ບົດບາດຂອງແມ່ຍິງໃນໂລກ

(VOVWORLD) -

ວັນທີ 8 ມີນາ, ແມ່ນວັນແມ່ຍິງສາກົນ. ນັບແຕ່ເວລາ ສະຫະປະຊາຊາດ ຮັບຮູ້ວັນແມ່ຍິງສາກົນ ຢ່າງເປັນທາງການກ່ອນນີ້ 49 ປີ (1975), ບົດບາດສຳຄັນຂອງແມ່ຍິງໄດ້ຮັບການຢັ້ງຢືນ ໃນທຸກຂົງເຂດຄື: ການເມືອງ - ເສດຖະກິດ - ສັງຄົມຂອງບັນດາປະເທດ. ແຕ່ເຖິງຢ່າງໃດກໍ່ຕາມ, ແມ່ຍິງຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງກ່ຽວກັບການຮັດແຄບຊ່ອງຫວ່າງລະຫວ່າງ ຍິງ - ຊາຍ.


        ໂດຍໄດ້ເລີ່ມຈັດການສະເຫຼີມສະຫຼອງໃນຊຸມປີຕົ້ນສະຕະວັດທີ 20 ແລະ ສະຫະປະຊາຊາດ ຮັບຮູ້ຢ່າງເປັນທາງການໃນປີ 1975, ວັນແມ່ຍິງສາກົນ 8 ມີນາ ແມ່ນໂອກາດເພື່ອໃຫ້ໂລກຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງແມ່ຍິງ ແລະ ສືບຕໍ່ຍູ້ແຮງບັນດາຄວາມມານະພະຍາຍາມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ.

ບົດບາດຂອງແມ່ຍິງໃນໂລກ - ảnh 1ແມ່ຍິງພວມສວມບົດບາດສຳຄັນໃນຫຼາຍຂົງເຂດ
(ພາບ: Future Worlds)

        ການປະກອບສ່ວນສຳຄັນຂອງແມ່ຍິງ

        ແມ່ຍິງນັບມື້ນັບມີບົດບາດສຳຄັນກ່ວາໃນທຸກດ້ານຂອງການດຳລົງຊີວິດຢູ່ບັນດາປະເທດໃນໂລກ. ຕາມບົດລາຍງານໄຈ້ແຍກໃນປີ 2023 ຂອງບໍລິສັດ Moody’s, ອັດຕາແມ່ຍິງດຳລົງຕຳແໜ່ງເປັນຜູ້ຄຸ້ມຄອງຂັ້ນກາງ ແລະ ຂັ້ນສູງໃນຂອບເຂດທົ່ວໂລກແມ່ນກວມປະມານ 23%. ໃນບາງຂົງເຂດ, ຄື: ສາທາລະນະສຸກ, ວຽກງານສັງຄົມ, ການສຶກສາ, ອັດຕານີ້ຢູ່ໃນລະດັບແຕ່ 61% - 67%. ບົດລາຍງານຂອງ Moody’s ກໍ່ສະແດງໃຫ້ເຫັນວ່າ, ຢູ່ ອາເມລິກາ - ພື້ນຖານເສດຖະກິດໃຫຍ່ສຸດໃນໂລກ, ອັດຕາແມ່ຍິງເປັນການນຳເພີ່ມຂຶ້ນໃນ 10 ປີຜ່ານມາ, ປະຈຸບັນ, ຢູ່ໃນລະດັບ 40%. ບັນດາພື້ນຖານເສດຖະກິດໃຫຍ່ຢູ່ ເອີລົບ (ເຢຍລະມັນ, ຝລັ່ງ, ອັງກິດ) ກໍ່ກວມອັດຕາສ່ວນຄ້າຍຄືກັນ, ແຕ່ 35 – 40%. ນັບທັງ ຍີ່ປຸ່ນ, ເຊິ່ງເຄີຍເປັນປະເທດທີ່ ຜູ້ຊາຍດຳລົງຕຳແໜ່ງສ່ວນຫຼາຍໃນບັນດາບໍລິສັດນັ້ນ,  ອັດຕາແມ່ຍິງນຳພາກໍ່ໄດ້ຮັບການປັບປຸງ, ແຕ່ລະດັບ 10,4% ໃນປີ 2010 ຂຶ້ນເປັນ 14,4% ໃນປີ 2019.

        ແຕ່ເຖິງຢ່າງໃດກໍ່ຕາມ, ບົດລາຍງານຂອງ Moody’s ກໍ່ໄດ້ຊີ້ແຈ້ງບັນດາຄວາມກ້າວໜ້າໃນການຮັດແຄບຊ່ອງຫວ່າງລະຫວ່າງ ຍິງ - ຊາຍ ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງການປະກອບສ່ວນຂອງແມ່ຍິງເທື່ອ. ໂດຍອີງໃສ່ບັນດາການຄິດໄລ່ກ່ຽວກັບສະມັດຕະພາບແຮງງານແລ້ວ, Moody’s ໄດ້ໃຫ້ຂໍ້ສັງເກດ ຖ້າຫາກໂລກຮັດແຄບໄດ້ຊ່ອງຫວ່າງລະຫວ່າງຍິງ - ຊາຍ ໃນກຳລັງການອອກແຮງງານ ແລະ ໃນການຄຸ້ມຄອງ, ພື້ນຖານເສດຖະກິດທົ່ວໂລກອາດຈະໄດ້ຮັບຜົນປະໂຫຍດຈຳນວນເງິນ 7.000 ຕື້ ໂດລາສະຫະລັດ. ໂດຍມີຂໍ້ສັງເກດທີ່ຄ້າຍຄືກັນ, ບົດລາຍງານຂອງອົງການ ທັນຍາຫານ ແລະ ການກະເສດ (FAO), ປະກາດໃນເດືອນ ເມສາ 2023, ສະແດງໃຫ້ເຫັນກ່ຽວກັບການຮັດແຄບຊ່ອງຫວ່າງລະຫວ່າງຍິງ - ຊາຍໃນຂົງເຂດກະສິກຳ ແລະ ທັນຍາຫານອາດຈະນຳມາເຊິ່ງຈຳນວນເງິນເກືອບ 1.000 ຕື້ໂດລາສະຫະລັດ ໃຫ້ແກ່ເສດຖະກິດທົ່ວໂລກ.

        ບໍ່ພຽງແຕ່ມີບົດບາດໃຫຍ່ຫຼວງໃນຂົງເຂດເສດຖະກິດເທົ່ານັ້ນ, ແມ່ຍິງກໍ່ນັບມື້ນັບສວມບົດບາດສຳຄັນກ່ວາໃນການເຂົ້າຮ່ວມໃນວິວັດການການເມືອງ, ໃນຂອບເຂດແຫ່ງຊາດ ແລະ ໂລກ, ກໍ່ຄືການຊຸກຍູ້ການສົນທະນາ, ຮັກສາສັນຕິພາບໃນໂລກ. ທ່ານ Jean – Pierre Lacroix, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາບັ້ນເຄື່ອນໄຫວເພື່ອສັນຕິພາບ, ໃຫ້ຮູ້ວ່າ:

        “ເລື່ອງມີແມ່ຍິງ ແລະ ມອບສິດຫຼາຍກ່ວາໃຫ້ແມ່ຍິງໃນບັນດາການເຄື່ອນໄຫວຮັກສາສັນຕິພາບແມ່ນສຳຄັນທີ່ສຸດ, ຍ້ອນຈະບໍ່ສາມາດສ້າງສັນຕິພາບຍືນຍົງໄດ້ຖ້າຫາກບໍ່ມີແມ່ຍິງ. ນອກຈາກນັ້ນ, ບັນດາບັ້ນເຄື່ອນໄຫວຮັກສາສັນຕິພາບຄວນໄດ້ຮັບການສ່ອງແສງຕົວຈິງຂອງບັນດາປະຊາຄົມ ເຊິ່ງ ສປຊ ຮັບໃຊ້ ແລະ ຢູ່ບັນດາປະຊາຄົມນີ້, ອັດຕາຍິງ - ຊາຍ ແມ່ນ 50 50. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າມີພັນທະຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍໃນໜ້າທີ່ຂອງຕົນ”.

ບົດບາດຂອງແມ່ຍິງໃນໂລກ - ảnh 2ທ່ານ Jean – Pierre Lacroix, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາບັ້ນເຄື່ອນໄຫວເພື່ອສັນຕິພາບ
(ພາບ:Quang Huy/Vietnam+)

        ບັນດາສິ່ງທ້າທາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ

        ເຖິງວ່າຄວາມຮັບຮູ້ກ່ຽວກັບບົດບາດສຳຄັນຂອງແມ່ຍິງ ມີການປ່ຽນແປງໃໝ່ໃນຊຸມປີຜ່ານມາ ແຕ່ແມ່ຍິງໃນປະຈຸບັນຍັງຕ້ອງປະເຊີນໜ້າກັບຫຼາຍສິ່ງທ້າທາຍ ໃນການເຂົ້າເຖິງໂອກາດ ແລະ ຊອກຫາທີ່ຕັ້ງບົດບາດທີ່ເໝາະສົມກ່ວາໃນສັງຄົມ. ບົດລາຍງານຂອງ Moody’s ໃນປີ 2023 ສະແດງໃຫ້ເຫັນວ່າ ຕຳແໜ່ງຍິ່ງສູງອັດຕາຜູ້ດຳລົງຕຳແໜ່ງທີ່ເປັນແມ່ຍິງຍິ່ງໜ້ອຍລົງ. ຄຽງຄູ່ກັນນັ້ນ, ໃນບາງຂົງເຂດທີ່ມີການເຕີບໂຕກະໂດດຂັ້ນ ແລະ ໝັ້ນໝາຍແມ່ນກຳລັງໜູນຂອງພື້ນຖານເສດຖະກິດໂລກໃນອະນາຄົດ. ຈາກນັ້ນ, ໃນສະພາບບັນດາສິ່ງທ້າທາຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ນັບມື້ນັບໜັກໜ່ວງກ່ວາສຳລັບບັນດາປະເທດ ແລະ ປະຊາຄົມ, ແມ່ຍິງກໍ່ຕ້ອງເປັນຜູ້ທີ່ຮັບຜົນເສຍຫາຍຫຼາຍກ່ວາເມື່ອທຽບໃສ່ຜູ້ຊາຍ. ທ່ານນາງ Lauren Philips, ຮອງຜູ້ອຳນວຍການພາກສ່ວນຫັນປ່ຽນຊົນນະບົດ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍຂອງອົງການ FAO, ໃຫ້ຂໍ້ສັງເກດວ່າ:

        “ການປ່ຽນແປງຂອງດິນຟ້າອາກາດແມ່ນສິ່ງທ້າທາຍໃຫຍ່ສຳລັບຄົນທຸກຍາກ, ແລະ ພິເສດແມ່ນສຳລັບແມ່ຍິງ. ຍ້ອນວ່າ, ແມ່ຍິງ ບໍ່ສາມາດປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດໄດ້ງ່າຍຄືຜູ້້ຊາຍ ແລະ ແມ່ຍິງກໍ່ບໍ່ໄດ້ສຳຜັດກັບບັນດາແຫຼ່ງກຳລັງ, ຊັບສົມບັດ, ການບໍລິການທີ່ອະນຸຍາດໃຫ້ເຂົາເຈົ້າປັບຕົວເຂົ້າກັບບັນດາສິ່ງທ້າທາຍ ເຊິ່ງການປ່ຽນແປງຂອງດິນຟ້າສ້າງຂຶ້ນ”.

        ບັນດາສິ່ງທ້າທາຍທົ່ວໂລກໃໝ່ໄດ້ບັງຄັບໃຫ້ແມ່ຍິງ ຕ້ອງເຂົ້າຮ່ວມ ແລະ ມີບົດບາດໃຫຍ່ຫຼວງໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຊີ. ແຕ່ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ແມ່ນຂົງເຂດເຊິ່ງຊ່ອງຫວ່າງລະຫວ່າງຍິງ - ຊາຍ ຍັງບໍ່ທັນໄດ້ຮັດແໜ້ນເທົ່າທີ່ຄວນ. ກ່າວຄຳເຫັນໃນວັນທີ 11 ກຸມພາ, ເນື່ອງໃນໂອກາດວັນສາກົນແມ່ຍິງ ແລະ ເດັກຍິງໃນຂົງເຂດວິທະຍາສາດ, ທ່ານ Dennis Francis, ປະທານສະມັດຊາໃຫຍ່ ສປຊ, ໃຫ້ຮູ້ວ່າ:

        “ຕາມສະຖາບັນສະຖິຕິຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ແລ້ວ, ມີພຽງ 33% ນັກຄົ້ນຄ້ວາໃນໂລກແມ່ນແມ່ຍິງ. ຕົວເລກທີ່ນີ້ຕ່ຳເປັນໜ້າວິຕົກວັງວົນນີ້ກໍ່ຄ້າຍຄືກັບຊ່ອງຫວ່າງຂອງລາຍຮັບໃນວົງການນັກວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ, ຄະນິດສາດ (STEM), ແມ່ນບັນດາຂົງເຂດທີ່ໃນນັ້ນລາຍຮັບຂອງແມ່ຍິງຕ່ຳກ່ວາ 33% ເມື່ອທຽບໃສ່ເພື່ອນຮ່ວມງານທີ່ແມ່ນຜູ້ຊາຍ”.

        ເພື່ອແນໃສ່ປ່ຽນແປງສະພາບການຕົວຈິງນັ້ນ, ສປຊ ໄດ້ອອກຄຳຮຽກຮ້ອງຄວາມສະເໝີພາບລະຫວ່າງຍິງ - ຊາຍໃນວິທະຍາສາດ, ຖືວ່າ: ການເຂົ້າຮ່ວມດ້ວຍຄວາມສະເໝີພາບຂອງແມ່ຍິງ ແລະ ເດັກຍິງ ໃນການຄົ້ນຫາ ແລະ ປ່ຽນແປງໃໝ່ວິທະຍາສາດ ແມ່ນວິທີໜຶ່ງດຽວເພື່ອຮັບມືກັບສະພາບແບບຍືນຍົງ ກັບບັນດາສິ່ງທ້າທາຍທົ່ວໂລກ , ກ່ອນອື່ນໝົດແມ່ນຊຸກຍູ້ການບັນລຸບັນດາເປົ້າໝາຍພັດທະນາຍືນຍົງ (SDGs) ຮອດປີ 2030 ຕາມຂັ້ນຕອນການສະເໜີຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ