ເສີມຂະຫຍາຍແຫລ່ງກຳລັງດ້ານວັດທະນະທຳຈາກບັນດາງານບຸນປະເພນີ

(VOVWORLD) -ໃນຊຸມມື້ນີ້, ຢູ່ຫລາຍແຂວງ, ນະຄອນ ໃນທົ່ວປະເທດຫວຽດນາມ ພວມດຳເນີນງານບຸນປະເພນີນັບຮ້ອຍໆງານບຸນ. ການຮັກສາ ແລະເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຜ່ານບັນດາງານບຸນແມ່ນມີຄວາມໝາຍສຳຄັນໃນການປັບປຸງອະທິປະໄຕແຫ່ງຊາດ ກ່ຽວກັບດ້ານວັດທະນະທຳ, ສ້າງຄວາມເຊື່ອໝັ້ນດ້ວຍຕົນເອງ, ຈາກນັ້ນ ສ້າງຄວາມສະດວກໃຫ້ແກ່ພາລະກິດແຫ່ງການພັດທະນາປະເທດຊາດ ແລະເຊື່ອມໂຍງເຂົ້າກັບສາກົນ.

ເສີມຂະຫຍາຍແຫລ່ງກຳລັງດ້ານວັດທະນະທຳຈາກບັນດາງານບຸນປະເພນີ - ảnh 1ງານບຸນ ລີມ ແມ່ນງານບຸນໃຫຍ່ໃນໂອກາດຕົ້ນລະດູບານໃຫມ່ຢູ່ ພາກເຫນືອ ຫວຽດນາມ. ພາບ:VOV

ຫວຽດນາມ ມີຫລາຍງານບຸນປະເພນີທີ່ເປັນເອກະລັກສະເພາະ ມາຈາກບັນດາວົງຄະນາຍາດທີ່ດຳລົງຊີວິດຢູ່ທຸກແຖບຖິ່ນຂອງປະເທດຊາດ. ບັນດາງານບຸນເຫລົ່ານັ້ນໄດ້ຈັດຂຶ້ນ ບໍ່ພຽງແຕ່ປະກອບສ່ວນຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາດ,    ເຮັດໃຫ້ຊີວິດດ້ານຈິດໃຈຂອງປະຊາຊົນອຸດົມສົມບູນຂຶ້ນຕື່ມເທົ່ານັ້ນ ຫາກຍັງຊຸກຍູ້ການພັດທະນາການທ່ອງທ່ຽວ, ປະກອບສ່ວນໂດຍກົງໃຫ້ແກ່ການພັດທະນາເສດຖະກິດຂອງແຕ່ລະແຂວງ, ນະຄອນເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.

ຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານວັດທະນະທຳ, ການເຫລື້ອມໃສສາສະຫນາ,ເພີ່ມຜົນປະໂຫຍດດ້ານເສດຖະກິດ

ດ້ວຍແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ ກ່ຽວກັບການສົ່ງເສີມການຟື້ນຕົວບັນດາທີ່ເປັນມູນເຊື້ອ ພ້ອມກັບຄວາມຕ້ອງການຂອງສັງຄົມ, ເມື່ອຊີວິດການເປັນຢູ່ດ້ານເສດຖະກິດຢູ່ຮາກຖານໄດ້ຮັບການຍົກສູງຂຶ້ນ, ມີຫລາຍງານບຸນປະເພນີໄດ້ຟື້ນຕົວ, ປະກອບສ່ວນພັດທະນາຄຸນຄ່າດ້ານວັດທະນະທຳ, ຮັກສາສີສັນຂອງບັນດາຊົນເຜົ່າ. ຕາມການສະຖິຕິຂອງກົມວັດທະນະທຳຮາກຖານ, ປະຈຸບັນ ຫວຽດນາມ ມີເກືອບ 8000 ງານບຸນ, ໃນນັ້ນມີກວ່າ 7000 ງານບຸນປະເພນີ (ກວມເອົາ 88,36%) ສ່ວນຍັງເຫລືອແມ່ນງານບຸນອື່ນ.

ທ່ານສາດສະດາຈານ, ປອ ຫງວຽນຊວນກີງ, ອະດີດຫົວຫນ້າສະຖາບັນຄົ້ນຄ້ວາວັດທະນະທຳ, ສະພາມະຫາບັນດີດວິທະຍາສາດສັງຄົມ ຫວຽດນາມ ຖືວ່າ:

ສຳລັບປະຊາຊົນ, ງານບຸນສວມບົດບາດສຳຄັນທີ່ສຸດ.ນັ້ນແມ່ນຊຸມວັນ ປະຊາຊົນຢຸດວຽກງານການຜະລິດ, ເຂົາເຈົ້ານຸ່ງຊຸດອາພອນງາມທີ່ສຸດ ກະກຽມເຍື່ອງອາຫານແຊບທີ່ສຸດ ແລະ ຈິດໃຈແມ່ນມຸ່ງໄປເຖິງການຈາລຶກຜູ້ທີ່ໄດ້ມີຄຸນຄວາມງາມດີຕໍ່ປະເທດຊາດ. ຄືຄຳເວົ້າຂອງ ທ່ານສາດສະດາຈານ ດີງຢາງແຄງ ແລ້ວ, ງານບຸນແມ່ນຊ່ວງເວລາຈຸດສຸມຂອງຊີວິດການເປັນຢູ່ໃນວົງຄະນາຍາດ

          ຕາມການສະຖິຕິຂອງຂະແຫນງທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມມື້ພັກບຸນເຕັດປີມະໂລງ, ຂະແຫນງທ່ອງທ່ຽວ ຄາດວ່າໄດ້ຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດແມ່ນ 10,5 ລ້ານເທື່ອຄົນ (ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ),ໃນນັ້ນ ມີນັກທ່ອງທ່ຽວຫລາຍຄົນໄດ້ມາຢາມແຂວງເທື່ອທຽນເຫ້ວ,ແຂວງ ພາກກາງຫວຽດນາມ. ທ່ານ ຟານແທງຫາຍ ຫົວຫນ້າພະແນກວັດທະນະທຳ ກິລາ ແລະທ່ອງທ່ຽວ ແຂວງ ເທື່ອທຽນເຫ້ວ ຕີລາຄາວ່າ:                  

“ທ່າແຮງຂອງບັນດາງານບຸນຕົ້ນລະດູບານໃຫມ່ຂອງເຫ້ວທີ່ຈັດຂຶ້ນໃນໂອກາດຕົ້ນປີນິ້ ໄດ້ສ້າງຄວາມດຶງດູດໃຫຍ່ໃຫ້ແກ່ນັກທ່ອງທ່ຽວ. ໃນຊຸມມື້ຕົ້ນປີໃຫມ່ ນັກທ່ອງທ່ຽວມາຢາມແຂວງ ເທື່ອທຽນເຫ້ວ ເປັນຈຳນວນຫລວງຫລາຍ, ຄຸນຄ່າມໍລະດົກວັດທະນະທຳຍາມໃດກໍ່ແມ່ນສີ່ງທີ່ມີຄວາມສົນໃຈແຖວຫນ້າ. ພວກຂ້າພະເຈົ້າຖືວ່າ ນັ້ນແມ່ນຂໍ້ມູນ ແຕ່ກໍ່ແມ່ນແຫລ່ງກຳລັງສ້າງຄວາມດູດດື່ມເພື່ອພັດທະນາວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃຫ້ແກ່ແຂວງ ເທື່ອທຽນເຫ້ວ”

ຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອແມ່ນກຳລັງແຮງພາຍໃນທີ່ຍືນຍົງ

ພັກກອມມູນິດ ຫວຽດນາມໄດ້ກຳນົດ: “ບັນດາປັດໄຈວັດທະນະທຳ ຕ້ອງຕິດພັນຢ່າງແຫນ້ນແຟ້ນກັບຊີວິດ ແລະ ການເຄື່ອນໄຫວສັງຄົມຢູ່ທຸກແງ່ມູມດ້ານການເມືອງ, ເສດຖະກິດ, ກົດໝາຍ,  ຂໍ້ກຳນົດກົດລະບຽບ.. ກາຍເປັນແຫລ່ງກຳລັງພາຍໃນສຳຄັນທີ່ສຸດຂອງການພັດທະນາ.           

ໂດຍກຳນົດໄດ້ບົດບາດຂອງວັດທະນະທຳ, ໃນວິວັດການຊີ້ນຳນຳພາປະເທດຊາດ, ພັກ ແລະ ລັດຍາມໃດກໍ່ເອົາໃຈໃສ່ເຖິງການກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ. ທັດສະນະຂອງພັກ ໄດ້ຢັ້ງຢືນບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ ຍາມໃດກໍ່ແມ່ນກຳລັງແຮງພາຍໃນທີ່ຍືນຍົງໃນວິວັດການພົວພັນແລກປ່ຽນ, ເຊື່ອມໂຍງ, ກາຍເປັນກຳລັງຫນູນຢ່າງແຮງປະກອບສ່ວນຊຸກຍູ້ວິວັດການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ.

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ກໍ່ໄດ້ຊີ້ແຈ້ງ “ປຸກລຸກຄວາມຄາດຫວັງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ສັນຕິສຸກ, ເສີມຂະຫຍາຍຄຸນຄ່າວັດທະນະທຳ, ກຳລັງແຮງຂອງຊາວ ຫວຽດນາມ, ຈິດໃຈສາມັກຄີ, ຄວາມເອກອ້າງທະນົງໃຈຂອງຊາດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ປະຈຸບັນ ທຸກຂັ້ນ, ທຸກຂະແຫນງການກ່ຽວຂ້ອງ, ບັນດາທ້ອງຖິ່ນພວມຕັ້ງຫນ້າຜັນຂະຫຍາຍບັນດາການກຳນົດທິດດັ່ງກ່າວ.     

ເສີມຂະຫຍາຍແຫລ່ງກຳລັງດ້ານວັດທະນະທຳຈາກບັນດາງານບຸນປະເພນີ - ảnh 2ພິທີການຫນຶ່ງຢູ່ ງານບຸນ ວິຫານເຈີນ . ພາບ: VOV

ໃນຂະນະນັ້ນ ຕາມນັກຄົ້ນຄ້ວາຫລາຍທ່ານແລ້ວ, ເພື່ອພັດທະນາອຸດສາຫະກຳວັດທະນະທຳ, ຫນຶ່ງໃນບັນດາປັດໄຈສຳຄັນທີ່ສຸດນັ້ນແມ່ນ ຕ້ອງມີຄວາມບົ່ມຊ້ອນດ້ານວັດທະນະທຳຂອງຊາດ, ໃນນັ້ນ ງານບຸນປະເພນີ ແມ່ນເຕົ້າໂຮມຫລາຍຄຸນຄ່າພົ້ນເດັ່ນ.ເພາະວ່າ ເມື່ອຂຸດຄົ້ນໄດ້ຄຸນຄ່າວັດທະນະທຳ ຈຶ່ງສ້າງໄດ້ສີສັນສະເພາະຂອງແຕ່ລະຊາດ, ເສີມຂະຫຍາຍໄດ້ແຫລ່ງກຳລັງໃຫ້ແກ່ການພັດທະນາ. ຈາກນັ້ນ ສ້າງທີ່ຕັ້ງຂອງຫວຽດນາມ ໃນແຜນທີ່ວັດທະນະທຳຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ