ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ຟື້ນ​ຟູ ນັບ​ທັງ 3 ກຳ​ລັງ​ໜູນ​ເຕີບ​ໂຕ

(VOVWORLD) - ເສດຖະກິດ ຫວຽດນາມ ໃນເດືອນ ຕຸລາ ແລະ 10 ເດືອນຕົ້ນປີ ໄດ້ຮັບຮູ້ມີທ່າອ່ຽງຟື້ນຟູຢ່າງຕັ້ງໜ້າ, ບັນລຸໄດ້ບັນດາໝາກຜົນສຳຄັນໃນຫຼາຍຂົງເຂດ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ພື້ນຖານເສດຖະກິດ ຫວຽດນາມ ພວມຄ່ອຍໆກັບຄືນສູ່ທ່າເຕີບໂຕ, ການຟື້ນຟູນັບມື້ນັບເຫັນໄດ້ຊັດນັບທັງ 3 ກຳລັງໜູນການເຕີບໂຕຂອງພື້ນຖານເສດຖະກິດນັ້ນແມ່ນ: ການລົງທຶນ, ການບໍລິໂພກພາຍໃນປະເທດ ແລະ ການສົ່ງອອກ.

ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ຟື້ນ​ຟູ ນັບ​ທັງ 3 ກຳ​ລັງ​ໜູນ​ເຕີບ​ໂຕ - ảnh 1ພາບປະກອບ: TTXVN

ເດືອນຕຸລາ ກໍ່ຄື 10 ເດືອນຜ່ານມາ, ຫວຽດນາມ ສືບຕໍ່ຜັນຂະຫຍາຍບັນດາໜ້າທີ່ໃນສະພາບການເສດຖະກິດຖືກຜົນກະທົບຈາກບັນດາປັດໄຈບໍ່ສະດວກຈາກພາຍນອກຂອງ ສະພາບການໂລກມີການຜັນແປຫຼາຍຢ່າງ. ດ້ວຍຄວາມຕັດສິນໃຈຢ່າງສູງຂອງ ລັດຖະບານ ຕະຫຼອດຮອດບັນດາກະຊວງ, ຂະແໜງການ ສະພາບການເສດຖະກິດ - ສັງຄົມ ໃນເດືອນຕຸລາ ກໍ່ຄື 10 ເດືອນຜ່ານມາ ສືບຕໍ່ບັນລຸໝາກຜົນທີ່ຕັ້ງໜ້າ ໃນຫຼາຍຂົງເຂດ, ຮັກສາທ່າອ່ຽງດີຂຶ້ນເປັນກ້າວໆຜ່ານແຕ່ລະເດືອນ.

ມີຫຼາຍດັດຊະນີ, ຕົວເລກຜັນປ່ຽນທີ່ຕັ້ງໜ້າ

ເສດຖະກິດເດືອນຕຸລາ ແລະ 10 ເດືອນຕົ້ນປີ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າຜ່ານບັນດາດັດຊະນີ. ລະອຽດແມ່ນ ເສດຖະກິດມະຫາພາກສືບຕໍ່ມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມ. ພ້ອມກັນນັ້ນ ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດສືບຕໍ່ການຜັນປ່ຽນທີ່ຕັ້ງໜ້າ. ຂົງເຂດກະສິກຳ, ການບໍລິການສືບຕໍ່ຮັກສາທ່າເຕີບໂຕດີພໍສົມຄວນ. ພ້ອມກັນນັ້ນບັນດາວຽກງານຄື: ການໜູນຊ່ວຍສັງຄົມ, ການສຶກສາ, ການແພດ, ການຮັກສາສະຖຽນລະພາບ ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ ກໍ່ໄດ້ຮັບຄວາມເອົາໃຈປະຕິບັດເປັນຢ່າງດີ. ລັດຖະບານ ແລະ ບັນດາກະຊວງ, ຂະແໜງການກໍ່ສຸມໃສ່ສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ, ປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ແກ້ໄຂຂໍ້ຕິດຂັດຢ່າງເຂັ້ມງວດ, ຍູ້ແຮງການລົງທຶນເຂົ້າບັນດາກິດຈະການ ພື້ນຖານໂຄງລ່າງ ຍຸດທະສາດສຳຄັນ, ຊຸກຍູ້ບັນດາກຳລັງໜູນເຕີບໂຕເສດຖະກິດໃໝ່. ມີຫຼາຍນະໂຍບາຍ, ວິທີການແກ້ໄຂຢ່າງຄົບຊຸດ, ເປັນຕົ້ນແມ່ນກ່ຽວກັບປີການເງິນ, ເງິນຕາ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍການຜະລິດດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

ລັດຖະບານໄດ້ສຸມໃສ່ຊີ້ນຳປະຕິບັດບັນດານະໂຍບາຍປີການເງິນ, ເງິນຕາ ແລະ ນະໂຍບາຍຕ່າງໆຢ່າງຄົບຊຸດ ເພື່ອແນໃສ່ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດູນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ໃນນັ້ນ, ຊີ້ນຳຫຼຸດດອກເບ້ຍບໍລິຫານ 4 ຄັ້ງຕໍ່ເນື່ອງ; ຍົກເວັ້ນ, ຫຼຸດຜ່ອນດອກເບ້ຍ, ໂຈະ, ເລື່ອນວັນເວລາ, ປັບປຸງໂຄງປະກອຍໜິ້ສິນ ແລະ ປະຕິບັດບັນດານະໂຍບາຍຍົກເວັ້ນ, ຫຼຸດຜ່ອນ, ຕໍ່ກຳນົດເວລາເກັບພາສີ, ຄ່າທຳນຽບ, ຄ່າເຊົ່າທີ່ດິນ…

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, 3 ກຳລັງໜູນການເຕີບໂຕ ຂອງພື້ນຖານເສດຖະກິດລ້ວນແຕ່ໄດ້ຢັ້ງຢືນຕົວເລກທີ່ຕັ້ງໜ້າ. ດັດຊະນີລາຄາບໍລິໂພກ (CPI) ເດືອນຕຸລາ ເພີ່ມຂຶ້ນ 3,59% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022, ສະເລ່ຍ 10 ເດືອນເພີ່ມຂຶ້ນ 3,2%, ວົງເງິນການສົ່ງອອກນຳເຂົ້າ, ໃນນັ້ນການສົ່ງອອກເກືອນຕຸລາ ເພີ່ມຂຶ້ນຕາມລຳດັບແມ່ນ 5,6% ແລະ 5,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ ກາຍ. ກ່ຽວກັບການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ໄລ່ໝົດເດືອນຕຸລາປີນີ້, ທຶນ FDI ເຂົ້າ ຫວຽດນາມ ເພີ່ມຂຶ້ນ 14,7% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022, ບັນລຸກ່ວາ 25,7 ຕື້ USD.

ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ຟື້ນ​ຟູ ນັບ​ທັງ 3 ກຳ​ລັງ​ໜູນ​ເຕີບ​ໂຕ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: VOV)

ສູນນະວັດຕະກຳ ແຫ່ງຊາດ ຫາກໍ່ເປີດນຳໃຊ້ ແລະ ເຂົ້າເຄື່ອນໄຫວຢູ່ເຂດເຕັກໂນໂລຢີສູງ ຮ່ວາລາກ. ໂຄງການເພື່ອແນໃສ່ຫັນແຜນນະໂຍບາຍ, ນະໂຍບາຍຂອງຫວຽດນາມ ກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີ ແລະນະວັດຕະກຳເປັນລະອຽດ; ຄວາມຕັດສິນໃຈຂອງ ຫວຽດນາມ ໃນການຊຸກຍູ້ການປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ ໂດຍອີງໃສ່ ວິທະຍາສາດເຕັກໂນໂລຢີ, ນຳຫວຽດນາມ ກາຍເປັນຈຸດນັດພົບຂອງບັນດານັກລົງທຶນຕ່າງປະເທດ ໃນຂົງເຂດຖ່າຍທອດເຕັກໂນໂລຢີ, ນະວັດຕະກຳ. ມາຮອດປັດຈຸບັນ, ມີກອງທຶນຕ່າງປະເທດ 41 ແຫ່ງ ໄດ້ໃຫ້ຄຳໝັ້ນສັນຍາຈະລົງທຶນເງິນເປັນຈຳນວນ 1,5 ຕື້ USD ເຂົ້າສູນນະວັດຕະກຳ ແຫ່ງຊາດໃນໄລຍະ 3 ປີ ແຕ່ປີ2023 – 2025.

ສຸມໃສ່ບັນດາວິທີການແກ້ໄຂຈຸດສຸມເພື່ອປະຕິບັດສຳເລັດເປົ້າໝາຍວາງອອກ

ບັນດາໝາກຜົນດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມ ພວມເດີນຖືກທິດໃນການບໍລິຫານເສດຖະກິດ - ສັງຄົມ. ບົນພື້ນຖານນັ້ນ, ໃນຊຸມເດືອນທ້າຍປີ, ຫວຽດນາມ ສືບຕໍ່ປະຕິບັດບັນດານະໂບບາຍ, ວິທີການກ່ຽວກັບພາສີ, ຄ່າທຳນຽບ, ເງິນຕາ, ການຄ້າ, ການລົງທຶນ…ຢ່າງຂ້ຽວຂາດ ແລະ ຄົບຊຸດ, ຊຸກຍູ້ການຟື້ນຟູການຜະລິດດຳເນີນທຸລະກິດ, ຜະລິດອຸດສາຫະກຳ, ບັນດາຂະແໜງ, ຂົງເຂດ ໂດຍໄວ, ສຸ້ສົນບັນລຸລະດັບສູງທີ່ສຸດໃນບັນດາດັດຊະນີຂອງປີ 2023. ໂດຍຍາດແຍ່ງກາລະໂອກາດ, ທ່າແຮງໃນການຟື້ນຟູຂອງບັນດາຕະຫຼາດເພື່ອຍູ້ແຮງການສົ່ງອອກ, ເປັນຕົ້ນແມ່ນ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ໄປຍັງບັນດາຕະຫຼາດໃຫຍ່, ມີຄວາມສາມາດບົ່ມຊ້ອນ, ເສີມຂະຫຍາຍທ່າໄດ້ປຽບໃນການແກ້ງແຍ້ງຂອງແຕ່ລະໝວດສິນຄ້າລະອຽດຢູ່ແຕ່ລະຕະຫຼາດສົ່ງອອກ, ບັນດາສັນຍາ, ຂໍ້ຕົກລົງທາງການຄ້າໄດ້ຮັບການລົງນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ:

ພວກເຮົາຕ້ອງສືບຕໍ່ສຸ້ສົນ, ມີຄວາມຕັດສິນໃຈຢ່າງສູງເພື່ອປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ. ພິເສດ, ຕ້ອງເອົາໃຈໃສ່ເຖິງ 3 ກຳລັງໜູນເຕີບໂຕນັ້ນແມ່ນ ການລົງທຶນ, ໃນນັ້ນ ມີການລົງທຶນສາທາລະນະ. ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງພາຍໃນ ແລະ ຕ່າງປະເທດໃຫ້ແກ່ການລົງທຶນພັດທະນາຢ່າງມີປະສິດທິຜົນ. ສຳລັບການສົ່ງອອກ, ຕ້ອງເປີດກວ້າງຕະຫຼາດສົ່ງອອກ, ຫັນຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນເຊັ່ນສັນຍາເສດຖະກິດຮອບດ້ານກັບ UAE (ສະຫະລັດ ອາຣັບ ເອມີເລັດ), ສັນຍາການຄ້າເສລີສອງຝ່າຍກັບ ບຣາຊິນ ແລະ ເຂດ Mecosour (ເຂດຕະຫຼາດລວມ ອາເມລິກາໃຕ້)

ໄປຄຽງຄູ່ກັບການຊຸກຍູ້ 3 ກຳລັງໜູນເຕີບໂຕ (ການລົງທຶນ, ການບໍລິໂພກ, ການສົ່ງອອກ) ຢ່່າງແຮງ, ຫວຽດນາມ ກໍ່ຊຸກຍູ້ການພັດທະນາເສດຖະກິດສີຂຽວ, ການເຕີບໂຕສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ… ເພື່ອແນໃສ່ຟື້ນຟູການເຕີບໂຕໂດຍໄວ ແລະ ຍືນຍົງ, ຕັດສິນໃຈສູ້ສົນປະຕິບັດສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ ສັງຄົມປີ 2023 ແລະ ຊຸມປີຕໍ່ໄປຢູ່ໃນລະດັບສູງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ