ບັນ​ດານະ​ໂຍ​ບາຍຊີ້​ຂາດ ​ສຳ​ຄັນ​ຢູ່ ກອງ​ປະ​ຊຸມ​ຄັ້ງ​ທີ 6, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV

(VOVWORLD) - ກອງປະຊຸມຄັ້ງທີ 6, ສະພາແຫ່ງຊາດຊຸດທີ XV ໄດ້ອັດລົງໃນຕອນເຊົ້າວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ ພາຍຫຼັງ ເຮັດວຽກມາເປັນເວລາ 20 ວັນ. ບັນດາໝາກຜົນທີ່ບັນລຸໄດ້ຢູ່ກອງປະຊຸມ ໃນຂົງເຂດສ້າງກົດໝາຍ, ຕິດຕາມກວດກາ, ການຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ຈະສ້າງປະຖົມປັດໄຈ ໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ, ກຳນົດທິດການເຄື່ອນໄຫວ, ໝາກຜົນໃຫ້ ເຄິ່ງອະຍຸການຍັງເຫຼືອ.

ບັນ​ດານະ​ໂຍ​ບາຍຊີ້​ຂາດ ​ສຳ​ຄັນ​ຢູ່ ກອງ​ປະ​ຊຸມ​ຄັ້ງ​ທີ 6, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV - ảnh 1ກອງປະຊຸມຄັ້ງທີ 6, ສະພາແຫ່ງຊາດຊຸດທີ XV ໄດ້ອັດລົງໃນຕອນເຊົ້າວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ 
(ພາບ: VPV)

ຢູ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ປະຕິບັດວຽກງານໃຫຍ່ຫຼວງທີ່ສຸດດ້ວຍຫຼາຍເນື້ອໃນ, ໃນນັ້ນ ສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງເອົາຮ່າງກົດໝາຍ, ມະຕິສຳຄັນຫຼາຍສະບັບ. ກອງປະຊຸມກໍ່ໄດ້ວາງອອກບັນດາມາດຕະການເພື່ອຟື້ນຟູ ແລະ ພັດທະນາເສດຖະກິດຂອງປະເທດຊາດ.

ປະຕິບັດວຽກງານສ້າງກົດໝາຍຢ່າງຫຼວງຫຼາຍໃຫ້ສຳເລັດຜົນ

ກ່ຽວກັບວຽກງານສ້າງກົດໝາຍ, ຢູ່ກອງປະຊຸມຄັ້ງທີ 6, ສະພາແຫ່ງຊາດ ໄດ້ຮັບຮອງເອົາ ຮ່າງກົດໝາຍ 7 ສະບັບ, ໃນນັ້ນມີ: ກົດໝາຍວ່າດ້ວຍຊັບພະຍາກອນນ້ຳ (ສະບັບປັບປຸງ); ກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ), ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ); ກົດໝາຍວ່າດ້າຍໂທລະຄົມມະນາຄົມ (ສະບັບປັບປຸງ)…ສະພາແຫ່ງຊາດກໍ່ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍອື່ນໆ 8 ສະບັບ. ຮ່າງກົດໝາຍ2 ສະບັບ ໃນເບື້ອງຕົ້ນຄາດວ່າຈະໄດ້ຮັບການຮັບຮອງເອົາ ແຕ່ພາຍຫຼັງພິຈາລະນາ, ສະພາແຫ່ງຊາດ ໄດ້ຕົກລົງ ສືບຕໍ່ຄົ້ນຄ້ວາ ແລະ ພິຈາລະນາຮັບຮອງເອົາໃນກອງປະຊຸມຄັ້ງຕໍ່ໄປ ນັ້ນແມ່ນກົດໝາຍວ່າດ້າຍທີ່ດິນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ). ທ່ານ ຫງວຽນແມັ້ງຮຸ່ງ, ສະມາຊິກສະພາແຫ່ງຊາດ ນະຄອນ ເກິ່ນເທີ ໃຫ້ຮູ້ວ່າ:

ຖ້າປຽບທຽບກັບກອງປະຊຸມຄັ້ງກ່ອນ, ສະພາແຫ່ງຊາດ ໄດ້ປະກອບຄຳເຫັນ, ຮອງຮອງເອົາ ຮ່າງກົດໝາຍ 12 ຫາ 14 ສະບັບ, ແຕ່ໃນຄັ້ງນີ້ ຕົວເລກຂຶ້ນເຖິງ 17 ສະບັບ. ສິ່ງນີ້ສະແດງໃຫ້ເຫັນວ່າ ວຽກງານສ້າງກົດໝາຍໃນກອງປະຊຸມຄັ້ງນີ້ ແມ່ນໃຫຍ່ຫຼວງທີ່ສຸດ. ສະພາແຫ່ງຊາດ ໄດ້ສົມທົບກັບລັດຖະບານ ຢ່າງແໜ້ນແຟ້ນ ເພື່ອມີແຜນການໂດຍໄວ, ເຮັດວຽກທັງວັນພັກການ ເພື່ອມີຮ່າງກົດໝາຍທີ່ມີຄຸນນະພາບສູງ. ນອກຈາກນັ້ນ, ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານ ໄດ້ສ້າງບັນດາກຸ່ມເຕັກນິກ ເພື່ອຮັບເອົາ, ອະພິບາຍບັນດາຄຳເຫັນ, ພິເສດສຳລັບກົດໝາຍທີ່ສັບສົນຄື: ກົດໝາຍວ່າດ້ວຍທີ່ດິນ ຄຳເຫັນປະກອບຂຶ້ນເຖິງ 12 ລ້ານຄຳເຫັນ. ສະພາແຫ່ງຊາດ ໄດ້ຮັບເອົາຄຳເຫັນບົນຈິດໃຈບໍ່ປະລະຄຳເຫັນໃດ ແລະ ຊອກຫາວິທີແກ້ໄຂທີ່ດີທີ່ສຸດ.

ຢູ່ກອງປະຊຸມ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິຫຼາຍສະບັບຄື: ມະຕິວ່າດ້ວຍການທົດລອງປະຕິບັດ ບາງກົນໄກ, ນະໂຍບາຍພິເສດກ່ຽວກັບການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມທາງບົກ, ມະຕິວ່າດ້ວຍການນຳໃຊ້ອັດຕາອາການລາຍຮັບວິສາຫະກິດເພີ່ມເຕີມ ຕາມຂໍ້ກຳນົດຕ້ານການຮົ້ວໄຫຼ່ອາກອນພື້ນຖານທົ່ວໂລກ, ມະຕິວ່າດ້ວຍແຜນງົບປະມານແຫ່ງລັດ ປີ 2024… ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ມະຕິວ່າດ້ວຍ ແຜນງົບປະມານແຫ່ງລັດ ປີ 2024, ມະຕິວ່າດ້ວຍການປະຕິຮູບນະໂຍບາຍເງິນເດືອນ ນັບແຕ່ວັນທີ 1/7/2024 ເປັນຕົ້ນໄປ.

ຍົກສູງຄຸນນະພາບການຕິດຕາມກວດກາສູງສຸດ

ຢູ່ກອງປະຊຸມຄັ້ງນີ້, ເປັນຄັ້ງທຳອິດໃນສະໄໝຄັ້ງທີ XV, ທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ, ຫົວໜ້າຂະແໜງການຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ. ດ້ວຍຂອບເຂດທີ່ກວ້າງໃຫຍ່ທີ່ສຸດ ເຊິ່ງກ່ຽວຂ້ອງເຖິງ 21 ຂົງເຂດທີ່ແຕກຕ່າງກັນ, ວາລະຊັກຖາມບໍ່ພຽງແຕ່ເຮັດແຈ້ງຄວາມຄືບໜ້າໃນການປະຕິບັດບັນດາຄຳໝັ້ນສັນຍາ, ຄວາມຮັບຜິດຊອບຂອງຜູ້ນຳເທົ່ານັ້ນ ຫາກຍັງຊອກຫາວິທີການແກ້ໄຂທີ່ເໝາະສົມໃຫ້ແກ່ບັນດາບັນຫາທີ່ຍັງເກີດຂຶ້ນໃນປັດຈຸບັນ. ທ່ານ ຫງວຽນເຈື່ອງຢາງ, ຮອງເລຂາທິການໃຫຍ່ສະພາແຫ່ງຊາດ, ຮອງຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຕີລາຄາວ່າ:

ທັງໝົດ 21 ຂົງເຂດຊັກຖາມ ໄດ້ຍົກອອກມາໃນບັນດາມະຕິຂອງສະພາແຫ່ງຊາດ, ກ່ຽວກັບຄວາມຮັບຜິດຊອບຂອງແຕ່ລະລັດຖະມົນຕີ, ຂອງແຕ່ລະຂະແໜງການກ່ຽວກັບເວລາ, ວິທີການປະຕິບັດ. 21 ຂົງເຂດທີ່ກວ້າງໃຫຍ່ ແຕ່ວາລະຊັກຖາມໄດ້ປະຕິບັດຢ່າງລະອຽດ. ບົນພື້ນຖານນັ້ນ, ສະພາແຫ່ງຊາດ ໄດ້ປະກາດໃຊ້ ມະຕິວ່າດ້ວຍການຊັກຖາມ ແລະ ຕອບຄຳຊັກຖາມ ໂດຍຍົກໃຫ້ເຫັນຢ່າງຈະແຈ້ງບັນດາວຽກງານທີ່ເຮັດໄດ້ແລ້ວ, ວຽກງານທີ່ເຮັດຍັງບໍ່ໄດ້, ຄວາມຮັບຜິດຊອບ ແລະ ວິທີການແກ້ໄຂໃນໄລຍະຈະມາເຖິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ.

ກໍ່ຢູ່ກອງປະຊຸມ, ນີ້ແມ່ນຄັ້ງທຳອິດສະພາແຫ່ງຊາດຕິດຕາມກວດກາມ ກາງອາຍຸການ ທັງ 3 ໂຄງການເປົ້າໝາຍແຫ່ງຊາດ ໄລຍະ 2021 – 2025 ໃນໄລຍະດຽວກັນ. ນັ້ນແມ່ນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ.

ບັນ​ດານະ​ໂຍ​ບາຍຊີ້​ຂາດ ​ສຳ​ຄັນ​ຢູ່ ກອງ​ປະ​ຊຸມ​ຄັ້ງ​ທີ 6, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV - ảnh 2ທ່ານ ຫງວຽນເຈື່ອງຢາງ, ຮອງເລຂາທິການໃຫຍ່ສະພາແຫ່ງຊາດ, ຮອງຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ (ພາບ: quochoi.vn)

ວາງເປົ້າໝາຍເຕີບໂຕແຕ່ 6 6,5% ໃນປີ 2024

ຢູ່ກອງປະຊຸມຄັ້ງທີ 6, ສະພາແຫ່ງຊາດຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິວ່າດ້ວຍແຜນການພັດທະນາເສດຖະກິດ, ສັງຄົມປີ 2024. ມະຕິໄດ້ວາງເປົ້າໝາຍ, ອັດຕາການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ແຕ່ 6% ຫາ 6,5% ໂດຍແມ່ນເປົ້າໝາຍທີ່ຮຽກຮ້ອງຕ້ອງການຄວາມມານະພະຍາຍາມ ແລະ ການຕັດສິນໃຈຢູ່ລະດັບສູງຂອງທົ່ວລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນ. ທ່ານ ຫວູຮົ່ງແທັງ ຫົວໜ້າກຳມາທິການເສດຖະກິດ ຂອງ ສະພາແຫ່ງຊາດ ໃຫ້ຮູ້ວ່າ:

ຄາດໝາຍການເຕີບໂຕ GDP ຖືກສ້າງຂຶ້ນບົນພື້ນຖານການວິເຄາະ, ຄາດຄະເນສະພາບການພາຍໃນປະເທດ ແລະ ສາກົນ, ມີການຄິດໄລ່ເຖິງບັນດາປັດໄຈສະດວກ, ຫຍຸ້ງຍາກໃນປີ 2024, ຕິດແທດການກຳນົດທິດກັບເປົ້າໝາຍ, ໜ້າທີ່ຂອງແຜນການພັດທະນາເສດຖະກິດ, ສັງຄົມ ໄລຍະ 5 ປີ 2021 – 2025. ການວາງຄາດໝາຍຢູ່ລະດັບສູງສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານໃນການສູ້ຊົນບັນລຸໄດ້ເປົ້າໝາຍທີ່ວາງອອກ, ພ້ອມທັງຮັບປະກັນຄວາມກົມກ່ຽວ, ຄວາມຂະຫຍັນຂັນເຄື່ອນໃນການປະຕິບັດບັນດາເປົ້າໝາຍ.

ກອງປະຊຸມຄັ້ງທີ 6, ກອງປະຊຸມກາງອາຍຸການຂອງສະພາແຫ່ງຊາດຊຸດທີ XV ບັນລຸໄດ້ບັນດາເປົ້າໝາຍໂດຍພື້ນຖານ. ບັນດານະໂຍບາຍຊີ້ຂາດໄດ້ຮັບຮອງເອົາຢູ່ກອງປະຊຸມຄັ້ງນີ້ ແມ່ນພື້ນຖານເພື່ອແກ້ໄຂບັນດາສິ່ງກີດຂວາງ, ຮັບປະກັນການຊ່ວຍເຫຼືອສັງຄົມ, ບັນລຸໄດ້ບັນດາເປົ້າໝາຍພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ