ປີ 2023: ປີທີ່ການຄ້າທົ່ວໂລກຊຸດໂຊມ

(VOVWORLD) -

ຄວາມກົດດັນຈາກສະພາບເງິນເຟີ້ ແລະ ອັດຕາດອກເບ້ຍສູງ, ການຟຶ້ນຟູຢ່າງຊັກຊ້າຂອງຫຼາຍພື້ນຖານເສດຖະກິດໃຫຍ່, ບວກກັບສະພາບຂາດສະຖຽນລະພາບດ້ານພູມສາດການເມືອງ ແລະ ໜີ້ສາທາລະນະເພີ່ມຂຶ້ນສູງຂອງຫຼາຍປະເທດ ໄດ້ເຮັດໃຫ້ການຄ້າທົ່ວໂລກໃນປີນີ້ຖືກຫລຸດລົງ. ຕາມບັນດານັກຊ່ຽວຊານແລ້ວ, ບັນດາຄວາມຫຍຸ້ງຍາກດັ່ງກ່າວ ບໍ່ທັນຢຸດຕິລົງເທື່ອ ແຕ່ການຄ້າຂອງທົ່ວໂລກໃນປີໜ້າຍັງມີບາງປັດໄຈເພື່ອສ້າງຄວາມຫວັງ.


ປີ 2023: ປີທີ່ການຄ້າທົ່ວໂລກຊຸດໂຊມ - ảnh 1ລົດໄຟຂົນສົ່ງສິນຄ້າຂອງ ສປປ ເກົາຫຼີ (ພາບ:YONHAP/TTXVN)

        ໃນບົດລາຍງານທີ່ມີຊື່ວ່າ “ອັບເດດສະພາບການຄ້າທົ່ວໂລກ”, ປະກາດໃນວັນທີ 11 ທັນວາ, ກອງປະຊຸມຂອງ ສປຊ ກ່ຽວກັບການຄ້າ ແລະ ພັດທະນາ (UNCTAD)  ຄາດວ່າວົງເງິນການຄ້າທົ່ວໂລກໃນປີນີ້ບັນລຸປະມານ 30.700 ຕື້ໂດລາສະຫະລັດ, ຕ່ຳກ່ວາເມື່ອທຽບໃສ່ລະດັບ 32.200 ຕື້ໂດລາສະຫະລັດຂອງປີ 2022. ສະເພາະຂົງເຂດການຄ້າສິນຄ້າ, ຫລຸດລົງເກືອບ 2.000 ຕື້ໂດລາສະຫະລັດ, ເທົ່າກັບລະດັບຫລຸດລົງ 8%.

        ຫຼາຍປັດໄຈຂາດສະຖຽນລະພາບ

        UNCTAD ໃຫ້ຂໍ້ສັງເກດວ່າ, ການຄ້າທົ່ວໂລກຫລຸດລົງນັ້ນ, ສ່ວນໜຶ່ງແມ່ນຍ້ອນການສົ່ງອອກຂອງບັນດາພື້ນຖານເສດຖະກິດພວມພັດທະນາຢູ່ ອາຊີຕາເວັນອອກ ບໍ່ບັນລຸປະສິດທິຜົນ, ອີກສ່ວນໜຶ່ງແມ່ນການກະທົບຈາກຄວາມຕ້ອງການຂອງຕະຫຼາດຢູ່ບັນດາປະເທດພວມພັດທະນາຫລຸດລົງ. ໄປຄຽງຄູ່ກັນນັ້ນ, ໃນປີນີ້, ລາຄາຂອງຫຼາຍປະເພດສິນຄ້າໄດ້ຫລຸດລົງພາຍຫຼັງທີ່ເພີ່ມຂຶ້ນສູງຍ້ອນຜົນສະທ້ອນຂອງໄພເງິນເຟີ້ໃນປີ 2022. ເລື່ອງລາຄາສິນຄ້າຫລຸດລົງແມ່ນສາຍເຫດໜຶ່ງເຮັດໃຫ້ມູນຄ່າການຄ້າສິນຄ້າທົ່ວໂລກຫລຸດລົງ, ໃນຂະນະທີ່ມູນຄ່າການຄ້າ, ການບໍລິການໄດ້ຄາດຄະເນເພີ່ມຂຶ້ນ 500 ຕື້ ໂດລາສະຫະລັດ ໃນປີ ນີ້ເມື່ອທຽບໃສ່ປີ 2022, ເທົ່າກັບລະດັບເພີ່ມຂຶ້ນປະມານ 7%.

        ແຕ່ເຖິງຢ່າງໃດກໍ່ຕາມ, ຕາມທ່ານ Ralph Ossa, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງອົງການການຄ້າໂລກ (WTO) ແລ້ວ, ການຊຸດໂຊມຂອງການຄ້າທົ່ວໂລກໃນປີນີ້ແມ່ນຍ້ອນຜົນກະທົບຂອງໄລຍະເຄິ່ງຕົ້ນປີ, ໃນຂະນະທີ່ບັນດາປັດໄຈຫຍໍ້ທໍ້ເກີດຂຶ້ນໃນເວລາດຽວກັນ, ເຊິ່ງລວມມີ: ສະພາບໄພເງິນເຟີ້ທີ່ແກ່ຍາວ ແລະ ອັດຕາດອກເບ້ຍສູງຢູ່ອາເມລິກາ ແລະ ສະຫະພາບ ເອີລົບ (EU); ການຟື້ນຟູຊັກຊ້າກ່ວາການຄາດຄະເນຂອງເສດຖະກິດຈີນ ຫຼັງໂລກລະບາດໂຄວິດ -19 ແລະ ບັນດາການກະທົບຈາກການປະທະກັນຢູ່ ຢູແກຼນ. ໃນເຄິ່ງທ້າຍປີ 2023 ນີ້, ບັນດາປັດໄຈດັ່ງກ່າວກໍ່ໄດ້ຮັບການປັບປຸງແລ້ວ. ຮອດທ້າຍປີນີ້, ອັດຕາເງິນເຟີ້ຢູ່ເຂດນຳໃຊ້ສະກຸນເງິນລວມ ເອີລົບ - Eurozone
ຫຼື ອັງກິດ ໄດ້ຫລຸດລົງໃນລະດັບຕ່ຳສຸດໃນຊຸມເດືອນຜ່ານມາ, ດ້ວຍອັດຕາແມ່ນ, ຢູ່ Eurozone  2,4%  ແລະ ຢູ່ ອັງກິດ ແມ່ນ 3,9%. ສະເພາະ ອາເມລິກາ, ພື້ນຖານເສດຖະກິດໃຫຍ່ສຸດໃນໂລກ, ມີລະດັບການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ທີ່ໜ້າປະທັບໃຈ, ໃນໄຕມາດ III ແມ່ນ 5,2% ແລະ ອັດຕາເງິນເຟີ້ໃນເດືອນ ພະຈິກ ຢູ່ໃນລະດັບ 3,1% ເທົ່ານັ້ນ. ເສດຖະກິດຈີນ ກໍ່ມີການເລີ່ມເຕີບໂຕຢ່າງຈະແຈ້ງໃນຊຸມເດືອນທ້າຍປີ. ຍ້ອນເຫດນັ້ນ, ການຄ້າທົ່ວໂລກພວມມີສັນຍານຟື້ນຟູ.

        ສິ່ງທີ່ເປັນໜ້າວິຕົກວັງວົນກ່ວາ, ຄືຄຳກ່າວເຕືອນຂອງ UNCTAD, ນັ້ນແມ່ນບັນດາປະເທດທີ່ມີການພົວພັນສະໜິດສະໜົມພວມມີການພົວພັນການຄ້ານຳກັນຫຼາຍກ່ວາ, ໃນຂະນະທີ່ບັນດາປະເທດທີ່ບໍ່ສະໜິດສະໜົມປານໃດພັດມີທ່າອ່ຽງຫລຸດຜ່ອນການຄ້າສອງຝ່າຍ. ທ່ານ Ralph Ossa, ຫົວໜ້ານັກຊ່ຽວຊານເສດຖະກິດ WTO ໃຫ້ຂໍ້ສັງເກດວ່າ:

        “ໃນຂະນະທີ່ການຄ້າທົ່ວໂລກຍັງພັດທະນາຢ່າງແຮງດ້ວຍຫຼາຍວິທີການ, ຄວາມເຄັ່ງຕຶງດ້ານການຄ້າຂອງເພີ່ມຂຶ້ນສູງ ແລະ ໄດ້ປະກົດມີບາງສັນຍານຂອງການແບ່ງແຍກ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຕົວເລກກໍ່ບໍ່ສະໜັບສະໜູນບັນດາຄວາມເຫັນທີ່ກ່ຽວກັບການປອດໂລກາພິວັດ. ເຖິງວ່າມີການແບ່ງແຍກ ແຕ່ຍັງບໍ່ທັນມີຫຼັກຖານກ່ຽວກັບທ່າອ່ຽງໂລກາພິວັດທີ່ກ້ວາງຂວາງກ່ວາ”.

ປີ 2023: ປີທີ່ການຄ້າທົ່ວໂລກຊຸດໂຊມ - ảnh 2ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO
(ພາບ:AFP)

        ແງ່ຫວັງທີ່ບໍ່ໝັ້ນຄົງໃນໄລຍະສັ້ນ

        ກ່ຽວກັບແງ່ຫວັງໃນປີໜ້າ,  UNCTAD ຖືວ່າ: ບັນດາຄວາມສ່ຽງກ່ຽວຂ້ອງເຖິງຄວາມເຄັ່ງຕຶງດ້ານພູມສາດການເມືອງທົ່ວໂລກ, ຄື: ການປະທະກັນຢູ່ ຢູແກຼນ, ການປະທະກັນລະຫວ່າງຂະບວນການອິດສະລາມ ຮາມາດ - ອິດສະຣາແອນ ຢູ່ເຂດ ກາຊາ, ການເພີ່ມທະວີບັນດານະໂຍບາຍອາລັກຂາ, ກໍ່ຄືອັດຕາໜີ້ສາທາລະນະເພີ່ມຂຶ້ນສູງຂອງຫຼາຍປະເທດຈະສືບຕໍ່ແມ່ນບັນດາປັດໄຈກະທົບເຖິງການຄ້າທົ່ວໂລກ, ເຮັດໃຫ້ສະພາບການຄ້າທົ່ວໂລກບໍ່ມີຄວາມໝັ້ນຄົງໃນໄລຍະສັ້ນ ແລະ ໄລຍະກາງ. ທ່ານ Pierre-Olivier Gourinchas, ຫົວໜ້ານັກຊ່ຽວຊານເສດຖະກິດຂອງກອງທຶນເງິນຕາສາກົນ (IMF), ແບ່ງປັນທັດສະນະວ່າ:

        “ພວກເຮົາພວມເຫັນປະຈັກຕາເລື່ອງເພີ່ມຂຶ້ນຂອງບັນດາສິ່ງຈຳກັດດ້ານການຄ້າ ເຊິ່ງບັນດາປະເທດໄດ້ຈັດວາງນຳກັນ. ບັນຫານີ້ໄດ້ເລີ່ມປະກົດຂຶ້ນກ່ອນນີ້ກ່ວາ 1 ປີເຄິ່ງ, ແຕ່ປະຈຸບັນພວມເພີ່ມທະວີຂຶ້ນ ແລະ ອາດຈະສົ່ງຜົນກະທົບຫຍໍ້ທໍ້ຕໍ່ສະພາບການຄ້າ. ອາດຈະເວົ້າເຖິງບັນດາມາດຕະການຈຳກັດການສົ່ງອອກ, ຮົ້ວກີດຂວາງດ້ານອາກອນພາສີ ແລະ ບາງມາດຕະການອື່ນໆ”.

        ໂດຍມີຂໍ້ສັງເກດກຽວກັນກັບ UNCTAD ກ່ຽວກັບຄວາມສ່ຽງໃນປີໜ້າ ແຕ່ WTO ພັດໄດ້ຕີລາຄາວ່າການຄ້າທົ່ວໂລກຈະສືບຕໍ່ເຕີບໂຕ, ອາດຈະບັນລຸລະດັບເພີ່ມຂຶ້ນ 3,3% ໃນປີໜ້າ ກ່ຽວກັບປະລິມານສຳລັບການຄ້າສິນຄ້າ. ຕາມທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO ແລ້ວ, ບັນຫາຫຼັກແຫຼ່ງຂອງການຄ້າທົ່ວໂລກໃນປະຈຸບັນ ແມ່ນຕ້ອງ “ສ້າງໂຄງປະກອບຄືນໃຫມ່” ສະພາບໂລກາພິວັດຕາມທິດກວມລວມ ແລະ ຍືນຍົງກ່ວາ:

        “ພວກຂ້າພະເຈົ້າຢາກໃຫ້ສະພາບໂລກາພິວັດກວມລວມກ່ວາ. ຈະມີການຫັນປ່ຽນຂອງລະບົບການສະໜອງ ແຕ່ພວກເຮົາຄວນສ້າງ ການຄ້າທົ່ວໂລກໃຫ້ຍືນຍົງດ້ວຍວິທີເຊື່ອມຕໍ່ບັນດາປະເທດທີ່ກ່ອນນີ້ບໍ່ໄດ້ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ໂລກມີຫຼາຍບັນຫາຕ້ອງໄດ້ຮັບການແກ້ໄຂ ແລະ ການຄ້າຄວນແມ່ນສ່ວນໜຶ່ງຂອງມາດຕະການນັ້ນ”.

        ໂດຍອີງໃສ່ບັນດາຈຸດເດັ່ນໃນປີນີ້, ກໍ່ມີນັກຊ່ຽວຊານເສດຖະກິດຫຼາຍທ່ານຖືວ່າ: ເຖິງວ່າຄວາມສ່ຽງກ່ຽວກັບການແບ່ງແຍກປະກົດຂຶ້ນ ກໍ່ຕາມແຕ່, ທ່າອ່ຽງໃນການຄ້າໂລກຍັງແມ່ນຊຸກຍູ້ການຮ່ວມມື, ເພີ່ມທະວີການລົງນາມບັນດາສັນຍາການຄ້າເສລີ (FTA), ນັບທັງລະຫວ່າງບັນດາພື້ນຖານເສດຖະກິດທີ່ມີການຮ່ວມສຳພັນໜ້ອຍ. ຕົວຢ່າງທີ່ພົ້ນເດັ່ນແມ່ນເລື່ອງ ອາເມລິກາ ແລະ ບັນດາປະເທດ ອາຟຣີກາ, ໃນປີນີ້ ມີ 547 ຂໍ້ຕົກລົງດ້ານການຄ້າ ແລະ ການລົງທຶນ ດ້ວຍມູນຄ່າ 14,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 67% ເມື່ອທຽບໃສ່ປີ 2022 ຫຼື ກຸ່ມຕະຫຼາດລວມ ອາຟຣີກາ ໃຕ້ (Mercosur) ເຊັນ FTA ກັບ ສິງກະໂປ ແລະ ພວມຊຸກຍູ້ການເຈລະຈາ FTA ກັບ ສ ເກົາຫຼີ ແລະ ອິນໂດເນເຊຍ./.

ຕອບກັບ

ຂ່າວ/ບົດ​ອື່ນ