ຄວາມສາມັກຄີສາສະຫນາປະກອບສ່ວນສ້າງກຳລັງແຮງ ຫວຽດນາມ

(VOVWORLD) -ໃນຊຸມມື້ນີ້ ປະຊາຄົມຊາວຄຼິດ ຢູ່ ຫວຽດນາມ  ມີຄວາມປິຕິຊົມຊື່ນກະກຽມຕ້ອນຮັບວັນບຸນ ຄຼິດສະມາດ ເຊິ່ງແມ່ນວັນບຸນສຳຄັນໃນປີ. ໃນໂອກາດນີ້ ເມື່ອລົງອວຍພອນເຂດຊາວຄຼິດຫລາຍແຫ່ງ, ການນຳພັກ, ລັດ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນ ລ້ວນແຕ່ຢືນຢັນ ບົດບາດ, ການປະກອບສ່ວນຂອງປະຊາຄົມຊາວຄຼິດໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ການປະກອບສ່ວນຂອງ ປະຊາຄົມຊາວຄຼິດ ພ້ອມກັບບັນດາສາສະຫນາອື່ນ ໄດ້ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມາກຄີທົ່ວປວງຊົນທັງຊາດ, ສ້າງກຳລັງແຮງໃຫ້ ຫວຽດນາມ.

ການຮ່ວມເດີນທາງ, ສະຫນິດຕິດພັນກັບຊາດ ແມ່ນມູນເຊື້ອຂອງບັນດາສາສະຫນາຢູ່ ຫວຽດນາມ. ໃນສະພາບແວດລ້ອມທີ່ມີກົດໝາຍສະເຫມີພາບ, ປະຊາຄົມຊາວຄຼິດ ໄດ້ມີການປະກອບສ່ວນຕັ້ງຫນ້າໃຫ້ແກ່ກິດຈະກຳສ້າງສາປະເທດຊາດ.

ປະຊາຄົມຊາວຄຼິດ ມີຄວາມປິຕິຊົມຊື່ນຕ້ອນຮັບວັນບຸນຄຼິດສະມາດ

ເວລາໃກ້ຮອດວັນບຸນຄຼິດສະມາດ ປີ 2023, ຢູ່ ຫລາຍໂບດ, ເຂດຊາວຄຼິດ ກໍ່ຄືຖະຫນົນຫົນທາງຫລາຍສາຍ, ບ່ອນລະຫລິ້ນບັນເທິງຢູ່ ນິງບິ່ງ ກໍ່ມີບັນຍາກາດແມ່ນຟົດຟື້ນທີ່ສຸດ,  ປະຊາຊົນ ແລະນັກທ່ອງທ່ຽວພາກັນມາຢ້ຽມຊົມ, ຖ່າຍຮູບເພື່ອເກັບໄວ້ຮູບພາບສວຍງາມກ່ຽວກັບວັນບຸນຄຼິດສະມາດປອດໄພ, ມີຄວາມຜາສຸກ. ຢູ່ໂບດ ຟາມຢ້ຽມ ໄດ້ຮັບການປະດັບປະດາດ້ວຍສີສັນຫລາກຫລາຍຂອງໄຟແສງສີ ແລະ ເຄື່ອງປະດັບສະເພາະໂອກາດວັນບຸນຄຼິດສະມາດ.                                                                                                                

ຄວາມສາມັກຄີສາສະຫນາປະກອບສ່ວນສ້າງກຳລັງແຮງ ຫວຽດນາມ - ảnh 1
ໂບດໃຫຍ່ ຢູ່ ຮ່າໂນ້ຍ. ພາບ: VOV5

ຢູ່ ຮ່າໂນ້ຍ, ໃນຊຸມມື້ຜ່ານມາ, ຢູ່ ໂບດໃຫຍ່ ແລະ       ໂບດອື່ນໆໃນຄອນຫລວງ ກໍ່ໄດ້ຕ້ອນຮັບນັກທ່ອງທ່ຽວ ແລະປະຊາຊົນມາຢ້ຽມຊົມໃນໂອກາດນີ້ນັບພັນໆເທື່ອຄົນ. ຢູ່ ຖະຫນົນ ຮ່າງໝ້າ ແມ່ນບ່ອນຂາຍເຄື່ອງປະດັບແກ່ວັນບຸນຄຼິ໌ດສະມາດ ກໍ່ໄດ້ຕ້ອນຮັບແຂກມາຊົມ ແລະຊື້ເຄື່ອງ, ຖ່າຍຮູບທີ່ລະນຶກເປັນຈຳນວນຫລວງຫລາຍໂດຍບໍ່ຫົວຊາຕໍ່ອາກາດພວມຫນາວຈັດ.

  ໃນຂະນະນັ້ນ, ຢູ່ ນະຄອນ ໂຮ່ຈິມີນ ມີຫລາຍບ່ອນທີ່ຄຸ້ນເຄີຍຢູ່ ເຂດໃຈກາງເມືອງຄື: ໂບດ ເຕີນດິ້ງ, ໂບດດຶກບ່າ, ສູນການຄ້າໃຫຍ່ ກໍ່ໄດ້ປະດັບປະດາຢ່າງສວຍງາມຫລາກຫລາຍສີສັນ ແລະ ດຶງດູດປະຊາຊົນ ກໍ່ຄືນັກທ່ອງທ່ຽວມາທ່ຽວຊົມ, ຖ່າຍຮູບເປັນຈຳນວນຫລວງຫລາຍ. ເອື້ອຍ ງອັກກວຽນ, ຢູ່ ເມືອງ 7  ນະຄອນ ໂຮ່ຈິມີນ ແບ່ງປັນວ່າ:                              

“ຂ້າພະເຈົ້າພາລູກ ມາທ່ຽວຊົມຢູ່ ສູນການຄ້າ ເພື່ອເຊື່ອມຕົວກັບບັນຍາກາດຂອງວັນບຸນ ຄຼິດສະມາດ. ຂ້າພະເຈົ້າເຫັນວ່າ ປະຊາຊົນ ແລະ ນັກທ່ອງທ່ຽວມານີ້ເປັນຈຳນວນຫລວງຫລາຍ. ສ່ວນຢູ່ ບ້ານ, ຄອບຄົວຂ້າພະເຈົ້າກໍ່ໄດ້ປະດັບປະດາຕົ້ນແປກ…”

          ຢູ່ ດ່າຫນັງ, ຮ້າງຮ້ານຂາຍເຄື່ອງປະດັບ, ຂອງທີ່ລະນຶກໃນໂອກາດວັນບຸນຄຼິດສະມາດ ກໍ່ໄດ້ວາງຂາຍຫລາຍປະເພດທີ່ງາມຕາ. ປີນີ້ ຜະລິດຕະພັນຮັບໃຊ້ວັນບຸນຄຼິດສະມາດແມ່ນອຸດົມສົມບູນ ມີສີສັນຫລາກຫລາຍ ຈັບໃຈທີ່ສຸດ. ອ້າຍ ໂຮ່ບ໋າວຟຸກ, ຢູ່ ເມືອງເຊີນຈ່າ ນະຄອນ ດ່າຫນັງ ໃຫ້ຮູ້ວ່າ:

          ປີນີ້ ບັນຍາກາດ Noel ແມ່ນຟົດຟື້ນທີ່ສຸດ, ຂ້າພະເຈົ້າໄປຊື້ຕົ້ນແປກ Noel ມາປະດັບປະດາໃນເຮືອນ ແລະ ຊື້ປະເພດອື່ນໆຕື່ມອີກ. ຂ້າພະເຈົ້າ ຊື້ຂອງຂວັນມອບໃຫ້ທຸກຄົນໃນຄອບຄົວ, ມິຫລາຍປະເພດງາມ ແລະລາຄາກໍ່ເໝາະສົມ.”

ຢືນຢັນບັນດາການປະກອບສ່ວນຂອງບັນດາສາສະຫນາຕໍ່ກັບການພັດທະນາຂອງປະເທດຊາດ

ເມື່ອລົງຢ້ຽມຢາມ ແລະອວຍພອນວັນບຸນຄຼິດສະມາດ ຢູ່ ເຂດຊາວຄິຼດ, ການນຳ ພັກ, ລັດ ຍາມໃດກໍ່ຮັບຮູ້ການເຂົ້າຮ່ວມຢ່າງຕັ້ງຫນ້າຂອງພໍ່ແມ່ປະຊາຊົນ ຊາວຄິຼດ ໃນຂະບວນການແຂ່ງຂັນຮັກຊາດ, ຂະບວນການອອກແຮງງານທຳການຜະລິດຢູ່ທ້ອງຖິ່ນ. ພິເສດ ແມ່ນວຽກງານອຸປະກະລະສັງຄົມ, ວຽກງານການກຸສົນມະນຸດສະທຳ,ການແພດ, ການສຶກສາ..

ກ່າວຄຳເຫັນເມື່ອລົງຢ້ຽມຢາມແລະ ອວຍພອນເຂດຊາວຄິຼິດ ຢູ່ ເຫ້ວ ເມື່ອວັນທີ 14 ທັນວາ, ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາວ່າ:

“ຂ້າພະເຈົ້າເຫັນວ່າ ພໍ່ແມ່ປະຊາຊົນຊາວຄຼິດ ຢູ່ ເຫ້ວ ໃນໄລຍະຜ່ານມາ ໄດ້ປະຕິບັດຫນ້າທີ່ເຄົາລົບພະເຢຊູ, ຮັກແພງປະຊາຊົນ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມ ຢູ່ໃນເຂດ ແລະ ປະເທດຊາດ, ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບດີຂຶ້ນ”

         ຄຽງຂ້າງຂົງເຂດເສດຖະກິດ, ດ້ວຍຄວາມຮັບຜິດຊອບ ແມ່ນພົນລະເມືອງ -ສາສະນິກະຊົນ, ຊາວ ຄຼິດ ເວົ້າສະເພາະ ແລະ ພໍ່ແມ່ປະຊາຊົນຜູ້ເຊື່ອຖືສາສະຫນາອື່ນ ເວົ້າລວມ ໄດ້ສ້າງໝາກຜົນໃນຂົງເຂດສະຫວັດດີການສັງຄົມ, ການກຸສົນມະນຸດສະທຳ. ໃນທົ່ວປະເທດມີ ໂຮງຮຽນ 300 ແຫ່ງ ແລະ 2000 ຮາກຖານການສຶກສາຂັ້ນອະນຸບານ, 12 ຮາກຖານສອນວິຊາຊີບ, ກວ່າ 500 ຮາກຖານການແພດ, ຫ້ອງກວດປິ່ນປົວພະຍາດ,113 ຮາກຖານຫນູນຊ່ວຍສັງຄົມ ໂດຍບັນດາອົງການສາສະຫນາສ້າງຕັ້ງ. ບັນດາຮາກຖານນີ້ ໄດ້ປະກອບສ່ວນສຳຄັນໃຫ້ແກ່ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນຊີວິດສັງຄົມ.

          ທີ່ກອງປະຊຸມຄັ້ງທີ 8 (ເດືອນ ຕຸລາ ປີ 2023), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ມະຕິກ່ຽວກັບການສືບຕໍ່ເສີມຂະຫຍາຍມູນເຊື້ອ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງສັນຕິສຸກ. ມະຕິໄດ້ເນັ້ນຫນັກຢ່າງແຮງເຖິງການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ລະຫວ່າງຊາວຄຼິດ ແລະປະຊາຊົນບໍ່ເຊື່ອຖືສາສະຫນາ, ປະຊາຊົນເຊື່ອຖືສາສະຫນາອື່ນ. ຄວາມສາມັກຄີ ການປະກອບສ່ວນຂອງຊາວຄິຼດ ເວົ້າສະເພາະ ແລະ ປະຊາຊົນເຊື່ອຖືສາສະຫນາອື່ນເວົ້າລວມ ໄດ້, ພວມ ແລະ ຈະສ້າງສະພາບແວດລ້ອມແຫ່ງສັນຕິພາບ ເພື່ອພັດທະນາປະເທດຊາດ, ສ້າງກຳລັງແຮງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ