ຫວຽດ​ນາມ: ສະ​ມາ​ຊິກ​ຕັ້ງ​ໜ້າ​ໃນ​ການ​ພົວ​ພັນ ອາ​ຊຽນ - ຍີ່​ປຸ່ນ; ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ຍີ່​ປຸ່ນ

(VOVWORLD) - ວັນທີ 15 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເລີ່ມອອກເດີນທາງໄປນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ແລະ ດຳເນີນການເຄື່ອນໄຫວສອງຝ່າຍຢູ່ ຍີ່ປຸ່ນ. ການໄປປະຕິບັດງານ (ແຕ່ວັນທີ 15  18 ທັນວາ) ຄັ້ງນີ້ ບໍ່ພຽງແຕ່ຢັ້ງຢືນບົດບາດ, ປະກອບສ່ວນສຳຄັນຂອງ ຫວຽດນາມ ໃຫ້ແກ່ການພົວພັນ ອາຊຽນ - ຍີ່ປຸ່ນ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຊຸກຍູ້ການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ສ້າງຂຶ້ນອີກດ້ວຍ.
ຫວຽດ​ນາມ: ສະ​ມາ​ຊິກ​ຕັ້ງ​ໜ້າ​ໃນ​ການ​ພົວ​ພັນ ອາ​ຊຽນ - ຍີ່​ປຸ່ນ; ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ຍີ່​ປຸ່ນ - ảnh 1ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ  Yamada  Takio ໄປສົ່ງທ່ານາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ (ພາບ: TTXVN)

ກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນຮ່ວມມືລະຫວ່າງສອງຝ່າຍ ໄດ້ດຳເນີນແຕ່ວັນທີ 16 – 18 ທັນວາ ຢູ່ ໂຕກຽວ (ຍີ່ປຸ່ນ). ໃນຕະຫຼອດໄລຍະຮ່ວມມືທີ່ນັບມື້ນັບເຂົ້າສູ່ລວງເລິກຍຸດທະສາດ ລະຫວ່າງສອງຝ່າຍໃນຫຼາຍປີຜ່ານມາ, ຫວຽດນາມ ໄດ້ປະກອບສ່ວນສຳຄັນ, ບົນພື້ນຖານການພົວພັນພັດທະນາອັນດີງາມລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

       ການປະກອບສ່ວນສຳຄັນຂອງ ຫວຽດນາມ ໃຫ້ແກ່ການພົວພັນ ອາຊຽນ - ຍີ່ປຸ່ນ

        ເມື່ອເຕື້ອງເຖິງທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ໃນການຮ່ວມມື ອາຊຽນ - ຍີ່ປຸ່ນ, ທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ, ໄດ້ເນັ້ນໜັກວ່າ ສຳລັບ ຍີ່ປຸ່ນ, ຫວຽດນາມ ແມ່ນປະເທດ “ທີ່ມີຄວາມສຳຄັນຍິ່ງ” ໃນ ອາຊຽນ, ສວມບົດບາດເປັນໃຈກາງໃນການຊຸກຍູ້ການຮ່ວມມືຢູ່ພາກພື້ນ ແລະ ກຳນົດກຳລັງໜູນຂອງພາກພື້ນ. ໂດຍມີທັດສະນະເຊັ່ນດຽວກັນ, ທ່ານ Kiya Masahiko ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ອາຊຽນ ຕີລາຄາວ່າ ການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ ກໍ່ສວມບົດບາດສຳຄັນໃນການຊຸກຍູ້ການພົວພັນ ອາຊຽນ - ຍີ່ປຸ່ນ ແລະ ຮັກສາການຮ່ວມມືຢ່າງຕັ້ງໜ້າ ໃນທົ່ວພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ:

        “ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຫຼັກແຫຼ່ງຂອງ ອາຊຽນ, ເຊິ່ງມີທີ່ຕັ້ງທາງທະເລທີ່ສຳຄັນ ເຊື່ອມຈອດ ປາຊີຟິກ ກັບ ມະຫາສະໝຸດອິນເດຍ, ສະນັ້ນ, ມີບົດບາດສຳຄັນໃນການຮັກສາຄວາມສະຫງົບ, ປອດໄພ, ຄວາມເສລີໃນການເດີນເຮືອຢູ່ພາກພື້ນ. ສຳລັບ ຍີ່ປຸ່ນ, ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍິ່ງ, ບໍ່ພຽງແຕ່ໃນດ້ານຄວາມໝັ້ນຄົງເທົ່ານັ້ນ ຫາກນັບທັງທາງດ້ານເສດຖະກິດ ແລະ ທຸກຂົງເຂດອີກດ້ວຍ. ການພົວພັນນີ້ ນັບມື້ນັບພັດທະນາ ແລະ ບໍ່ພຽງແຕ່ມີຄວາມສຳຄັນສຳລັບ ຫວຽດນາມ ເທົ່ານັ້ນ, ຍີ່ປຸ່ນ ຍັງມີຄວາມສຳຄັນສຳລັບ ອາຊຽນ, ກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ກວ້າງກວ່າ ແມ່ນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບອີກດ້ວຍ.”

        ນອກຈາກນັ້ນແລ້ວ, ໜຶ່ງໃນບັນດາການປະກອບສ່ວນພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນການຊຸກຍູ້ການພົວພັນ ອາຊຽນ - ຍີ່ປຸ່ນ ໃນຊຸມປີຜ່ານມາ ແມ່ນເລື່ອງ ຫວຽດນາມ ຮັບດຳລົງບົດບາດເປັນປະເທດປະສານງານສາຍພົວພັນ ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021, ດ້ວຍບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍແບບບໍ່ເຄີຍມີມາກ່ອນ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ ແຕ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ການປະສານງານຂອງ ຫວຽດນາມ ໄດ້ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ທັງສອງຝ່າຍ, ດ້ວຍເລື່ອງ ຍີ່ປຸ່ນ ປະກອບບ້ວງເງິນ 50 ລ້ານ USD ເພື່ອສ້າງຕັ້ງສູນ ອາຊຽນ ຮັບມືກັບກໍລະນີການແພດສຸກເສີນ ແລະ ໂລກລະບາດເກີດໃໝ່ (ACPHEED), ໄດ້ປະກາດໃນປີ 2020, ເຊິ່ງກົງກັບປີ ຫວຽດນາມ ເປັນປະທານ ອາຊຽນ.

ຫວຽດ​ນາມ: ສະ​ມາ​ຊິກ​ຕັ້ງ​ໜ້າ​ໃນ​ການ​ພົວ​ພັນ ອາ​ຊຽນ - ຍີ່​ປຸ່ນ; ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ຍີ່​ປຸ່ນ - ảnh 2ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຮ້ຽວ (ພາບ:baoquocte.vn)

       ຊຸກຍູ້ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນຂອບເຂດການຮ່ວມມືໃໝ່

        ໄປຄຽງຄູ່ກັບການຊຸກຍູ້ການພົວພັນ ອາຊຽນ - ຍີ່ປຸ່ນ ແລ້ວ, ໃນການປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສືບຕໍ່ເປັນຂີດໝາຍໃໝ່ໃນການພົວພັນ ຫວຽດນາມ - ຍີ່ປຸ່ນ.  ການເດີນທາງດັ່ງກ່າວໄດ້ປະຕິບັດພາຍຫຼັງເຫດການສອງປະເທດຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກ” ບໍ່ຮອດ 1 ເດືອນ, ເນື່ອງໃນໂອກາດຢ້ຽມຢາມ ຍີ່ປຸ່ນ (27 – 30 ພະຈິກ) ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຮ້ຽວ ຖືວ່າ:

        “ການຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ, ພ້ອມທັງຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ກວ່າອີກ ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍສ້າງຕັ້ງຂຶ້ນ. ພ້ອມດຽວກັນນັ້ນ, ການຢ້ຽມຢາມນີ້ກໍ່ໄດ້ຮັບຄວາມຫວັງວ່າ ຈະສືບຕໍ່ສ້າງກຳລັງໜູນຢ່າງແຮງ ແກ່ການເພີ່ມທະວີການພົວພັນລະຫວ່າງສອງປະເທດໃນບັນດາຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ ໃຫ້ຫຼາຍກວ່າອີກ, ນຳການພົວພັນລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ”.

        ຕາມທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ແລ້ວ, ໃນຂອບເຂດການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ສອງປະເທດຈະຈັດການພົບປະສອງຝ່າຍຂັ້ນນາຍົກລັດຖະມົນຕີ ຄັ້ງທຳອິດ ພາຍຫຼັງທີ່ຍົກລະດັບການພົວພັນສອງຝ່າຍ, ໃນນັ້ນ ການນຳຂັ້ນສູງສອງປະເທດ ຈະແລກປ່ຽນກ່ຽວກັບບັນດາທິດທາງລະອຽດ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ ໃນຂອບເຂດການພົວພັນໃໝ່.

        ທ່ານເອກອັກຄະລັດຖະທູດ Yamada Takio ຕີລາຄາວ່າ ການພົວພັນຄູ່ຮ່ວມມືໃໝ່ ໄດ້ກວມລວມທຸກເນື້ອໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຢ່າງຮອບດ້ານ. ທ່ານເອກອັກຄະລັດຖະທູດ Yamada Takio ຢັ້ງຢືນວ່າ ການພົວພັນລະຫວ່າງສອງປະເທດ ໃນປັດຈຸບັນ ບໍ່ພຽງແຕ່ຢຸດຢູ່ລະດັບສອງຝ່າຍເທົ່ານັ້ນ ຫາກຍັງພັດທະນາຢ່າງແຮງ, ພ້ອມກັນປະກອບສ່ວນສ້າງສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ