ພ້ອມກັນຊອກຫາມາດຕະການແກ້ໄຂເພື່ອນຳປະເທດ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ພັດທະນາ

(VOVWORLD) - ວິທີຊັກຖາມ, ເນື້ອໃນຊັກຖາມມີຫຼາຍຈຸດທີ່ແຕກຕ່າງກັນ, ສະແດງໃຫ້ເຫັນຈິດໃຈປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງຂອງສະພາແຫ່ງຊາດ
ພ້ອມກັນຊອກຫາມາດຕະການແກ້ໄຂເພື່ອນຳປະເທດ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ພັດທະນາ - ảnh 1ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມ
(ພາບ: quochoi.vn)

        ວັນທີ 06 ພະຈິກ, ກອງປະຊມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເລີ່ມດຳເນີນວາລະຊັກຖາມບັນດາສະມາຊິກລັດຖະບານ. ນີ້ແມ່ນການເຄື່ອນໄຫວປະຈຳໃນກອງປະຊຸມຂອງສະພາແຫ່ງຊາດແຕ່ລະສະໄໝ, ແຕ່ມີຄວາມແຕກຕາງກັນກັບສະໄໝປະຊຸມຄັ້ງກ່ອນໆ, ວາລະຊັກຖາມທີ່ກອງປະຊຸມເທື່ອທີ 6 ນີ້ແມ່ນການຊັກຖາມກາງສະໄໝ. ສະນັ້ນ, ວິທີຊັກຖາມ, ເນື້ອໃນຊັກຖາມມີຫຼາຍຈຸດທີ່ແຕກຕ່າງກັນ, ສະແດງໃຫ້ເຫັນຈິດໃຈປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງຂອງສະພາແຫ່ງຊາດ ເພື່ອໄປທັນກັບວິວັດການພັດທະນາຂອງປະເທດຊາດ ແລະ ການຄອງຄອຍຂອງຜູ້ມີສິດເລືອກຕັ້ງ.

        ການຊັກຖາມແມ່ນການຕິດຕາມກວດກາຂອງສະພາແຫ່ງຊາດ, ໄປພ້ອມກັບພາລະບົດບາດນິຕິບັນຍັດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ດ້ວຍເວລາ 2 ມື້ເຄິ່ງ, ວາລະຊັກຖາມທີ່ກອງປະຊຸມເທື່ອທີ 6 ໄດ້ສຸມໃສ່ຕິດຕາມກວດກາເລື່ອງ ບັນດາສະມາຊິກລັດຖະບານປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດໃນຂົງເຂດທີ່ຕົນເອງຮັບຜິດຊອບ.

ຕິດຕາມກວດກາການປະຕິບັດຄຳໝັ້ນສັນຍາຕໍ່ສະພາແຫ່ງຊາດ

        ກອງປະຊຸມເທື່ອທີ 6 ແມ່ນກອງປະຊຸມກາງສະໄໝ, ສະນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ດຳເນີນວາລະຊັກຖາມບັນດາສະມາຊິກລັດຖະບານ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງກ່ຽວກັບສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດໃນການປະຕິບັດມະຕິບາງສະບັບຂອງສະພາແຫ່ງຊາດຊຸດທີ XIV ແລະ ນັບແຕ່ຕົ້ນອາຍຸການຂອງສະພາແຫ່ງຊາດຊຸດທີ XV ຮອດທ້າຍກອງປະຊຸມເທື່ອທີ 4. ເວົ້າອີກແບບໜຶ່ງແມ່ນ, ວາລະຊັກຖາມຄັ້ງນີ້ ຄວາມຈິງແມ່ນຕິດຕາມກວດກາການປະຕິບັດຄຳໝັ້ນສັນຍາຕໍ່ສະພາແຫ່ງຊາດ, ຕໍ່ຜູ້ມີສິດເລືອກຕັ້ງຂອງບັນດາຫົວໜ້າຂະແໜງການໃນການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ. ທ່ານນາງ ເຈິ່ນທິຢ້ຽວຖຸຍ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ, ຖືວ່າ:

        “ຈຸດພິເສດໃນຄັ້ງນີ້ແມ່ນບໍ່ຍົກອອກຫົວຂໍ້ກ່ອນ, ບໍ່ເລືອກເອົາຜູ້ຖືກຊັກຖາມ ຫາກສະມາຊິກລັດຖະບານໝົດທຸກຄົນໃນທຸກຂົງເຂດຕ້ອງຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງ. ຄວາມຈິງ, ນີ້ຈະແມ່ນວາລະຊັກຖາມທີ່ຟົດຟື້ນ, ຜູ້ມີສິດເລືອກຕັ້ງລໍຄອຍທີ່ສຸດ, ຕັ້ງຄວາມຫວັງວ່າ ຈະມີຫຼາຍບັນຫາຈະໄດ້ຍົກອອກມາ, ຈະໄດ້ຮັບຄຳຕອບ. ຄວາມຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ຂ້າພະເຈົ້າເອງແມ່ນຫວັງວ່າ ມີຫຼາຍຄຳຖາມທີ່ຈະໄດ້ຮັບຄຳຕອບຢ່າງລອບຄອບທີ່ຖ້ວນ, ອະພິປາຍບັນດາຄວາມຫຍຸ້ງຍາກເຊິ່ງລັດຖະບານພວມປະເຊີນໜ້າ ເມື່ອແກ້ໄຂບັນຫາທີ່ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ, ຫຼືໃນການບໍລິຫານເສດຖະກິດ, ສັງຄົມ”.

        ໃນຂະນະນັ້ນ, ທ່ານນາງ ເລດ່າວອານຊວັນ, ຄະນະສະມາຊິກສະພາແຫ່ງຊາດແຂວງ ຟູອຽນ, ຍົກອອກຄຳເຫັນວ່າ:

        “ຂ້າພະເຈົ້າໄດ້ຕີລາຄາສູງຮູບແບບການຈັດຕັ້ງ ໂດຍຄະນະປະຈຳສະພາແຫ່ງຊາດສະເໜີໃນວາລະຊັກຖາມຄັ້ງນີ້. ຍ້ອນວ່າ ມີຫົວຄິດປະດິດສ້າງ ແລະ ມີໄຫວພິບ, ກໍຄືສະແດງໃຫ້ເຫັນຄວາມກວມລວມບໍລິຫານຂອງແຕ່ລະຫົວໜ້າຂະແໜງການ, ຊີ້ໃຫ້ເຫັນການສົມທົບກັນຂອງບັນດາອົງການທີ່ກ່ຽວຂ້ອງ ເພື່ອປະຕິບັດໜ້າທີ່ເຊິ່ງໄດ້ໃຫ້ຄຳໝັ້ນສັນຍາແລ້ວ”.

ຮັບປະກັນປະສິດທິຜົນ

        ເພື່ອຮັບປະກັນການເຕົ້າໂຮມ, ມີຈຸດສູມ ແລະ ບັນລຸປະສິດທິຜົນໃນການເຄື່ອນໄຫວຊັກຖາມຂອງສະພາແຫ່ງຊາດ, ວາລະຊັກຖາມ ແລະ ຕອບຄຳຊັກຖາມຄັ້ງນີ້ໄດ້ສຸມໃສ່ຂົງເຂດເສດຖະກິດສັງລວມ - ມະຫາພາກ; ເສດຖະກິດຂະແໜງການ; ວັດທະນະທຳ - ສັງຄົມ ແລະ ຕຸລາການ - ວຽກງານການເມືອງພາຍໃນ - ການກວດສອບບັນຊີແຫ່ງລັດ.

        ພິເສດ, ວາລະຊັກຖາມບໍ່ໄດ້ກຳນົດສະເພາະໃຫ້ແຕ່ລະຂົງເຂດ, ຫາກຈະໄດ້ດັດປັບຢ່າງມີໄຫວພິບຕາມສະພາບການຕົວຈິງ. ສິ່ງດັ່ງກ່າວໄດ້ສ້າງຄວາມເປັນເຈົ້າການ, ມີໄຫວພິບສຳລັບຜູ້ບໍລິຫານວາລະຊັກຖາມ, ປະກອບສ່ວນຍົກສູງປະສິດທິຜົນຂອງວາລະຊັກຖາມ ແລະ ຕອບຄຳຊັກຖາມ.

        ກ່າວຄຳເຫັນພາຍຫຼັງກວດກາບັນດາວຽກງານກະກຽມໃຫ້ແກ່ວາລະຊັກຖາມ (ໃນຕອນບ່າຍວັນທີ 30 ຕຸລາ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ ນີ້ແມ່ນຮູບແບບ “ຕິດຕາມກວດກາ ພາຍຫຼັງທີ່ໄດ້ຕິດຕາມກວດກາ”. ຍ້ອນສຸດທ້າຍ ສິ່ງທີ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຕ້ອງການແມ່ນໝາກຜົນຂອງການປະຕິບັດ. ຖ້າຫາກພຽງແຕ່ຈັດການຊັກຖາມເທົ່ານັ້ນ ແຕ່ບໍ່ກັບຄືນມາຕີລາຄາໝາກຜົນການປະຕິບັດ, ພິເສດແມ່ນການຫັນບັນດາຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງນັ້ນ, ກໍ່ຖືວ່າ ບັນດາວາລະຊັກຖາມແມ່ນ່ຍັງບໍ່ທັນບັນລຸປະສິດທິຜົນເປັນຢ່າງດີທີ່ສຸດ… ດ້ວຍການຊັກຖາມທີ່ກອງປະຊຸມເທື່ອທີ 6 ນີ້, ບັນດາບັນຫາທີ່ຫາງສຽງໄດ້ສົນໃຈຈະໄດ້ພິຈາລະນາໃນຫຼາຍແງ່ມູມ. ເມື່ອເຕື້ອງເຖິງບັນຫາດັ່ງກ່າວ, ທ່ານ ຈິ້ງຊວັນອານ, ຄະນະສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ, ໃຫ້ຮູ້ວ່າ:

        “ພວກເຮົາບໍ່ແບ່ງກຸ່ມ ຫາກແບ່ງເປັນບັນດາຂົງເຂດເພື່ອຊັກຖາມ, ນັ້ນແມ່ນຈຸດໃໝ່ໃນການເຄື່ອນໄຫວຊັກຖາມ. ເຮັດຄືແນວນັ້ນຈະສາມາດເຂົ້າເຖິງບັນຫາໄດ້ໝົດ ເພື່ອໃຫ້ສະມາຊິກສະພາແຫ່ງຊາດມີຄຳຖາມລົງເລິກ, ຕິດແທດກວ່າ”.

        ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາແຫ່ງຊາດ ຍາມໃດກໍ່ໄດ້ຮັບຄວາມສົນໃຈຕິດຕາມເປັນພິເສດຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ຈຸດຕົ້ນຕໍຂອງການຊັກຖາມແມ່ນຊີ້ໃຫ້ເຫັນບັນດາບັນຫາທີ່ຍັງຄົງຄ້າງ, ສິ່ງຈຳກັດ ເພື່ອພ້ອມກັນປຶກສາຫາລື, ແກ້ໄຂ, ຊ່ວຍໃຫ້ບັນດາທ່ານລັດຖະມົນຕີ, ຫົວໜ້າຂະແໜງການບໍລິຫານ, ຄຸ້ມຄອງເປັນຢ່າງດີກວ່າ. ແລະທີ່ກອງປະຊຸມເທື່ອທີ 6 ນີ້, ການຊັກຖາມຍັງແມ່ນໂອກາດເພື່ອໃຫ້ສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນເຫັນໄດ້ຄວາມມານະພະຍາຍາມຂອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການໃນການປະຕິບັດບັນດາມະຕິຂອງສະພາແຫ່ງຊາດໃນໄລຍະຜ່ານມາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ