ປີ 2024: ສູ້ຊົນເປັນຢ່າງສູງເພື່ອບັນລຸໝາກຜົນສູງສຸດ

(VOVWORLD) - ປີ 2024, ຫວຽດນາມ ທັງຕ້ອງປະຕິບັດບັນດາໜ້າທີ່ປະຈຳ ດ້ວຍຄວາມຮຽກຮ້ອງທີ່ສູງກວ່າ, ດ້ວຍຄາດໝາຍສູງກວ່າປີ 2023
ປີ 2024: ສູ້ຊົນເປັນຢ່າງສູງເພື່ອບັນລຸໝາກຜົນສູງສຸດ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ໂດຍໄດ້ຈັດຂຶ້ນໃນວັນທີ 05 ມັງກອນ, ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນ, ແມ່ນເຫດການສຳຄັນຂອງ ລັດຖະບານ ຫວຽດນາມ ເພື່ອຜັນຂະຫຍາຍປະຕິບັດບັນດາເປົ້າໝາຍຂອງປີ 2024, ເຊິ່ງໄດ້ຍົກອອກ ຫຼາຍການກຳນົດທິດຊີ້ນຳ, ມີລັກສະນະບານພັບໃຫ້ທັງປີ. ບົນຈິດໃຈລວມແມ່ນ, ປີ 2024, ຫວຽດນາມ ຕ້ອງມານະພະຍາຍາມສູ້ຊົນໃຫ້ຫຼາຍກວ່າເກົ່າ ເພື່ອບັນລຸໝາກຜົນສູງກວ່າປີ 2023.

ປີ 2024, ຫວຽດນາມ ທັງຕ້ອງປະຕິບັດບັນດາໜ້າທີ່ປະຈຳດ້ວຍຄວາມຮຽກຮ້ອງທີ່ສູງກວ່າ, ດ້ວຍຄາດໝາຍ ສູງກວ່າປີ 2023; ທັງແກ້ໄຂບັນດາວຽກງານທີ່ຄົງຄ້າງໃນເວລາຫຼາຍປີ, ຫຼາຍອາຍຸການ; ທັງຕ້ອງຮັບມື, ມີປະກິລິຍາຢ່າງໄວຕໍ່ບັນດາບັນຫາ, ການຜັນແປໃໝ່ທີ່ອາດຈະເກີດຂຶ້ນທີ່ຍັງບໍ່ທັນຄາດຄະເນໄດ້ໝົດເທື່ອ.

ປຸກລຸກບັນດາກຳລັງໜູນເຕີບໂຕໃໝ່

ໜຶ່ງໃນບັນດາມາດຕະການທຳອິດທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຕື້ອງເຖິງທີ່ ກອງປະຊຸມແມ່ນ: ຕ້ອງເຮັດແນວໃດເພື່ອສືບຕໍ່ຊຸກຍູ້ການເຕີບໂຕ, ຮັບປະກັນເສດຖະກິດມະຫາພາກໃຫ້ເປັນ ປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາການດຸ່ນດ່ຽງໃຫຍ່, ການບໍລິຫານນະໂຍບາຍເງິນຕາ ແລະ ປີການເງິນ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ:

“ຕ້ອງໃຫ້ບຸລິມະສິດຊຸກຍູ້ການເຕີບໂຕ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄຟເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ສືບຕໍ່ບໍລິຫານນະໂຍບາຍເງິນຕາຢ່າງເປັນ ເຈົ້າການ, ມີໄຫວພິບ, ທັນການ, ບັນລຸປະສິດທິຜົນ; ສົມທົບກັນຢ່າງຄົບຊຸດ, ປະສົມກົມກຽວ, ແໜ້ນແຟ້ນກັບ ນະໂຍບາຍປີການເງິນເປີດກວ້າງຢ່າງສົມເຫດສົມຜົນ, ມີຈຸດສຸມ ແລະ ບັນດານະໂຍບາຍອື່ນ. ຍູ້ແຮງບັນດາກຳລັງໜູນເຕີບໂຕໃໝ່, ຄື: ການເຊື່ອມຕໍ່ເຂດ, ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ບັນດາຂະແໜງ, ຂົງເຂດໃໝ່, ຄື: ຊິບເຄິ່ງຊັກນຳໄຟຟ້າ, hydrogen…”

ທ່ານນາຍົກລັດຖະມົນຕີ ໄດ້ເນັັ້ນໜັກເຖິງຄວາມຮຽກຮ້ອງຕ້ອງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ໃຫ້ແທດຈິງ, ບັນລຸປະສິດທິຜົນ. ໃນນັ້ນ, ຕ້ອງສ້າງໂຄງປະກອບບັນດາອົງການສິນເຊື່ອອ່ອນດ້ອຍຄືນໃໝ່, ແກ້ໄຂບັນດາໂຄງການຫຼຸບທຶນ, ຊຸກຍູ້ການເຊື່ອມຕໍ່ເຂດ… ປີ 2024, ຫວຽດນາມ ກໍ່ຈະຍູ້ແຮງລະດັບ ຄວາມຄືບໜ້າໃນການປະຕິບັດບັນດາກິດຈະກຳຄົມມະນາຄົມຈຸດສຸມ, ໂດຍສະເພາະແມ່ນທ່າອາກາດສະຍານ ສາກົນ ລອງແທ່ງ; ໂຄງການເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້. ເພື່ອສາມາດກາຍເປັນສະຖານທີ່ ຂອງຂະແໜງຜະລິດຊິບເຄິ່ງຊັກນຳໄຟຟ້າ, ຫວຽດນາມ ກໍ່ຕ້ອງຍູ້ແຮງການພັດທະນາແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ຕິດພັນກັບວິທະຍາສາດເຕັກໂນໂລຊີ, ໃນນັ້ນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງໃຫ້ແກ່ບັນດາຂະແໜງ, ຂົງເຂດທີ່ຫາກໍ່ພົ້ນເດັ່ນ; ມຸ່ງໄປເຖິງເປົ້າໝາຍມີແຫຼ່ງຊັບພະຍາກອນ ມະນຸດທີ່ມີຄຸນນະພາບສູງແຕ່ 50.000 – 100.000 ຄົນໃຫ້ແກ່ແກ່ຂະແໜງຜະລິດຊິບເຄິ່ງຊັກນຳໄຟຟ້າ ນັບແຕ່ນີ້ຮອດປີ 2030.

ຫວຽດນາມ ກໍ່ເດັດດ່ຽວ, ຮີບເຮັ່ງຜັນຂະຫຍາຍໂຄງການກະທຳປະຕິບັດບັນດາຄຳໝັ້ນສັນຍາທີ່ COP 28 ແລະ ຖະແຫຼງການການເມືອງກ່ຽວກັບການຫັນປ່ຽນພະລັງງານຍຸຕິທຳ (JETP). ພ້ອມທັງຍູ້ແຮງການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ.

ປີ 2024: ສູ້ຊົນເປັນຢ່າງສູງເພື່ອບັນລຸໝາກຜົນສູງສຸດ - ảnh 2(ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)

ດ້ວຍທັດສະນະລຸລ່ວງຂອງພັກ, ລັດ ຫວຽດນາມ ແມ່ນກຳນົດມະນຸດເປັນໃຈກາງ, ເປັນເຈົ້າກຳ, ແມ່ນເປົ້າໝາຍ, ແມ່ນກຳລັງໜູນ, ແມ່ນແຫຼ່ງຊັບພະນາກອນພັດທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ: ໃນທຸກສະພາບການ ຫວຽດນາມ ຕ້ອງປະຕິບັດວຽກງານຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ, ໂດຍສະເພາະ ແມ່ນໃນຈຸດເວລາທີ່ມີການກະທົບເຖິງຜູ້ທຸກຍາກ, ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດທະເລ, ໝູ່ເກາະ.

ສູ້ຊົນເພື່ອບັນລຸໄດ້ໝາກຜົນສູງສຸດ

ສະພາບການຂອງປີ 2024 ສືບຕໍ່ມີຄວາມຫຍຸ້ງຍາກ ແລະ ອາດຈະຫຍຸ້ງຍາກວ່າປີ 2023, ສະນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ຕັດສິນໃຈຜັນຂະຫຍາຍ ບັນດາເປົ້າໝາຍ, ໜ້າທີ່ລະອຽດໃນປີ 2024.

“ຕັດສິນໃຈແກ້ໄຂທຸກຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍນາໆປະການໃນຫຼາຍຂົງເຂດ; ຕັດສິນໃຈແກ້ໄຂ ຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ຮັບປະກັນໃຫ້ປະຊາຊົນ, ວິສາຫະກິດໄດ້ຊົມໃຊ້ຢ່າງແທ້ຈິງ; ຕັດສິນໃຈມານະພະຍາຍາມຢ່າງສູງສຸດ ເພື່ອບັນລຸໝາກຜົນດີທີ່ສຸດໃນປີ 2024”.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ໜ້າທີ່ທີ່ໄດ້ວາງອອກໃຫ້ປີ 2024 ແມ່ນມີຄວາມໝາຍສຳຄັນ ຕໍ່ການປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກ ຕາມມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາສະມາຊິກລັດຖະບານ, ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນທ້ອງຖິ່ນ ຕ່າງໆ ຈົ່ງມານະພະຍາຍາມສູງສຸດເພື່ອປະຕິບັດສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມປີ 2024, ປະກອບສ່ວນປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ 5 ປີໄລຍະ 2021 – 2025 ຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ