຢ່າງພຽງພໍ.

ຈີ່​ແກັງ-ຮາກ​ຖານ​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ​ພິ​ເສດ​ດ້ວຍ​ໄມ້ໄຜ່​ຢູ່​ຕາ​ແສງ ຮ່າມ​ຢາງ ແຂວງ ຈ່າ​ວິງ - ảnh 2

ອ້າຍ ຈີ່ແກັງ, ເຈົ້າຂອງຮາກຖານການຜະລິດ ຈີ່ແກັງ

    ຕອນທຳອິດ, ຮາກຖານຜະລິດ ຈີ່ແກັງ ໄດ້ຜະລິດບັນດາເຄື່ອງໃຊ້ໃນຄອບຄົວຄື: ຕູ້, ໂຕະ, ຕັ່ງ…ທີ່ມີແບບງ່າຍໆ ຈາກຕົ້ນໄມ້ໄຜ່ ແຕ່ກໍ່ບໍ່ທັນຈຳໜ່າຍໄດ້ຫຼາຍ, ສ່ວນຫຼາຍແມ່ນຂາຍຢູ່ທ້ອງຖິ່ນເທົ່ານັ້ນ. ແຕ່ເມື່ອໄດ້ຊອກຮູ້ຄວາມນິຍົມຂອງຕະຫຼາດ, ຮັບຟັງການໃຫ້ຄຳປຶກສາທີ່ບັນດາກອງປະຊຸມສຳມະນາ, ເຂົ້າຮ່ວມງານຕະຫຼາດນັດຄັ້ງຕ່າງໆເພື່ອໂຄສະນາຜະລິດຕະພັນນັ້ນ, ອ້າຍຈີ່ແກັງ ແລະ ບັນດານາຍຊ່າງ ໄດ້ຜະລິດຜະລິດຕະພັນຊາລົງທີ່ມີຄຸນນະພາບສູງຈາກກົກໄມ້ໄຜ່. ຄວາມຄິດທີ່ມີຫົວຄິດປະດິດສ້າງນີ້ ແມ່ນບາດລ້ຽວເພື່ອໃຫ້ຮາກຖານຜະລິດ ຈີ່ແກັງ ພັດທະນາ. ຊຸດຊາລົງ ຈາກກົກໄມ້ໄຜ່ ມີຄວາມແໜ້ນທີ່ສຸດ, ເຫຼື້ອມ, ງາມ, ແບບຊົງພິເສດ, ສະນັ້ນ, ຜະລິດຕະພັນນີ້ຂາຍໄດ້ດີທີ່ສຸດ. ອ້າຍ ຈີ່ແກັງ, ເຈົ້າຂອງຮາກຖານຜະລິດ ຈີ່ແກັງ ໃຫ້ຮູ້ວ່າ:

       ຜະລິດຕະພັນຊາລົງ ບັນລຸມາດຕະຖານ OCOP 4 ດາວ ( OCOP ແມ່ນໂຄງການແຫ່ງຊາດໜຶ່ງຕາແສງໜຶ່ງຜະລິດຕະພັນ). ກ່ອນນີ້, ຄອບຄົວກໍ່ມີມູນເຊື້ອອາຊີບນີ້, ແລ້ວສືບລຸ້ນພໍ່ຕໍ່ລຸ້ນອ້າຍ. ປະຈຸບັນ, ຈີ່ແກັງ ໄດ້ຜະລິດຕາມໃບສັ່ງຊື້ສິນຄ້າເພື່ອຂາຍຢູ່ພາຍໃນ ແລະ ຕ່າງປະເທດ. ໃນໝູ່ບ້ານວີຊາຊີບມີບາງຄອບຄົວຜະລິດແບບຫັດຖະກຳໃຫ້ຮາກຖານການຜະລິດ ຈີແກັງ. ລາຍຮັບຂອງຮາກຖານແມ່ນໄດ້ປະມານ 800 ລ້ານດົ່ງ/ເດືອນ. ສ່ວນຫຼາຍແມ່ນໄດ້ຜະລິດໂຕະ ຕັ່ງ, ລົດຖີບ… ດ້ວຍໄມ້ໄຜ່. ພວກຂ້າພະເຈົ້າຍັງອອກແບບໃຫ້ແກ່ບັນດາເຂດທ່ອງທ່ຽວ, homestay… ແລະ ບາງໂຄງການໃຫ່ຍຢູ່ເຂດເກາະຝູກວັກ, ນະຄອນໂຮ່ຈີມິນ, ນະຄອນຟານທຽດ… ອີກດ້ວຍ.

ຈີ່​ແກັງ-ຮາກ​ຖານ​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ​ພິ​ເສດ​ດ້ວຍ​ໄມ້ໄຜ່​ຢູ່​ຕາ​ແສງ ຮ່າມ​ຢາງ ແຂວງ ຈ່າ​ວິງ - ảnh 3

ຊຸດຊາລົງເຮັດດ້ວຍໄມ້ໄຜ່, ຜະລິດຕະພັນ 4 ດາວ

   ຍາມໃດ,  ເຈົ້າຂອງຮາກຖານການຜະລິດ ຈີ່ແກັງ ພ້ອມກັບບັນດານາຍຊ່າງ ກໍໄດ້ຊອກຮູ້, ລິເລີ່ມ, ປະຕິຮູບຜະລິດຕະພັນ, ຜະລິດບັນດາຜະລິດຕະພັນຈາກໄມ້ໄຜ່ທີ່ມີຮູບແບບອຸດົມສົມບູນ, ມີຫຼາຍຮູບຫຼາຍສີ. ປະຈຸບັນ, ຮາກຖານການຜະລິດ ຈີ່ແກັງ ມີ 20 ກ່ວາແບບຜະລິດຕະພັນທີ່ໄດ້ຜະລິດຈາກໄມ້ໄຜ່, ໃນນັ້ນ, ຫຼາຍຜະລິດຕະພັນມີຄຸນນະພາບສູງຮັບໃຊ້ໃຫ້ແກ່ຄວາມຕ້ອງການຂອງບັນດາຄອບຄົວ, ເຂດທ່ອງທ່ຽວທຳມະຊາດ, ເຂດຣີສອດ, ຮ້ານອາຫານ, ຮ້ານກາເຟ…. ຮາກຖານການຜະລິດ ຈີ່ແກັງ ໄດ້ສົ່ງອອກຜະລິດຕະພັນໄປຍັງຕະຫຼາດຫຼາຍປະເທດ, ພິເສດ, ຊຸດຊາລົງໄມ້ໄຜ່ ຈີ່ແກັງ ໄດ້ສ້າງອິດທິພົນຊື່ງສຽງ, ເຄື່ອງໝາຍການຄ້າໃຫ້ແກ່ໝູ່ບ້ານອາຊີບນີ້. ນອກຈາກນັ້ນແລ້ວ, ລົດຖີບທີ່ຜະລິດດ້ວຍໄມ້ໄຜ່ຂອງ ຈີ່ແກັງ ກໍ່ໄດ້ຮັບຄວາມນິຍົມຊົມຊອບຈາກຕະຫຼາດ, ໂດຍສະເພາະແມ່ນແຂກທ່ອງທ່ຽວ ແລະ ກໍ່ໄດ້ສົ່ງອອກໄປຂາຍຢູ່ຕ່າງປະເທດ. ຍ້ອນການຜະລິດດຳເນີນທຸລະກິດນັບມື້ນັບໄດ້ຮັບການພັດທະນາ, ຮາກຖານການຜະລິດ ຈີ່ແກັງ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນຫຼາຍຄົນ. ປະຈຸບັນ, ຮາກຖານການຜະລິດ ຈີ່ແກັງ ມີແຮງງານ 42 ຄົນ, ມີລາຍຮັບແຕ່ 6-9 ລ້ານດົ່ງ/ເດືອນ. ອ້າຍ ເຈົາກວັກວັນ, ນາຍຊ່າງເອກ ເຮັດວຽກຢູ່ ຮາກຖານການຜະລິດ ຈີ່ແກັງ ໃຫ້ຮູ້ວ່າ:

    ຂ້າພະເຈົ້າເຮັດວຽກຢູ່ນີ້ໄດ້ 10 ກ່ວາປີແລ້ວ. ປະຈຸບັນມີນາຍຊ່າງເອກ 3 ຄົນ, ມີລາຍຮັບ 9 ລ້ານດົ່ງ/ເດືອນ, ແຕ່ລະຄົນຈະມີໜ້າວຽກທີ່ແຕກຕ່າງກັນ ຜະລິດຕະພັນກໍ່ມີຫຼາກຫຼາຍຕາມລູກຄ້າໄດ້ສັ່ງຊື້.

   ໂດຍໄດ້ນຳໜ້າຢູ່ທ້ອງຖິ່ນ ກ່ຽວກັບການປ່ຽນແປງຮູບແບບຜະລິດຕະພັນນັ້ນ, ຮາກຖານການຜະລິດ ຈີ່ແກັງ ພວມເປີດກ້ວາງການດຳເນີນທຸລະກິດ, ຮັບອອກແບບ, ປະດັບປະດາໃຫ້ແກ່ບັນດາຮ້ານອາຫານ, ນ້າກິນດື່ມ, ຮ້ານກາເຟ…ຢູ່ຫຼາຍແຂວງນະຄອນທາງພາກໃຕ້ຫວຽດນາມ. ຜະລິດຕະພັນໂດຍ ຮາກຖານການຜະລິດ ຈີ່ແກັງ ຜະລິດ ໄດ້ພິຊິດໃຈລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມທັງປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍໝູ່ບ້ານອາຊີບຫັດຖະກຳ ອຸດສາຫະກຳນ້ອຍຕາແສງ ຮ່າມຢາງ./.

ຕອບກັບ

ຂ່າວ/ບົດ​ອື່ນ