ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ຕາ​ເວັນ​ອອກ​ກາງ

(VOVWORLD) -    ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພວມມີການເດີນທາງໄປປະຕິບັດງານຢູ່ຫຼາຍປະເທດ ຕາເວັນອອກກາງ ເພື່ອແນໃສ່ຊອກຫາມາດຕະການຢຸດຕິການປະທະກັນຢູ່ເຂດ ກາຊາ ໂດຍໄວ, ສະກັດກັ້ນຄວາມສ່ຽງວິກິດການແຜ່ລາມອອກສູ່ວົງກວ້າງ ແລະ ສ້າງຂອບເຂດການເມືອງຍາວນານໃຫ້ແກ່ວິວັດທະນາການສ້າງສັນຕິພາບລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ຕາ​ເວັນ​ອອກ​ກາງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Antony Blinken ມາຮອດປະເທດ ກາຕາ ໃນວັນທີ 7 ມັງກອນ 2024 (ພາບ: AP)

ໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດນັບແຕ່ວັນທີ 06 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Antony Blinken ໄດ້ໄປຢ້ຽມຢາມບັນດາປະເທດ ຕວັກກີ, ຈໍແດນ, ກາຕາ, ສະຫະລັດ ອາຣັບ ເອມມີເລດ (UAE), ອາຣັບບີ ຊະອຸດິ, ອິດສະຣາແອັນ ແລະ ອີຢິບ ຕາມລຳດັບ. ນີ້ເປັນຄັ້ງທີ 4 ທີ່ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໄປຢ້ຽມຢາມ ຕາເວັນອອກກາງ ນັບແຕ່ເມື່ອການປະທະກັນລະຫວ່າງຂະບວນການ ອິດສະລາມ ຮາມາດສ ແລະ ອິດສະຣາແອັນ ເກີດຂຶ້ນແຕ່ວັນທີ 07 ຕຸລາ ປີ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ຕາ​ເວັນ​ອອກ​ກາງ - ảnh 2ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພົບປະມົງກຸດລາຊະກຸມມານ ອາຣັບບີ ຊະອຸດິ  Mohammed bin Salman (ພາບ: Evelyn Hockstein/ AP)

       ສະກັດກັ້ນການປະທະກັນແຜ່ລາມອອກພາກພື້ນເປັນວົງກວ້າງ

        ຄວາມແຕກຕ່າງກັນໃຫຍ່ສຸດໃນການໄປປະຕິບັດງານຢູ່ ຕາເວັນອອກກາງ ຄັ້ງນີ້ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ແມ່ນການປ່ຽນແປງສົມຄວນໃນການໃຫ້ບຸລິມະສິດການເຄື່ອນໄຫວມີ, ໃນຂະນະທີ່ຄວາມສ່ຽງການປະທະກັນແຜ່ລາມອອກທົ່ວພາກພື້ນ ພວມແມ່ນຄວາມວິຕົກກັງວົນທີ່ສຸດສຳລັບບັ້ນຮົບການທະຫານຂອງ ອິດສະຣາແອັນ ຢູ່ເຂດ ກາຊາ.  ໃນຊຸມວັນຜ່ານມາ, ມີຫຼາຍສັນຍານທີ່ສະແດງໃຫ້ເຫັນຄວາມວິຕົກກັງວົນຕໍ່ການເກີດການປະທະກັນໃໝ່ລະຫວ່າງກຳລັງ ເຮໂບລາ ຢູ່ ລີບັງ, ສຳພັນທະມິດຂອງ ຮາມາດສ ກັບ ກອງທັບ ອິດສະຣາແອັນ ຢູ່ເຂດຊາຍແດນພາກເໜືອ ອິດສະຣາແອັນ. ວັນທີ 08 ມັງກອນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ, Benjamin Netanyahu ຖະແຫຼງວ່າ ອິດສະຣາແອັນ ພ້ອມແລ້ວທີ່ຈະດຳເນີນສົງຄາມກັບ ເຮໂບລາ ເພື່ອລົບລ້າງບັນດາໄພນາບຂູ່ຄວາມໝັ້ນຄົງຊ້ອນແຝງຈາກກຳລັງນີ້.

        ຕາມວົງການນັກໄຈ້ແຍກແລ້ວ, ນີ້ບໍ່ພຽງແຕ່ແມ່ນຄຳນາບຂູ່ຊື່ໆ ເພາະວ່າເມື່ອການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ ເກີດຂຶ້ນໃນວັນທີ 07 ຕຸລາ 2023 ນັ້ນ, ອຳນາດການປົກຄອງ ອິດສະຣາແອັນ ໄດ້ຄິດໄລ່ເຖິງກໍລະນີເປີດບັ້ນຮົບການທະຫານບຸກໂຈມຕີຕ້ານກຳລັງ ເຮໂບລາ ແລ້ວ, ຍ້ອນມີຄວາມວິຕົກກັງວົນວ່າ ຮາມາດສ ຈະດຳເນີນບັ້ນບຸກໂຈມຕີທີ່ຄ້າຍຄືກັນກັບວັນທີ 07 ຕຸລາອີກ. ທ່ານປະທານກຳມາທິການພົວພັນຕ່າງປະເທດ ແລະ ປ້ອງກັນຊາດຂອງ ສະພາແຫ່ງຊາດ ອິດສະຣາແອັນ, Yuli Edelstein, ໄດ້ຖະແຫຼງວ່າ ຈຸດປະສົງຂອງ ອິດສະຣາແອັນ ແມ່ນຍູ້ກຳລັງ ເຮໂບລາ ໃຫ້ອອກໄປໄກໆຈາກເຂດຊາຍແດນ ອິດສະຣາແອັນ:

        “ນັ້ນແມ່ນເປົ້າໝາຍ ເຊິ່ງພວກຂ້າພະເຈົ້າພະຍາຍາມບັນລຸໄດ້ຜ່ານບັນດາຊ່ອງທາງການທູດ. ຂ້າພະເຈົ້າຈະບໍ່ເວົ້າລະອຽດ, ແຕ່ພວກຂ້າພະເຈົ້າຢາກໃຫ້ເຂົາເຈົ້າອອກໄປໄກໆຈາກເຂດຊາຍແດນຫຼາຍໆໄມ, ຫາກບໍ່ແມ່ນພຽງແຕ່ 2 3 ແມັດ.”

        ໂດຍບໍ່ຢຸດຢູ່ທີ່ການຕໍ່ສູ້ດ້ວຍປາກຕໍ່ປາກ, ສອງຝ່າຍກໍ່ພວມເພີ່ມທະວີການບຸກໂຈມຕີເຂົ້າບັນດາເປົ້າໝາຍຂອງກັນ. ໃນ 2 – 3 ອາທິດຜ່ານມາ, ອິດສະຣາແອັນ ສືບຕໍ່ດຳເນີນການບຸກໂຈມຕີທາງອາກາດເຂົ້າບັນດາຖານທີ່ໝັ້ນຂອງ ເຮໂບລາ ຢູ່ພາກໃຕ້ ລີບັງ ຢ່າງລຽນຕິດ ແລະ ເພື່ອໂຕ້ຕອບຄືນ, ວັນທີ 06 ມັງກອນ, ເຮໂບລາ ໄດ້ຍິງຈະຫຼວດເປັນ ຈຳນວນຫຼາຍເຂົ້າເຂດດິນແດນ ອິດສະຣາແອັນ. ຄວາມເຄັ່ງຕຶງນັບມື້ນັບເພີ່ມຂຶ້ນ ເມື່ອ ອິດສະຣາແອັນ ບຸກໂຈມຕີສັງຫານ ທ່ານ Saleh al – Arouri, ຮອງຫົວໜ້າກຳລັງ ຮາມາດສ ແລະ ທັງເປັນພັນທະມິດທີ່ໃກ້ຊິດຂອງ ເຮໂບລາ ໃນວັນທີ 02 ມັງກອນ, ຢູ່ຊານນະຄອນຫຼວງ Beirut (ລີບັງ).  ຕໍ່ໜ້າສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນໃນປັດຈຸບັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Antony Blinken ຍອມຮັບວ່າ ປັດຈຸບັນ ແມ່ນຈຸດເວລາເຄັ່ງຕຶງທີ່ສຸດຢູ່ພາກພື້ນ ແລະ ການປະທະກັນຈາກເຂດ ກາຊາ ມີຄວາມສາມາດແຜ່ລາມອອກສູ່ເຂດອື່ນໄດ້ຢ່າງງ່າຍດາຍ, ຖ້າຫາກວ່າທຸກຝ່າຍບໍ່ມີການກະທຳຢ່າງຮີບດ່ວນ.

        “ນີ້ແມ່ນການປະທະກັນອາດຈະແຜ່ລາມ ແລະ ກໍ່ຄວາມຂາດສະຖຽນລະພາບ ກໍຄື ຜົນເສຍຫາຍຫຼາຍກວ່າຕໍ່ພາກພື້ນນີ້ໄດ້ຢ່າງງ່າຍດາຍ. ດັ່ງນັ້ນ, ໃນມື້ທຳອິດນັ້ນ, ພວກຂ້າພະເຈົ້າສຸມຈິດສຸມໃຈສະກັດກັ້ນບໍ່ໃຫ້ການປະທະກັນແຜ່ລາມອອກສູ່ວົງກວ້າງ. ນັ້ນແມ່ນບຸລິມະສິດຕົ້ນຕໍໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທີ 4 ຂອງຂ້າພະເຈົ້າ ໄປຍັງພາກພື້ນດັ່ງກ່າວ ນັບແຕ່ເມື່ອເກີດການປະທະກັນ”.

        ໂດຍມີທັດສະນະອັນດຽວກັນ, ວັນທີ 06 ມັງກອນ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ສະຫະພາບເອີຣົບ (ອີຢູ), ທ່ານ Josep Borrell, ກໍຮຽກຮ້ອງໃຫ້ຕ້ອງເຮັດທຸກວິທີທາງເພື່ອຫຼີກລ້ຽງເລື່ອງ ລີບັງ ຈະຖືກແກ່ດຶງເຂົ້າໃນສົງຄາມ.

       ການປຶກສາຫາລືກ່ຽວກັບອະນາຄົດ ກາຊາ ຫຼັງການປະທະກັນ

        ໄປຄຽງຄູ່ບຸລິມະສິດແຖວໜ້ານັ້ນແມ່ນ ສະກັດກັ້ນຄວາມສ່ຽງເກີດສົງຄາມໃນພາກພື້ນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະສືບຕໍ່ຊຸກຍູ້ການຊອກຫາມາດຕະການຕ່າງໆ ເພື່ອແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ ໂດຍໄວ, ດຳເນີນການສ້າງບັນດາຂອບເຂດການເມືອງໃໝ່ໃຫ້ເຂດດິນແດນນີ້ຫຼັງການປະທະກັນ ແລະ ໄກກວ່ານັ້ນ ແມ່ນຟື້ນຟູວິວັດທະນະການສ້າງສັນຕິພາບລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ ຕາມບັນດາກົນໄກໃໝ່.

        ຕາມວົງການນັກສັງເກດການ, ພາຍຫຼັງທີ່ກອງທັບ ອິດສະຣາແອັນ ດຳເນີນບັ້ນການທະຫານຢູ່ເຂດ ກາຊາ ໄດ້ 3 ເດືອນກວ່າ, ບັນດາການຂັດແຍ້ງກັນລະຫວ່າງອຳນາດການປົກຄອງປະເທດນີ້ ແລະ ອາເມລິກາ, ພັນທະມິດໃກ້ຊິດທີ່ສຸດຂອງ ອິດສະຣາແອັນ ກໍນັບມື້ນັບປະກົດຫຼາຍຂຶ້ນ. ເຖິງວ່າ ຍັງຮັກສາການສະໜັບສະໜູນດ້ານການເມືອງ ແລະ ການທະຫານຂອງ ອິດສະຣາແອັນ ເປັນສ່ວນໃຫຍ່ ແຕ່ ອາເມລິກາ ບໍ່ພໍໃຈກັບຫຼາຍບັນຫາຂອງ ອິດສະຣາແອັນ, ເປັນຕົ້ນແມ່ນ ອິດສະຣາແອັນ ບໍ່ໃຫ້ການຮ່ວມມືກັບອົງການຈັດຕັ້ງສາກົນ ໃນການຊ່ວຍເຫຼືອສາມັນຊົນ ປາແລັດສະຕິນ ຢູ່ເຂດ ກາຊາ.

        ນອກຈາກບັນຫາມະນຸດສະທຳແລ້ວ, ປັດຈຸບັນ, ອຳນາດການປົກຄອງ ອາເມລິກາ ກໍມີຄວາມບໍ່ລົງລອຍກັນຕໍ່ການສ້າງບັນດາມາດຕະການດ້ານການເມືອງ ເພື່ອຄຸ້ມຄອງເຂດ ກາຊາ ຫຼັງການປະທະກັນ ຂອງລັດຖະບານ ອິດສະຣາແອັນ. ອາເມລິກາ ພ້ອມກັບຫຼາຍປະເທດອື່ນ, ມີຄວາມປາດຖະໜາຢາກສ້າງລັດ ປາແລັດສະຕິນ ທີ່ມີຄວາມເປັນເອກະພາບ ເພື່ອຄຸ້ມຄອງທັງເຂດ ກາຊາ ກັບເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ພາຍຫຼັງຢຸດຕິການປະທະກັນ. ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາ, ຍັງມີເຈົ້າໜ້າທີ່ຫຼາຍທ່ານໃນລັດຖະບານ ອິດສະຣາແອັນ  ໄດ້ເປີດເຜີຍຖະແຫຼງການວ່າ ບໍ່ຢາກມອບເຂດ ກາຊາ ໃຫ້ຊາວ ປາແລັດສະຕິນ ຄຸ້ມຄອງ. ດັ່ງນັ້ນ, ໃນການເດີນທາງໄປປະຕິບັດງານຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຕ້ອງເກ້ຍກ່ອມວົງການການນຳ ອິດສະຣາແອັນ ກ່ຽວກັບການຕ້ອງດຳເນີນການປຶກສາຫາລືກ່ຽວກັບບັນຫານີ້ຢ່າງເຂັ້ມງວດໂດຍໄວ. ກ່ອນໜ້ານັ້ນ, ໃນສານທີ່ມີລັກສະນະກ່າວເຕືອນສະບັບໜຶ່ງທີ່ໄດ້ຝາກມາຍັງ ລັດຖະບານ ອິດສະຣາແອັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ໄດ້ປຶກສາຫາລືກັບການນຳຫຼາຍປະເທດ ອາຣັບ ໃນພາກພື້ນ ແລະ ໄດ້ຮັບຄຳໝັ້ນສັນຍາວ່າ ບັນດາປະເທດ ອາຣັບ ຍັງມີຄວາມສົນໃຈເຖິງການຫັນສາຍພົວພັນໃນອະນາຄົດກັບ ອິດສະຣາແອັນ ເປັນປົກກະຕິ, ແຕ່ດ້ວຍເງື່ອນໄຂການປະທະກັນຢູ່ເຂດ ກາຊາ ຕ້ອງຢຸດຕິໂດຍໄວ ແລະ ວິວັດທະນາການສ້າງສັນຕິພາບ ລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ ຕ້ອງບັນລຸໄດ້ມາດຕະການຍາວນານ, ໃນນັ້ນ ພື້ນຖານແມ່ນການສ້າງລັດ ປາແລັດສະຕິນ ທີ່ຄົງຕົວໄປພ້ອມກັບລັດ ອິດສະຣາແອັນ./.

ຕອບກັບ

ຂ່າວ/ບົດ​ອື່ນ