ປີ 2024: ປີ​ເພື່ອສ້າງ​ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈຄືນ​ໃໝ່ ແລະ ຟື້ນ​ຟູ​ຄວາມ​ຫວັງ

(VOVWORLD) - ໃນສານອວຍພອນປີໃໝ່ສະບັບຕ່າງໆ, ບັນດາການນຳໃນໂລກ ຕ່າງກໍເນັ້ນໜັກເຖິງຄວາມຈຳເປັນ ແລະ ຮີບດ່ວນຕໍ່ເລື່ອງບັນດາປະເທດ ແລະ ປະຊາຄົມຕ້ອງຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງຕໍ່ກັນ, ເພື່ອແບ່ງປັນສະພາບແວດລ້ອມແຫ່ງການດຳລົງຊີວິດໃນສະຖຽນລະພາບ ແລະ ພັດທະນາ, ພ້ອມທັງຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍຕ່າງໆໃນທົ່ວໂລກ.

ຈາກບັນດາປະເທດເກາະ ປາຊີຟິກ, ເຊິ່ງເປັນບ່ອນທຳອິດຕ້ອນຮັບປີໃໝ່ ຕະຫຼອດຮອດບັນດາປະເທດຢູ່ເຄິ່ງຊີກໂລກຕາເວັນຕົກ, ປີໃໝ່ໄດ້ວຽນຮອດມາແລ້ວ. ໃນສະພາບການໂລກຫາກໍຜ່ານຜ່າປີໜຶ່ງທີ່ມີ ການຜັນແປຫຼາຍຢ່າງ ນັບທັງທາງດ້ານການເມືອງ, ເສດຖະກິດ ແລະ ສິ່ງແວດລ້ອມ, ຄວາມຄາດຫວັງກ່ຽວກັບສັນຕິພາບ ແລະ ສະຖຽນລະພາບເພື່ອການພັດທະນາ ແມ່ນມີຄວາມຈຳເປັນ ແລະ ຮີບດ່ວນກວ່າເວລາໃດໝົດສຳລັບທຸກໆປະເທດ.

ປີ 2024: ປີ​ເພື່ອສ້າງ​ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈຄືນ​ໃໝ່ ແລະ ຟື້ນ​ຟູ​ຄວາມ​ຫວັງ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: Andrea Renault/AFP)

       ສັນຕິພາບອີງໃສ່ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງ

        ໃນສານສົ່ງໄປກ່ອນປີໃໝ່, ວັນທີ 29 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຢ້ຳຄືນບັນດາຄວາມເຈັບປວດ ເຊິ່ງມະນຸດຕ້ອງແບກຫາບໃນປີຜ່ານມາ ຍ້ອນສົງຄາມ, ຄວາມອຶດຫິວ ແລະ ບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດນັບມື້ນັບຮ້າຍແຮງ. ຕາມທ່ານເລຂາທິການໃຫຍ່ ສປຊ, ມວນມະນຸດໄດ້ກ້າວເຂົ້າສູ່ຈຸດເວລາທີ່ມະນຸດຕ້ອງປະເຊີນໜ້າກັບຄວາມເຈັບປວດ, ສ່ວນໜ່ວຍໂລກກໍຕົກເຂົ້າສູ່ສະພາບຊຸດໂຊມ. ດັ່ງນັ້ນ, ຕາມຫົວໜ້າອົງການຈັດຕັ້ງຫຼາຍຝ່າຍໃຫຍ່ສຸດໃນໂລກແລ້ວ, ທຸກປະເທດ, ບັນດາປະຊາຄົມຕ້ອງອັດປີເກົ່າໄວ້ດ້ວຍວິທີຢຸດຕິການຖີ້ມໂທດໃສ່ກັນ, ເພື່ອສາມາດຈັບມືກັນໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຟື້ນຟູຄວາມຫວັງຄືນໃໝ່:

        “ປີ 2024 ຕ້ອງເປັນປີເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຟື້ນຟູຄວາມຫວັງຄືນໃໝ່. ພວກເຮົາຕ້ອງຜ່ານຜ່າການແບ່ງແຍກເພື່ອຊອກຫາບັນດາມາດຕະການລວມ ແກ່ການເຄື່ອນໄຫວເພື່ອດິນຟ້າອາກາດ, ສ້າງກາລະໂອກາດແກ່ດ້ານເສດຖະກິດ ແລະ ລະບົບການເງິນທົ່ວໂລກຢ່າງຍຸຕິທຳກວ່າ ເພື່ອຮັບໃຊ້ໃຫ້ໝົດທຸກຄົນ. ພວກເຮົາຕ້ອງພ້ອມກັນລຸກຂຶ້ນ ຕ້ານການແບ່ງແຍກ ແລະ ຄວາມຄຽດແຄ້ນ ເຊິ່ງພວມທຳລາຍສາຍພົວພັນລະຫວ່າງບັນດາປະເທດ ແລະ ປະຊາຄົມຕ່າງໆ.”

        ໃນບົດປາໄສອວຍພອນປີໃໝ່, ທ່ານປະທານາທິບໍດີ ລັດເຊຍ, Vladimir Putin, ໄດ້ເນັ້ນໜັກເຖິງຄວາມຮັກແພງ ແລະ ບັນດາຄຸນຄ່າຂອງຄອບຄົວ. ຕາມທ່ານປະທານາທິບໍດີ ລັດເຊຍ ແລ້ວ, ໃນຍຸກສະໄໝທີ່ເຕັມໄປດ້ວຍການຜັນແປນັ້ນ, ຄຸນຄ່າທີ່ເປັນມູນເຊື້ອຂອງຄອບຄົວຍາມໃດກໍເປັນພື້ນຖານອັນໝັ້ນແກ່ນຂອງບັນດາສາຍພົວພັນສັງຄົມທີ່ກວ້າງໃຫຍ່ກວ່າ ແລະ ແມ່ນປັດໄຈເພື່ອສ້າງໂລກແຫ່ງທີ່ມີຄວາມປອດໄພ ແລະ ຮັກແພງກັນກວ່າ.

        “ບໍ່ວ່າຈະຢູ່ໃນຍຸກສະໄໝໃດ, ປີໃໝ່ ກໍຄືເປັນການເປີດຄວາມຫວັງໃໝ່, ດ້ວຍບັນດາຄວາມປາດຖະໜາຢາກໃຫ້ຜູ້ທີ່ຕົນຮັກມີຄວາມສຸກ. ຢູ່ປະເທດ ລັດເຊຍ, ປີໃໝ່ 2024 ໄດ້ຮັບການຄັດເລືອກວ່າ ເປັນປີຂອງຄອບຄົວ. ຄອບຄົວໃຫຍ່ຢ່າງແທ້ຈິງ ເປັນບ່ອນທີ່ເດັກໆໄດ້ເຕີບໃຫຍ່, ເປັນບ່ອນທີ່ມີເຕັມໄປດ້ວຍຄວາມເອົາໃຈໃສ່, ການເບິ່ງແຍງດູແລພໍ່ແມ່ ແລະ ຄວາມຮັກ, ຄວາມເຄົາລົບເຊິ່ງກັນແລະກັນຢ່າງແທ້ຈິງ. ການເຊື່ອມຕໍ່ຈາກລຸ້ນຕໍ່ລຸ້ນ ແລະ ຄວາມຮັກທີ່ມີຕໍ່ຄອບຄົວນີ້ເອງ ແມ່ນອູ່ປຸກລຸກ ແລະ ຫຼໍ່ລ້ຽງການອຸດທິດສ່ວນຕໍ່ປະເທດຊາດ”.

        ໂດຍຢັ້ງຢືນຄວາມໄວ້ເນື່ອເຊື່ອໃຈ ແມ່ນເສົາຄ້ຳເພື່ອສ້າງບັນດາສາຍພົວພັນໃນມື້ທຳອິດຂອງປີໃໝ່ (ວັນທີ 1 ມັງກອນ), ປະມຸກລັດຂອງ 2 ພື້ນຖານເສດຖະກິດໃຫຍ່ສຸດໃນໂລກ ນັ້ນແມ່ນທ່ານປະທານາທິບໍດີ ອາເມລິກາ  Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ກໍ່ໄດ້ສົ່ງສານອວຍພອນປີໃໝ່ໃຫ້ກັນ ໂດຍເນັ້ນໜັກວ່າ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ອາເມລິກາ - ຈີນ ຄົບຮອບ 45 ປີ (1979 – 2024), ປີ 2024 ແມ່ນໂອກາດເພື່ອໃຫ້ 2 ປະເທດ ປັບປຸງຄວາມໄວ້ເນື່ອເຊື່ອໃຈ, ຜ່ານນັ້ນ ກໍ່ຄວບຄຸມການແກ້ງແຍ້ງໃນສາຍພົວພັນລະຫວ່າງ 2 ປະເທດ ຢ່າງມີຄວາມຮັບຜິດຊອບ ເພື່ອສະຖຽນລະພາບ, ການພັດທະນາຂອງສອງປະເທດ ກໍຄືພາກພື້ນ ແລະ ໃນໂລກ.

ປີແຫ່ງການຄັດເລືອກທີ່ມີລັກສະນະຕັດສິນຊີ້ຂາດ

        ໂດຍຕັດສິນໃຈຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງ ແຕ່ໂລກກ້າວເຂົ້າສູ່ປີໃໝ່ດ້ວຍສິ່ງທ້າທາຍໃຫຍ່ຫຼວງຫຼາຍຢ່າງ. ບັນດາການປະທະກັນແກ່ຍາວ ແລະ ແງ່ຫວັງດ້ານເສດຖະກິດທົ່ວໂລກທີ່ມີສັນຍານບໍ່ຄ່ອຍຕັ້ງໜ້າປານໃດ ໄດ້ເພີ່ມກຳລັງກົດດັນຕໍ່ຫຼາຍປະເທດ, ພາກພື້ນ ໃນສະພາບການທີ່ປີນີ້ ຈະດຳເນີນຫຼາຍເຫດການການເມືອງໃຫຍ່.

        ຢູ່ເອີຣົບ, ໃນ 2 – 3 ອາທິດຈະມາເຖິງ, ບັນດາປະມຸກລັດຂອງສະມາຊິກ ສະຫະພາບເອີຣົບ (EU) ຈະຕ້ອງໂຮມປະຊຸມເພື່ອຊອກຫາມາດຕະການແກ້ໄຂຈຸດອຸດຕັນໃນຄວາມມານະພະຍາຍາມຮັກສາການຊ່ວຍເຫຼືອເສດຖະກິດ - ການທະຫານທີ່ແກ່ຍາວໃຫ້ແກ່ ຢູແກຼນ. ກຳລັງກົດດັ່ນຕ້ອງມີການເຄື່ອນໄຫວຢ່າງວ່ອງໄວນັ້ນ ກຳລັງເປັນພາລະອັນໜັກໜ່ວງສຳລັບບັນດາການນຳ EU ເພາະວ່າ ການເລືອກຕັ້ງລັດຖະສະພາເອີຣົບ, ຈະດຳເນີນໃນເດືອນ ມິຖຸນາ, ເຊິ່ງອາດຈະສ້າງກໍລະນີການເມືອງທີ່ຍາກຈະຄາດຄະເນໄດ້. ດັ່ງນັ້ນ, ຕາມທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລ້ວ, ປີນີ້ ແມ່ນປີແຫ່ງການຄັດເລືອກທີ່ມີລັກສະນະຕັດສິນຊີ້ຂາດສຳລັບເອີຣົບ.

    ສຳລັບສັນຖະປະປາ Francis, ປີ ນີ້ກໍແມ່ນປີທີ່ ມວນມະນຸດຕ້ອງມີການຄັດເລືອກຢ່າງຂາດຂັ້ນວ່າ “ປາສະຈາກ” ສົງຄາມ. ໃນປົດກ່າວປາໄສທີ່ສົ່ງໄປຍັງນະຄອນຕ່າງໆ ແລະ ໂລກ ໃນວັນທີ 26 ທັນວາ, ສັນຖະປະປາ ກໍຮຽກຮ້ອງໃຫ້ບັນດາປະເທດ, ຊົນຊາດ ຈົ່ງຊອກຫາຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຄືນໃໝ່, ມີຄວາມກ້າຫານຢ່າງພຽງພໍ ເພື່ອເວົ້າ “ປາສະຈາກ” ສົງຄາມ, ເລີ່ມແຕ່ການເວົ້າ “ປາສະຈາກ” ກັບການຊ່ວງເສັງອາວຸດ - ທຸກເຄື່ອງມືທຳລາຍຂອງສົງຄາມ.

        ໃນປີນີ້, ໄປຄຽງຄູ່ກັບການແກ້ໄຂບັນດາສິ່ງທ້າທາຍທີ່ແກ່ຍາວຈາກປີເກົ່າແລ້ວ, ມວນມະນຸດກໍຕ້ອງຍົກອອກຄຳຕັດສິນຢ່າງຈະແຈ້ງກວ່າກ່ຽວກັບການສ້າງອະນາຄົດຂອງໂລກຄືແນວໃດ. ນັບແຕ່ວັນທີ 22 – 23 ກັນຍາປີນີ້, ກອງປະຊຸມສຸດຍອດ ອະນາຄົດຂອງ ສປຊ ຈະດຳເນີນ, ດ້ວຍຈຸດປະສົງສ້າງສົນທິສັນຍາອະນາຄົດໃຫ້ມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ