ເສດຖະກິດ - ຈຸດປະສົງແຫ່ງການຢ້ຽມຢາມເອີລົບຂອງທ່ານນາຍົກລັດຖະມົນຕີຈີນ

ເສດຖະກິດ - ຈຸດປະສົງແຫ່ງການຢ້ຽມຢາມເອີລົບຂອງທ່ານນາຍົກລັດຖະມົນຕີຈີນ - ảnh 1
ທ່ານ​ນາຍົກລັດຖະມົນ​ຕີ​ຈີນ ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ
( ພາບ: News.cn )


(vovworld) -  ທ່ານ​ນາຍົກລັດຖະມົນ​ຕີ​ຈີນ ​ເວີນ​ເຈຍ​ປາວ ພວມ​ທຳ​ການ​​ເຄື່ອນ​ໄຫວຢ້ຽມຢາມ 4 ປະ​ເທດ​​ເອີ​ລົບຄື: ​ເຢຍລະ​ມັນ, ອຽກລັງ, ຊູ​ແອດ ​ແລະ​ໂປ​ໂລ​ຍ ​ເປັນ​ເວລາ 7 ວັນ (20-27/4). ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ລົງທຶນ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ທີ່​ຂຶ້ນ​ກັບ​ສະຫະພາບ​ເອີ​ລົບ.

        ອາດ​ສາມາດ​ເຫັນ​ໄດ້​ວ່າ, 4 ປະ​ເທດ​ເຊິ່ງທ່ານ​ນາຍົກລັດຖະມົນ​ຕີ​ຈີນ ​ເວີນ​ເຈຍ​ປາວ ໄປ​ຢ້ຽມຢາມ​ໃນ​ຄັ້ງ​ນີ້ ລ້ວນ​ແຕ່​ມີ​ບົດບາດ​ສຳຄັນ​ທີ່​ມີ​ຕໍ່​ຈີນ, ພິ​ເສດ​ແມ່ນ​ທາງ​ດ້ານ​ເສດຖະກິດ. ຖ້າ​ຫາກ​ວ່າ​ເຢຍລະ​ມັນ ​ໄດ້​ຮັບ​ການ​ຮັບຮູ້ວ່າ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່ກວ່າ​ໝູ່​ຢູ່​ເອີ​ລົບ, ​ໂປ​ໂລ​ຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ ​ຢູ່​ເອີ​ລົບ​ ຕາ​ເວັນ​ອອກ, ອຽກລັງ ​ແລະ​ ຊູ​ແອັດ​ພັດ​ແມ່ນ​ສອງ​ປະ​ເທດ​ຢູ່​ເອີ​ລົບ ​ເໜືອ​ທີ່​ມີ​ປະລິມານ​ນ້ຳມັນ​ອາຍ​ແກ​ດສະ​ສົມ​ຫຼາຍ​ທີ່​ສຸດ. ​ໃນ​​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນ​ຕີ​ຈີນ ເວີນ​ເຈຍ​ປາວ ຍັງ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ອຸດສາຫະກຳ Hannover ຢູ່ເຢຍລະ​ມັນ ​ເພື່ອ​ພົບ​ປະ​ກັບ​ວົງ​ການ​ນັກທຸລະກິດ​ເຢຍລະ​ມັນ, ພ້ອມ​ທັງ​ຊອກ​ຫາ​ຄວາມ​ສາມາດ​ກ່ຽວ​ກັບ​ເລື່ອງ​ຈີນ​ເຂົ້າ​ຮ່ວມ​ການ​ຂຸດ​ຄົ້ນ​ນ້ຳມັນ​ຢູ່​ຂົ້ວ​ໂລກ​ເໜືອ ​ແລະ​ ເປີດ​ທາງ​ເດີນ​ທະ​ເລ​ເພື່ອຂົນ​ສົ່ງ​ນ້ຳມັນ​ດິບ​ຈາກ​ອຽກ​ລັງ​ມາ​ຊຽງ​ໄຮ້.

      ຄວາມ​ຈິງ​ແລ້ວ, ການ​ຢ້ຽມຢາມ​ເຢຍລະ​ມັນ ​ແລະ ​ອຽກ​ລັງ ​ໄດ້​ດຳ​ເນີນ​ໄປ​ຖືກ​ກັບ​ແຜນການ​ທີ່​ໄດ້​ວາງ​ອອກຂອງ​ຜູ້ຕ່າງ​ໜ້າ​ກະຊວງ​ການ​ຕ່າງປະ​ເທດ​ຈີນ. ​ໃນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ຂອງ​ການ​ຢ້ຽມຢາມ​ເຢຍລະ​ມັນ, ​ເມື່ອ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ງານ​ວາງສະ​ແດງ​ອຸດສາຫະກຳ Hannover, ທ່ານ​ນາຍົກລັດຖະມົນຕີຈີນ​ ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ລັດຖະນະ​ໂຍບາຍ​ພື້ນຖານ​ຂອງ​ຈີນ​ໃນ​ການ​ພົວພັນ​ຕ່າງປະ​ເທດ​ແມ່ນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ. ບັນດາ​ບໍລິສັດ​ທີ່​ເຂົ້າ​ຮ່ວມງານ​ຕະຫຼາດນັດ​ອຸດສາຫະກຳ Hannover  ລ້ວນ​ແຕ່​ແມ່ນ​ເສົາ​ຄ້ຳ ຫຼື​ບໍລິສັດ​ໃຫຍ່​ຂອງ​ພື້ນຖານ​ອຸດສາຫະກຳ​ທົ່ວ​ໂລກ ​ແລະ ຈີນ ຢາກ​ເຊີນ​ບໍລິສັດ​​ເຫຼົ່າ​ນັ້ນ​ເຂົ້າ​ຮ່ວມ​ຂະ​ບວນການ​ປະຕິ​ຮູບ​ຂອງ​ຈີນ. ​ແລະ​ ກໍ່​ໃນ​ການ​ຢ້ຽມຢາມ​ເຢຍລະ​ມັນ​ຄັ້ງ​ນີ້, ທັງ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ອະນຸຍາດ​ໃຫ້​ກຸ່ມ​ບໍລິສັດ Volkswagen ຂອງ​ເຢຍລະ​ມັນ​ຕັ້ງ​ໂຮງງານ​ຜະລິດ​ລົດ​ໂອ​ໂຕ​ໃໝ່​ຢູ່ ຈິນຊ່ຽງ ຂອງ​ຈີນ.

        ຖ້າ​ຫາກ​ວ່າການ​ຢ້ຽມຢາມ​ເຢຍລະ​ມັນ ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ອຽກ​ລັງ ນັ້ນ​ແມ່ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ຂໍ້​ຕົກລົງ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງພະລັງງານຄວາມ​ຮ້ອນ​ຂອງ​ໜ່ວຍ​ໂລກ ​ແລະ​ ຂົ້ວ​ໂລກ​ເໜືອ. ​ໃນ​ການ​ຢ້ຽມຢາມ​ເມື່ອ​ວັນ​ທີ 20/4, ການ​ນຳ​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື 6 ສະ​ບັບ ​ໃນ​ຂົງ​ເຂດ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ​ເດີນ​ທະ​ເລ, ​ໄຟຟ້າ​ພະລັງ​ຄວາມຮ້ອນ. ພິ​ເສດ, ​ໃນ​ບັນດາ​ສັນຍາ​ທີ່​ໄດ້ລົງ​ນາມນັ້ນ, ມີ​ສັນຍາ​ແມ່​ກ່ຽວ​ກັບ​ຂົ້ວ​ໂລກ​ເໜືອ. ອາດ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ບັນດາ​ໝາກຜົນ​ທີ່​ໜ້າ​ສົນ​ໃຈ​ໃນ​ການ​ຢ້ຽມຢາມ, ​ເພາະວ່າ ອຽກລັງ ​ແມ່ນ​ຕັ້ງ​ຢູ່ລະຫວ່າງ​ກາງ​ທະວີບເອີ​ລົບ​ ​ແລະ ​ຂົ້ວ​ໂລກ​ເໜືອ. ​ໃນ 30 ປີ​ທີ່​ຜ່ານ​ມາ, ຢູ່​ເຂດ​ນີ້​ໄດ້​​​ເປີດ​ເສັ້ນທາງ​ເດີນ​ທະ​ເລ​ໃໝ່, ທີ່​ຊ່ວຍ​ຫຼຸດຜ່ອນ​ໄລຍະ​ເວລາ​ຂົນ​ສົ່ງ​ສິນຄ້າ​ຈາກ​ຈີນ ​ເຖິງ ​ເອີ​ລົບ, ວົງ​ການ​ນັກ​ວິ​ທະ​ຍາສາ​ດ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຂົ້ວ​ໂລກ​ເໜືອ​ອາດ​ສາມາດ​ກາຍ​ເປັນເສັ້ນທາງການ​ຄ້າ​​ສຳຄັນທີ່​ສຸດ​ຂອງ​ໂລກ​ໃນ​ອານາ​ຄົດ. ຖ້າ​ຫາກ​ຂຸດ​ຄົ້ນ​ໄດ້​ຮັບ​ຜົນສຳ​ເລັດ​ເສັ້ນທາງ​ເດີນ​ທະ​ເລ​ເຊື່​ອມຕໍ່​ຊຽງ​ໄຮ້​ກັບ​ເອີ​ຮົບ ຜ່າ​ນຂົ້ວ​ໂລກ​ເໜືອ​ຈະ​ຫຼຸດຜ່ອນ​ໄລຍະ​ທາງ​ໄດ້​ປະມານ 6400 ກິ​ໂລ​ແມັດ ​ເມື່ອ​ທຽບ​ກັບ​ເສັ້ນທາງ​ຜ່ານ​ຄອງ Suez ​ໃນ​ປະຈຸ​ບັນ. ນອກຈາກ​ຜົນ​ປະ​ໂຫຍ​ດກ່ຽວ​ກັບ​ການ​ເດີນ​ທະ​ເລ​ແລ້ວ​, ການ​ຮ່ວມ​ມື​ຂຸດ​ຄົ້ນ​ນ້ຳມັນ​ກໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາ​ກການ​ນຳ​ຈີນ.

        ​ໃນ​ການ​ຢ້ຽມຢາມ ຊູ​ແອັດ​ຢ່າງ​ເປັນ​ທາງ​ການ, ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ເຊິ່ງກາ​ນນຳ​ຈີ​ນມຸ້ງ​ໄປ​ເຖິງ​ນັ້ນ​ແມ່ນ​ຊອກ​ຫາ​ລະບຽບ​ການ​ຂອງປະ​ເທດສ​ັງ​ເກດ​ປະຈຳ​​ໃນສະພາຂົ້​ໂລກ​ເໜືອ ຊື່​ງ​ແມ່ນ​ເວທີ​ປາ​ໄສ​ລະຫວ່າງ​ລັດຖະບານ ທີ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ນັບ​ແຕ່​ປີ 1996 ​ເພື່ອ​ແນໃສ່ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 8 ປະ​ເທດ​ມີ​ເສັ້ນຊາຍ​ແດນ​ຕິດ​ຈອດ​ກັນ​ຢູ່​ຂົ້ວ​ໂລກ​ເໜືອ ຊື່​ງລວມມີ​ອຽກລັງ, ຊູ​ແອດ, ກາ​ນາ​ດາ, ອາ​ເມ​ລິ​ກາ, ລັດ​ເຊຍ, ນອກ​ແວ, ​ແຟງ​ລັງ ​ແລະ ​ແດນ​ມາກ. ບັນດາ​ບັນຫາ​ຄື​ການ​ຂຸດ​ຄົ້ນນ້ຳມັນ ​ແລະ ອາຍ​ແກ​ດ, ບັນດາ​​ເສັ້ນ​ທາງ​ຂົນ​ສົ່ງ…. ​ແມ່ນ​ບັນດາ​ປັດ​ໃຈ​ສຳຄັນ ​ແລະ ກໍ​ແມ່ນ​ວຽກ​ງານ​ຕົ້ນຕໍ​ຂອງ​ສະພາ. ​ແລະ ຊູ​ແອດ ຊື່​ງ​ແມ່ນ​ປະ​ເທດ​ສະມາຊິກ​ຂອງ ສະພາຂົ້ວ​ໂລກ​ເໜືອ ​ໄດ້ສະໜັບສະໜູນ​ຈີນ ​ເຂົ້າຮ່ວມ​ອົງການ​ນີ້ ດ້ວຍ​ຖານະ​ແມ່ນ​ຜູ້​ສັງ​ເກດ​ການ​ຖາວອນ. ສະນັ້ນ, ການ​ຮັດ​ແໜ້ນ​ການ​ພົວພັນ​ກັບ​ຊູ​ແອດ ​ເພື່ອ​ຍາດ​ແຍ່ງ​ການ​ສະໜັບສະໜູນ​ຂອງ​ປະ​ເທດ​ນີ້​ຖືກ​ຖື​ວ່າ ​ແມ່ນ​ສຳຄັນ​ທີ່​ສຸດ ສຳລັບ​ຈີນ ​ໃນ​ສະພາບ​ການ​ປະຈຸ​ບັນ​ນີ້.

   ປະ​ເທດ​ສຸດ​ທ້າຍ​ໃນ​ການ​ຢ້ຽມຢາມ​ເອີ​ລົບ ຂອງ​ທ່ານ​ນາຍົກລັດຖະມົນຕີຈີນ ​ເວິນ​ເຈຍ​ປາວ ​ແມ່ນ​ໂປ​ໂລ​ຍ ຊື່​ງ​ແມ່ນ 1 ​ໃນ​ບັນດາ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫ່ຍສຸດ​ຂອງ​ຈີນ​ ຢູ່ ​ເອີ​ລົບຕາ​ເວັນ​ອອກ. ຄາດ​ວ່າ ສອງ​ຝ່າຍ​ຈະ​ມີ​ການ​ປຶກສາ​ຫາລື​ຄັ້ງຕ່າງໆ ​ເພື່ອ​ເພີ່ມ​ທະວີ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ກ່ວາ​ອີກ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

  ການ​ໄປ​ປະຕິບັດ​ປະ​ເທດງານ​ຢູ່​ເອີ​ລົບ​ຕາ​ເວັນ​ອອກ​ຈຳນວນ 1 ​​ເປັນ​ເວລາ 7 ວັນ ຂອງ​ທ່ານ​ນາຍົກລັດຖະມົນຕີຈີນ ​ເວິນ​ເຈຍ​ປາວ ນັບ​ມື້​ນັບ​ສະ​ແດງໃຫ້​ເຫັນ​ຄວາມ​ປາດ​ຖະໜາ ຢາກ​ເພີ່ມ​ທະວີ​ການຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂອງ​ຈີນ ກັບ​ບັນດາ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫ່ຍຂອງ​ຕົນ​ໃນ​ປະຈຸ​ບັນ, ຜ່ານ​ນັ້ນ ຈະ​ປັບປຸງ​ທີ່​ຕັ້ງບົດບາດຂອງ​ພື້ນຖານ​ເສດຖະກິດ​ທີ່​ໃຫ່ຍອັນ​ດັບ​ທີ 2 ຂອງ​ໂລກ​ນີ້.

 

 

​​

ຕອບກັບ

ຂ່າວ/ບົດ​ອື່ນ