ຫວຽດນາມ ຮັບປະກັນຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ

(VOVWORLD) -ວັນທີ 8/3 ແມ່ນວັນແມ່ຍິງສາກົນ ຫລື ວັນສະຫະປະຊາຊາດເພື່ອສິດຂອງແມ່ຍິງ ແລະ ສັນຕິພາບສາກົນ. ຢູ່ ຫວຽດນາມ ຊຸມມື້ນີ້ ແມ່ນໂອກາດເພື່ອຫວນຄືນການປະຕິບັດບັນດາຄຳໝັ້ນສັນຍາແຫ່ງຊາດ, ສາກົນ ກ່ຽວກັບການມອບສິດໃຫ້ແກ່ແມ່ຍິງ, ເດັກຍິງ. ຜ່ານນັ້ນ ອາດເຫັນໄດ້ວ່າ ຄວາມສະເຫມີພາບລະຫວ່າງຍິງ -ຊາຍ ແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນຂອງ ຫວຽດນາມ.

ຫວຽດນາມ ຮັບປະກັນຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ - ảnh 1ທ່ານນາງ ຫວໍທິແອງຊວນ, ຮອງປະທານປະເທດ ພ້ອມກັບບັນດາທ່ານນາງ ເອກອັກຄະລັດຖະທູດ, ຫົວຫນ້າອົງການສາກົນປະຈຳ ຫວຽດນາມ ຢ້ຽມຊົມຮ້ານວາງສະແດງພາບພື້ນເມືອງ ດົງໂຮ່. ພາບ: VOV

ຮັບປະກັນສິດພື້ນຖານຂອງມະນຸດ

 ຫວຽດນາມ ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ຄວາມສະເຫມີພາບ ລະຫວ່າງ ຍິງ -ຊາຍ ແລະ ຄວາມກ້າວຫນ້າຂອງແມ່ຍິງ ດ້ວຍຍຸດທະສາດທີ່ຈະແຈ້ງ, ສະເໝີຕົ້ນສະເຫມີປາຍ ແລະ ສອດຄ່ອງກັບພຶດຕິກຳຕົວຈິງ. ນັບແຕ່ເມື່ອສ້າງຕັ້ງ, ພັກກອມມູນິດ ຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າ: ຄວາມສະເຫມີພາບລະຫວ່າງຍິງ - ຊາຍ ແມ່ນຫນຶ່ງໃນ 10 ຫນ້າທີ່ຫລັກຂອງການປະຕິວັດ ຫວຽດນາມ.

ໂດຍອີງໃສ່ແຜນນະໂຍບາຍນັ້ນ, ລັດ ຫວຽດນາມ ໄດ້ປັບປຸງ ແລະ ປະຕິບັດບັນດານະໂຍບາຍຮັບປະກັນສິດຂອງແມ່ຍິງຢ່າງບໍ່ຢຸດຢັ້ງ, ຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ຄວາມກ້າວຫນ້າຂອງແມ່ຍິງ. ປະຈຸບັນ ໃນທຸກຂົງເຂດຢູ່ ຫວຽດນາມ ລ້ວນແຕ່ມີການອຸທິດສ່ວນຂອງແມ່ຍິງ.

ກ່ຽວກັບດ້ານການເມືອງ, ອັດຕາສ່ວນແມ່ຍິງເປັນກຳມະການຄະນະບໍລິຫານງານອົງຄະນະພັກຂັ້ນແຂວງໄລ່ສະເລ່ຍໃນທົ່ວປະເທດແມ່ນບັນລຸ 16%; ມີ 61/63 ແຂວງ, ນະຄອນ ມີພະນັກງານເປັນແມ່ຍິງໃນຄະນະປະຈຳ. ຢູ່ໃນສະພາບແຫ່ງຊາດ, ຈຳນວນສະມາຊິກສະພາແຫ່ງຊາດແມ່ນເພດຍິງໃນອາຍຸການຊຸດທີ XV ແມ່ນ 30, ກວມເອົາ 26%, ເພີ່ມຂຶ້ນ 3,54% ເມື່ອທຽບໃສ່ຊຸດກ່ອນ (26,72%). ໝາກຜົນການເລືອກຕັ້ງຜູ້ແທນສະພາປະຊາຊົນຂັ້ນແຂວງ ບັນລຸ  29% (ເມື່ອທຽບໃສ່ລະດັບ 26,5% ຂອງອາຍຸການກ່ອນ”

ກ່ຽວກັບດ້ານເສດຖະກິດ, ແມ່ຍິງ ຫວຽດນາມ ພວມນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງບົດບາດຂອງຕົນ. ຈຳນວນວິສາຫະກິດໂດຍແມ່ຍິງເປັນຫົວຫນ້າ, ບໍລິຫານ, ຄຸ້ມຄອງໄດ້ປະສົບຜົນສຳເລັດນັບມື້ນັບເພີ່ມຂຶ້ນ. ບົດລາຍງານດັດຊະນີນັກທຸລະກິດຍິງ Mastercard (MIWE) ປີ 2021 ຊີ້ໃຫ້ເຫັນວ່າ: ຈຳນວນວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງຢູ່ ຫວຽດາມ ແມ່ນຢູ່ໃນລະດັບ 26,5%, ຢືນອັນດັບ 9 ໃນຈຳນວນ 58 ພື້ນຖານເສດຖະກິດທີ່ໄດ້ຮັບການຄົ້ນຄວ້າກ່ຽວກັບຈຳນວນແມ່ຍິງໃນບົດບາດເປັນຫົວຫນ້າ.

ກ່ຽວກັບສັງຄົມ, ແຜນຮ່າງ “ຫນູນຊ່ວຍແມ່ຍິງ Startup ໄລຍະ 2017- 2025” ໄດ້ຊຸກຍູ້ແມ່ຍິງເຂົ້າຮ່ວມການພັດທະນາເສດຖະກິດ, ສົ່ງເສີມແນວຄວາມຄິດ Startup ປະດິດຄິດສ້າງ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ.

  ໄດ້ຮັບການຮັບຮູ້ຈາກສາກົນ

ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດປະຕິບັດສຳເລັດເປົ້າໝາຍສະຫັດສະວັດກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງ -ຊາຍໂດຍໄວ, ອັນໄດ້ຍົກສູງທີ່ຕັ້ງບົດບາດໃຫ້ແກ່ແມ່ຍິງ ແລະ ປະຈຸບັນ ພວມມານະພະຍາຍາມປະຕິບັດໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງຮອດປີ 2030, ໃນນັ້ນ ບັນດາເປົ້າໝາຍກ່ຽວກັບການຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ.

ຕາມການຕີລາຄາຂອງສະຫະປະຊາຊາດ, ຫວຽດນາມ ແມ່ນຈຸດເດັ່ນໃນການປະຕິບັດບັນດາເປົ້າໝາຍສະຫັດສະວັດກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ.

ທ່ານ Jesper Morch, ຫົວຫນ້າກອງທຶນເຍົາວະຊົນສະຫະປະຊາຊາດ (UNICEF) ຢູ່ ຫວຽດນາມ ໄດ້ຕີລາຄາວ່າ: “ຫວຽດນາມ ແມ່ນປະເທດນຳຫນ້າຢູ່ພາກພື້ນ ອາຊີ -ປາຊີຟິກ ກ່ຽວກັບດັດຊະນີກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ”

ໃນຂະນະນັ້ນ, ຕາມບົດລາຍງານຄວາມແຕກໂຕນລະຫວ່າງເພດທົ່ວໂລກປີ 2023 ໂດຍເວທີປາໄສເສດຖະກິດໂລກປະກາດ, ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດມີດັດຊະນີຈັດອັນດັບກ້າວຫນ້າໄວກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ (ໃນ 4 ຂົງເຂດ ລວມມີ:ເສດຖະກິດ, ການສຶກສາ, ສາທາລະນະສຸກ ແລະ ການເມືອງ). ເມື່ອຕີລາຄາລວມກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ ຢູ່ ຫວຽດນາມ, ທ່ານນາງ Maria Olandina ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ Timor Leste ຢູ່ ຫວຽດນາມ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າຕີລາຄາສູງເລື່ອງ ຫວຽດນາມ ແມ່ນແບບຢ່າງໃນການຮັບປະກັນຄວາມສະເຫມີພາບ ລະຫວ່າງຍິງ - ຊາຍ. ຫວຽດນາມ ກໍ່ແມ່ນຫນຶ່ງໃນຈຳນວນ 10 ປະເທດ ມີຜົນງານໃນການປະຕິບັດຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ ແລະມອບສິດໃຫ້ແກ່ ແມ່ຍິງ ແລະ  ຊາວຫນຸ່ມອະນຸຊົນ. ຂໍຂອບໃຈກຳລັງແມ່ຍິງ ຫວຽດນາມ ໃນໄລຍະຜ່ານມາ ໄດ້ເປັນຈິດຫນຶ່ງໃຈດຽວພ້ອມກັບພວກຂ້າພະເຈົ້າປະຕິບັດການເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ”

ຫວຽດນາມ ຮັບປະກັນຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ - ảnh 2ທ່ານນາງ Maria Olandina Isabel Caeiro Alves, ເອກອັກຄະລັດຖະທູດ Timor Leste ປະຈຳ ຫວຽດນາມ ກ່າວຄຳເຫັນໃນເຫດການເນື່ອງໃນໂອກາດວັນແມ່ຍິງສາກົນ ຈັດຂຶ້ນຢູ່ ບັກນິງ.(6/3/2024). ພາບ: VOV

ດັດຊະນີການຈັດອັນດັບກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ - ຊາຍ ຂອງຫວຽດນາມ ປີ 2023 ແມ່ນຢືນອັນດັບ 72/146 ປະເທດ, ຫຍັບຂຶ້ນ 11 ຂັ້ນເມື່ອທຽບໃສ່ປີ 2022. ຄວາມສະເໝີພາບລະຫວ່າງຍິງ - ຊາຍບັນລຸ 71,1%”. ບັນດາໝາກຜົນດັ່ງກ່າວເປັນການພິສູດໃຫ້ເຫັນຢ່າງຈະແຈ້ງຕໍ່ຜົນງານອັນພົ້ນເດັ່ນຂອງການຮັບປະກັນ, ຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍຢູ່ ຫວຽດນາມ; ສະແດງໃຫ້ເຫັນຄວາມສະເໝີພາບລະຫວ່າງຍິງ -ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ຍາມໃດກໍ່ແມ່ນຫນຶ່ງໃນບັນດາເປົ້າໝາຍຍຸດທະສາດ, ຍາວນານ, ສຳຄັນຂອງພັກ, ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ