ຢັ້ງ​ຢືນ​ບົດ​ບາດ​ຂອງ​ກະ​ສິ​ກຳ, ຊາວ​ກະ​ສິ​ກອນ ໃນ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) - ກ່າວຄຳເຫັນທີ່ວາລະໄຂກອງປະຊຸມຜູ້ແທນສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ວັນທີ 26 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ຢັ້ງຢືນວ່າ: ກະສິກຳ ແມ່ນທ່າໄດ້ປຽບແຫ່ງຊາດ, ແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ. ຊາວກະສິກອນ, ຊົນນະບົດທີ່ທີ່ຕັ້ງຍຸດທະສາດ ໃນພາລະກິດ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ. ການຢັ້ງຢືນນີ້ ສະແດງໃຫ້ເຫັນຄວາມສຳຄັນຂອງກະສິກຳ, ຊາວກະສິກອນໃນການພັດທະນາຂອງ ຫວຽດນາມ.

ຢັ້ງ​ຢືນ​ບົດ​ບາດ​ຂອງ​ກະ​ສິ​ກຳ, ຊາວ​ກະ​ສິ​ກອນ ໃນ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1ກອງປະຊຸມຜູ້ແທນສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII (ພາບ: VGP)

ຫວຽດນາມ ມີທ່າໄດ້ປຽບ ກ່ຽວກັບການພັດທະນາກະສິກຳ. ໃນໄລຍະຜ່ານມາ, ກະສິກຳ ຫວຽດນາມ ມີການຫັນປ່ຽນຢ່າງແຮງ, ບັນລຸໄດ້ຜົນສຳເລັດທີ່ຍິ່ງໃຫຍ່, ມີການພັດທະນາ ດ້ວຍການເຕີບໂຕທີ່ມີຄວາມໄວສູງພໍສົມຄວນຢ່າງຕໍ່ເນື່ອງ.

ກະສິກຳ ສືບຕໍ່ເສີມຂະຫຍາຍບົດບາດເປັນເສົາຄ້ຳຂອງພື້ນຖານເສດຖະກິດ ຫວຽດນາມ

ປີ 2023, ກະສິກຳ ສືບຕໍ່ຢັ້ງຢືນໄດ້ທີ່ຕັ້ງສຳຄັນ, ແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ ຫວຽດນາມ, ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດຢ່າງໝັ້ນແກ່ນ ແລະ ປະກອບສວ່ນເຂົ້າໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ.

ບົດບາດເປັນ “ເສົາຄ້ຳ” ພື້ນຖານເສດຖະກິດຂອງກະສິກຳ ສະແດງໃຫ້ເຫັນຢ່າງຈະແຈ້ງເມື່ອປີນີ້, ໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ແຕ່ເສດຖະກິດທົ່ວຂະແໜງກະສິກຳ ຫວຽດນາມ ຄາດວ່າບັນລຸລະດັບການເຕີບໂຕ 3,83% ສູງທີ່ສຸດໃນຫຼາຍປີມານີ້. ພິເສດ, ວົງເງິນການສົ່ງອອກທົ່ວຂະແໜງບັນລຸກ່ວາ 53 ຕື້ USD, ມູນຄ່າສ່ວນເກີນການຄ້າທົ່ວຂະແໜງບັນລຸກ່ວາ 11 ຕື້ USD. ນີ້ແມ່ນລະດັບສູງສະຖິຕິ ແລະ ກວມເອົາກ່ວາ 42,5% ການສົ່ງອອກເກີນດູນໃນທົ່ວປະເທດ. ໃນນັ້ນ ມີຜະລິດຕະພັນສົ່ງອອກຈຳນວນໜຶ່ງເພີ່ມຂຶ້ນສູງລະດັບສະຖິຕິນັ້ນແມ່ນ: ຜັກໝາກໄມ້ບັນລຸກ່ວາ 70%, ເຂົ້າສານເພີ່ມຂຶ້ນກ່ວາ 36%... ຄາດວ່າ ວົງເງິນການສົ່ງອອກຜັກໝາກໄມ້ໃນປີນີ້ຂອງ ຫວຽດນາມ ອາດຈະບັນລຸລະດັບສູງສະຖິຕິແຕ່ 5,5 – 5,8 ຕື້ USD, ເພີ່ມຂຶ້ນ 80 – 90% ເມື່ອທຽບໃສ່ກັບປີ 2022. ພ້ອມກັນນັ້ນ, ສິນຄ້າປະເພດເຂົ້າສານ ແລະ ຜັກໝາກໄມ້ ຍັງມີໂອກາດສືບຕໍ່ເຕີບໂຕໃນປີ 2024.

ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ ບັນດາໝາກຜົນບັນລຸໄດ້ຂອງຂະແໜງກະສິກຳແມ່ນໝາກຜົນຂອງການຈັດຕັ້ງຄືນໃໝ່ການຜະລິດ, ສ້າງໂຄງປະກອບຄືນໃໝ່ບັນດາຂະແໜງເພື່ອເພີ່ມມູນຄ່າຂຶ້ນ, ນຳລາຍຮັບສູງມາໃຫ້ປະຊາຊົນເວົ້າສະເພາະ ແລະ ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດຂອງທົ່ວປະເທດເວົ້າລວມ. ທ່ານໃຫ້ຮູ້ວ່າ:

ການຫັນປ່ຽນຈາກຈິນຕະນາການຜະລິດກະສິກຳ ມາຍັງຈິນຕະນາການເສດຖະກິດກະສິກຳ ແມ່ນການຫັນປ່ຽນຈາກການເຕີບໂຕມູນຄ່າດ່ຽວ ມາເປັນການເຕີບໂຕຫຼາຍມູນຄ່າ. ພວກເຮົາມີຄວາມໝັ້ນໃຈເພື່ອສ້າງໂຄງປະກອບຂະແໜງສິນຄ້າຄືນໃໝ່ຄື ເຂົ້າສານໃນປັດຈຸບັນ ໄດ້ມີປະກົດມີຢູ່ຕະຫຼາດທີ່ມີຄວາມຮຽກຮ້ອງຕ້ອງການເຂັ້ມງວດຄື: ຍີ່ປຸ່ນ, ອາເມລິກາ, ສະຫະພາບ ເອີລົບ. ສຳຄັນທີ່ສຸດນັ້ນແມ່ນ ຢາກສ້າງມູນຄ່າໃຫ້ແກ່ອະນາຄົດ ຕ້ອງສ້າງໂຄງປະກອບຂະແໜງສິນຄ້າຄືນໃໝ່, ເພີ່ມມູນຄ່າໃຫ້ແກ່ສິນຄ້າ.

ຊາວກະສິກອນ - ເຈົ້າຂອງການພັດທະນາກະສິກຳ, ເສດຖະກິດຊົນນະບົດ

ໝາກຜົນຂອງຂະແໜງກະສິກຳ ໃນຊຸມປີຜ່ານມາ ຍາມໃດກໍ່ຕິດພັນກັບຄວາມມານະພະຍາຍາມຂອງຊາວກະສິກອນ. ຊາວກະສິກອນ ແມ່ນເຈົ້າຂອງ,ແມ່ນໃຈກາງຂອງວິວັດການພັດທະນາກະສິກຳ.

ຢັ້ງ​ຢືນ​ບົດ​ບາດ​ຂອງ​ກະ​ສິ​ກຳ, ຊາວ​ກະ​ສິ​ກອນ ໃນ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ຕວັນຮູຍ)

ໃນສະພາບການປັດຈຸບັນ, ເມື່ອຫວຽດນາມ ພວມປ່ຽນແປງຈິນຕະນາການຜະລິດ ກະສິກຳ ມາຍັງເສດຖະກິດກະສິກຳ, ການຜະລິດສະອາດ, ການເຕີບໂຕຂຽວ ແມ່ນ ທ່າອ່ຽງຕ້ອງເປັນໄປ, ບົດບາດຂອງຊາວກະສິກອນນັບມື້ນັບສຳຄັນ. ຢູ່ກອງປະຊຸມ ຜູ້ແທນທົ່ວປະເທດ ສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢັ້ງຢືນວ່າ:

ພັກກອມມູນິດ ຫວຽດນາມ ໄດ້ກຳນົດວ່າ: “ກະສິກຳ, ຊາວກະສິກອນ, ຊົນນະບົດ ແມ່ນສາມປັດໄຈສຳຄັນທີການພົວພັນຢ່າງສະໜິດແໜ້ນ, ບໍ່ອາດຕັດແຍກອອກຈາກກັນໄດ້; ມີບົດບາດ, ທີ່ຕັ້ງສຳຄັນທີ່ສຸດໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາ ປະເທດຊາດ”. ຊາວກະສິກອນ, ຊົນນະບົດ ມີທີ່ຕັ້ງຍຸດທະສາດ ໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ. ດັ່ງນັ້ນ, ສະມາຄົມຊາວກະສິກອນ ທຸກຂັ້ນ ຕ້ອງແນະນຳຊາວກະສິກອນຕັ້ງໜ້າ ເຂົ້າຮ່ວມ ການສ້າງຊົນນະບົດໃໝ່, ຊົນນະບົດລະດັບສູງ, ເປັນແບບຢ່າງທີ່ດີ, ອັດສະລິຍະ, ນຳໃຊ້ເຕັກໂນໂລຢີດີຈີຕອນ, ເສີມຂະຫຍາຍບົດບາດຂອງຊາວກະສິກອນ ແມ່ນເຈົ້າຂອງ, ແມ່ນໃຈກາງໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ສ້າງຊົນນະບົດໃໝ່. ຮູບພາບ “ກະສິກຳເປັນມິດກັບສິ່ງແວດລ້ອມ, ຊົນນະບົດເປັນທັນສະໄໝ, ຊາວກະສິກອນສີວິໄລ” ແມ່ນຮູບພາບສວຍງາມສົມບູນບໍ່ ແລະ ເຮັດແນວໃດເພື່ອໃຫ້ເປົ້າໝາຍນັ້ນປະກົດຜົນເປັນຈິງນັ້ ກໍ່ຮຽກຮ້ອງຕ້ອງການ ການຕັດສິນໃຈ, ການຮ່ວມແຮງຮ່ວມໃຈ, ເຂົ້າຮ່ວມຂອງທົ່ວລະບົບການເມືອ ງແລະ ທົ່ວສັງຄົມ, ແຕ່ສະມາຄົມຊາວກະສິກອນ ຫວຽດນາມ ແລະ ຊາວກະສິກອນ ຫວຽດນາມທຸກຊັ້ນຄົນ ມີບົດບາດໂດຍກົງ ແລະ ຫຼັກແຫຼ່ງ.

ຫວຽດນາມ ພວມຢື່ນຢູ່ຕໍ່ໜ້າບັນດາກາລະໂອກາດປ່ຽນແປງໃໝ່, ພັດທະນາຢ່າງຮອບດ້ານ ແລະ ປະທັບໃຈ ຕາມທິດສຳຜັດກັບການຜັນແປ, ທ່າອ່ຽງການບໍລິໂພກຂອງພື້ນຖານເສດຖະກິດທົ່ວໂລກ, ທ່າອ່ຽງການບໍລິໂພກເປັນມິດກັບສິ່ງແວດລ້ອມຂອງໂລກ. ໃນການຜັນແປນັ້ນ, ກະສິກຳ, ຊາວກະສິກອນ ຫວຽດນາມ ສືບຕໍ່ຢັ້ງຢືນ ບົດບາດສຳຄັນຂອງຕົນ, ເຂົ້າຮ່ວມການສ້າງພື້ນຖານກະສິກຳທີ່ເປັນມິດກັບສິ່ງແວດລ້ອມ, ຊົນນະບົດທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ