ບັນດາບັນຫາພະລັງງານຂອງໂລກ

(VOVWORLD) -

ການຫັນປ່ຽນພະລັງງານໃນປະຈຸບັນໄດ້ຮັບຖືວ່າແມ່ນບຸລິມະສິດທົ່ວໂລກ ໃນສະພາບການໂລກຍູ້ແຮງຄວາມມານະພະຍາຍາມບັນລຸໄດ້ບັນດາເປົ້າໝາຍກ່ຽວກັບສະພາບດິນຟ້າອາກາດ. ແຕ່ເຖິງຢ່າງໃດກໍ່ຕາມ, ຂັ້ນຕອນການລົບລ້າງເຊື້ອເພີງຟອກຊິວ ແລະ ເພີ່ມທະວີປະລິມານພະລັງງານສະອາດຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ.

ບັນດາບັນຫາພະລັງງານຂອງໂລກ - ảnh 1ກອງປະຊຸມ COP28
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

        ທີ່ກອງປະຊຸມຄັ້ງທີ 28 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - COP 28, ທີ່ຈັດຂຶ້ນໃນເດືອນທັນວາ ປີ 2023 ຢູ່ ດູໄບ (ສະຫະລັດ ອາຣັບ ເອມີເລັດ), ປະຊາຄົມສາກົນບັນລຸໄດ້ຂໍ້ຕົກລົງປະຫວັດສາດກ່ຽວກັບການຄ່ອຍໆລົບລ້າງເຊື້ອເພີງຟອກຊິວ. ແຕ່ເຖິງຢ່າງໃດກໍ່ຕາມ, ເລື່ອງສ້າງຂັ້ນຕອນການປະຕິບັດຄຳໝັ້ນສັນຍານີ້ກໍ່ບໍ່ງ່າຍເລີຍ.

ອະນາຄົດຂອງອາຍແກັດ

        ບັນຫາໃຫຍ່ໃນປະຈຸບັນທີ່ຍັງກໍ່ໃຫ້ເກີດການແບ່ງແຍກບັນດາປະເທດກໍ່ຄືປະຊາຄົມພະລັງງານສາກົນ, ນັ້ນແມ່ນອະນາຄົດຂອງເຊື້ອເພີງຟອກຊິວ ຈະແກ່ຍາວຮອດເວລາໃດ? ປະຈຸບັນ, ມີຫຼາຍສັນຍານສະແດງໃຫ້ເຫັນການຫັນປ່ຽນພະລັງງານຂອງບັນດາປະເທດໃນໂລກອາດຈະຖືກດຳເນີນໄປໄວກ່ວາການຄາດຄະເນ. ຢູ່ ເອີລົບ, ລາຄາຂາຍສົ່ງອາຍແກັດໃນອາທິດຜ່ານມາຢູ່ໃນລະດັບ 23 ເອີໂຣ/MWh (ເທົ່າກັບ 24,8 ໂດລາສະຫະລັດ), ເຊິ່ງເປັນລະດັບສູງສຸດນັບແຕ່ເດືອນ ພືດສະພາ 2021 ແລະ ບໍ່ເທົ່າກັບ 1/10 ລະດັບລາຄາສະຖິຕິ 319 ເອີໂຣ/MWh (345 ໂດລາສະຫະລັດ) ໃນເດືອນ ສິງຫາ 2022. ຍ້ອນເຫດນັ້ນ, ນັກຊ່ຽວຊານບາງທ່ານຖືວ່າ: ສັງກະລາດຂອງ ອາຍແກັດ, ເຊິ່ງເປັນເຊື້ອເພີງຟອກຊິວປະເພດໜຶ່ງ ທີ່ໄດ້ນຳໃຊ້ຫຼາຍທີ່ສຸດ, ໃກ້ຈະສິ້ນສຸດລົງແລ້ວ.

        ແຕ່ເຖິງຢ່າງໃດກໍ່ຕາມ, ບໍ່ແມ່ນວ່າທຸກໆຄົນລ້ວນແຕ່ໄດ້ແບ່ງປັນຂໍ້ສັງເກດດັ່ງກ່າວ. ວັນທີ 25 ກຸມພາ, ກາຕາ ຖະແຫຼງເປີດສະຫຼອງໜ່ວຍຂຸດຄົ້ນອາຍແກັດໃໝ່ ເພື່ອເພີ່ມທະວີປະລິມານການສົ່ງອອກອາຍແກັດ ແລະ ອາຍແກັດ LNG, ໂດຍບໍ່ຫົວຊາຕໍ່ເລື່ອງອາຍແກັດຢູ່ ອາເມລິກາ ແລະ ເອີລົບ ໄດ້ຫລຸດລົງລະດັບສະຖິຕິ. ຕາມທ່ານ Saad Al-Kaabi, ປະທານ QatarEnergy ແລ້ວ, ໂດຍບໍ່ຫົວຊາຕໍ່ຄວາມຕ້ອງການອາຍແກັດ ຢູ່ ອາເມລິກາ ແລະ ເອີລົບ ໄດ້ຫລຸດລົງ, ບັນດາຕະຫຼາດໃຫຍ່ອື່ນຢູ່ ອາຊີ ຍັງເຕີບໂຕໄວ ແລະ ອາຍແກັດຍັງມີອະນາຄົດຄົງຕົວຍາວນານຢູ່:

        “ພວກເຮົາຍັງໄດ້ເວົ້າວ່າ ອາຍແກັດ ແມ່ນສ່ວນໜຶ່ງຂອງມາດຕະການຫັນປ່ຽນພະລັງງານ ແລະ ຂ້າພະເຈົ້າຄິດວ່າ ມີຫຼາຍຄົນໄດ້ເຂົ້າຮ່ວມວິວັດການນີ, ພວກຂ້າພະເຈົ້າກໍ່ເຂົ້າຮ່ວມນັບແຕ່ເບື້ອງຕົ້ນ ແຕ່ກໍ່ບໍ່ປ່ຽນທັດສະນະຂອງຕົນ, ນັ້ນແມ່ນອາຍແກັດຍັງມີອະນາຄົດພັດທະນາກ້ວາງຂວາງ ໃນເວລາ 50 ປີຕໍ່ໜ້າ”.

        ນອກຈາກ ອາຍແກັດ ແລ້ວ, ມີປະເພດພະລັງງານອື່ນອີກ ກໍ່ໄດ້ກໍ່ຄວາມຖົກຖຽງກັນແມ່ນພະລັງງານນິວເຄຼຍ. ປະຈຸບັນ, ບັນດາປະເທດ ແລະ ອົງການເກືອບທັງໝົດໄດ້ຈັດພະລັງງານນິວເຄຼຍ ເຂົ້າກຸ່ມ “ພະລັງງານສະອາດ”. ໃນທ້າຍເດືອນມີນານີ້ (ແຕ່ວັນທີ 21 – 22 ມີນາ), ອົງການພະລັງງານປະລະມານູສາກົນ (IAEA) ຈະຈັດກອງປະຊຸມຂັ້ນສູງກ່ຽວກັບພະລັງງານນິວເຄຼຍ ຢູ່ ບຣຸກແຊນ (ປະເທດ ແບນຊິກ). ຕາມ IAEA ແລ້ວ, ນີ້ ຈະແມ່ນກອງປະຊຸມສຸດຍອດສຸມໃສ່ພຽງແຕ່ຫົວຂໍ້ພະລັງງານນິວເຄຼຍເທົ່ານັ້ນ, ດ້ວຍການເຂົ້າຮ່ວມຂອງປະມານ 30 ປະເທດ. ກ່ອນໜ້ານັ້ນ, ຢູ່ COP28, ມີກ່ວາ 20 ປະເທດ, ໃນນັ້ນມີ ອາເມລິກາ, ຍີ່ປຸ່ນ ແລະ ບາງປະເທດ ເອີລົບ, ໄດ້ຮຽກຮ້ອງເພີ່ມທົບ 3 ເທົ່າປະລິມານໄຟຟ້ານິວເຄຼຍໃນໂລກໃນປີ 2050 ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ.

ບັນດາບັນຫາພະລັງງານຂອງໂລກ - ảnh 2ທ່ານ Rafael Grossi, ຜູ້ອຳນວຍການ IAEA
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

        ສິ່ງທ້າທາຍລົງທຶນໃຫ້ແກ່ພະລັງງານທົດແທນ

        ສຳລັບພະລັງງານທົດແທນ, ເຊິ່ງເປັນປະເພດພະລັງງານທີ່ໄດ້ຮັບຖືວ່າຈະແມ່ນອະນາຄົດຂອງໂລກ, ບົດລາຍງານເມື່ອວັນທີ 11 ມັງກອນຂອງອົງການພະລັງງານສາກົນ (IEA) ສະແດງໃຫ້ເຫັນວ່າ: ສະມັດຕະພາບພະລັງງານທົດແທນທົ່ວໂລກໃນປີ 2023 ໄດ້ເພີ່ມຂຶ້ນ 50% ເມື່ອທຽບໃສ່ປີ 2022. ລະອຽດຄື, ໃນປີຜ່ານມາ, ໂລກມີພະລັງງານທົດແທນຕື່ມອີກ 510 Gigawat (GW), ເຊິ່ງພຽງພໍເພື່ອຕອບສະໜອງຄວາມຕ້ອງການໄຟຟ້າໃຫ້ແກ່ເກືອບ 51 ລ້ານຄອບຄົວໃນເວລາ 1 ປີ, ໃນນັ້ນ ພະລັງງານແສງຕາເວັນກວມເອົາປະມານ 75%. ຕາມຜູ້ນຳໜ້າ IEA ແລ້ວ, ດ້ວຍລະດັບຄືໃນປະຈຸບັນ, ສະມັດຕະພາບຂອງພະລັງງານທົດແທນຂອງໂລກອາດສາມາດເພີ່ມຂຶ້ນທົບ 2,5 ເທົ່າໃນປີ 2030. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Fatih Birol, ຜູ້ອຳນວຍການ IEA ຖືວ່າ: ສິ່ງດັ່ງກ່າວຍັງບໍ່ທັນພຽງພໍເພື່ອໃຫ້ໂລກບັນລຸໄດ້ເປົ້າໝາຍທີ່ວາງອອກຢູ່ COP28, ນັ້ນແມ່ນເພີ່ມຂຶ້ນທົບ 3 ເທົ່າ:

        “ພວກຂ້າພະເຈົ້າເຫັນວ່າ ບັນດາກຸ່ມບໍລິສັດນ້ຳມັນອາຍແກັດໄດ້ນຳໃຊ້ພຽງ 2,5% ຂອງງົບປະມານ ເພື່ອລົງທຶນເຂົ້າພະລັງງານສະອາດ, ສ່ວນຈຳນວນ 97,5% ແມ່ນເພື່ອລົງທຶນເຂົ້າການເຄື່ອນໄຫວຂຸດຄົ້ນແບບດັ້ງເດີມ. ດັ່ງນັ້ນ, ມີຊ່ອງຫວ່າງໃຫຍ່ລະຫວ່າງຄຳໝັ້ນສັນຍາຂອງບັນດາກຸ່ມບໍລິສັດນີ້ ກັບຍຸດທະສາດລົງທຶນທີ່ແທ້ຈິງທີ່ເຂົາເຈົ້າພວມດຳເນີນ”.

        ກ່ອນໜ້ານັ້ນ, ວັນທີ 19 ກຸມພາ, Global Witness ໄດ້ປະກາດບົດລາຍງານສະແດງໃຫ້ເຫັນວ່າ 5 ກຸ່ມບໍລິສັດພະລັງງານໃຫຍ່, ເຊິ່ງລວມມີ: BP (ອັງກິດ), Shell (ອັງກິດ, ໂຮນລັງ), Chevron (ອາເມລິກາ), ExxonMobil (ອາເມລິກາ) ແລະ Total Enegry (ຝລັ່ງ) ບັນລຸຜົນກຳໄລລະດັບສະຖິຕິ 281 ຕື້ໂດລາສະຫະລັດ ນັບແຕ່ເດືອນ ກຸມພາ ປິ 2022, ແມ່ນເວລາເກີດການປະທະກັນຢູ່ ຢູແກຼນ. ແຕ່ເຖິງຢ່າງໃດກໍ່ຕາມ, ຄາດວ່າ ບັນດາກຸ່ມບໍລິສັດນີ້ຈະສະຫງວນຈຳນວນເງິນກ່ວາ 100 ຕື້ ໂດລາສະຫະລັດ ເພື່ອແບ່ງສ່ວນຫຸ້ນໃຫ້ຜູ້ຖືຫຸ້ນ, ແທນທີ່ການບຸລິມະສິດລົງທຶນໃຫ້ການຫັນປ່ຽນພະລັງງານ. ຄວາມຈິງນັ້ນໄດ້ເຮັດໃຫ້ຄວາມມານະພະຍາຍາມສ້າງບາດກ້າວກະໂດດຂັ້ນໃຫ້ແກ່ພະລັງງານທົດແທນໃນໂລກປະສົບກັບສິ່ງທ້າທາຍ, ຍ້ອນວ່າ, ຕາມທ່ານ Simon Stiell, ເລຂານຸການບໍລິຫານສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCC), ເພື່ອປະຕິບັດການຫັນປ່ຽນພະລັງງານບັນລຸຜົນສຳເລັດ, ໂລກຕ້ອງການຈຳນວນເງິນປະມານ 2.400 ຕື້ໂດລາສະຫະລັດ/ປີ, ເຊິ່ງແມ່ນຕົວເລກຍາກທີ່ບັນລຸໄດ້ໃນຊ່ວງເວລານີ້./.

ຕອບກັບ

ຂ່າວ/ບົດ​ອື່ນ