ຫວຽດນາມ ກັບນ້ຳໃຈສາມັກຄີສາກົນອັນສູງສົ່ງ

(VOVWORLD) -

ກ່ອນນີ້ 45 ປີ (7/1/1979 7/1/2024), ປະເທດ ກຳປູເຈຍ ໄດ້ຮັບການປົດປ່ອຍຈາກລະບອບດັບສູນເຊື້ອຊາດ ໂປນໂປດ ຢ່າງສົມບູນ, ເປີດສັງກາດໃໝ່, ແມ່ນໄລຍະຟື້ນຟູປະເທດຊາດ. ໃນໄຊຊະນະດັ່ງກ່າວ, ເລື່ອງທະຫານອາສາສະໝັກ ຫວຽດນາມ ຊ່ວຍເຫຼືອ ກຳປູເຈຍ ຫລຸດພົ້ນອອກຈາກວິນາດສະກຳ ດັບສູນເຊື້ອຊາດ ແມ່ນສັນຍາລັກອັນສູງສົ່ງ, ດີງາມຂອງນ້ຳໃຈສາມັກຄີຕໍ່ສູ້ທີ່ປອດໃສລະຫວ່າງສອງປະເທດ ຫວຽດນາມ ແລະ ກຳປູເຈຍ, ສະແດງໃຫ້ເຫັນນ້ຳໃຈສາມັກຄີສາກົນອັນສູງສົ່ງຂອງ ຫວຽດນາມ. ນັບແຕ່ນັ້ນມາຮອດປະຈຸບັນ, ນ້ຳໃຈສາມັກຄີສາກົນນັ້ນຂອງ ຫວຽດນາມ ສືບຕໍ່ໄດ້ຮັບການສືບທອດ ແລະ ເສີມຂະຫຍາຍໃນການພົວພັນສາກົນປະຈຸບັນ.

ຫວຽດນາມ ກັບນ້ຳໃຈສາມັກຄີສາກົນອັນສູງສົ່ງ - ảnh 1ທະຫານ ຫວຽດນາມ ແລະ ກຳປູເຈຍ ຢູ່ ວັດ ອັງກໍ
(ພາບ:Quang Thành/TTXVN)

        ເດືອນ ທັນວາ ປີ 1978, ໂດຍຕອບສະໜອງຄຳຮຽກຮ້ອງຂອງແນວໂຮມສາມັກຄີທົ່ວປວງຊົນກູ້ຊາດ ກຳປູເຈຍ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ສົມທົບກັບບັນດາກຳລັງປະກອບອາວຸດປະຕິວັດ ກຳປູເຈຍ ດຳເນີນການບຸກໂຈມຕີພວກຂະແມແດງ, ປົດປ່ອຍປະເທດ ກຳປູເຈຍ ຢ່າງສົມບູນ.

ນ້ຳໃຈຊ່ວຍເຫຼືອທີ່ບໍ່ຫວັງຜົນ, ປອດໃສ

        ໃນໄລຍະເວລາກ່ວາ 10 ປີ (1979 – 1989), ບັນດານັກຊ່ຽວຊານ ຫວຽດນາມ ທີ່ໄປຊ່ວຍເຫຼືອການປະຕິວັດ ກຳປູເຈຍ ໄດ້ປະຕິບັດສຳເລັດໜ້າທີ່ສາກົນຍິ່ງໃຫຍ່ຂອງຕົນຢ່າງດີເລີດ, ດ້ວຍນ້ຳໃຈບໍ່ຫວັງຜົນ, ປອດໃສ, ສູງສົ່ງແບບບໍ່ເຄີຍມີມາກ່ອນໃນປະຫວັດສາດການທູດຂອງໂລກ.  ທ່ານ ຮອງສາສະດາຈານ, ປອ ຫງວຽນແມ້ງຮ່າ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ໂດຍໄດ້ຕອບສະໜອງຄຳຮຽກຮ້ອງຂອງແນວໂຮມສາມັກຄີທົ່ວປວງຊົນກູ້ຊາດ ກຳປູເຈຍ, ພວກເຮົາໄດ້ຕັດສິນໃຈສົ່ງກອງກຳລັງທະຫານຂະໜາດໃຫຍ່ ໄປຊ່ວຍເຫຼືອ, ພ້ອມນັ້ນ ກໍ່ແມ່ນເພື່ອສະກັດກັ້ນກົນອຸບາຍ ແລະ ບັນດາການກະທຳສົງຄາມເຂດຊາຍແດນ ຂອງພວກ ໂປນໂປດ. ພວກເຮົາໄດ້ປົດປ່ອຍ ພະນົມເປັນ ຢ່າງສົມບຸນໃນວັນທີ 7 ມັງກອນ 1979 ແລະ ຕີພວກ ໂປນໂປດ ໃຫ້ຖອຍໄປຢູ່ເຂດພູທາງທິດຕາເວັນຕົກຂອງປະເທດ ກຳປູເຈຍ. ນັກຮຽນຮູ້ຊາວ ອາເມລິກາ ຈຳນວນໜຶ່ງລ້ວນແຕ່ໄດ້ຕີລາຄາສູງການກະທຳຂອງ ຫວຽດນາມ ໃນການຊ່ວຍເຫຼືອປະເທດ ກຳປູເຈຍ ໃຫ້ຫລຸດພົ້ນອອກຈາກໄພດັບສູນເຊື້ອຊາດ”.

        ພາຍຫຼັງປະເທດ ກຳປູເຈຍ ໄດ້ຮັບການປົດປ່ອຍ, ຫວຽດນາມ ໄດ້ຊ່ວຍເຫຼືອ ກຳປູເຈຍ ໃນການຈັດຕັ້ງອຳນາດການປົກຄອງ, ສົ່ງນັກຊ່ຽວຊານດ້ານເຕັກນິກຫຼາຍທ່ານ ເພື່ອປະຕິຮູບ ແລະ ສ້າງສາປະເທດ ກຳປູເຈຍ, ກໍ່ຄືຊ່ວຍປົກປັກຮັກສາ, ສະກັດກັ້ນ, ບໍ່ໃຫ້ລະບອບໂປນໂປດກັບຄືນມາ, ປົກປ້ອງຜົນງານການປະຕິວັດຂອງປະຊາຊົນ ກຳປູເຈຍ. ທ່ານ ຫງວຽນວັນເດ້, ອະດີດນັກຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອ ກຳປູເຈຍ, ແບ່ງປັນວ່າ:

        “ຄຳຂວັນຂອງພວກຂ້າພະເຈົ້າແມ່ນ: ເມື່ອເພື່ອນບໍ່ທັນຮູ້ແມ່ນເຮົາຈະເຮັດໃຫ້. ເມື່ອເພື່ອນຮູ້ວິທີເຮັດແລ້ວ ເຮົາຈຶ່ງເຮັດພ້ອມກັບເພື່ອນ. ເມື່ອເພື່ອນເລີ່ມເຮັດໄດ້ດີແລ້ວ ແມ່ນໃຫ້ເພື່ອນເຮັດເອງ, ເຮົາພຽງແຕ່ຊ່ວຍເຫຼືອເທົ່ານັ້ນ. ພວກຂ້າພະເຈົ້າເວົ້າວ່ານີ້ແມ່ນໜ້າທີ່ພິເສດ. ກ່ຽວກັບດ້ານແນວຄິດ, ພວກຂ້າພະເຈົ້າຍາມໃດກໍ່ກຳນົດວ່າ ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”.

        ແຕ່ລະປີ, ເນື່ອງໃນໂອກາດປະເທດ ກຳປູເຈຍ ສະເຫຼີມສະຫຼອງວັນຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດໂປນໂປດ ຫຼື ໃນໂອກາດພົບປະ, ແລກປ່ຽນຕ່າງໆ, ການນຳພັກ, ລັດ ແລະ ປະຊາຊົນ ກຳປູເຈຍ ລ້ວນແຕ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ປະຊາຊົນ ແລະ ທະຫານອາສາສະໝັກ ຫວຽດນາມ. ທ່ານອະດີດນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ໄດ້ເນັ້ນໜັກເປັນຫຼາຍເທື່ອວ່າ: ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງ ຫວຽດນາມ ຈະໄດ້ຈະລຶກໃນປະຫວັດສາດຂອງ ກຳປູເຈຍ ຕະຫຼອດໄປ.

ຫວຽດນາມ ກັບນ້ຳໃຈສາມັກຄີສາກົນອັນສູງສົ່ງ - ảnh 2ປະຊາຊົນ ກຳປູເຈຍ ແລະ ທະຫານ ຫວຽດນາມ
(ພາບ:TTXVN)

ເສີມຂະຫຍາຍນ້ຳໃຈສາມັກຄີສາກົນໃນໄລຍະປະຈຸບັນ

        45 ປີນັບແຕ່ຂີດໝາຍປະຫວັດສາດນັ້ນ, ນ້ຳໃຈສາມັກຄີສາກົນ, ມູນເຊື້ອວັດທະນະທຳມະນຸດ, ມະນຸດສະທຳຢ່າງເລິກເຊິ່ງຂອງຊາດ ຫວຽດນາມ, ຍາມໃດກໍ່ໄດ້ຮັບການສືບທອດ ແລະ ເສີມຂະຫຍາຍດ້ວຍບັນດາການກະທຳລະອຽດ.

        ໃນເດືອນ ກຸມພາ 2023, ຕໍ່ໜ້າບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຂອງເຫດແຜ່ນດິນໄຫວຢູ່ປະເທດຕວກກີ, ຊີຣີ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໄດ້ສົ່ງກຳລັງປະຕິບັດງານຊອກຫາ, ກູ້ໄພກູ້ຊີບ, ໜູນຊ່ວຍປະຊາຊົນ ຕວກກີ. ພ້ອມກັນນັ້ນ, ຫວຽດນາມ ໄດ້ໜູນຊ່ວຍໃຫ້ຕວກກີ ແລະ ຊີຣີ ຢ່າງຮີບດ່ວນ, ດ້ວຍຈຳນວນເງິນໃຫ້ແຕ່ລະປະເທດແມ່ນ 100.000 ໂດລາສະຫະລັດ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຂອງເຫດແຜ່ນດິນໄຫວດັ່ງກ່າວ.

        ກ່ອນນັ້ນ, ເມື່ອເຫດແຜ່ນດິນໄຫວ ແລະ ຄື້ນສຶນາມິໄດ້ກໍ່ຄວາມເສຍຫາຍໜັກໜ່ວງຢູ່ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອ ຍີ່ປຸ່ນ (ປີ 2011), ລັດຖະບານ ຫວຽດນາມ ກໍ່ໄດ້ຊ່ວຍເຫຼືອປະຊາຊົນ ຍີ່ປຸ່ນ ຈຳນວນເງິນ 200.000 ໂດລາສະຫະລັດ ເພື່ອປະກອບສ່ວນແກ້ໄຂຜົນທີ່ຕາມມາ. ພິເສດ, ອົງການສາກົນ, ສ່ວນບຸກຄົນນັບພັນແຫ່ງ ຢູ່ ຫວຽດນາມ ໄດ້ຊ່ວຍເຫຼືອປະຊາຊົນ ຍີ່ປຸ່ນ ທີ່ຖືກຜົນສະທ້ອນຈາກໄພທຳມະຊາດ ເປັນຈຳນວນເງິນກ່ວາ 161 ຕື້ດົ່ງ (ເທົ່າກັບເກືອບ 7,8 ລ້ານໂດລາສະຫະລັດ). ຫວ່າງແລ້ວນີ້, ຜ່ານອົງການ ສປຊ, ເດືອນ ພະຈິກ 2023, ຫວຽດນາມ ໄດ້ປະກອບຈຳນວນເງິນ 500.000 ໂດລາສະຫະລັດ ເພື່ອໜູນຊ່ວຍມະນຸດສະທຳໃຫ້ປະຊາຊົນ ປາແລດສະຕິນ ທີ່ຖືກຜົນສະທ້ອນຍ້ອນການປະທະກັນຢູ່ເຂດ ກາຊາ.

        ຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມກຳລັງຮັກສາ ສັນຕິພາບ ຂອງ ສປຊ. ມາຮອດປະຈຸບັນ, ຫວຽດນາມ ໄດ້ສົ່ງພະນັກງານ, ພາລະກອນເກືອບ 790 ເທື່ອຄົນໄປປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບ ສປຊ. ກ່າວຄຳເຫັນທີ່ພິທີສົ່ງບັນດາທ່ານໝໍ, ນັກຮົບເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ Sudan ແລະ Abyei ໃນວັນທີ 29 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ຢັ້ງຢືນວ່າ:

“ເຄື່ອງຂອງທີ່ພວກເພື່ອນເອົາໄປນຳແມ່ນຄວາມເອກອ້າງທະນົງໃຈຂອງຊາດ, ຄວາມສາມັກຄີ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ເປັນມືອາຊີບ ກໍ່ຄືຄຸນສົມບັດອັນສູງສົ່ງຂອງ “ອ້າຍທະຫານລຸງໂຮ່” ໃນສະໄໝໃໝ່. ພ້ອມກັບການຮ່ວມເດີນທາງຂອງ ສປຊ ແລະ ບັນດາປະເທດເພື່ອນມິດ, ການສະໜັບສະໜູນຂອງບັນດາຄູ່ຮ່ວມມືສາກົນ, ພວກເພື່ອນຈະປະກອບສ່ວນຢ່າງມີປະສິດທິຜົນ, ແທດຈິງໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະສາກົນ, ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດຊາດ, ຢັ້ງຢືນປະເທດ ຫວຽດນາມ ມີຄວາມຮັບຜິດຊອບ, ປະຊາຊົນ ຫວຽດນາມ ຮັກຫອມສັນຕິພາບ ແລະ ມີສະຕິກ່ຽວກັບພາລະໜ້າທີ່ອັນສູງສົ່ງ, ຄວາມຄາດຫວັງປະຊາຊົນທຸກຄົນໃນທົ່ວໂລກທີ່ໄດ້ດຳລົງຊີວິດໃນສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມວັດທະນາຖາວອນ”.

ທ່າອ່ຽງລວມໃນບັນດາການຮ່ວມມືສາກົນໃນໂລກປະຈຸບັນແມ່ນສັນຕິພາບ, ນ້ຳໃຈເມດຕາ, ມະນຸດແມ່ນໃຈກາງ. ນັ້ນກໍ່ແມ່ນເປົ້າໝາຍເຊິ່ງ ຫວຽດນາມ ໄດ້ຖືໄປນຳໃນການປະຕິບັດວຽກງານອາສາສະໝັກ ແລະ ປະຕິບັດບັນດາໜ້າທີ່ສາກົນໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ