ຈີນ ແລະ ອີຢູ ຊຸກຍູ້ການຮ່ວມມືເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ທຸກໆຝ່າຍ

(VOVWORLD) -

ວັນທີ 7 ທັນວາ, ການນຳຂັ້ນສູງຂອງ ຈີນ ແລະ ສະຫະພາບເອີລົບ (EU) ໄດ້ຈັດກອງປະຊຸມສຸດຍອດ ຢູ່ນະຄອນຫຼວງ ປັກກິ່ງ (ປະເທດຈີນ). ກອງປະຊຸມນີ້ຊ່ວຍໃຫ້ສອງຝ່າຍແລກປ່ຽນຢ່າງກົງໄປກົງມາ ກ່ຽວກັບບັນດາຂໍ້ຄົງຄ້າງ ໃນການພົວພັນສອງຝ່າຍ, ສ້າງຄວາມຮັບຮູ້ລວມ, ຜ່ານນັ້ນໄດ້ສ້າງການພົວພັນໃຫ້ມີສະຖຽນລະພາບ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດນຳມາເຊິ່ງຜົນປະໂຫຍດໃຫ້ທຸກໆຝ່າຍ.

ຈີນ ແລະ ອີຢູ ຊຸກຍູ້ການຮ່ວມມືເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ທຸກໆຝ່າຍ - ảnh 1ທ່ານ Charles Michel, ປະທານສະພາ ເອີລົບ, ທ່ານປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານນາງ Ursula von der Leyen, ປະທານຄະນະກຳມະການເອີລົບ (EC)
(ພາບ:ສຳນັກຂ່າວສານ ຊິນຮວາ//TTXVN)

        ກອງປະຊຸມສຸດຍອດ ຈີນ - ອີຢູ ຈັດຂຶ້ນໃນວັນທີ 7 ທັນວາ ຢູ່ ປັກກິ່ງ ແມ່ນກອງປະຊຸມສຸດຍອດຄັ້ງທີ 24 ລະຫວ່າງສອງຝ່າຍ. ຕາງໜ້າໃຫ້ ອີຢູ ເຂົ້າຮ່ວມກອງປະຊຸມສຸດຍອດກັບ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານນາຍົກລັດຖະມົນຕີ ຫຼີສຽງ ແມ່ນບັນດາເຈົ້າໜ້າທີ່ຂັ້ນສູງຂອງກຸ່ມນີ້, ເຊິ່ງລວມມີ: ທ່ານ Charles Michel, ປະທານສະພາ ເອີລົບ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການເອີລົບ (EC) ແລະ ທ່ານ Josep Borrell,ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງ. ນີ້ແມ່ນກອງປະຊຸມແບບເຊິ່ງໜ້າທຳອິດໃນຮອບເວລາ 4 ປີລະຫວ່າງການນຳຂັ້ນສູງ ຂອງຈີນ ແລະ ອີຢູ, ພາຍຫຼັງໄລຍະເວລາໜຶ່ງທີ່ຖືກຂາດວັກຂາດຕອນຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19 ກໍ່ຄືການເກີດບັນດາຂໍ້ຕິດຂັດໃນການພົວພັນສອງຝ່າຍ.

ຄວາມສົມດຸນໃນການພົວພັນດ້ານການຄ້າ

        ການຄ້າກາຍເປັນຫົວເລື່ອງທີ່ໄດ້ປຶກສາຫາລືບຸລິມະສິດແຖວໜ້າຢູ່ກອງປະຊຸມສຸດຍອດ ຈີນ - ອີຢູ ຄັ້ງນີ້. ຕາມທ່ານນາງ Ursula von der Leyen, ປະທານຄະນະກຳມະການເອີລົບ (EC) ແລ້ວ, ຈີນ ແມ່ນຄູ່ຮ່ວມມືການຄ້າສຳຄັນທີ່ສຸດຂອງ ອີຢູ, ມີການແລກປ່ຽນການຄ້າສອງຝ່າຍແມ່ນກ່ວາ 2 ຕື້ ເອີໂຣ (ເທົ່າກັບ 2,15 ຕື້ໂດລາສະຫະລັດ) ແຕ່ລະວັນ ແຕ່ການຂາດດຸນການຄ້າຂອງ ອີຢູ ກັບ ຈີນ ໃນ 2 ປີຜ່ານມາຍັງສູງຢູ່. ຕົວເລກນີ້ໂດຍອົງການພາສີ ຈີນ ປະກາດໃນວັນທີ 7 ທັນວາ ໄດ້ສະແດງໃຫ້ເຫັນວ່າ: ໃນ 11 ເດືອນຂອງປີນີ້, ຈີນ ໄດ້ສົ່ງອອກສິນຄ້າທີ່ມີມູນຄ່າກ່ວາ 458 ຕື້ ໂດລາສະຫະລັດ ໄປຍັງ ອີຢູ ແລະ ມີການນຳເຂົ້າກ່ວາ 257 ຕື້ໂດລາສະຫະລັດ. ຕາມທ່ານນາງ Ursula von der Leyen ແລ້ວ, ຄວາມຈິງນີ້ຄວນມີການປ່ຽນແປງ ແລະ ເລື່ອງທຳອິດເພື່ອປະຕິບັດໄດ້ສິ່ງດັ່ງກ່າວ ແມ່ນ, ອີຢູ ແລະ ຈີນ ຕ້ອງມີການສົນທະນາຢ່າງກົງໄປກົງມາ ກ່ຽວກັບບັນດາຄວາມບໍ່ລົງລອຍກັນ.

        “ພວກຂ້າພະເຈົ້າເຫັນດີເປັນເອກະພາບວ່າ, ປະຈຸບັນ, ພວກຂ້າພະເຈົ້າມີບັນຊີລາຍຊື່ບັນດາປັດໄຈທີ່ແຕກຕ່າງກັນ ເຊິ່ງພວກຂ້າພະເຈົ້າຢາກປຶກສາຫາລືຢ່າງເລິກເຊິ່ງ, ກ້ວາງຂວາງຢູ່ໃນລະດັບສູງສຸດ. ນີ້ແມ່ນສິ່ງທີ່ສຳຄັນ ແລະ ເອີລົບ ຈະຊອກຫາບັນດາໝາກຜົນລະອຽດໃນພຶດຕິກຳຕົວຈິງ”.

        ເພື່ອສ້າງຄວາມສົມດຸນ ໃນການພົວພັນການຄ້າສອງຝ່າຍ, ບັນດາເຈົ້າໜ້າທີ່ຂັ້ນສູງ ອີຢູ ຫວັງວ່າ: ຈີນ ຈະເປີດອົກເປີດໃຈກ່ວາໃນຕະຫຼາດພາຍໃນປະເທດ ສຳລັບບັນດາຜະລິດຕະພັນ, ສິນຄ້າຂອງ ເອີລົບ, ຄື: ເຄື່ອງອຸປະກອນການແພດ, ເຄື່ອງດື່ມທີ່ມີແອສກໍຣໍ… ສ່ວນສຳລັບຝ່າຍ ຈີນ, ທ່ານນາຍົກລັດຖະມົນຕີ ຫຼີສຽງ ຢັ້ງຢືນວ່າ: ຈີນ ບໍ່ໄດ້ສ້າງຮົ້ວກີດຂວາງສຳລັບບັນດາບໍລິສັດ ເອີລົບ ແລະ ຖືວ່າ ທັງສອງຝ່າຍລ້ວນແຕ່ມີການຮັບຮູ້ຢ່າງພາວະວິໄສ, ເລິກເຊິ່ງ, ກ້ວາງຂວາງກ່ວາ ກ່ຽວກັບສາຍເຫດຫຼັກທີ່ພາໄປເຖິງການຂາດຄວາມດຸນການຄ້າສອງຝ່າຍ, ໃນນັ້ນມີສາຍເຫດຄວາມຕ້ອງການຢູ່ ຈີນ ຫລຸດລົງຍ້ອນສະພາບການເສດຖະກິດທີ່ສັບສົນ ກໍ່ຄືການເພີ່ມທະວີສະມັດຕະພາບການອອກແຮງງານຢູ່ປະເທດນີ້. ທ່ານນາຍົກລັດຖະມົນຕີ ຈີນ ກໍ່ຖືວ່າ: ເອີລົບ ຄວນມີການປະພຶດທີ່ລະມັດລະວັງ, ຫຼີກລ້ຽງ “ການຫັນບັນດາບັນຫາສະເພາະການຄ້າເປັນການເມືອງ ແລະ ຄວາມໝັ້ນຄົງ”.

ຈີນ ແລະ ອີຢູ ຊຸກຍູ້ການຮ່ວມມືເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ທຸກໆຝ່າຍ - ảnh 2ກອງປະຊຸມຈັດຂຶ້ນຢູ່ ປັກກິ່ງ, ປະເທດ ຈີນ
(ພາບ:ສຳນັກຂ່າວສານ ຊິນຮວາ//TTXVN)

ສ້າງການພົວພັນເປັນປົກກະຕິເພື່ອຜົນປະໂຫຍດລວມ

        ໃນສະພາບການປຶກສາຫາລືກ່ຽວກັບການພົວພັນດ້ານເສດຖະກິດ ທີ່ໄດ້ດຳເນີນໄປຢ່າງກົງໄປກົງມາ ແຕ່ຍັງບໍ່ທັນສ້າງບາດກ້າວບຸກທະລຸເທື່ອນັ້ນ, ບັນດາການນຳ ອີຢູ ແລະ ຈີນ ພະຍາຍາມຊຸກຍູ້ບັນດາຂົງເຂດຮ່ວມມືອື່ນ ເຊິ່ງສອງປະທດ ອີຢູ ເຫັນດີເປັນເອກະພາບຍູ້ແຮງການຮ່ວມມື ໃນການຕິດຕາມກວດກາບັນດາຂໍ້ກຳນົດ ແລະ ຂໍ້ຈຳກັດທີ່ກ່ຽວຂ້ອງເຖິງການສົ່ງຂໍ້ມູນຂ້າມຊາຍແດນ, ຜ່ານນັ້ນ ກໍ່ຊ່ວຍໃຫ້ບັນດາບໍລິສັດ ເອີລົບ ເຄື່ອນໄຫວຢູ່ຕະຫຼາດ ຈີນ ຢ່າງສະດວກສະບາຍ. ສອງຝ່າຍກໍ່ໄດ້ຢັ້ງຢືນບັນດາຄຳໝັ້ນສັນຍາພ້ອມກັນເຄື່ອນໄຫວຮັບມື ກັບບັນດາສິ່ງທ້າທາຍທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ການຕິດຕາມກວດກາປັນຍາປະດິດ (AI) ຫຼື ແກ້ໄຂບາງການປະທະກັນຂະໜາດໃຫຍ່ໃນໂລກ.

        ຕາມທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລ້ວ, ທັງ ຈີນ ແລະ ອີຢູ ລ້ວນແຕ່ມີບັນດາກຳລັງໃຫຍ່ ຊຸກຍູ້ລັດທິຫຼາຍຝ່າຍທົ່ວໂລກ, ພ້ອມກັນສະໜັບສະໜູນວັດທະນະທຳຫຼາຍຮູບຫຼາຍແບບ, ດັ່ງນັ້ນ, ສອງຝ່າຍຄວນແກ້ໄຂການພົວພັນສອງຝ່າຍຢ່າງຖືກຕ້ອງ, ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ທຸກໆຝ່າຍ:

        “ພວກເຮົາຄວນມີທັດສະນະທີ່ຖືກຕ້ອງກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຈີນ ແລະ ອີຢູ ຄວນແມ່ນບັນດາຄູ່ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເປັນປະຈຳ, ສ້າງຄວາມເຫັນດີເຫັນພ້ອມຍຸດທະສາດ, ປັບປຸງການພົວພັນຜົນປະໂຫຍດ, ເພີ່ມທະວີການໂອ້ລົມສົນທະນາ ແລະ ການຮ່ວມມື, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ພ້ອມກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ”.

        ໂດຍແບ່ງປັນກັບທັດສະນະນັ້ນ, ທ່ານ Charles Michel, ປະທານສະພາ ເອີລົບ ຢັ້ງຢືນວ່າ: ເຖິງວ່າສອງຝ່າຍຍັງມີຄວາມແຕກໂຕນກັນຫຼາຍຢ່າງ, ແຕ່ທັງ ຈີນ ແລະ ອີຢູ ລ້ວນແຕ່ແບກຫາບບັນດາຄວາມຮັບຜິດຊອບໃຫຍ່ຕໍ່ກັບໂລກ, ແບ່ງປັນຫຼາຍຜົນປະໂຫຍດໃນການຮັກສາສັນຕິພາບ, ສະຖຽນລະພາບໃນໂລກ ແລະ ຊຸກຍູ້ບັນດາການປະຕິຮູບຕໍ່ພື້ນຖານການບໍລິຫານທົ່ວໂລກ:

        “ພວກຂ້າພະເຈົ້າບັນລຸໄດ້ຄວາມກ້າວໜ້າໃນບັນດາຂົງເຂດທີ່ມີຜົນປະໂຫຍດລວມ ແລະ ເອີລົບ ຈະສືບຕໍ່ພົວພັນກັບ ຈີນ ບົນພື້ນຖານໂປ່ງໃສ, ສາມາດຄາດຄະເນລ່ວງໜ້າໄດ້. ປະຈຸບັນ, ຍັງຕ້ອງຍູ້ແຮງບັນດາຄວາມກ້າວໜ້ານັ້ນ ເພື່ອໃຫ້ການພົວພັນລະຫວ່າງ ອີຢູ - ຈີນ ສົມດຸນກ່ວາ, ຕ່າງຝ່າຍຕ່າງມີຜົນປະໂຫຍດກ່ວາ, ເພື່ອໃຫ້ສອງຝ່າຍພ້ອມກັນກະທຳເພື່ອຮັບມືກັບບັນດາສິ່ງທ້າທາຍໃຫຍ່ຫຼວງທີ່ສຸດຂອງໂລກ”.

        ຕາມວົງການນັກສັງເກດການແລ້ວ, ເຖິງວ່າບໍ່ຍົກອອກບັນດາຄຳໝັ້ນສັນຍາ ຫຼື ຂໍ້ຕົກລົງລະອຽດ ແຕ່ກອງປະຊຸມສຸດຍອດ ຈີນ - ອີຢູ ກໍ່ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ. ນັກຊ່ຽວຊານ Noah Barkin, ສັງກັດກອງທຶນ Marshall ຂອງເຢຍລະມັນ, ໄດ້ໃຫ້ຂໍ້ສັງເກດວ່າ: ກອງປະຊຸມສຸດຍອດຄັ້ງນີ້ບັນລຸຜົນສຳເລັດ ໃນການຊ່ວຍສອງຝ່າຍຄຸ້ມຄອງບັນດາຄວາມແຕກໂຕນກັນຢ່າງມີຄວາມຮັບຜິດຊອບ, ສະກັດກັ້ນຕາມທິດການພົວພັນສອງຝ່າຍຫລຸດລົງ, ຊ່ວຍໃຫ້ສອງຝ່າຍມີສະຕິຄວາມຮູ້ຢ່າງເຂັ້ມງວດ ກ່ຽວກັບບັນດາຄວາມວິຕົກວັງວົນຂອງກັນ ເພື່ອຈາກນັ້ນກໍ່ພ້ອມກັນຊອກຫາມາດຕະການ./.

ຕອບກັບ

ຂ່າວ/ບົດ​ອື່ນ