ຮັບປະກັນວຽກເຮັດງານທຳ ແລະ ສະຫວັດດີການສັງຄົມໃນວິວັດການຫັນປ່ຽນສີຂຽວ

(VOVWORLD) -ຫວຽດນາມ ພວມມານະພະຍາຍາມປະຕິບັດການຫັນປ່ຽນສີຂຽວ, ພັດທະນາພະລັງງານທົດແທນເທື່ອລະກ້າວ... ວັດການນີ້ຈະສົ່ງຜົນກະທົບເຖິງບັນດາກຸ່ມຄົນທຸກຍາກ, ມີລາຍຮັບຕ່ຳ ເພາະວ່າ ເຂົາເຈົ້າຍາກທີ່ຈະໄປທັນກັບການຫັນປ່ຽນດ້ານພະລັງງານ. ນີ້ແມ່ນໜຶ່ງໃນບັນດາບັນຫາທີ່ລັດຖະບານ ຫວຽດນາມ ສົນໃຈເມື່ອຜັນຂະຍາຍຖະແຫຼງການການເມືອງກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານແບບຍຸດຕິທຳ (JETP, ເດືອນທັນວາ 2022). ການປະຕິບັດວຽກງານນີ້ເປັນຢ່າງດີກໍແມ່ນການຮັບປະກັນສິດທິມະນຸດໃນສະພາບການໃໝ່.

ຮັບປະກັນວຽກເຮັດງານທຳ ແລະ ສະຫວັດດີການສັງຄົມໃນວິວັດການຫັນປ່ຽນສີຂຽວ - ảnh 1ກອງປະຊຸມສຳມະນາ "ຊຸກຍູ້ວຽກເຮັດງານທຳ ແລະ ສະຫວັດດີການສັງຄົມ ມຸ່ງໄປເຖິງການຫັນປ່ຽນແບບຍຸຕິທຳ.ພາບ:qdnd.vn

ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດທຳອິດ (ຖັດຈາກ ອາຟຼິກາໃຕ້ ແລະ ອິນໂດເນເຊຍ) ທີ່ເຂົ້າຮ່ວມຖະແຫຼງການການເມືອງກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືການຫັນປ່ຽນພະລັງງານແບບຍຸດຕິທຳ (JETP, ເດືອນທັນວາ 2022) ກັບບັນດາປະເທດ ແລະ ອົງການການເງິນແຖວໜ້າ. ວັນທີ 1 ທັນວານີ້, ທີ່ກອງປະຊຸມຄັ້ງທີ 28 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28) ຊື່ງໄດ້ຈັດຂຶ້ນຢູ່ Dubai (UAE), ບັນດາຄູ່ຮ່ວມມືໄດ້ໃຫ້ຄຳໝັ້ນສັນຍາລະດົມແຫຼ່ງກຳລັງໃນເບື້ອງຕົ້ນແມ່ນ 15,5 ຕື້ USD ເພື່ອໜູນຊ່ວຍການຫັນປ່ຽນສີຂຽວຂອງຫວຽດນາມ

ບັນດາສິ່ງທ້າທາຍ ແລະ ກາລະໂອກາດສຳລັບວຽກເຮັດງານທຳ, ຕະຫລາດແຮງງານ

ທີ່ກອງປະຊຸມສຳມະນາ “ຊຸກຍູ້ວຽກເຮັດງານທຳ ແລະ ຮັບປະກັນຊີວິດສັງຄົມກ້າວໄປສູ່ການຫັນປ່ຽນແບບຍຸຕິທຳ” ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງ ໃນຕົ້ນອາທິດນີ້ (11/12), ບັນດານັກຊ່ຽວຊານຖືວ່າ ວິວັດການຫັນປ່ຽນພະລັງງານ ແລະ ການພັດທະນາຕະຫຼາດກາກບອນ ສາມາດກໍ່ຜົນສະທ້ອນທີ່ບໍ່ຍຸດຕິທຳລະຫວ່າງ ຂະແໜງການ, ຊຸມຊົນ, ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງໃນຫຼາຍດ້ານ.

ທ່ານ ລືວກວາງຕວນ, ຫົວໜ້າກົມຮ່ວມມືສາກົນ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ), ວິເຄາະວ່າ:

          ບັນດາກາລະໂອກາດໃຫມ່ໃນວິວັດການຫັນປ່ຽນນີ້ອາດຈະສົ່ງບັນດາຜົນກະທົບຕໍ່ ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງໃນຫຼາຍດ້ານຄື: ການຍົກຍ້າຍວຽກເຮັດງານທຳ, ການຫວ່າງງານ, ການຂາດແຄນທັກສະໃນການອອກແຮງງານ, ຄວາມບໍ່ສອດຄ່ອງລະຫວ່າງທັກສະຂອງກໍາລັງແຮງງານທີ່ມີຢູ່ກັບຄວາມຕ້ອງການຂອງເສດຖະກິດສີຂຽວ; ໂດຍສະເພາະ, ກຸ່ມຄົນທຸກຍາກ, ກຸ່ມຄົນມີລາຍຮັບຕໍ່າສຸດ ອາດຈະໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກການຫັນປ່ຽນພະລັງງານນີ້.

ຄວາມຮັບຮູ້ຢ່າງເປັນເອກະພາບ

ບໍ່ອາດຈະປະຕິເສດເລື່ອງຈະມີບັນດາກຸ່ມຄົນທີ່ບໍ່ສາມາດໄປທັນກັບວິວັດການຫັນປ່ຽນພະລັງງານໄດ້, ແຕ່ບັນດາຜົນງານໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ສ້າງວຽກເຮັດງານທຳໃນມໍ່ໆມານີ້ສະແດງໃຫ້ເຫັນວ່າ: ຫວຽດນາມ ຈະແກ້ໄຂບັນດາສິ່ງທ້າທາຍໃຫມ່ນີ້ໄດ້ຢ່າງມີປະສິດທິຜົນເທື່ອລະກ້າວ, ໃນສະພາບຕົວຈິງ, ເລື່ອງຮັບປະກັນສິດຂອງບັນດາກຸ່ມຄົນສັງຄົມທີ່ມີຄວາມສ່ຽງ ຍາມໃດກໍສວມບົດບາດສຳຄັນໃນວິວັດການປະຕິບັດທັດສະນະ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ທ່ານສາດສະດາຈານ ປອ ຕະງອກເຕີນ, ຮອງປະທານຜູ້ປະຈຳການ ສະພາທິດສະດີສູນກາງ ໃຫ້ຮູ້ວ່າ:

 “ພັດທະນາສັງຄົມ, ພັດທະນາມະນຸດ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ ແມ່ນຈຸດໝາຍຫລັກຂອງຫວຽດນາມ ໃນຕະຫຼອດຂະບວນວິວັດແຫ່ງການສູ້ຊົນ, ພັດທະນາ ແລະ ສ້າງສາປະເທດຊາດ. ພ້ອມກັບຄວາມມານະພະຍາຍາມພັດທະນາເສດຖະກິດ, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ປະຕິບັດບັນດານະໂຍບາຍສັງຄົມຕາມທິດນຳ ຄື: ການເຕີບໂຕເສດຖະກິດໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳສັງຄົມໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍ ດ້ວຍຈຸດໝາຍແມ່ນນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນນັບມື້ນັບຫລາຍຂຶ້ນ.

ທ່ານ ບຸ່ຍຕົນຮຽນ, ຫົວຫນ້າສະຖາບັນວິທະຍາສາດ ແຮງງານ ສັງຄົມ (ກະຊວງແຮງງານ ທະຫານເສຍອົງຄະນ ແລະ ສັງຄົມ) ຕີລາຄາວ່າ:

 “ການປັບປຸງລະບອບລະບຽບການຕະຫຼາດໃຫ້ສົມບູນແບບ ກາຍເປັນມາດຕະການທີ່ສໍາຄັນໃນການແກ້ໄຂວຽກເຮັດງານທໍາ. ໃນແຕ່ລະປີ, ຫວຽດນາມສ້າງວຽກເຮັດງານທຳໃຫ້ປະຊາຊົນ 1,5 ຫາ 1,6 ລ້ານຄົນ  ແລະ ອັດຕາຄົນຫວ່າງງານຍັງຮັກສາຕ່ຳກວ່າ 3%. ລາຍຮັບຂອງຜູ້ອອກແຮງງານໄດ້ດີຂຶ້ນໃນຊຸມປີມໍ່ໆມານີ້, ຮັດແຄບຊ່ອງຫວ່າງລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ. ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໂດຍການເຂົ້າເຖິງດ້ວຍວິທີການທີ່ຫຼາຍຮູບຫຼາຍແບບເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນທີ່ວ່່າເປັນແບບຢ່າງໃນການຕໍ່ສູ້ຕ້ານຄວາມອຶດຫິວທຸກຍາກ ”.

ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງຂອງວິວັດການພັດທະນາ. ສະນັ້ນ, ໃນໄລຍະຫັນປ່ຽນສີຂຽວ, ບັນດາກຸ່ມສັງຄົມທີ່ມີຄວາມສ່ຽງໃນສັງຄົມຈະໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານ ໂດຍຜ່ານການປະຕິຮູບລະບົບການຊ່ວຍເຫຼືອສັງຄົມ, ຮັບປະກັນຊີວິດສັງຄົມ, ເພີ່ມງົບປະມານໃຫ້ແກ່ການຮັບປະກັນຊີວິດສັງຄົມ... ເພື່ອບໍ່ໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນເພີ່ມຂຶ້ນ ພ້ອມທັງໃຫ້ເຂົາເຈົ້າຫັນປ່ຽນຕົນເອງໄປຄຽງຄູ່ກັບການພັດທະນາຂອງປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ