ບັນດາຫລັງເຮືອນມະຫາສາມັກຄີ: ໝາກຜົນຂອງນະໂຍບາຍເພື່ອຄົນທຸກຍາກ

(VOVWORLD) -ໃນຊຸມມື້ຜ່ານມາ, ມີເຮືອນມະຫາສາມັກຄີນັບພັນຫລັງ ໄດ້ມອບໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຢູ່ ຫລາຍທ້ອງຖິ່ນຂອງຫວຽດນາມ. ການເຄື່ອນໄຫວນີ້ຍິ່ງມີຄວາມໝາຍກວ່າ ເມື່ອບຸນປີໃຫມ່ປະຈຳຊາດ ຂອງຊາວຫວຽດນາມ ໃກ້ຈະວຽນມາ. ເລື່ອງມອບເຮືອນມະຫາສາມັກຄີໃຫ້ຜູ້ທຸກຍາກເປັນການສະແດງໃຫ້ເຫັນນະໂຍບາຍມະນຸດສາດຂອງລັດ, ການຮ່ວມແຮງຮ່ວມໃຈຂອງປະຊາຄົມເພື່ອໃຫ້ຜູ້ທຸກຍາກມີຊີວິດດີກວ່າ, ປະກອບສ່ວນຮັບປະກັນຊີວິດສັງຄົມ.

ບັນດາຫລັງເຮືອນມະຫາສາມັກຄີ: ໝາກຜົນຂອງນະໂຍບາຍເພື່ອຄົນທຸກຍາກ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ຕັດແຖບຜ້າເປີດສະຫລອງ, ມອບເຮືອນມະຫາສາມັກຄີ 1.400 ຫລັງຢູ່ແຂວງ ເຫົ້າຢາງ ພາບ:  qdnd.vn

ການຮັບປະກັນຊີວິດສັງຄົມ,ໃນນັ້ນ ຮັບປະກັນບ່ອນຢູ່ໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຂອງທຸກອຳນາດການປົກຄອງໃນວິວັດການສ້າງສາ ແລະ ພັດທະນາຢູ່ແຕ່ລະທ້ອງຖິ່ນກໍ່ຄືໃນທົ່ວປະເທດ.

          ໝາກຜົນລະອຽດຂອງນະໂຍບາຍເພື່ອຄົນທຸກຍາກ

ຊຸມມື້ຕົ້ນປີ 2024, ແຂວງ ເຫົ້າຢາງ ໄດ້ຈັດຕັ້ງພິທີເປີດສະຫລອງ, ມອບເຮືອນມະຫາສາມັກຄີ 1.400 ຫລັງ. ນີ້ແມ່ນໝາກຜົນຂອງບັ້ນຂົນຂວາຍບັນດາອົງການ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງແຂວງ ສະຫນັບສະຫນູນການກໍ່ສ້າງເຮືອນມະຫາສາມັກຄີໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ໃກ້ທຸກຍາກ, ໂດຍໄດ້ປຸກລະດົມແຕ່ເດືອນ ກັນຍາ ປີ 2023 ຮອດທ້າຍປີ 2023. ໃນໄລຍະ 20 ປີຜ່ານມາ, ແຂວງ ໄດ້ຂົນຂວາຍ, ກໍ່ສ້າງໃຫມ່ ແລະ ສ້ອມແປງເຮືອນມະຫາສາມັກຄີປະມານ 30.700 ຫລັງ.

          ໃນໂອກາດຕົ້ນປີນີ້, ແຂວງ ຊອກຈັງ ຈັດຕັ້ງພິທີສະຫລຸບລາຍການຂົນຂວາຍ, ຫນູນຊ່ວຍກໍ່ສ້າງເຮືອນ 1.200 ຫລັງໃຫ້ຄອບຄົວທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກກ່ຽວກັບດ້ານເຮືອນຢູ່ໃນບໍລິເວນແຂວງ.

ໃນຂະນະນັ້ນ, ຢູ່ເຂດພູສູງຂອງແຂວງ ກວ໋າງນາມ, ຊຸມເດືອນທ້າຍປີກາຍ, ອຳນາດການປົກຄອງຢູ່ຫລາຍເມືອງກໍ່ໄດ້ມອບເຮືອນມະຫາສາມັກຄີໃຫ້ຄອບຄົວທຸກຍາກ. ບັນດາເຮືອນເຫຼົ່ານັ້ນໄດ້ຮັບການກໍ່ສ້າງໂດຍດ່ວນ ແລະ ມອບໃຫ້ຄອບຄົວທຸກຍາກຕາມແຜນການວາງອອກ, ຊ່ວຍໃຫ້ພໍ່ແມ່ປະຊາຊົນມີເຮືອນຫລັງໃຫມ່, ມີຊີວິດທີ່ໝັ້ນຄົງ. ເອື້ອຍ ໂຮ່ທິຫຽບ, ຊາວເຜົ່າ ກາຢອງ, ຢູ່ເທດສະບານ ປະຣາວ ເມືອງ ດົງຢາງ ທີ່ໄດ້ຮັບເຮືອນຊ່ວຍເຫລືອແບ່ງປັນວ່າ:

“ຄອບຄົວຂ້າພະເຈົ້າແມ່ນຂຶ້ນກັບຄອບຄົວທຸກຍາກ. ໂດຍແມ່ນຜູ້ເປັນແມ່ລ້ຽງດ່ຽວ, ລ້ຽງລູກສອງຄົນ ແລະ ແມ່ແກ່ສະລາແລ້ວ, ແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງສ້າງເງື່ອນໄຂຫນູນຊ່ວຍເຮືອນຢູ່, ຊີວິດປະຈຸບັນແມ່ນໝັ້ນຄົງກວ່າເມື່ອທຽບໃສ່ກ່ອນນີ້.”

ຄິດໄລ່ໃນທົ່ວປະເທດ, ໃນໄລຍະເກືອບ 3 ປີຜ່ານມາ ແຕ່ປີ 2021 ຮອດເດືອນກັນຍາປີ 2023 ພ້ອມກັບການຫນູນຊ່ວຍຂອງງົບປະມານແຫ່ງລັດ ແລະ ການຊ່ວຍເຫລືອຂອງປະຊາຄົມ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ໄດ້ຊ່ວຍເຫລືອກໍ່ສ້າງເຮືອນຫລັງໃຫມ່ ແລະ ສ້ອມແປງເຮືອນຊຸດໂຊມໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກຫລາຍກວ່າ 103.000 ຫລັງ. ກ່ອນນັ້ນ, ໃນສະໄຫມ 2014- 2019, ລະບົບແນວໂຮມປະເທດຊາດທຸກຂັ້ນ ໄດ້ຂົນຂວາຍກໍ່ສ້າງ ແລະ ສ້ອມແປງເຮືອນມະຫາສາມັກຄີກວ່າ 153.000 ຫລັງ.

ກ່າວຄຳເຫັນທີ່ພິທີເປີດສະຫລອງ, ມອບເຮືອນມະຫາສາມັກຄີ 1.400 ຫລັງຢູ່ແຂວງ ເຫົ້າຢາງ, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ:

 “ດ້ວຍຈິດໃຈຮ່ວມແຮງຮ່ວມໃຈເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ, ພວກເຮົາ ໄດ້ສຳເລັດຄາດໝາຍວາງອອກຢ່າງດີງາມ. ຜົນງານນີ້ ກໍ່ວາງຫນ້າທີ່ສຳຄັນໃນໄລຍະຈະມາເຖິງ. ຄຽງຂ້າງການກໍ່ສ້າງເຮືອນຫລັງໃຫມ່ເພື່ອມອບໃຫ້ແກ່ບັນດາຄອບຄົວທຸກຍາກແລ້ວ, ພວກເຮົາຕ້ອງສືບຕໍ່ເອົາໃຈໃສ່ສ້ອມແປງຍົກລະດັບເຮືອນແຫ່ງສາຍຈິດມິດໃຈ, ເຮືອນແຫ່ງຄວາມເມດຕາ ຊື່ງກ່ອນນີ້ພວກເຮົາໄດ້ກໍ່ສ້າງແລ້ວ”

ສືບຕໍ່ນະໂຍບາຍມະນຸດສາດ

ໂດຍເລີ່ມຈາກທັດສະນະ: ປະຊາຊົນແມ່ນໃຈກາງຂອງທຸກນະໂຍບາຍ, ທຸກການວາງແຜນກຳນົດຂອງອະນາຄົດ, ຫວຽດນາມສືບຕໍ່ຜັນຂະຫຍາຍການກໍ່ສ້າງ, ສ້ອມແປງເຮືອນມະຫາສາມັກຄີ ພ້ອມທັງຈະປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມ ດ້ວຍຈຳນວນປະຊາຊົນໄດ້ຊົມໃຊ້ຫລາຍກວ່າ, ໃນໄລຍະຈະມາເຖິງ. ທີ່ກອງປະຊຸມສູນກາງຄັ້ງທີ 8 ຊຸດທີ XIII (ເດືອນ ຕຸລາປີ 2023), ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະຫລຸບວ່າ: ຈາກການຮັບປະກັນ ແລະ ສະຖຽນລະພາບ ຫັນມາເປັນສະຖຽນລະພາບ ແລະ ການພັດທະນາ”; ຕິດພັນກັບການຄຸ້ມຄອງພັດທະນາສັງຄົມແບບຍືນຍົງ, ຍົກສູງສະຫວັດດີການສັງຄົມໃນທົ່ວປວງຊົນ, ຮັບປະກັນຊີວິດສັງຄົມ, ຄວາມໝັ້ນຄົງ, ຄວາມປອດໄພຂອງມະນຸດ”

  ເອົາໃຈໃສ່, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ ແມ່ນຫນ້າທີ່ການເມືອງຫລັກຂອງພັກ ແລະ ລັດ ຫວຽດນາມ. ເລື່ອງ ກໍ່ສ້າງ, ມອບ, ສ້ອມແປງເຮືອນມະຫາສາມັກຄີເວົ້າສະເພາະ, ການປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມ ເວົ້າລວມ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການປະຕິບັດເປົ້າໝາຍແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກ, ພັດທະນາແບບຍືນຍົງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ