ຄຳ​ອວຍ​ພອນ​ປີ​ໃໝ່​ປີມະ​ໂລງ 2024 ຂອງ​ທ່ານ​ປະ​ທານ​ປະ​ເທດຫວໍ​ວັນເຖືອງ

(VOVWORLD) -  ລະດູບານໃໝ່ໄດ້ວຽນມາສູ່ປະເທດຫວຽດນາມດ້ວຍຄວາມໄຝ່ຝັນຄວາມຄາດຫວັງ ແລະ ບັນດາການລິເລີ່ມທີ່ດີງາມທີ່ສຸດ ອົບອຸ່ນທີ່ສຸດ ເຕັມໄປດ້ວຍພະລັງຊີວິດ. ໃນບັນຍາກາດລະດູບານໃໝ່ທີ່ອົບອຸ່ນແລະສັກກາບູຊາ,  ພວກເຮົາຈົ່ງພ້ອມກັນຕ້ອນຮັບແຫຼ່ງພະລັງງານໃໝ່ ສະຫງວນໃຫ້ກັນບັນດາຄວາມຫວັງຢ່າງຈິງໃຈ, ດີງາມ ພ້ອມກັນອວຍພອນໃຫ້ຊາດຫວຽດນາມ ຍືນຍົງຄົງຕົວ,  ປະເທດຊາດນັບມື້ນັບອຸດົມຮັ່ງມີສວຍງາມ ສີວິໄລ ເພື່ອຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບອີ່ມໜຳສຳລານ ແລະສົມບູນພູນສຸກ.
ຄຳ​ອວຍ​ພອນ​ປີ​ໃໝ່​ປີມະ​ໂລງ 2024 ຂອງ​ທ່ານ​ປະ​ທານ​ປະ​ເທດຫວໍ​ວັນເຖືອງ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ (ພາບ: VOV)

ຮຽນພໍ່ແມ່ພີ່ນ້ອງຮ່ວມຊາດ, ສະຫາຍແລະນັກຮົບໃນທົ່ວປະເທດ!

      ລະດູບານໃໝ່ໄດ້ວຽນມາສູ່ທຸກໆຄົນທຸກຄອບຄົວ. ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ສັກກາລະບູຊານີ້, ພວກເຮົາມີຄວາມເຄົາລົບນັບຖືແລະສະແດງຄວາມຮູ້ບຸນຄຸນຕໍ່ບັນພະບູລຸດ ປູ່ຍ່າຕາຍາຍຫຼາຍລຸ້ນຄົນໄດ້ກໍ່ຕັ້ງສ້າງສາດິນແດນປະເທດຊາດເພື່ອລະດູບານໃໝ່ເອກະລາດ, ເພື່ອປະຊາຊົນທີ່ມີຊີວິດເສລີພາບ ອີ່ມໜຳສຳລານແລະຜາສຸກ,  ສ້າງກຳລັງບົ່ມຊ້ອນ ທີ່ຕັ້ງບົດບາດອິດທິພົນຊື່ສຽງໃຫ້ແກ່ປະເທດຊາດໃນທຸກວັນນີ້.

     ໃນບັນຍາກາດທີ່ອົບອຸ່ນ ແລະ ສັກກາລະບູຊາຕ້ອນຮັບບຸນປີໃໝ່ປະຈຳຊາດ ໂດຍຕາງໜ້າການນຳພັກລັດຂ້າພະເຈົ້າຂໍສົ່ງອາລົມຈິດຄວາມຮັກແພງຄຳຢື້ຢາມຖາມຂ່າວຢ່າງຈິງໃຈແລະຄຳອວຍພອນປີໃໝ່ທີ່ດີງາມທີ່ສຸດມາຍັງພໍ່ແມ່ພີ່ນ້ອງຮ່ວມຊາດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ສະຫາຍ ແລະ ນັກຮົບໃນທົ່ວປະເທດ. ຂໍສົ່ງຄຳອວຍພອນສັນຕິພາບ, ການຮ່ວມມື້, ມິດຕະພາບແລະການພັດທະນາແບບຍືນຍົງໄປຍັງບັນດາເພື່ອນມິດປະຊາຊົນບັນດາປະເທດໃນທົ່ວໂລກ.

    ປີທີ່ຜ່ານມາດ້ວຍຄວາມສາມັກຄີ,ຄວາມມານະພະຍາຍາມຂອງທົ່ວພັກທົ່ວກອງທັບທົ່ວປວງຊົນ, ປະເທດຊາດຫວຽດນາມໄດ້ຢັ້ງຢືນທີ່ຕັ້ງບົດບາດໃໝ່ ໂສມໜ້າໃໝ່ຂອງປະເທດຫວຽດນາມທີ່ອົງອາດກ້າແກ່ນໃນທ່າມກາງຄວາມລຳບາກ, ຍາມໃດກໍ່ຢຶດໝັ້ນເດີນຕາມບັນດາຄຸນຄ່າອັນດີງາມເພື່ອຜົນປະໂຫຍດຂອງປະຊາຊົນ, ບັນລຸໄດ້ບັນດາຜົນງານທີ່ສຳຄັນຮອບດ້ານໃນທຸກຂົງເຂດດ້ວຍບັນດາຂີດໝາຍທີ່ພົ້ນເດັ່ນ, ຍາມໃດກໍ່ເປັນເພືຶ່ອນທີ່ຈິງໃຈເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງບັນດາປະເທດໃນໂລກເຊິ່ງໄດ້ຮັບຄວາມເຄົາລົບນັບຖືແລະຕີລາຄາສູງຈາກວົງຄະນາຍາດສາກົນ.

     ຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ກໍ່ແມ່ນຈຸດເວລາທີ່ສັກກາລະບູຊາ ເພື່ອໃຫ້ພວກເຮົາຄຳນຶງເຖິງທຸກສິ່ງທີ່ໄດ້ຜ່ານພົ້ນໄປ, ຄຳນຶງເຖິງອະນາຄົດທີ່ສະຫວ່າງສະໄຫຂອງແຕ່ລະຄົນແຕ່ລະຄອບຄົວແລະຂອງຊາດຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນຢ່າງເລິກເຊິ່ງວ່າ ໂດຍເສີມຂະຫຍາຍກຳລັງແຮງມະຫາສາມັກຄີຂອງທົ່ວປວງຊົນທັງຊາດແລະບັນດາຄຸນຄ່າອັນດີງາມຂອງວັດທະນະທຳ, ຊາວຫວຽດນາມ, ເຊີດຊູຄຸນທາດ, ສະຕິປັນຍາແລະປຸກລຸກຫົວຄິດປະດິດສ້າງໃນແຕ່ສ່ວນບຸກຄົນ, ປົດປ່ອຍຄວາມສາມາດບົ່ມຊ້ອນ ແລະ ບັນດາແຫຼ່ງກຳລັງ, ຈະສ້າງເປັນກຳລັງແຮງພາຍໃນອັນໃຫຍ່ຫຼວງເພື່ອໃຫ້ຊາດຫວຽດນາມກ້າວຂຶ້ນຢ່າງໝັ້ນຄົງເພື່ອບັນລຸບັນດາຜົນງານທີ່ຍິ່ງໃຫຍ່ກວ່າເກົ່າ.

        ລະດູບານໃໝ່ໄດ້ວຽນມາສູ່ປະເທດຫວຽດນາມດ້ວຍຄວາມໄຝ່ຝັນຄວາມຄາດຫວັງ ແລະ ບັນດາການລິເລີ່ມທີ່ດີງາມທີ່ສຸດ ອົບອຸ່ນທີ່ສຸດ ເຕັມໄປດ້ວຍພະລັງຊີວິດ. ໃນບັນຍາກາດລະດູບານໃໝ່ທີ່ອົບອຸ່ນແລະສັກກາລະບູຊາ,  ພວກເຮົາຈົ່ງພ້ອມກັນຕ້ອນຮັບແຫຼ່ງພະລັງງານໃໝ່ ສະຫງວນໃຫ້ກັນບັນດາຄວາມຫວັງຢ່າງຈິງໃຈ, ດີງາມ ພ້ອມກັນອວຍພອນໃຫ້ຊາດຫວຽດນາມ ຍືນຍົງຄົງຕົວ,  ປະເທດຊາດນັບມື້ນັບອຸດົມຮັ່ງມີສວຍງາມ ສີວິໄລ ເພື່ອຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບອີ່ມໜຳສຳລານ ແລະສົມບູນພູນສຸກ.

    ອວຍພອນໃຫ້ພໍ່ແມ່ພີ່ນ້ອງຮ່ວມຊາດ ສະຫາຍ, ແຕ່ລະຄອບຄົວ, ຊາວຫວຽດນາມແຕ່ລະຄົນຈົ່ງມີສຸຂະພາບແຂງແຮງ ມີຄວາມສະຫງົບສຸກ ປະສົບຜົນສຳເລັດ. ປີໃໝ່ ບັນຍາກາດໃໝ່, ຄວາມຕັດສິນໃຈໃໝ່ ແລະໄຊະນະໃໝ່.

                                                ດ້ວຍຄວາມຮັກແພງ.

ຕອບກັບ

ຂ່າວ/ບົດ​ອື່ນ