ອາ​ເມ​ລິ​ກາ - ຈີນ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ການ​ແກ້ງ​ແຍ້ງ​ກັນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ

(VOVWORLD) - ໃຂອບເຂດກອງປະຊຸມບັນດາການນຳເສດຖະກິດເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ທີ່ໄດ້ດຳເນີນໃນລະຫວ່າງວັນທີ 15 - 17 ພະຈິກຢູ່ San Francisco (ອາເມລິກາ), ວັນທີ 15 ພະຈິກທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ ພົບປະກັບທ່ານປະທານປະເທດຈີນສີຈິ້ນຜິງນີ້ແມ່ນເຫດການສຳຄັນອາດຈະຊ່ວຍສອງປະເທດມະຫາອຳນາດຮັກສາການພົວພັນເປັນປົກຕິພາຍຫຼັງປະສົບກັ ສິ່ງທ້າທາຍຄວາມຫຍຸ້ງຍາກຫຼາຍຢ່າງມຸ່ງໄປເຖິງອະນາຄົດທີ່ແກ້ແຍ້ງກັນຢ່າງມີຄວາມຜິດຊອບ.

ອາ​ເມ​ລິ​ກາ - ຈີນ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ການ​ແກ້ງ​ແຍ້ງ​ກັນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ - ảnh 1ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີອາເມລິກາ Joe Biden (ພາບ: TTXVN)

ການພົບປະກັນລະຫວ່າງທານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິນຜິງ ຢູ່ San Francisco ນີ້ເປັນຄັ້ງທີ 2 ທີ່ການນຳສອງປະເທດ ມະຫາອຳນາດເສດຖະກິດໃຫຍ່ທີ່ສຸດໃນໂລກ ພົບປະກັນແບບເຊິ່ງໜ້າ, ພາຍຫຼັງການພົບປະຄັ້ງທຳອິດ ຢູ່ ບາລີ (ປະເທດ ອິນໂດເນເຊຍ) ເນື່ອງໃນໂອກາດກອງປະຊຸມສຸດຍອດ G 20 ທີ່ໄດ້ດຳເນີນໃນເດືອນພະຈິກປີ 2022. ໃນສະພາບການພົວພັນ ອາເມລິກາ - ຈີນ ພວມຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດໃນ ຊຸມທົດສະວັດມໍ່ໆມານີ້, ການພົບປະກັນຢູ່ San Francisco ໄດ້ຖືກຕັ້ງຄວາມຫວັງວ່າ ສອງປະເທດ ຈະຫຼຸດຜ່ອນຄວາມເຄັ່ງຕຶງ, ຮັກສາການພົວພັນເປັນປົກກະຕິ, ສ້າງວິທີການສຳຜັດໃໝ່ເພື່ອຄວບຄຸມການພົວພັນສອງຝ່າຍສຳຄັນທີ່ສຸດໃນໂລກປັດຈຸບັນ ຢ່າງມີຄວາມຮັບຜິດຊອບ.

ສະກັດກັ້ນຄວາມສ່ຽງເກີດການປະທະກັນ

ພາຍຫຼັງການພົບປະກັນຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານປະເທດຈີນ ສິຈິ້ນຜິງ ຢູ່ ບາລີ (ອິນໂດເນເຊຍ)ເປັນເວລາ 1 ປີເຕັມ, ການພົວພັນ ອາເມລິກາ - ຈີນ ສືບຕໍ່ເຄັ່ງຂຶ້ນໃນຂົງເຂດເກືອບທັງໝົດ. ກ່ຽວກັບເສດຖະກິດ, ອຳນາດການປົກຄອງ ທ່ານປະທານາທິບໍດີ Joe Biden ຍູ້ແຮງການຈັດວາງບັນດາຂໍ້ຈຳກັດໃນການສົ່ງອອກເຕັກໂນໂລຢີສູງ, ພິເສດແມ່ນ CPU ເຄິ່ງຊັກນຳ, ພ້ອມທັງ ສ້າງກົນໄກຄວບຄຸມຢ່າງເຄັ່ງຄັດກ່ວາຕໍ່ແຫຼ່ງເງິນລົງທຶນຂອງບັນດາບໍລິສັດ ອາເມລິກາ ທີ່ຫຼັ່ງໄຫຼເຂົ້າຈີນ. ເພື່ອໂຕ້ຕອບ, ຝ່າຍຈີນ ກໍ່ໄດ້ວາງອອກບັນດາມາດຕະການຈຳກັດບາງບໍລິສັດ ອາເມລິກາ ແລະ ປະຕິບັດການຄວບຄຸມການສົ່ງອອກສຳລັບວັດຖຸດິບສຳຄັນຈຳນວນໜຶ່ງ ໃນຂົງເຂດເຕັກໂນໂລຢີ.

ກ່ຽວກັບການເມືອງ ແລະ ການຕ່າງປະເທດ, ເຫດການໜ່ວຍບາລູນ ຍາມຕົ້ນປີ ເຮັດໃຫ້ການພົບປະສຸດຍອດລະຫວ່າງສອງປະເທດ ຕົກເຂົ້າສູ່ສະພາບການຈົນຕາແຈໃນໄລຍະຍາວ. ຕໍ່ຈາກນັ້ນ, ການໂຕ້ຖຽງກັນກ່ຽວກັບການປະທະກັນ ລະຫວ່ງ ລັດເຊຍ - ຢູແກຼນ, ສະພາບຄວາມໝັ້ນຄົງຢູ່ ອາຊີຕາເວັນອອກ, ການແກ້ງແຍ້ງກັນທາງດ້ານສົ່ງຜົນສະທ້ອນຢູ່ ປາຊີຟິກໃຕ້… ສືບຕໍ່ຍູ້ ການພົວພັນ ອາເມລິກາ - ຈີນ ຕົກເຂົ້າສູ່ສະພາບການວິກິດການ, ຄ່ອຍໆກາຍເປັນການສູ້ຢັນກັນ. ເຖິງຢ່າງໃດກໍ່ຕາມ, ບັນດາເຈົ້າໜ້າທີ່ສອງປະເທດ ກໍ່ຮັບຮູ້ໄດ້ຄວາມອັນຕະລາຍຂອງທ່າອ່ຽງນີ້ ໂດຍໄວ ດັ່ງນັ້ນ ໄດ້ຊຸກຍູ້ບາງຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງຕາມວົງການນັກສັງເກດການແລ້ວ, ທັງ ອາເມລິກາ - ຈີນ ລ້ວນແຕ່ເຂົ້າໃຈວ່າ ການເພີ່ມທະວີຄວາມເຄັ່ງຕຶງ ລະຫວ່າງສອງປະເທດ ຈະກໍ່ຜົນກະທົບຢ່າງຫຍໍ້ທໍ້ຫຼາຍຢ່າງໃຫ້ແກ່ ທັງສອງປະເທດ ແລະ ທົ່ວໂລກ. ທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ ແບ່ງປັນທັດສະນະນີ້ວ່າ:

ຍາມໃດກໍ່ຈະມີສິ່ງທີ່ບໍ່ອາດຄາດຄະເນລ່ວງໜ້າໄດ້ເກີດຂຶ້ນ, ຍາມໃດກໍ່ຈະມີການຜັນແປ່. ຄຳຖາມຕັ້ງຂຶ້ນນັ້ນແມ່ນ ອາເມລິກາ ແລະ ຈີນ ອາດຈະສ້າງສາຍຕິດຕໍພົວພັນດ້ວຍຂອບຂະໜາດທີ່ກວ້າງໃຫຍ່ກ່ວາ ໃຫ້ແກ່ການພົວພັນ ອາເມລິກາ - ຈີນໄດ້ ຫຼືບໍ່, ເຖິງວ່າສິ່ງໃດເກີດຂຶ້ນກໍ່ຕາມ, ແຕ່ພວກເຮົາຍັງຄວບຄຸມການແກ້ງແຍ້ງກັນຢ່າງມີຄວາມຮັບຜິດຊອບ ເພື່ອບໍ່ໃຫ້ມັນກາຍເປັນການປະທະກັນ.

ອາ​ເມ​ລິ​ກາ - ຈີນ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ການ​ແກ້ງ​ແຍ້ງ​ກັນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ - ảnh 2ທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ (ພາບ: Getty Images)

ຊອກຫາການຮ່ວມມື

ບັນດາການພົວພັນທາງການທູດທີ່ໜ້າແໜ້ນໃນຊຸມເດືອນຜ່ານມາ ພວມເສີມຂະຫຍາຍຄຸນປະໂຫຍດຂະນະທີ່ຫວ່າງມໍ່ໆມານີ້, ອາເມລິກາ ແລະ ຈີນ ໄດ້ສົ່ງສັນຍານທີ່ສະແດງໃຫ້ເຫັນວ່າ ສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນເພື່ອຮ່ວມມື. ກ່ອນການພົບປະກັນລະຫວ່າງທ່ານປະທານາທິບໍດີ Joe Biden ແລະ ທ່ານ ປະທານປະເທດ ຈີນ ສິຈິ້ນຜິງ, ຕົ້ນອາທິດນີ້ ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ທ່ານ He Lifeng (ເຄື້ອຫຼີເຟິນ) ຮອງນາຍົກລັດຖະມົນຕີ ຈີນ ໄດ້ປຶກສາຫາລື ແລະ ວາງອອກຄວາມຮັບຮູ້ລວມ ກ່ຽວກັບບັນດາບັນຫາເສດຖະກິດ - ການເງິນ. ຕາມການຮັບຮູ້ນີ້, ອາເມລິກາ - ຈີນໄດ້ເຫັນດີເປັນເອກະພາບຮັກສາການຕິດຕໍ່ພົວພັນ, ໃຫ້ຄຳໝັ້ນສັນຍາ ຮ່ວມມືກັນ ເພື່ອຮັບມືກັບບັນດາບັນຫາທົ່ວໂລກຄື: ການປ່ຽນແປງຂອງດິນຟ້າອາກາດ, ໜິຂອງບັນດາປະເທດພວມພັດທະນາ, ພ້ອມທັງແບ່ງປັນເປົ້າໝາຍສ້າງສະພາບແວດລ້ອມ ແຫ່ງການດຳເນີນທຸລະກິດຢ່າງມີຄວາມສະເໝີພາບ ໃຫ້ແກ່ວິສາຫະກິດສອງປະເທດ.

ກ່ອນໜ້ານັ້ນ, ໃນອາທິດນີ້ ອາເມລິກາ ແລະ ຈີນ ກໍ່ໄດ້ເຊື່ອມຕໍ່ທຸກໆຖ້ຽວບິນການຄ້າໂດຍກົງ ລະຫວ່າງສອງປະເທດ, ດ້ວຍຂອບຂະໜາດຄ້າຍຄື ກັບໄລຍະກ່ອນເກີດພະຍາດໂຄວິດ - 19 ເມື່ອຕົ້ນປີ 2020. ນອກຈາກນັ້ນ, ຢູ່ກອງປະຊຸມສຸດຍອດຄວາມປອດໄພທາງປັນຍາປະດິດ (AI) ຄັ້ງທຳອິດ, ທີ່ໄດ້ຈັດຂຶ້ນໃນວັນທີ 8 ພະຈິກ ຢູ່ອັງກິດ, ຈີນ ກໍ່ໄດ້ເຂົ້າຮ່ວມ ແລະ ສະໜັບສະໜູນຖະແຫຼງການ Bletchley ກ່ຽວກັບຄວາມປອດໄພ AI ໂດຍ ບັນດາປະເທດຝ່າຍຕາເວັນຕົກນຳສະເໜີ. ທ່ານນາງ Fu Ying (ຝຸ້ອິ້ງ), ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ:

ຂ້າພະເຈົ້າຮູ້ສຶກພາກພູມໃຈ ເມື່ອເຫັນການນຳສອງປະເທດພົບປະກັນຢູ່ San Francisco ແລະ ການພົບປະຄັ້ງນີ້ໄດ້ຕັ້ງຄວາມຫວັງຢູ່ລະດັບສູງທີ່ສຸດ. ຂ້າພະເຈົ້າຫວັງວ່າ ການນຳສອງທ່ານຈະຕອບສະໜອງໄດ້ຄວາມຄາດຫວັງຂອງທົ່ວໂລກ ນັ້ນແມ່ນ ຊອກຫາໄດ້ວິທີການເຈລະຈາຢ່າງກົງໄກກົງມາ ເພື່ອຮັກສາການພົວພັນເປັນປົກກະຕິ, ຈາກນັ້ນ ອາດສາມາດສຸມໃສ່ໃຫ້ແກ່ບັນດາບັນຫາທີ່ມີຄວາມສຳຄັນອື່ນໆໃນທົ່ວໂລກ.

ຕາມຖະແຫຼງການຂອງທຳນຽບຂາວ, ອຳນາດການປົກຄອງ ອາເມລິກາ ໄດ້ວັງເປົ້າໝາຍທີ່ບັນລຸໄດ້ບັນດາໝາກຜົນລະອຽດ ຈາກການພົບປະກັນລະຫວ່າງທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານປະທານ ຈີນ ສິຈິ້ນຜິງຄື: ເຮັດແຈ້ງທັດສະນະແກ້ງແຍ້ງກັນ ຢ່າງຂ້ຽວຂາດແຕ່ມີຄວາມຮັບຜິດຊອບ, ເຊື່ອມຕໍ່ການຕິດຕໍ່ພົວພັນດ້ານປ້ອງກັນຊາດ, ປຶກສາຫາລືການຄວບຄຸມ AI… ນອກຈາກນັ້ນ, ບາງບັນຫາສາກົນມີຄວາມສຳຄັນຄື: ການປະທະກັນລັດເຊຍ - ຢູແກຼນ, ການປະທະກັນ ອິດສະລາແອັນ - ຮາມາດສ, ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ… ກໍ່ຖືກນຳມາປຶກສາຫາລື.

ຕອບກັບ

ຂ່າວ/ບົດ​ອື່ນ