ສ້າງ​ກຳ​ລັງ​ໜູນ​ໃໝ່​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ

(VOVWORLD) - ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຄົບຮອບ 15 ປີ (2008  2023) ແລະ ພາຍຫຼັງການຢ້ຽມຢາມ ຈີນ ຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ກວ່າ 1 ປີ (10/2022). ການຢ້ຽມຢາມໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນໃໝ່ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.

ວັນທີ 12 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ພັນລະຍາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ. ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຄົບຮອບ 15 ປີ (2008 2023) ແລະ ພາຍຫຼັງການຢ້ຽມຢາມ ຈີນ ຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ກວ່າ 1 ປີ (10/2022). ການຢ້ຽມຢາມໄດ້ຮັບຄວາມຫວັງວ່າ ຈະສ້າງກຳລັງໜູນໃໝ່ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.

ສ້າງ​ກຳ​ລັງ​ໜູນ​ໃໝ່​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໃນການຢ້ຽມຢາມ ຈີນ ຢ່າງເປັນທາງການ ເມື່ອປີ 2022 (ພາບ: VOV)

        ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຄັ້ງທີ 3 ຂອງທ່ານສີຈີ້ນຜິງ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ເປັນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ປະຕິບັດການຢ້ຽມຢາມສະເພາະປະເທດໜຶ່ງ ພາຍຫຼັງສິ້ນສຸດກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກຄອມມູນິດ ຈີນ (10/2022). ນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດ ທີ່ມີຄວາມໝາຍຄວາມສຳຄັນສຳລັບການພົວພັນລະຫວ່າງສອງພັກ, ສອງລັດ, ເຊິ່ງໄດ້ຢັ້ງຢືນເຖິງການຖືເປັນສຳຄັນ ແລະ ບຸລິມະສິດແຖວໜ້າຂອງສອງປະເທດ ກ່ຽວກັບການປັບປຸງການພົວພັນ ຫວຽດນາມ - ຈີນ ທີ່ພັດທະນາຢ່າງໝັ້ນແກ່ນ ແລະ ເປັນປົກກະຕິ.

ສັງລວມການພົວພັນ ຫວຽດນາມ - ຈີນ ພັດທະນາຢ່າງຕັ້ງໜ້າ ດ້ວຍຈຸດພົ້ນເດັ່ນຫຼາຍຢ່າງ

        ພາຍຫຼັງຜັນຂະຫຍາຍກອບຄູ່ຮ່ວມມືຍຸດທະສາດຮອບດ້ານ ມາເປັນເວລາ 15 ປີ (2008 – 2023), ການພົວພັນລະຫວ່າງສອງປະເທດ ໄດ້ມີການພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ ດ້ວຍຈຸດພົ້ນເດັ່ນຫຼາຍຢ່າງ. ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊຸງປົວ ຕີລາຄາວ່າ:

        “ການຮ່ວມມືຢ່າງແທດຈິງ ລະຫວ່າງສອງປະເທດ ຫວຽດນາມ - ຈີນ ແມ່ນບັນລຸໄດ້ລະດັບສູງສຸດໃນປະຫວັດສາດ. ຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດນັ້ນ ບໍ່ພຽງແຕ່ແມ່ນການປັບປຸງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນທາງດ້ານການເມືອງເທົ່ານັ້ນ, ຫາກຍັງແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກໍມີຄວາມສຳຄັນຍິ່ງ. ສິ່ງດັ່ງກ່າວ ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບການພັດທະນາຂອງສອງປະເທດ. ໃນຫຼາຍປີຜ່ານມາ, ຈີນແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ຫວຽດນາມ, ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ຈີນ ໃນອາຊຽນ. ອາຊຽນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ຈີນ ແລະ ຫວຽດນາມ ກວມເອົາອັດຕາສ່ວນຫຼາຍສຸດໃນ ອາຊຽນ”.

ສ້າງ​ກຳ​ລັງ​ໜູນ​ໃໝ່​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ - ảnh 2ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊຸງປົວ (ພາບ: TTXVN)

        ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ ໄດ້ຮັບການຍົກສູງຂຶ້ນ ຜ່ານການຢ້ຽມຢາມ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງ, ພິເສດແມ່ນລະຫວ່າງທ່ານເລຂາທິການໃຫຍ່ 2 ປະເທດ. ການນຳ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດສອງປະເທດ ໄດ້ພົບປະ, ພົວພັນແລກປ່ຽນຢ່າງສະໜິດແໜ້ນເປັນປະຈຳ, ການພົວພັນແລກປ່ຽນລະຫວ່າງທ້ອງຖິ່ນ ແລະ ປະຊາຊົນສອງປະເທດ ນັບມື້ນັບໄດ້ຮັບການເພີ່ມທະວີ.

        ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ນັບມື້ນັບເຂົ້າສູ່ລວງເລິກ. ຈີນ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ຫວຽດນາມ ໃນໄລຍະ 20 ປີຢ່າງລຽນຕິດ ແລະ ປັດຈຸບັນ, ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ຈີນ ໃນ ອາຊຽນ, ຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 4 ຂອງ ຈີນ ໃນໂລກ (ຖັດຈາກ ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ).  ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນທົບ 6 ເທົ່າ), ແຕ່ລະດັບ 20 ຕື້ USD ຂອງປີ 2008  ເພິ່ມຂຶ້ນເກືອບ 180 ຕື້ USD ໃນປີ 2022. ຜ່ານໄລຍະເວລາ 15 ປີ, ການລົງທຶນຂອງ ຈີນ ຢູ່ ຫວຽດນາມ ເພີ່ມຂຶ້ນກວ່າ 10 ເທົ່າ, ຈາກລະດັບສະສົມ 2 ຕື້ USD ໃນປີ 2008 ເພີ່ມຂຶ້ນ 25 ຕື້ USD ໃນປັດຈຸບັນ. ສະເພາະປີນີ້, ຈີນ ໄດ້ຢືນອັນດັບທີ 4 ໃນຈຳນວນບັນດາປະເທດ ແລະ ເຂດແຄວ້ນທີ່ລົງທຶນເຂົ້າ ຫວຽດນາມ.

        ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ພັດທະນາດ້ວຍຫຼາຍຮູບແບບໃໝ່. ນັບແຕ່ຫຼັງການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ສອງປະເທດ ເຫັນດີສ້າງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃຫ້ກາຍເປັນເສົາຄ້ຳຂອງການພົວພັນສອງຝ່າຍ. ໃນການພົວພັນຫຼາຍຝ່າຍ, ການຮ່ວມມືລະຫວ່າງສອງປະເທດຢູ່ບັນດາເວທີປາໄສສາກົນ ກໍໄດ້ຮັບການເປີດກວ້າງ, ສະໜັບສະໜູນບັນດາຂໍ້ລີ້ເລີ່ມສຳຄັນຂອງກັນ.

ຢັ້ງຢືນສາຍພົວພັນ ຫວຽດນາມ - ຈີນ ໃນໄລຍະໃໝ່

        ນີ້ເປັນຄັ້ງທີ 3 ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຢ້ຽມຢາມ ຫວຽດນາມ. ຕາມທ່ານ ປອ. ຫງວຽນຮົ່ງຫາຍ, ອາຈານຂັ້ນສູງ, ມະຫາວິທະຍາໄລ Vin ແລ້ວ, ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຈະຊຸກຍູ້ການພົວພັນສອງຝ່າຍເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ.

        “ການຢ້ຽມຢາມຄັ້ງນີ້ແມ່ນມີຄວາມສຳຄັນຍິ່ງສຳລັບການພົວພັນສອງປະເທດ, ເພາະວ່າ ບໍ່ຄ່ອຍມີກໍລະນີ ໃນຮອບເວລາກວ່າ 1 ປີ, ເລຂາທິການໃຫຍ່ 2 ທ່ານຂອງສອງປະເທດ ໄດ້ດຳເນີນການພົບປະແລກປ່ຽນຄະນະຫຼາຍຄັ້ງຄືແນວນັ້ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ທັງສອງປະເທດ ລ້ວນແຕ່ຖືເປັນສຳຄັນຕໍ່ການພົວພັນຂອງກັນ. ຕາມແຈ້ງການຂອງກະຊວງການຕ່າງປະເທດສອງປະເທດແລ້ວ, ໃນການຢ້ຽມຢາມຄັ້ງນີ້, ສອງປະເທດ ຈະຢັ້ງຢືນການພົວພັນໃນລະດັບສູງກວ່າ. ຂ້າພະເຈົ້າຖືວ່າ, ດ້ວຍຄວາມເຫັນດີເປັນເອກະພາບ ແລະ ຄວາມເຫັນດີເຫັນພ້ອມຂອງການນຳສອງປະເທດໃນການຊຸກຍູ້ການພົວພັນ, ເຮັດໃຫ້ການພົວພັນນັບມື້ນັບເລິກເຊິ່ງຂຶ້ນຕື່ມນັ້ນ ການຢ້ຽມຢາມຄັ້ງນີ້ຈະຕອບສະໜອງໄດ້ຄວາມມຸ່ງຫວັງຂອງສອງປະເທດ”.

        ຕາມທ່ານ ຫງວຽນວິງກວາງ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ຈີນ, ເລື່ອງທ່ານ ສີຈີ້ນຜິງ ມາຢ້ຽມຢາມ ຫວຽດນາມ ເຖິງ 3 ຄັ້ງ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ ຈີນ ນັ້ນ ໄດ້ຊີ້ໃຫ້ເຫັນວ່າ ທ່ານເອງ ໄດ້ຖືການພົວພັນ ຫວຽດນາມ - ຈີນ ເປັນສຳຄັນທີ່ສຸດ. ບັນດາຄວາມຮັບຮູ້ລວມທີ່ການນຳຂັ້ນສູງສອງປະເທດບັນລຸໄດ້ໃນຄັ້ງນີ້ ຈະສືບຕໍ່ນຳພາການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງເຂັ້ມແຂງ ໃນໄລຍະຈະມາເຖິງ.

        “ການພົວພັນລະຫວ່າງ ຫວຽດນາມ - ຈີນ ໃນປີຜ່ານມາ ມີການພັດທະນາຢ່າງແຮງຄືແນວນັ້ນ, ແມ່ນຍ້ອນມີການນຳພາຂອງບັນດາຄວາມຮັບຮູ້ລວມທີ່ສຳຄັນ ເຊິ່ງການນຳຂັ້ນສູງສອງປະເທດບັນລຸໄດ້ໃນການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອເດືອນ ຕຸລາ 2022. ພາຍໃນ 1 ປີ, ການນຳຂັ້ນສູງສຸດຂອງສອງພັກ, ສອງລັດ ໄດ້ພົບປະກັນອີກ, ແນ່ນອນວ່າ ຈະບັນລຸໄດ້ຄວາມຮັບຮູ້ລວມໃໝ່, ເຊິ່ງຈະເປັນພື້ນຖານກຳນົດທິດທາງແກ່ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຮງກວ່າເກົ່າ”.

        ບົນພື້ນຖານຜົນສຳເລັດທີ່ສຳຄັນຂອງໄລຍະ 15 ປີ ແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແມ່ນຂີດໝາຍໃໝ່ ໃນການພົວພັນສອງປະເທດ. ການຢ້ຽມຢາມ ຈະສ້າງໂອກາດຍົກການພົວພັນສອງຝ່າຍ ຫວຽດນາມ - ຈີນ ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ