ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳ: ແຫລ່ງກຳລັງເພື່ອພັດທະນາປະເທດຊາດ

(VOVWORLD) -ຫວຽດນາມ ແມ່ນປະເທດມີຫລາຍຊົນເຜົ່າ. ແຕ່ລະຊົນເຜົ່າລ້ວນແຕ່ມີສີສັນວັດທະນະທຳສະເພາະ, ສ້າງເປັນສາງມໍລະດົກວັດທະນະທຳຢ່າງອຸດົມສົມບູນ, ຫລາຍຮູບແບບ. ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ ເພື່ອແນໃສ່ຕອບສະຫນອງຄວາມຕ້ອງການດ້ານວັດທະນະທຳນັບມື້ນັບສູງຂອງປະຊາຊົນ, ປະກອບສ່ວນພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ພ້ອມທັງກໍ່ເປັນການສ້າງແຫລ່ງກຳລັງເພື່ອພັດທະນາປະເທດຊາດ.

ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳ: ແຫລ່ງກຳລັງເພື່ອພັດທະນາປະເທດຊາດ - ảnh 1ລາຍການສະແດງສິລະປະ ຢູ່ ກຸງເກົ່າ ເຫ້ວ. ພາບ: VOV

ຫວຽດນາມ ມີ 54 ຊົນເຜົ່າ. ບັນດາຊົນເຜົ່າເຖິງວ່າມີສຽງເວົ້າ, ຮີດຄອງປະເພນີທີ່ແຕກຕ່າງກັນ ແຕ່ກໍ່ມີຄວາມສາມັກຄີກັນຕໍ່ສູ້ຕ້ານໄພທຳມະຊາດ, ຕ້ານສັດຕູ  ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ບັນດາສີສັນວັດທະນະທຳສະເພາະຂອງແຕ່ລະຊົນເຜົ່າທີ່ໄດ້ກຳນົດ, ພັດທະນາ ແລະ ເພີ່ມເຕີມໃຫ້ກັນ ສ້າງເປັນລັກສະນະເອກະພາບໃນຄວາມຫລາກຫລາຍສີສັນຂອງພື້ນຖານວັດທະນະທຳ ຫວຽດນາມ.

ລະບົບມໍລະດົກວັດທະນະທຳອຸດົມສົມບູນ

ຕາມຕົວເລກຂອງກົມມໍລະດົກວັດທະນະທຳ, ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແລ້ວ, ໃນກວ່າ 40.000 ປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ແລະ ທັດສະນີຍະພາບໄດ້ຮັບການກວດການັ້ນ, ຫວຽດນາມ ໄດ້ຈັດອັນດັບປູຊະນີຍະສະຖານຂັ້ນແຂວງ, ນະຄອນ ກວ່າ 10.000 ແຫ່ງ, ແລະ ຂັ້ນຊາດແມ່ນ ກວ່າ 3.600 ແຫ່ງ, ເກືອບ 130 ແຫ່ງແມ່ນເຂດປູຊະນີຍະສະຖານແຫ່ງຊາດພິເສດ. ຄຽງຄູ່ກັນນັ້ນ ມີເກືອບ 8.000 ງານບຸນໄດ້ສືບທອດກັນມາດ້ວຍຫລາຍຮີດຄອງປະເພດນີ, ສີລະປະການສະແດງ, ໝູ່ບ້ານຫັດຖະກຳ, ວັດທະນະທຳອາຫານການກິນ, ຊຸດອາພອນພື້ນເມືອງ..

ສຳລັບຫໍພິພິທະພັນ, ຈາກ 2 – 3 ແຫ່ງທີ່ໄດ້ຮັບການກໍ່ສ້າງໃນທ້າຍສັດຕະວັດທີ XIX, ປະຈຸບັນ ຫວຽດນາມ ໄດ້ມີລະບົບຫໍພິພິທະພັນກວ່າ 180 ແຫ່ງ ພວມໄດ້ຮັບການອະນຸລັກຮັກສາ, ແນະນຳວັດຖຸພັນກວ່າ 4 ລ້ານຢ່າງ.

          ພາຍໃຕ້ແງ່ມູມສາກົນ, ໃນຈຳນວນ 33 ມໍລະດົກໂລກຂອງຫວຽດນາມ ຊື່ງໄດ້ຮັບການຮັບຮອງຈາກ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ທີ່ໄດ້ເຊີດຊູໃນຕະຫລອດ 3 ທົດສະວັດຜ່ານມາ, ມີເກືອບ 30 ມໍລະດົກແມ່ນມໍລະດົກວັດທະນະທຳ.

ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳ

ໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ກຳນົດມໍລະດົກວັດທະນະທຳແມ່ນສີສັນຂອງວັດທະນະທຳຂອງຊາດ ແມ່ນແຫລ່ງກຳລັງເພື່ອສ້າງສາ ແລະ ພັດທະນາປະເທດຊາດ.

ລັດຖະດຳລັດເລກທີ 65 ຊື່ງແມ່ນລັດຖະດຳລັດສະບັບທຳອິດຂອງລັດກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳ ໂດຍທ່ານປະທານ ໂຮ່ຈີມິນລົງນາມໃນ ວັນທີ 23 ພະຈິກ ປີ 1945, ໄດ້ຢືນຢັນ: “ການອະນຸລັກຮັກສາວັດຖຸບູຮານ ແມ່ນວຽກງານສຳຄັນທີ່ສຸດ ແລະ ມີຄວາມຈຳເປັນໃນພາລະກິດສ້າງສາປະເທດຊາດຫວຽດນາມ”.

ຫລັງຈາກນັ້ນ ໄດ້ມີເອກະສານນິຕິກຳອື່ນອີກຫລາຍສະບັບ ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳກໍ່ໄດ້ປະກາດໃຊ້, ສ້າງໃຫ້ຄົບຊຸດເທື່ອລະກ້າວ, ຮອບດ້ານກວ່າ, ລະອຽດກວ່າຄື: ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ປີ 2001), ກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ປີ 2009) ແລະ ມີຫລາຍເອກະສານລຸ່ມກົດໝາຍອື່ນອີກ.. ນັ້ນແມ່ນເຂັມຊີ້ທິດສຳຄັນໃນວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຢູ່ ຫວຽດນາມ.

ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳ: ແຫລ່ງກຳລັງເພື່ອພັດທະນາປະເທດຊາດ - ảnh 2ສູນ ການເຄື່ອນໄຫວ ວັດທະນະທຳ ວິທະຍາສາດ ວັນໝຽວ - ກວັກຕື໋ຢາມ ຈັດລາຍການຢ້ຽມຊົມໃນຍາມຄ່ຳຄືນ. ພາບ: VOV

ເພື່ອໄປທັດທຽມການເຄື່ອນໄຫວ ແລະ ການຫັນປ່ຽນຂອງສັງຄົມ, ສ້າງກອບນິຕິກຳຢ່າງສະດວກທີ່ສຸດໃຫ້ແກ່ບັນດາການເຄື່ອນໄຫວອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ, ປະຈຸບັນ ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ພວມຮັບເອົາຄຳເຫັນປະກອບຂອງປະຊາຊົນໃສ່ຮ່າງກົດໝາຍວັດທະນະທຳ (ສະບັບປັບປຸງ).. ຄາດວ່າ ຮ່າງກົດໝາຍສະບັບນີ້ຈະໄດ້ຍື່ນສະເຫນີຕໍ່ສະພາແຫ່ງຊາດທີ່ກອງປະຊຸມສະໄຫມສາມັນເທື່ອທີ 7 ໃນປີ 2024.

          ພ້ອມກັບລັດ, ເລື່ອງອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຍັງແມ່ນພາລະກິດຂອງທົ່ວປວງຊົນ, ເປັນເຈົ້າກຳສວມບົດບາດສຳຄັນຫລັກແຫລ່ງໃນການອະນຸລັກຮັກສາ, ສືບທອດ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ. ປະຊາຄົມຊຸມຊົນຢູ່ບ່ອນມີມໍລະດົກຕ້ອງມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄຸນຄ່າຂອງມໍລະດົກ, ມີຄວາມເອກອ້າງທະນົງໃຈ, ມີສະຕິຄວາມຮັບຜິດຊອບໃນການອະນຸລັກຮັກສາມໍລະດົກນີ້. ມໍລະດົກວັດທະນະທຳ ໄດ້ຮັບການອະນຸລັກຮັກສາ ບໍ່ພຽງແຕ່ປະກອບສ່ວນເຮັດໃຫ້ຊີວິດດ້ານຈິດໃຈອຸດົມສົມບຸນຂຶ້ນຕື່ມເທົ່ານັ້ນ ຫາກຍັງສ້າງສີສັນໃຫ້ແກ່ການທ່ອງທ່ຽວຂອງແຕ່ລະທ້ອງຖິ່ນ,ຈາກນັ້ນ ພັດທະນາເສດຖະກິດບັນດາແຂວງ, ນະຄອນ.

ເລື່ອງອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງບັນດາມໍລະດົກວັດທະນະທຳໃນໂຄງສ້າງຂອງພື້ນຖານວັດທະນະທຳ ຫວຽດນາມ ນັ້ນແມ່ນການອະນຸລັກຮັກສາບັນດາຄຸນຄ່າດ້ານຈິດໃຈອັນລ້ຳຄ່າຂອງຊາດ ແມ່ນການພັດທະນາ “ກຳລັງແຮງ…”ຂອງວັດທະນະທຳ ຫວຽດນາມ, ປະກອບສ່ວນເຂົ້າໃນກຳລັງແຮງສັງລວມຂອງປະເທດຊາດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ