ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ

(VOVWORLD) - ວັນທີ 11 ມັງກອນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ໃນລະຫວ່າງວັນທີ 11 – 13 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື, ເຮັດໃຫ້ການພົວພັນຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ເລິກເຊິ່ງກ່ວາອີກ, ພ້ອມທັງ ແມ່ນໂອກາດເພື່ອໃຫ້ສອງປະເທດ ຂຸດຄົ້ນບັນດາກາລະໂອກາດ, ຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ.

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: AFP/TTXVN)

ນີ້ແມ່ນຄັ້ງທີ 2 ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ດຳເນີນການຢ້ຽມຢາມ ທາງລັດຖະກິດຢູ່ ຫວຽດນາມ, ພາຍຫຼັງການຢ້ຽມຢາມເມື່ອຕົ້ນເດືອນກັນຍາ 2018. ການຢ້ຽມຢາມໄດ້ປະກອບສ່ວນຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ອິນໂດເນເຊຍ ໄດ້ຮັບການເພີ່ມພູນຄູນສ້າງໃນໄລຍະເກືອບ 70 ປີຜ່ານມາ (ແຕ່ປີ 1955 ມາຮອດປັດຈຸບັນ).

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ເລິກເຊິ່ງກ່ວາອີກ

ໃນໄລຍະມໍ່ໆມານີ້, ການພົວພັນສອງຝ່າຍ ຫວຽດນາມ - ອິນໂດເນເຊຍ ຍັງສືບຕໍ່ທ່າພັດທະນາຢ່າງແຮງ. ສິ່ງນີ້ສະແດງອອກຜ່ານບັນດາການເຄື່ອນໄຫວຢ້ຽມຢາມ, ພົບປະຂັ້ນູສງຄື: ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ Joko Widodo (ເດືອນສິງຫາ ປີ 2022), ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມ ທາງລັດຖະກິດ ຢູ່ອິນໂດເນເຊຍ (ເດືອນທັນວາ ປີ 2022), ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມ ທາງລັດຖະບານ ຢູ່ອິນໂດເນເຊຍ (ເດືອນ ທັນວາ ປີ 2022), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຢູ່ ອິນເດຍ ໃນເດືອນເມສາ 2021, ເດືອນພຶດສະພາ ແລະ ເດືອນກັນຍາ 2023, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢ້ຽມຢາມອິນໂດເນເຊຍ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 44 ຂອງລັດຖະສະພາລະຫວ່າງຊາດ ອາມຊຽນ (AIPA-44, ເດືອນ 08/2023)... ໂດຍສືບຕໍ່ບັນດາເຫດການນີ້, ການຢ້ຽມຢາມ ທາງລັດຖະກິດ ຢູ່ຫວຽດນາມ ຂອງທ່ານປະທານາທິບໍດີ Joko Widodo ໃນປີ ນີ້ຈະແມ່ນຂີດໝາຍສຳຄັນໃນເສັ້ນທາງແຫ່ງການພັດທະນາການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ. ກ່ຽວກັບຄວາມໝາຍຂອງການຢ້ຽມຢາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຜູ້ອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນໂທງ ເນັ້ນໜັກກວ່າ:

ການຢ້ຽມຢາມ ຖັດຈາກຄຳໝັ້ນສັນຍາດ້ານການເມືອງຂອງບັນດາການນຳສອງຝ່າຍ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ 10 ປີ (ແຕ່ປີ 2013), ກໍ່ຄືປັບປຸງການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງສອງປະເທດ ໃນທຸກຂົງເຂດໃຫ້ຫຼາຍກ່ວາອີກ. ພິເສດ, ການຢ້ຽມຢາມ ທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ Joko Widodo ໄດ້ດຳເນີນຍາມຕົ້ນປີ 2024. ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດ ຄັ້ງທຳອິດຂອງທ່ານປະທານາທິບໍດີ ໃນປີໃໝ່ ແລະ ກໍ່ແມ່ນການຢ້ຽມຢາມ ທາງລັດຖະກິດຄັ້ງທຳອິດຢູ່ ຫວຽດນາມ ຂອງປະມູກລັດຕ່າງປະເທດ. ສິ່ງນີ້ສະແດງໃຫ້ເຫັນຄວາມໝາຍສຳຄັນຂອງປີໃໝ່ ດ້ວຍຫຼາຍການເຄື່ອນໄຫວພົວພັນການຕ່າງປະເທດຂອງພັກ ແລະ ລັດ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ກັບເພື່ອນມິດ ແລະ ທຸກປະເທດໃນທົ່ວໂລກໃຫ້ຫຼາຍກ່ວາອີກ.

ມີກາລະໂອກາດ, ຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ

ພ້ອມກັບການພົວພັນດ້ານການເມືອງອັນດີງາມ, ການພົວພັນເສດຖະກິດການຄ້າສອງຝ່າຍກໍ່ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນການພົວພັນ ຫວຽດນາມ - ອິນໂດເນເຊຍໃນໄລຍະຜ່ານມາ. ພິເສດ, ພາຍຫຼັງສອງຝ່າຍໄດ້ກ້າວເຂົ້າສູ່ໄລຍະຟື້ນຟູ ພາຍຫຼັງພະຍາດໂຄວິດ - 19, ການພົວພັນດ້ານເສດຖະກິດການຄ້າສອງຝ່າຍບັນລຸໄດ້ລະດັບການເຕີບໂຕທີ່ເປັນໜ້າປະທັບໃຈ, ລື່ນກາຍຂີດໝາຍໃໝ່ ຢ່າງລຽນຕິດ ແລະ ຕາມທິດສົມດູນກ່ວາ. ອິນໂດເນເຊຍ ກາຍເປັນຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ແລະ ຕະຫຼາດນຳເຂົ້າໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ຢູ່ ອາຊຽນ ໃນປີ 2023. ວົງເງິນການຄ້າ ສອງຝ່າຍເພີ່ມຂຶ້ນແຕ່ 8,2 ຕື້ USD ໃນປີ 2020 ຂຶ້ນເຖິງ 14,17 ຕື້ USD ໃນປີ 2022.

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ - ảnh 2ທ່ານເອກອັກຄະລັດຖະທູດ ຜູ້ອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນໂທງ
(ພາບ: VOV)

ໄປຄຽງຄູ່ກັນນັ້ນ, ຂົງເຂດການລົງທຶນກໍ່ມີຈຸດທີ່ດີຂຶ້ນຫຼາຍຢ່າງ. ໄລ່ຮອດເດືອນພະຈິກປີ 2023, ຍອດເງິນລົງທຶນຂອງ ອິນໂດເນເຊຍ ເຂົ້າ ຫວຽດນາມ ບັນລຸ 651,21 ລ້ານ USD, ຢືນຢູ່ອັນດັບທີ 29/143 ປະເທດ ແລະ ເຂດແຄ້ວນ ທີ່ມາມລົງທຶນຢູ່ ຫວຽດນາມ. ມີຫຼາຍກຸ່ມບໍລິສັດ, ບໍລິສັດ ຂອງ ອິນໂດເນເຊຍ ພວມລົງທຶນ ແລະ ດຳເນີນທຸລະກິດປະສົບຜົນສຳເລັດຢູ່ ຫວຽດນາມຄື: Ciputra, Traveloka, Gojek, PT Vietmindo Energitama, Jafpa Comfeed Vietnam, Semen Indonesia Group… ສ່ວນຫວຽດນາມ ກໍ່ມີບາງວິສາຫະກິດ, ກຸ່ມບໍລິສັດໃຫຍ່ຄື: FPT, ເຄື່ອງໄຟຟ້າແຊງ…ມີໜ້າຢູ່ ອິນໂດເນເຊຍ

ໃນອະນາຄົດ, ສອງປະເທດໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຄ້າສອງຝ່າຍ ດ້ວຍເປົ້າໝາຍ 15 ຕື້ USD ໃນປີ 2025 ຕາມທິດສົມດູນກ່ວາ. ທ່ານເອກອັກຄະລັດຖະທູດ ຕະວັນໂທງ ຖືວ່າ:

ເປົ້າໝາຍນີ້ຂອງບັນດາການນຳສອງປະເທດວາງອອກມີພື້ນຖານດີທີ່ສຸດ. ທີໜຶ່ງການຄ້າສອງສົ້ນລະຫວ່າງສອງຝ່າຍສືບຕໍ່ມີການເຕີບໂຕເກືອບ 10%/ປີ ໃນສະພາບການການຄ້າເສດຖະກິດທົ່ວໂລກ ຫຼຸດລົງ, ມີຄວາມຫຍຸ້ງຍາກຫຼາຍຢ່າງ. ທີສອງ, ປະຊາກອນສອງປະເທດກວມເອົາເກືອບ 60% ຈຳນວນປະຊາກອນ ຂອງ ອາຊຽນ. ນີ້ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ. ເພື່ອບັນລຸໄດ້ເປົ້າໝາຍ, ສອງຝ່າຍພວມສັບຊ້ອນເພື່ອຈັດກອງປະຊຸມຄະນະກຳມະການປະສົມກ່ຽວກັບເສດຖະກິດການຄ້າລະຫວ່າງສອງລັດຖະບານຄັ້ງທີ 8 ໂດຍໄວ ເພື່ອວາງອອກບັນດາມາດຕະການແນໃສ່ຊຸກຍູ້ ການຄ້າ ແລະ ການຮ່ວມມືດ້ານເສດຖະກິດ ລະຫວ່າງສອງຝ່າຍໃຫ້ດີກ່ວາອີກ.

ໄປຄຽງຄູ່ກັບການຮ່ວມມື ແລະ ເສດຖະກິດທີ່ມີມາແຕ່ດົນນານ ຄື: ກະສິກຳ, ສິນໃນນ້ຳ, ສິນຄ້າສອງສົ້ນ, ປັດຈຸບັນ ຫວຽດນາມ ແລະ ອິນໂດເນເຊຍ ພວມປຶກສາຫລືເພື່ອຮ່ວມມືໃນບັນດາຂົງເຂດໃໝ່ຄື: ເສດຖະກິດ Halal, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ນອກຈາກນັ້ນ, ການທ່ອງທ່ຽວກໍ່ໄດ້ຮັບການຕີລາຄາວ່າແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລນະຈະມາເຖິງ.

ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ໄວ້ເນື້ອເຊື່ອໃຈແມ່ນພື້ນຖານອັນໝັ້ນແກ່ນ ເພື່ອຂອບເຂດ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ໃນທຸກຂົງເຂດຮ່ວມມື. ການຢ້ຽມຢາມ ທາງລັດຖະກິດ ຢູ່ຫວຽດນາມ ຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຈະສ້າງກຳລັງແຮງໃໝ່ໃຫ້ແກ່ການພົວພັນສອງຝ່າຍ.       

ຕອບກັບ

ຂ່າວ/ບົດ​ອື່ນ