ວິທະຍຸກະຈາຍສຽງຫວຽດນາມປ່ຽນໃໝ່ໃນແຕ່ລະມື້

(vovworld)-​​​​ ໃນ​ຊຸມ​ມື້ຕົນ​ເດືອນກັນຍາ​ນີ້, ບັນດາ​ພະນັກງານ, ພາລະກອນວິທະຍຸ​ກະຈາຍສຽງ​ຫວຽດນາມ ບໍ່​ພຽງ​ແຕ່​ໄດ້​ຕ້ອນຮັບ​ວັນ​ບຸນ​ເອກະລາດ​ດ້ວຍ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຕ້ອນຮັບ​ວັນ​ທີ່​ມີ​ຄວາມ​ໝາຍພິ​ເສດ​ອີກ​ວັນ​ໜຶ່ງ, ນັ້ນແມ່ນ​ວັນສະ​ເຫຼີ​ມສະຫຼ​ອງການສ້າງຕັ້ງວິທະຍຸ​ກະຈາຍສຽງ​ຫວຽດນາມຄົບຮອບ 68 ປີ (ຄື​ວັນ​ທີ 7/9). ​ໃນ 68 ປີ​ແຫ່ງ​ການ​ສ້າງຕັ້ງ ​ແລະ ພັດທະນາ, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ໄດ້​ຮັບ​ຜົນສຳ​ເລັດ​ຫຼາຍ​ຢ່າງ, ສືບຕໍ່​ຢັ້ງຢືນ​ທີ່​ຕັ້ງຂອງ​ອົງການ​ກະບອກ​ສຽງ​ສຳຄັນ​ຂອງ​ລັດຖະບານ​ຫວຽດນາມ.

ວິທະຍຸກະຈາຍສຽງຫວຽດນາມປ່ຽນໃໝ່ໃນແຕ່ລະມື້ - ảnh 1
 (ພາບປະກອບ)

​  ​ໃນ​ວິວັດ​​ແຫ່ງການ​ພັດທະນາ​ 68 ປີຜ່ານມາ, ຍາມ​ໃດ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ກໍ່​ຢັ້ງຢືນ​ທີ່​ຕັ້ງ​ເປັນອົງການ​ກະບອກ​ສຽງ​ສຳຄັນ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ການ​ໂຄສະນາ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ແລະ ລັດ​ເຖິງ ປຊຊ. ທ່ານ​ຫງວຽນ​ທົງ, ຢູ່​ເມືອງ​ອຽນ​ຢຸງ, ​ແຂວງ​ບັກ​ຢາງ ​ເຄີຍ​ຮັບ​ຟັງ​ວິທະຍຸ​ນັບ​ແຕ່​ປີ 1960 ​ ​ແລະ ທ່ານ​ໄດ້​ຮັບ​ຟັງ​ວິທະຍຸ​ໃນ​ທຸກ​ເວລາ ​ແລະ ທຸກ​ບ່ອນ​, ຍ້ອນ​ວ່າ, ຕາມ​ທ່ານ​ແລ້ວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແມ່ນ​ແຫຼ່ງຂ່າວ​ທີ່​ໜ້າ​ ໄວ້​ເນື້ອ​ເຊື່ອ​ໃຈ, ທັນ​ການ “​ເວົ້າຖືກຕ້ອງ ​ແລະ ມ່ວນ​ທີ່​ສຸດ“:

  “​ໃນ​ໄລຍະ​ການ​ສື່ສານ​ພັດທະນາ​ຢ່າງ​ວ່ອງ​ໄວຄື​ປະຈຸ​ບັນ, ຂ້າພະ​ເຈົ້າຍັງ​ຖືວ່າວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແມ່ນ​ເພື່ອ​ນຜູ້​ສະໜິດສະໜົມ. ​ເມື່ອ​ພວກ​ຂ້າພະ​ເຈົ້າ​ໄປ​ເຮັດ​ວຽກ​ຢູ່​ໃນປ່າ, ກໍ່​ສາມາດຟັງ​ວິທະຍຸ​ໄດ້. ປະຈຸ​ບັນ, ​ໃນ​ໄລຍະ​ແຫ່ງ​ການ​ພັດທະນາ, ພວກ​ຂ້າພະ​ເຈົ້າ​ ກໍ່​ສາມາດ​ຟັງ​ວິທະຍຸ​ຜ່ານໂທລະສັບ​ມື​ຖື​ໄດ້ຢ່າງສະດວກ​ສະບາຍ​ທີ່​ສຸດ.

ວິທະຍຸກະຈາຍສຽງຫວຽດນາມປ່ຽນໃໝ່ໃນແຕ່ລະມື້ - ảnh 2
ນັກ​ຂ່າວ VOV5 ທີ່ພິທີສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງ VOV
(ພາບ: VOV)

 ກ່ອນ​ນີ້ 68 ປີ, ບັນດາ​ລາຍການ​ກະຈາຍສຽງ​ເປັນ​ພາສາ​ຕ່າງປະ​ເທດ​ທຳ​ອິດ​ໄດ້​ອອກ​ອາກາດ​ຢ່າງ​​ເປັນ​ທາງ​ການ​ຄື: ພາສາ​ອັງກິດ, ພາສາຝະລັງ, ພາສາ​ກວາງຕຸ​ງ…ອັນ​ໄດ້ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ຫວຽດນາມ ກັບ​ເພື່ອນ​ມິດສາ​ກົນ. ພ້ອມ​ກັບ​ການ​ເຕີບ​​ໃຫ່​ຍ​ເຂັ້ມ​ແຂງ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ, ລະບົ​ບລາຍການ​ກະຈາຍສຽງ​ເປັນ​ພາສາ​ຕ່າງປະ​ເທດ (VOV5) ກໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງບໍ່​ຢຸດ​ຢັ້ງ. ມາ​ຮອດ​ປະຈຸ​ບັນ​ລະບົບ​ບັນດາລາຍການ​ກະຈາຍສຽງ​ເປັນ​ພາສາ​ຕ່າງປະ​ເທດ​ໄດ້​ອອກ​ອາກາດ ດ້ວຍ 12 ພາສາຄື: ພາສາ​ອັງກິດ, ຝະລັ່ງ, ​ແອດ​ສະ​ປາຍ, ລັດ​ເຊຍ, ​ເຢຍລະ​ມັນ,  ຍີ່ປຸ່ນ, ຈີນ, ອິນ​ໂດ​ເນ​ເຊຍ, ​ໄທ, ກຳປູ​ເຈຍ, ລາວ ​ແລະ ພາສາ​ຫວຽດສະຫງວນ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​. ທ່ານ​ບຸ່ຍ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຖືວ່າ:

   “ປະຈຸ​ບັນ, ຢູ່​ອາ​ເມ​ລິ​ກາ ຫລື​ບໍ່​ວ່າ​ປະ​ເທດ​ໃດ​ໃນ​ໂລກ​ ພວກ​ເຮົາ​ກໍ່​ສາມາດ​ຮັບ​ຟັງວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ​້ຢ່າງຈະ​ແຈ້ງ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ນັກ​ຂ່າວ, ບັນນາທິການ, ລະບົບ​ກະຈາຍສຽງ​ຕ່າງໆ, ພິ​ເສດ​​ແມ່ນ​ລະບົບບັນດາ​ລາ​ຍການກະຈາຍສຽງ​ເປັນ​ພາສາ​ຕ່າງປະ​ເທດຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ. ນີ້​ແມ່ນ​ຊ່ອງ​ສະໜອງຂ່າວ ​ແລະ ວັດທະນະທຳ​ຂອງ​ຊາດ​ທີ່​ອຸດົມສົມບູນ, ຫຼາຍ​ຮູບ​ຫຼາຍ​ແບບ​ດ້ວຍ​ຫຼາຍ​ພາສາ

ວິທະຍຸກະຈາຍສຽງຫວຽດນາມປ່ຽນໃໝ່ໃນແຕ່ລະມື້ - ảnh 3
(ພາບ: vov)

​  ຜ່ານ​ຄື້ນຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ຕ່າງປະ​ເທດ, ​ເພື່ອນ​ມິດສາ​ກົນສາມາດ​ຮູ້​ຈັກ​ພາບ​ພົດ​ປະ​ເທດ​ຊາດ​ຫວຽດນາມ​ ທີ່​ສວຍ​ງາມ ດ້ວຍ​ພື້ນຖານວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ຊາວ​ຫວຽດນາມ ​ເປັນ​ຜູ້​ຮັກ​ແພງ​ແຂກ​ຄົນ, ສະໜິດສະໜົມ. ​ແຕ່ລະ​ປີ, ລະບົ​ບບັນດາລາຍການ​ກະຈາຍສຽງ​ເປັນ​ພາສາ​ຕ່າງປະ​ເທດ​ໄດ້​ຮັບ​ຈົດໝາຍ​​ເກືອບ 10.000 ສະບັບຈາກ​ຜູ້​ຟັງ​ທີ່​ມາ​ຈາກ 73 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຕໍ່ລະບົ​ບລາຍການ​ກະຈາຍສຽງ​ເປັນ​ພາສາ​ຕ່າງປະ​ເທດ​ເວົ້າສະ​ເພາະ ກໍ່​ຄືວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເວົ້າລວມ. ​ເນື້ອ​ໃນ​ບັນດາ​ລາຍການ​ກະ​ຈາ​ຍສຽງ​ເປັນ​ພາສາ​ຕ່າງປະ​ເທດຍັງ​​​ໄດ້ອັບ​ເດັດ​ໃນ​ເວັບ​ໄຊ www.vovworld.vn ຊື່​ງ​ໄດ້​ຊ່ວຍ​ໃຫ້​ຜູ້​ຟັງ​ຕ່າງປະ​ເທດ​ມີ​​ວິທີ​ ສຳ​ພັດ​ກັບ​ຂ່າວ​ກ່ຽວ​ກັບ​ຫວຽດນາມ ຕື່ມ​ອີກ. ​ແຕ່​ລະ​ມື້, ມີ​ປະມານ 10.000 ຄົ​ນທີ່​ມາ​ຈາກ 153 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ເຂົ້າ​ເວັບ​ໄຊ​ນີ້. ທ່ານ Seiichi Kuriki  ວິທະຍຸ NHK ຂອງ​ຍີ່ປຸ່ນ, ຊື່​ງ​ແມ່ນ​ຜູ້​ຟັງ​ນັບ​ແຕ່​ດົນ​ນານ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃຫ້​ຂໍ້​ສັງ​ເກ​ດວ່າ:

   “​ແຕ່​ກ່ອນ, ​ເນື້ອ​ໃນ​ລາຍການ​ຂອງ​ພວກ​ເພື່ອນ​ຍັງ​ຖືກຈຳກັດ​ຢູ່​ແຕ່​ປະຈຸ​ບັນ​​ໄດ້​ພັດທະນາແລ້ວ. ພວກ​ເພື່ອນ​ມີ​ບັນດາ​ລາຍການ​ບັນ​ເທິງ, ສຶກສາອົບຮົມ ​ແລະ ລາຍການ​ສະຖານະ​ການ​ທີ່​ສ້າງ​ຄວາມດູດ​ດື່ມ​ທີ່​ສຸດ. ​ແຕ່​ລະ​ມື້, ຢູ່​ຍີ່ປຸ່ນ, ຂ້າພະ​ເຈົ້າສາມາດຕິດຕາມ​ຂ່າວ​ຄາວ​ທີ່ອຸດົມສົມບູນ ຂອງ​ຫວຽດນາມ ​ແລະ ​ໂລກຢ່າງ​ວ່ອງໄວ”.

ເກືອບ 70 ປີ​ແຫ່ງ​ການ​ພັດທະນາ​ພ້ອມ​ກັບປະ​ເທດ​ຊາດ​ນັບ​ແຕ່​ຊຸມ​ມື້​ທຳ​ອິດ​ແຫ່ງ​ການ​ສະຖາປະນາປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ (ປະຈຸ​ບັນ​ແມ່ນ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ), ປະຈຸ​ບັນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຍັງ​ຄົງໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເຕີບ​ໃຫ່ຍ​ເຂັ້ມ​ແຂງ. ບັນດາ​ລາຍການ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ອາຫານ​ດ້ານ​ຈິດ​ໃຈ​ ​ແລະ ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຜູ້​ຟັງ​ຜູ້​ອ່ານທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ./.

  

   

ຕອບກັບ

ຂ່າວ/ບົດ​ອື່ນ