ວັນ​ອິນ​ເຕີ​ແນັດ ປອດ​ໄພ ກ່​ວາ: ການ​ສັງ​ເກດ​ຈາກ ຫວຽດ​ນາມ

(VOVWORLD) - ປີນີ້, ວັນອິນເຕີແນັດ ປອດໄພກ່ວາ (Safer Internet Day) ແມ່ນວັນທີ 6 ກຸມພາ. ນີ້ແມ່ນວັນໂດຍຫຼາຍກ່ວາ 150 ປະເທດໃນທົ່ວໂລກ ຮັບຮອງເອົາ ດ້ວຍຄວາມໝາຍຊຸກຍູ້ການນຳໃຊ້ເຕັກໂນໂລຢີດີຈີຕອນຢ່າງປອດໄພ. ວັນອິນເຕີແນັດ ປອດໄພ ກ່ວາ ກໍ່ເພື່ອແນໃສ່ຕັກເຕືອນທຸກຄົນວ່າ ຄວາມປອດໄພຂອງແຕ່ລະຄົນ ໃນອີນເຕີແນັດ ແມ່ນຂຶ້ນກັບເຂົາເຈົ້າເອງ. ຢູ່ ຫວຽດນາມ, ການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງອິນເຕີແນັດ ແມ່ນໜຶ່ງໃນບັນດາບັນຫາໂດຍພັກ, ລັດ ເອົາໃຈໃສ່.

ວັນ​ອິນ​ເຕີ​ແນັດ ປອດ​ໄພ ກ່​ວາ: ການ​ສັງ​ເກດ​ຈາກ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ວັນທີ 19 ພະຈິກ 1997, ອິນເຕີແນັດ ໄດ້ສະໜອງການບໍລິການໃຫ້ປະຊາຊົນໃນທົ່ວປະເທດຢ່າງເປັນທາງການ. ນັບແຕ່ນັ້ນມາ, ອິນເຕີແນັດ ຫວຽດນາມ ມີບາດກ້າວພັດທະນາຢ່າງກະໂດດຂັ້ນ.

ອິນເຕີແນັດພັດທະນາຢ່າງແຮງຢູ່ ຫວຽດນາມ

ປັດຈຸບັນ, ຫວຽດນາມ ນອນໃນ Top ບັນດາປະເທດແຖວໜ້າມີຈຳນວນຜູ້ນຳໃຊ້ການບໍລິການອິນເຕີແນັດຫຼາຍທີ່ສຸດໃນໂລກ. ຕາມການສະຖິຕິຂອງ ບໍລິສັດສະເພາະກິດວິເຄາະ ສື່ສັງຄົມ ໃນທົ່ວໂລກ We are social,  ໄລ່ຮອດປີ 2023, ຫວຽດນາມ ມີຜູ້ນຳໃຊ້ ການບໍລິການອິນເຕີແນັດ 77,93 ລ້ານຄົນ ປະມານ 79,1% ຈຳນວນປະຊາກອນ. ຢູ່ ຫວຽດນາມ, ມີເຄື່ອງອຸປະກອນຫຼາຍ ກ່ວາ 150 ລ້ານເຄື່ອງ ສາມາດເຊື່ອມຕໍ່ກັບອິນເຕີແນັດ; ເຄືອຂ່າຍ 3G, 4G ໄດ້ປົກຄຸມເກືອບທັງໝົດປະເທດ. ປັດຈຸບັນ, ບັນດາສື່ສັງຄົມໃຫຍ່ເກືອບທັງໝົດລ້ວນແຕ່ມີການເຄື່ອນໄຫວຢູ່ ຫວຽດນາມ. ຢູ່ ຫວຽດນາມ, ປະຊາຊົນສາມາດເຂົ້າເຄືອຂ່າຍ ອິນເຕີແນດຢູ່ທຸກບອ່ນທຸກເວລາ, ຍິ່ງໄປກ່ວານັ້ນ ໄດ້ນຳໃຊ້ໂດຍບໍ່ເສຍຄ່າ. ຕາມກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມແລ້ວ, ຜູ້ເຕີບໃຫຍ່ ຫວຽດນາມ ເກືອບ 100% ລ້ວນແຕ່ນຳໃຊ້ອິນເຕີແນັດ. ນັບແຕ່ເຂດຕົວເມືອງຈົນຮອດຊົນນະບົດ, ການບໍລິການ ອິນເຕີແນັດຄວາມໄວສູງໄດ້ຮັບການຜັນຂະຫຍາຍຢ່າງແຮງ, ຮັບປະການ ເຂດຊຸມຊົນຢ່າງໜ້ອຍສຸດ 95% ໄດ້ຊົມໃຊ້ການບໍລິການ ເຄືອຂ່າຍ 3G, 4G ນຳຫວຽດນາມ ເຂົ້າໃກ້ກັບລະດັບ ນຳໃຊ້ອິນເຕີແນັດ ກັບບັນດາປະເທດພັດທະນາໃນທົ່ວໂລກ. ທ່ານ ຫວໍຮ່ວາງລຽນ, ປະທານສະມາຄົມອິນເຕີແນັດ ຫວຽດນາມ ຖືວ່າ:

ນັບແຕ່ເວລາ ອິນເຕີແນັດ ໄດ້ຮັບການຜັນຂະຫຍາຍຢູ່ ຫວຽດນາມ, ຫວຽດນາມ ໄດ້ມີການພັດທະນາຢ່າງກະໂດດຂັ້ນ. ພິເສດ, ບັນດາເຕັກໂນໂລຢີເພື່ອສະໜອງການບໍລິການມູນຄ່າເພີ່ມ, ການບໍລິການອອນໄລ, ການບໍລິການເນື້ອໃນດີຈີຕອນ ບັນລຸໄດ້ບາດກ້າວທີ່ບໍ່ຄາດຄິດ. ໄປຄຽງຄູ່ກັນນັ້ນ, ມູນຄ່ານຳໃຊ້ອິນເຕີແນັດ ໄດ້ນຳໃຊ້ການພັດທະນາເສດຖະກິດ - ສັງຄົມ, ນຳມາເຊິ່ງການດຳລົງຊີວິດດ້ານວັດທະນະທຳ, ພູມປັນຍາ… ນີ້ແມ່ນມູນຄ່າອັນລ້ຳຄ່າທີ່ສຸດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.

ບັນດາພື້ນຖານ, ການບໍລິການຊັບພະຍາກອນດີຈີຕອນແມ່ນປັດໄຈສຳຄັນໃນການສ້າງທ່າພັດທະນາໃຫ້ແກ່ພື້ນຖານໂຄງລ່າງອິນເຕີແນັດ ຫວຽດນາມ. ເປົ້າໝາຍຮອດປີ 2025, ຫວຽດນາມ ຈະສ້າງພື້ນຖານໂຄງລ່າງ ດີຈີຕອນບັນລຸລະດັບກ້າວໜ້າ, ນຳໜ້າພາກພື້ນ ອາຊຽນ; ຮອດປີ 2030, ນຳເຄືອຂ່າຍອິນເຕີແນັດ 5G ປົກຄຸມທົ່ວປະເທດ, ປະຊາຊົນໝົດທຸກຄົນ ໄດ້ນຳໃຊ້ອິນເຕີແນັດ ຄວາມໄວສູງ ດ້ວຍລາຄາຕ່ຳ. ບັນດາລະບົບສາຍໄຍແກ້ວທະເລຢູ່ ຫວຽດນາມ ໂດຍຫວຽດນາມ ກໍ່ສ້າງ, ຂໍ້ມູນຢູ່ ຫວຽດນາມ ໂດຍ ຊາວຫວຽດນາມ ສ້າງຕັ້ງ ແລະ ເກັບຮັກສາໄວ້.

ວັນ​ອິນ​ເຕີ​ແນັດ ປອດ​ໄພ ກ່​ວາ: ການ​ສັງ​ເກດ​ຈາກ ຫວຽດ​ນາມ - ảnh 2 ທ່ານ ຫວໍຮ່ວາງລຽນ, ປະທານສະມາຄົມອິນເຕີແນັດ ຫວຽດນາມ (ພາບ: Vietnam+)

ຮັບປະກັນ ອິນເຕີແນັດ ປອດໄພໃຫ້ແກ່ປະຊາຊົນໝົດທຸກຄົນ  

ໃນສະພາບການປັດຈຸບັນ, ອິນເຕີແນັດ ໄດ້ຮັບຖືວ່າແມ່ນເສົາຄ້ຳຫຼັກແຫຼ່ງຂອງສັງຄົມຂໍ້ມູນທັນສະໄໝ. ຕາມບົດລາຍງານ Digital 2024 Global Overview Report ໂດຍ MeltWater ພ້ອມກັບ We are social ສົມທົບກັນປະກາດ, ມີເຖິງ 73,3% ໃນຈຳນວນປະຊາກອນຫວຽດນາມ 99 ລ້ານກ່ວາຄົນ ພວມນຳໃຊ້ສື່ສັງຄົມ. ໃນນັ້ນ, ຊາວຫວຽດນາມນຳໃຊ້ສື່ສັງຄົມ  ເວລາປະມານ 2ໂມງ 25ໜ້າທີ/ວັນ, ຂຶ້ນກັບTop 20 ປະເທດໃນໂລກ. ທ່ານ ດິງຕຽນຢຸງ, ຮອງຫົວໜ້າກົມຖະແຫຼງຂ່າວໃຫ້ຕ່າງປະເທດ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ:

ປັດຈຸບັນ, ຂ່າວປອ້ມ, ຂ່າວເສື່ອມຊາມແຜ່ລາມຢ່າງວ່ອງໄວ, ອາດຈະໄລ່ເປັນວິນາທີໄດ້. ດັ່ງນັ້ນ, ພວກເຮົາຕ້ອງມີເວລາກຳນົດຢ່າງຮີບດ່ວນ ເພື່ອຮັບປະກັນວ່າ ຂໍ້ມູນດັ່ງກ່າວໄດ້ຮັບການແກ້ໄຂໂດຍໄວ, ປະຕິບັດສິດຕ່າງໆເພື່ອຮັບປະກັນການປະຕິບັດຕາມກົດໝາຍ. ການປະຕິບັດສິດ ແລະ ພັນທະຂອງພົນລະເມືອງຕ້ອງຮັບປະກັນການປະຕິບັດຢ່າງຖືກຕ້ອງຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ເນື້ອໃນຕ່າງໆທີ່ກ່ຽວຂ້ອງຂອງກົດໝາຍ.

ໜຶ່ງໃນບັນດາມາດຕະການເພື່ອເຮັດໃຫ້ຜູ້ນຳໃຊ້ອິນເຕີເນັດຢູ່ ຫວຽດນາມ ນຳໃຊ້ອິນເຕີແນັດຢ່າງປອດໄພ, ປອດໃສນັ້ນແມ່ນການສຶກສາ, ເຜີຍແຜ່ກົດໝາຍທີ່ກ່ຽວຂ້ອງເຖິງອິນເຕີແນັດໂດຍໄວ ສຳລັບນ້ອງໆນັກຮຽນ. ຕາມເອກະສານທາງການແນະນຳຂອງກະຊວງສຶກສາທິການ ແລະ ບຳລຸງສ້າງ ເຊິ່ງມີຜົນສັກສິດແຕ່ວັນທີ 11/01/2021, ນັບແຕ່ ມໍ5, ນ້ອໆນັກຮຽນໄດ້ຮຽນກ່ຽວກັບກົດໝາຍວ່າດ້ວຍຄວາມໝັ້ນຄົງທາງອິນເຕີແນັດ ຜ່ານຫຼັກສູດວິຊາສຶກສາການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂັ້ນມັດທະຍົມຕອນປາຍ. ນ້ອງ ຮ່ວາງຫ໋າຍເວິນ, ນັກຮຽນ ໂຮງຮຽນມັດທະຍົມ ຕອນປາຍ ເລືອງເທ໊ວິງ ໃຫ້ຮູ້ວ່າ:

ໃນລາຍການແນະນຳການນຳໃຊ້ ສື່ສັງຄົມ, ໂຮງຮຽນຍາມໃດກໍ່ຕັດເຕືອນພວກນ້ອງ ບໍ່ໄດ້ເວົ້າຄຳບໍດີກ່ຽວກັບສ່ວນບຸກຄົນໃດໃນສື່ສັງຄົມ. ພ້ອມກັນນັ້ນ ແມ່ນຕ້ອງມີສະຕິຕໍ່ບັນດາເນື້ອໃນທີ່ຊົ່ວຮ້າຍ ແລະ ຕ້ອງມີຄວາມຮັບຜິດຊອບຕໍ່ການກະທຳຂອງຕົນໃນສື່ສັງຄົມ.

ສ່ວນບັນດາອົງການຄຸ້ມຄອງ ລັດ, ລະອຽດແມ່ນກະຊວງຖະແຫຼງຂ່າວ ແລະ ການສື່ສານ ໃນໄລຍະຜ່ານມາ ກໍ່ມີການເຮັດວຽກກັບບັນດາຜູ້ຕາງໜ້າຂອງຫົວໜ່ວຍຕ່າງໆຄື: Facebook, Youtube, TikTok, Google… ຮຽກຮ້ອງບັນດາພື້ນຖານສື່ສັງຄົມ ຂ້າມຊາດ ຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສະກັດກັ້ນ, ລົບລ້າງຂ່າວຊົ່ວ, ຂ່າວຮ້າຍ ໂດຍບັນດາຫົວໜ່ວຍນີ້ສະໜອງ ເພື່ອແນໃສ່ປົກປ້ອງຜູ້ນຳໃຊ້ອິນເຕີເນັດຂອງ ຫວຽດນາມ ຈາກບັນດາຜົນກະທົບທີ່ບໍດີຂອງອິນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ