ວິ​ສາ​ຫະ​ກິດ ຫວຽດ​ນາມ ​ພິ​ຊິດ​ຕະຫຼາດ​ຕ່າງ​ປະ​ເທດ

(VOVWORLD) - ຕາມຕົວເລກຂອງກົມລົງທຶນຕ່າງປະເທດ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 20 ມັງກອນ ປີ 2024, ຫວຽດນາມ ມີຫຼາຍກວ່າ 1.700 ໂຄງການລົງທຶນຢູ່ຕ່າງປະເທດທີ່ຍັງມີຜົນສັກສິດ ດ້ວຍມູນຄ່າການລົງທຶນທັງໝົດກວ່າ 22,1 ຕື້ USD. ເລື່ອງບັນດາວິສາຫະກິດ ຫວຽດນາມ ພິຊິດຕະຫຼາດຕ່າງປະເທດແມ່ນພາລະກຳຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ປັດຈຸບັນ, ບັນດາວິສາຫະກິດ ຫວຽດນາມ ພວມລົງທຶນຢູ່ 79 ປະເທດ, ເຂດແຄວ້ນໃນໂລກ, ໃນນັ້ນໄດ້ສຸມໃສ່ 16 ຂະແໜງ, ຂົງເຂດ...

ວິ​ສາ​ຫະ​ກິດ ຫວຽດ​ນາມ ​ພິ​ຊິດ​ຕະຫຼາດ​ຕ່າງ​ປະ​ເທດ - ảnh 1Unitel - ບໍລິສັດລູກຂອງ Viettel (ພາບ:laodongcongdoan.vn)

ບັນດາຜົນສຳເລັດທີ່ບໍ່ສາມາດປະຕິເສດໄດ້

ຂົງເຂດທີ່ຢັ້ງຢືນວ່າບັນລຸໄດ້ຫຼາຍຜົນງານຕັ້ງໜ້າທີ່ສຸດໃນການລົງທຶນຢູ່ຕ່າງປະເທດ ແມ່ນເຕັກໂນໂລຢີຂໍ້ມູນຂ່າວສານ. ຕາມກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ມີວິສາຫະກິດເຕັກໂນໂລຢີດີຈີຕອນປະມານ 1.500 ແຫ່ງ ທີ່ມີລາຍຮັບຈາກຕະຫຼາດຕ່າງປະເທດ, ເພີ່ມຂຶ້ນເກືອບ 4% ເມື່ອທຽບໃສ່ໄລຍະປີ 2022, ເຊິ່ງໃນນັ້ນ ມີບັນດາວິສາຫະກິດມີລາຍຮັບເປັນຕື້ USD. Viettel Global ຂຶ້ນກັບກຸ່ມບໍລິສັດ Viettel, ແມ່ນຕົວຢ່າງໜຶ່ງ. ໃນປີ 2023, ລາຍຮັບຈາກຕະຫຼາດຕ່າງປະເທດຂອງ Viettel ບັນລຸລະດັບ 3,6 ຕື້ USD, ສຳເລັດ 105% ແຜນການຂອງປີ, ເຊິ່ງເປັນລະດັບສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ. ປັດຈຸບັນ, Viettel Global ພວມບໍລິຫານບໍລິສັດໂທລະຄົມ 10 ແຫ່ງ ຢູ່ 10 ປະເທດ, ສະໜອງການບໍລິການໃຫ້ຕະຫຼາດທີ່ມີປະຊາກອນ 270 ລ້ານຄົນ ດ້ວຍຈຳນວນລູກຄ້າເກືອບ 100 ລ້ານຄົນ. Viettel Global ຢືນອັນດັບທີ 1 ກ່ຽວກັບອັດຕາສ່ວນກວມຢູ່ 6 ຕະຫຼາດ. ຜົນສຳເລັດໃນການເຄື່ອນໄຫວລົງທຶນຢູ່ຕ່າງປະເທດນັ້ນ ໄດ້ນຳ Viettel ກາຍເປັນເຄື່ອງໝາຍການຄ້າດ້ານໂທລະຄົມໜຶ່ງດຽວຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ໄດ້ຈັດເຂົ້າໃນຕາຕະລາງຈັດອັນດັບ Global 500 ຂອງ Brand Finance. ທ່ານ ຮ່າເຖເຢືອງ, ຮອງຜູ້ອຳນວຍການໃຫຍ່ Viettel Global ໃຫ້ຮູ້ວ່າ:

“ໃນຈຳນວນຕະຫຼາດ 10 ແຫ່ງ, Viettel ນຳໜ້າຢູ່ຕະຫຼາດ 6 ແຫ່ງ, ໃນນັ້ນ ມີ 4 ປະເທດຢູ່ ອາຊີ, 01 ປະເທດຢູ່ ອາຟະລິກາ, 01 ປະເທດຢູ່ທະວີບອາເມລິກາ. ລະດັບການເຕີບໂຕສະເລ່ຍຕໍ່ປີ ແມ່ນ 20%, ໃນຂະນະທີ່ທົ່ວຂະແໜງໂທລະຄົມຂອງໂລກ ມີລະດັບການເຕີບໂຕພຽງແຕ່ 3 4%, ໝາຍຄວາມວ່າ ສູງກວ່າທົບ 5 ເທົ່າຂອງທົ່ວຂະແໜງ”.

ນອກຈາກດຳເນີນທຸລະກິດໃນຂົງເຂດໂທລະຄົມແລ້ວ, Viettel Global ກໍສຸມໃສ່ພັດທະນາກະເປົາເງິນເອເລັກໂຕນິກອີກດ້ວຍ, ສ່ວນຫຼາຍແມ່ນຢູ່ອາຟະລິກາ ແລະ ທະວີບ ອາເມລິກາ.

ວິ​ສາ​ຫະ​ກິດ ຫວຽດ​ນາມ ​ພິ​ຊິດ​ຕະຫຼາດ​ຕ່າງ​ປະ​ເທດ - ảnh 2Vinamilk ລົງນາມໃນບົດບັນທຶກການຮ່ວມມືກັບ 6 ກຸ່ມບໍລິສັດແຖວໜ້າໂລກ (ພາບ:sggp.org.vn)

ຢູ່ຂົງເຂດອຸດສາຫະກຳປຸງແຕ່ງ, ດ້ວຍມູນຄ່າເຄື່ອງໝາຍການຄ້າບັນລຸ 3 ຕື້ USD, ບໍລິສັດຫຸ້ນສ່ວນນ້ຳນົມ ຫວຽດນາມ (Vinamilk) ໄດ້ຮັບການຕີລາຄາວ່າ ໃຫຍ່ອັນດັບທີ 6 ໃນຂະແໜງນ້ຳນົມທົ່ວໂລກ. ໄປຄຽງຄູ່ກັບການພັດທະນຕະຫຼາດພາຍໃນປະເທດ, Vinamilk ຍັງຕັ້ງໜ້າຍາດແຍ່ງບັນດາກາລະໂອກາດເພື່ອເປີດກວ້າງການດຳເນີນທຸລະກິດຢູ່ບັນດາຕະຫຼາດສາກົນ, ຜ່ານການເຄື່ອນໄຫວລົງທຶນເຂົ້າບັນດາສາຂາປະຈຳຢູ່ຕ່າງປະເທດ ແລະ ການສົ່ງອອກ. ຜະລິດຕະພັນຂອງວິສາຫະກິດດັ່ງກ່າວມີໜ້າຢູ່ເກືອບ 60 ປະເທດ ແລະ ເຂດແຄວ້ນ, ລວມທັງບັນດາຕະຫຼາດເຄັ່ງຄັດດ້ານມາດຖານສູງ ແລະ ຄຸນນະພາບຄື: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ... ໄລຍະ 2022 – 2026, Vinamilk ສືບຕໍ່ຍູ້ແຮງການລົງທຶນເຂົ້າບັນດາສາຂາຢູ່ຕ່າງປະເທດ ເປັນຕົ້ນແມ່ນ Driftwood (ອາເມລິກາ), Lao-Jagro Development (ລາວ), Angkormilk (ກຳປູເຈຍ) ແລະ ບໍລິສັດຮ່ວມທຸລະກິດ Del Monte - Vinamilk (ຟີລິບປິນ).

ຫວ່າງແລ້ວນີ້ ແມ່ນການຕັດສິນໃຈຮ່ວມມືກັບ 6 ກຸ່ມບໍລິສັດແຖວໜ້າໂລກໃນຂົງເຂດໂພສະນາການ (ເດືອນ ເມສາ 2023). ນີ້ແມ່ນຄັ້ງທຳອິດ ທີ່ວິສາຫະກິດນ້ຳນົມ ຫວຽດນາມ ຕົກລົງຮ່ວມມືກັບຫຼາຍກຸ່ມບໍລິສັດໂພສະນາການໃນທົ່ວໂລກໃນພາບດຽວ. ທ່ານນາງ ມາຍກ່ຽວລຽນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນນ້ຳນົມ ຫວຽດນາມ (Vinamilk), ໃຫ້ຮູ້ວ່າ:

“ຢາກມີຄຸນນະພາບບັນລຸມາດຖານສາກົນນັ້ນ, ພວກເຮົາບໍ່ພຽງແຕ່ຕ້ອງມີເຄື່ອງຈັກ, ອຸປະກອນເທົ່ານັ້ນ, ຫາກຍັງຕ້ອງມີຊັບພະຍາກອນມະນຸດອີກດ້ວຍ. ແລະ ໃນຄັ້ງນີ້, Vinamilk ພ້ອມກັບ 6 ກຸ່ມບໍລິສັດໃຫຍ່ຂອງໂລກ ຜະລິດອອກບັນດາຜະລິດຕະພັນທີ່ມີຄຸນນະພາບບັນລຸມາດຖານສາກົນທີ່ສູງກວ່າ ດ້ວຍລະດັບລາຄາທີ່ເໝາະສົມກວ່າ”.

ສືບຕໍ່ເສັ້ນທາງ “ບືນຕົວອອກສູ່ທົ່ວໂລກ”

ນອກຈາກບັນດາວິສາຫະກິດທີ່ປະສົບຜົນສຳເລັດໃນເສັ້ນທາງ “ບືນຕົວອອກສູ່ທົ່ວໂລກ”, ຄື: Viettel, TH, FPT ຫຼື Vinamilk ແລ້ວ, ກໍ່ຍັງມີວິສາຫະກິດຫຼາຍແຫ່ງທີ່ປະສົບກັບຄວາມຫຍຸ້ງຍາກໃນການແກ່ງແຍ້ງກັບຄູ່ແຂ່ງສາກົນ.

ຄວາມຈິງນັ້ນຮຽກຮ້ອງໃຫ້ວິສາຫະກິດ ຫວຽດນາມ ຕ້ອງມີການກະກຽມຢ່າງລອບຄອບຖີ່ຖ້ວນກວ່າກ່ຽວກັບດ້ານພື້ນຖານນິຕິກຳ. ພ້ອມດຽວກັນນັ້ນ, ກໍມີແຫຼ່ງຂໍ້ມູນທີ່ດີ, ເພີ່ມທະວີການຮ່ວມສຳພັນ, ແບ່ງປັນຂໍ້ມູນຂ່າວສານໃຫ້ກັນ ເມື່ອເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ບໍລິເວນດຽວກັນ. ບັນດາຝ່າຍທີ່ກ່ຽວຂ້ອງກໍຕ້ອງຍູ້ແຮງຄວາມຄືບໜ້າໃນການກວດກາຢັ້ງຢືນອະນຸຍາດໃຫ້ບັນດາໂຄງການລົງທຶນຢູ່ຕ່າງປະເທດ, ຫຼຸດຜ່ອນລະບຽບການບໍລິຫານ, ໂດຍສະເພາະແມ່ນຍົກສູງບົດບາດຂອງເອກອັກຄະລັດຖະທູດ ແລະ ທູດການຄ້າປະຈຳຢູ່ຕ່າງປະເທດ, ຖືນີ້ແມ່ນຂົວຕໍ່ລະຫວ່າງວິສາຫະກິດ ຫວຽດນາມ ກັບປະເທດປະຈຳຖິ່ນ. ໄປຄຽງຄູ່ກັນນັ້ນ, ລັດຖະບານກໍຕ້ອງສ້າງ, ປັບປຸງບັນດານະໂຍບາຍໃຫ້ມີຄວາມດູດດື່ມກວ່າ ເພື່ອຊຸກຍູ້ບັນດາວິສາຫະກິດເພີ່ມທະວີການລົງທຶນຢູ່ຕ່າງປະເທດ, ກໍຄື ເພີ່ມທະວີການຕິດຕາມກວດກາຄຸນນະພາບກະແສທຶນຮອນອີກດ້ວຍ.

ໃນຊຸມປີຜ່ານມາ, ເລື່ອງບັນດາວິສາຫະກິດ ຫວຽດນາມ ເພີ່ມທະວີການລົງທຶນຢູ່ຕ່າງປະເທດນັ້ນ ໄດ້ຢັ້ງຢືນຄວາມສາມາດດຳເນີນທຸລະກິດ, ບໍລິຫານ, ວິໄສທັດ ແລະ ຍຸດທະສາດຂອງບັນດາວິສາຫະກິດ ຫວຽດນາມ. ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານການເຕີບໂຕ, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດໂລກ ແລະ ຊຸກຍູ້ການຫັນປ່ຽນພື້ນຖານເສດຖະກິດໂດຍພື້ນຖານອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ