ຄຸນທາດ ຫວຽດນາມ ບົນເສັ້ນທາງເຊື່ອມໂຍງສາກົນ

(VOVWORLD) - ຜົນສຳເລັດຂອງຂະແໜງອຸດສາຫະກຳແຜງວົງຈອນຊິບເຄີ່ງຊັກນຳໄຟຟ້າແມ່ນເຄື່ອງຄ້ຳຊູແກ່ການພັດທະນາເສດຖະກິດໃນຍຸກສະໄໝດີຈີຕອນ.
ຄຸນທາດ ຫວຽດນາມ ບົນເສັ້ນທາງເຊື່ອມໂຍງສາກົນ - ảnh 1(ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ)

ຄຳອວຍພອນປີໃໝ່ຂອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ

 ຮຽນທ່ານຜູ້ຟັງຂອງ VOV ຢູ່ ຫວຽດນາມແລະໃນທົ່ວໂລກ!

ຮຽນພໍ່ແມ່ພີ່ນ້ອງຊາວຫວຽດນາມພວມດຳລົງຊີວິດເຮັດວຽກແລະຮ່ຳຮຽນຢູ່ຕ່າງປະເທດ!

   ເນື່ອງໃນໂອກາດປີໃໝ່ ຄສ 2024 ຂ້າພະເຈົ້າຂໍສະແດງຄວາມເຄົາລົບນັບຖື ແລະ ຂໍສົ່ງຄຳອວຍພອນປີໃໝ່ອັນຈົບງາມທີ່ສຸດເຖິງວົງຄະນາຍາດຊາວຫວຽດນາມອາໄສຢູ່ຕ່າງປະເທດ. ຂໍອວຍພອນບັນດາທ່ານຜູ້ຟັງຄຳອວຍພອນປີໃໝ່ຂອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມຢູ່ທົ່ວ 5 ທະວີບໃນໂລກມີສຸຂະພາບເຂັ້ມແຂງ ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ມີຄວາມສຸກໃນປີໃໝ່ 2024.

ຮຽນທ່ານຜູ້ຟັງພ້ອມກັບພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ!

 ໂລກກ້າວເຂົ້າສູ່ປີໃໝ່ ຄສ 2024 ດ້ວຍຄວາມຫວັງມີອະນາຄົດແຫ່ງສັນຕິພາບ, ການຮ່ວມມື ແລະ ພັດທະນາຈະແມ່ນທ່າອ່ຽງໃຫຍ່ໃນທົ່ວໂລກ. ຫວນຄືນປີທີ່ຜ່ານມາປີ 2023 ແມ່ນປີກາງສະໄໝ ຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ. ເຖິງວ່າສະພາບການຂອງໂລກແລະພາກພື້ນ ແລະ ຢູ່ພາຍໃນປະເທດ ມີການຜັນແປໃໝ່ຫຼາຍຢ່າງ, ຄວາມຫຍຸ້ງຍາກແລະສິ່ງທ້າທາຍໃຫຍ່ກວ່າ ເມື່ອທຽບໃສ່ຄາດຄະເນແລ້ວກໍ່ຕາມ, ແຕ່ປະເທດເຮົາໄດ້ປະຕິບັດບັນດາເປົ້າໝາຍໜ້າທີ່ທີ່ໄດ້ວາງອອກຢ່າງມີໄຊ. ລະດັບການເຕີບໂຕ GDP ຂອງທົ່ວປະເທດບັນລຸລະດັບສູງພໍສົມຄວນເມື່ອທຽບໃສ່ຫຼາຍປະເທດໃນພາກພື້ນ ແລະ ໃນໂລກ. ຍອດເງິນສົ່ງອອກແລະ ນຳເຂົ້າບັນລຸ 620 ຕື້ກວ່າ USD ໃນນັ້ນການສົ່ງອອກເກີນດຸນບັນລຸກວ່າ 26 ຕື້ USD ເຊິ່ງເປັນຂີດໝາຍປີທີ 8 ຢ່າງລຽນຕິດທີ່ ຫວຽດນາມ ໄດ້ສົ່ງອອກເກີນດຸນ. ຊີວິດການເປັນຂອງປະຊາຊົນສືບຕໍ່ໄດ້ຮັບການປົວແປງ. ພິເສດບັນດາການເຄື່ອນໄຫວພົວພັນຕ່າງປະເທດ ເປັນຕົ້ນແມ່ນການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງໄດ້ຖືກດຳເນີນຢ່າງຟົດຟື້ນຕໍ່ເນື່ອງແລະນີ້ກໍ່ແມ່ນຈຸດສະຫວ່າງສະໄຫວທີ່ພົ້ນເດັ່ນໃນປີ 2023. ບັນດາຜົນງານຂອງປະເທດຊາດໃນປີ 2023 ໄດ້ຢັ້ງຢືນອີກເທື່ອໜຶ່ງເຖິງກຳລັງແຮງອັນໃຫຍ່ຫຼວງແຫ່ງນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ການສະໜັບສະໜູນຂອງປະຊາຊົນຢູ່ພາຍໃນປະເທດ ແລະຕ່າງປະເທດ ຕໍ່ແຜນນະໂຍບາຍແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດຫວຽດນາມ. ແລະດ້ວຍຫຼາຍຮູບການ ແລະ ໃນບັນດາຂົງເຂດທີ່ແຕກຕ່າງກັນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ປະກອບສ່ວນສຳຄັນເຂົ້າໃນກິດຈະການສ້າງສາ ປົກປັກຮັກສາ ແລະ ພັດທະນາເທດຊາດ.

ຮຽນທ່ານຜູ້ຟັງແລະພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ!

 ສຳລັບ ວິທະຍຸກະຈາຍສຽງຫວຽດນາມ, ໃນປີ 2023 ໝູ່ຄະນະພະນັກງານນັກຂ່າວ, ບັນນາທິການ, ນັກເຕັກນິກ, ສິລະປິນ ນັກສະແດງ ແລະ ຜູ້ອອກແຮງງານຂອງວິທະຍຸກະຈາຍສຽງຫວຽດນາມໄດ້ມານະພະຍາຍາມ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງດີເດ່ັນ, ຈັດຕັ້ງໂຄສະນາບັນດາເຫດການການເມືອງທີ່ສຳຄັນ ຂອງປະເທດຊາດຢ່າງມີປະສິດທິຜົນ.  ວິທະຍຸກະຈາຍສຽງຫວຽດນາມສືບຕໍ່ແມ່ນໜຶ່ງໃນບັນດາສຳນັກສື່ມວນຊົນ ທີ່ນຳໜ້າ ມີການປະກອບສ່ວນຢ່າງຕັ້ງໜ້າມີປະສິດທິຜົນໃນວຽກງານໂຄສະນາ ບັນດາມາດຕະການຟື້ນຟູ ພັດທະນາເສດຖະກິດສັງຄົມຂອງປະເທດຊາດ, ການເຄື່ອນໄຫວພົວພັນຕ່າງປະເທດທີ່ພົ້ນເດັ່ນ ແລະ ການເຊື່ອມໂຍງສາກົນຢ່າງແຂງແຮງຂອງຫວຽດນາມເຂົ້າກັບພື້ນຖານເສດຖະກິດໂລກ. ພິເສດ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ບືນຕົວຂຶ້ນຢັ້ງຢືນຂີດໝາຍທີ່ພົ້ນເດັ່ນດ້ວຍເລື່ອງບັນດາໝູ່ຄະນະ ແລະ ສ່ວນບຸກຄົນໄດ້ຮັບລາງວັນສູງໃນການແຂ່ງຂັນຊີງລາງວັນສື່ມວນຊົນແຫ່ງຊາດ, ງານແຂ່ງຂັນຊີງລາງວັນ ຄ້ອນກ່ຽວຄຳ, ງານແຂ່ງຂັນທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ແລະໄດ້ຮັບລາງວັນສູງ ຂອງ ABU.

ປີ 2024 ວິທະຍຸກະຈາຍສຽງຫວຽດນາມສືບຕໍ່ຄົ້ນຄວ້ານຳໃຊ້ບັນດາເຕັກໂນໂລຊີໃໝ່ ເພື່ອຮັບປະກັນການເຂົ້າເຖິງ ທີ່ດີທີ່ສຸດຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ, ຂອງຜູ້ຟັງໃນທົ່ວໂລກ. ສືບຕໍ່ປ່ຽນແປງໃໝ່ເນື້ອໃນຄຸນນະພາບ ຂອງລາຍການຂໍມູນຂ່າວສານມີຫຼາຍຮູບຫຼາຍແບບ ໃນທຸກໆປະເພດສື່ມວນຊົນ ແນໃສ່ຮັບໃຊ້ຄວາມຕ້ອງການ ທາງດ້ານຂໍ້ມູນຂ່າວສານຂອງຜູ້ຟັງໃຫ້ດີກວ່າເກົ່າ ປະກອບສ່ວນຮັກສາສີສັນວັດທະນະທຳ ຫຽດນາມ ຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ.

ໃນໄລຍະທາງພັດທະນາທີ່ຈະມາເຖິງຂ້າພະເຈົ້າຫວັງວ່າ ວິທະຍຸກະຈາຍສຽງຫວຽດນາມ VOV ເວົ້າລວມ ແລະ ພະແນກກະຈາຍສຽງພາກພາສາຕ່າງປະເທດ VOV5 ເວົ້າສະເພາະ ສືບຕໍ່ໄດ້ຮັບການສະໜັບສະໜູນ ມີຄວາມຜູກພັນຢ່າງສະໜິດແໜ້ນກວ່າອີກຂອງພໍ່ແມ່ນພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດກໍ່ຄືຜູ້ຟັງທັງຢູ່ພາຍໃນແລະຕ່າງປະເທດ.

ເນື່ອງໃນໂອກາດປີໃໝ່ ຂ້າພະເຈົ້າຂໍອວຍພອນທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດພ້ອມກັບ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ປີໃໝ່ມີສຸຂະພາບເຂັ້ມແຂງ ມີຄວາມສຸກແລະຄວາມຈະເລີນ

ຄຸນທາດ ຫວຽດນາມ ບົນເສັ້ນທາງເຊື່ອມໂຍງສາກົນ - ảnh 2(ພາບປະກອບ: TTXVN)

ຜົນສຳເລັດຂອງຂະແໜງອຸດສາຫະກຳແຜງວົງຈອນຊິບເຄີ່ງຊັກນຳໄຟຟ້າແມ່ນເຄື່ອງຄ້ຳຊູແກ່ການພັດທະນາເສດຖະກິດໃນຍຸກສະໄໝດີຈີຕອນ. ປັດຈຸບັນຢູ່ ຫວຽດນາມ ໄດ້ມີບັນດາກຸ່ມບໍລິສັດໄດ້ລົງທຶນເຂົ້າໃນຂົງເຂດ ອອກແບບແຜງວົງຈອນແລະໄດ້ສ້າງຂີດໝາຍທີ່ສຳຄັນ.

ເປັນຄັ້ງທຳອິດແລະມີພຽງອັນໜຶ່ງອັນດຽວ ມາຮອດປັດຈຸບັນຢູ່ ຫວຽດນາມໄດ້ມີຊິບລະດັບສູງ ແລະ ສັບສົນທີ່ສຸດຂອງລະບົບນິເວດ 5G ໄດ້ຮັບການທົດລອງຢ່າງສຳເລັດຜົນໂດຍບັນດານັກວິສາສະກອນຊາວ ຫວຽດນາມຢູ່ Viettel. ນັ້ນແມ່ນຊິບ 5G DFE ສາມາດຄິດໄລ່ 1.000 ຕື້ຢ່າງ/ວິນາທີ. ເລື່ອງນັກວິສາວະກອນ ຫວຽດນາມ ເປັນເຈົ້າບັນດາຂັ້ນຕອນອອກແບບຊິບລະດັບສູງນີ້ ແມ່ນມີຄວາມໝາຍສຳຄັນພິເສດ ໃນສະພາບຕະຫຼາດໂລກຍັງບໍ່ທັນຫັນຊິບ 5G ເປັນສິນຄ້າ. ປັດຈຸບັນໃນໂລກມີພຽງ 5-6 ປະເທດສາມາດເປັນເຈົ້າເຕັກໂນໂລຊີຜະລິດຊິບ 5G ແລະ ຍັງບໍ່ທັນຫັນເປັນສິນຄ້າເທື່ອ. ທ່ານ ປອ ເລຖາຍຮ່າ ຫົວໜ້າຄະນະນັກວິສາສະກອນເຕັກໂນໂລຊີ, ສູນແຜງວົງຈອນ Viettel Hightech ໃຫ້ຂໍ້ສັງເກດວ່າ:

ຄຸນທາດ ຫວຽດນາມ ບົນເສັ້ນທາງເຊື່ອມໂຍງສາກົນ - ảnh 3ເຄື່ອງອຸປະກອນ 5G ໂດຍ Viettel ຜະລິດ
(ພາບ: qdnd.vn)

ບໍ່ພຽງແຕ່ອອກແບບແຜງວົງຈອນເຄິ່ງຊັກນຳໄຟຟ້າ, ຫວຽດນາມ ນັບມື້ນັບກາຍເປັນສະຖານທີ່ດູດດື່ມ ຂອງບັນດານັກຜະລິດເຄື່ອງເຄິ່ງຊັກນຳໄຟຟ້າແຖວໜ້າໂລກ.

ໂຮງງານຜະລິດທາດເຄິ່ງຊັກນຳໄຟຟ້າມີຂອບຂະໜາດ 1,6 ຕື້ USD ຂອງກຸ່ມບໍລິສັດ Amkor Technology ໄດ້ເປີດສະຫຼອງຢ່າງເປັນທາງການຢູ່ ບັກນິງ, ໃນວັນທີ 01 ຕຸລາ, ເຊິ່ງແມ່ນໜຶ່ງໃນບັນດາກຸ່ມບໍລິສັດນຳໜ້າຂອງ ອາເມລິກາ ໃນຂະແໜງອຸດສາຫະກຳ ຫຸ້ມຫໍ່, ທົດລອງທາດເຄິ່ງຊັກນຳໄຟຟ້າ.

ພິທີເປີດສະຫຼອງຂອງ Amkor ດຳເນີນພາຍຫຼັງທີ່ບໍລິສັດ Hana Micron Vina (ບໍລິສັດລູກຂອງກຸ່ມບໍລິສັດ Hana Micron, ສ.ເກົາຫຼີ) ເປີດໂຮງງານຜະລິດຢູ່ເຂດອຸດສາຫະກຳ ເວິນຈູງ (ແຂວງ ບັກຢາງ) ເປັນເວລາ 1 ເດືອນ. ນີ້ແມ່ນໂຄງການຜະລິດທາດເຄິ່ງຊັກນຳໄຟຟ້າແຫ່ງທຳອິດຢູ່ພາກເໜືອ ໂດຍມີມູນຄ່າເກືອບ 600 ລ້ານ USD.

ກ່ອນໜ້ານັ້ນ, ໃນເດືອນ ພຶດສະພາ, ກຸ່ມບໍລິສັດເຕັກໂນໂລຊີ Marvell (ອາເມລິກາ) ກໍ່ປະກາດສ້າງຕັ້ງ ສູນອອກແບບແຜນວົງຈອນແຖວໜ້າໂລກຢູ່ນະຄອນ ໂຮ່ຈີມິນ, ນຳ Marvell ຫວຽດນາມ ກາຍເປັນ 1 ໃນຈຳນວນ 4 ສູນຄົ້ນຄວ້າພັດທະນາລະດັບໂລກ (ພ້ອມກັບສູນຢູ່ ອິນເດຍ, ອາເມລິກາ ແລະ ອິດສະຣາແອັນ).

ທ່ານ ເລກວາງດ້າມ, ຜູ້ອຳນວຍການໃຫຍ່ Marvell ຫວຽດນາມ, ແບ່ງປັນວ່າ:

“ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍຈາກລັດຖະບານເປັນຢ່າງດີ. ກ່ຽວກັບດ້ານເຕັກໂນໂລຊີ, ພວກເຮົາພວມມີ ບັນດາເຕັກໂນໂລຊີທັນສະໄໝທີ່ສຸດ. ຕາມການຕີລາຄາຂອງພວກຂ້າພະເຈົ້າແລ້ວ, ນີ້ແມ່ນອກາດດີທີ່ສຸດ ແລະ ຈະເຮັດແນວໃດເພື່ອຈາກໂອກາດນີ້ ຫວຽດນາມ ຈະພັດທະນາຂະແໜງອຸດສາຫະກຳແຜນວົງຈອນ ໃຫ້ຂຶ້ນສູ່ລະດັບສູງກວ່າ”.

ຄຸນທາດ ຫວຽດນາມ ບົນເສັ້ນທາງເຊື່ອມໂຍງສາກົນ - ảnh 4ທ່ານ ໂດ້ເຍີດຮວ່າງ, ຫົວໜ້າກົມລົງທຶນຕ່າງປະເທດ
(ພາບ: MPI)

ການປະກົດຕົວຂອງບັນດາບໍລິສັດໃຫຍ່ໃນຂະແໜງເຄິ່ງຊັກນຳໄຟຟ້າ ໄດ້ຊີ້ໃຫ້ຫັນຄວາມດູດດື່ມຂອງຂະແໜງ ອຸດສາຫະກຳນີ້ຢູ່ ຫວຽດນາມ. ທ່ານ ໂດ້ເຍີດຮວ່າງ, ຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

“ຫວຽດນາມ ໄດ້ເລີ່ມຄ່ອຍໆສ້າງລະບົບນິເວດຂອງການຜະລິດຊິບ. ມີກຸ່ມບໍລິສັດລົງທຶນຜະລິດຢູ່ ຫວຽດນາມ ຈຳນວນໜຶ່ງ ມີແຜນການເປີດກວ້າງການຜະລິດ. ສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າ ເຂົາເຈົ້າໄດ້ມີບາດກ້າວເດີນທີ່ ແນ່ນອນທີ່ສຸດ, ຈາກການທົດລອງຄັ້ງທຳອິດເຫັນວ່າມີຄວາມເປັນປົກກະຕິ, ເຂົາເຈົ້າກໍ່ເລີ່ມເປີດກວ້າງ. ຜ່ານການພົບປະ, ພວກຂ້າພະເຈົ້າເຫັນວ່າ ໃນໄລຍະຈະມາເຖິງອາດຈະມີວິສາຫະກິດຫຼາຍແຫ່ງຈະລົງທຶນ ນັບຫຼາຍຕື້ USD ເຂົ້າ ຫວຽດນາມ ໃນຂົງເຂດນີ້”.

ບັນດາບ້ວງເງິນລົງທຶນແມ່ນສິ່ງພິສູດໃຫ້ເຫັນບົດບາດທີ່ນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ, ແມ່ນໂອກາດເພື່ອໃຫ້ ຫວຽດນາມ ສ້າງຂີດໝາຍໃນລະບົບສະໜອງທາດເຄິ່ງຊັກນຳໄຟຟ້າທົ່ວໂລກ.

ຫວຽດນາມ ໄດ້ມີບັນດາການກຳນົດທິດ, ເປົ້າໝາຍ ແລະ ມີການລະທຳລະອຽດເພື່ອສ້າງບັນດາພື້ນຖານ ສຳຄັນເບື້ອງຕົ້ນໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ທ່ານ ຫງວຽນທ້ຽນເງັ້ຍ, ຮອງຫົວໜ້າກົມ ຮັບຜິດຊອບກົມອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ, ຢືນຢັນກ່ຽວກັບຄວາມພ້ອມຂອງ ຫວຽດນາມ ໃນຂົງເຂດນີ້.

ຄຸນທາດ ຫວຽດນາມ ບົນເສັ້ນທາງເຊື່ອມໂຍງສາກົນ - ảnh 5ທ່ານ ຫງວຽນທ້ຽນເງັ້ຍ, ຮອງຫົວໜ້າກົມ ຮັບຜິດຊອບກົມອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ
(ພາບ: nhandan.vn)

ນັກຂ່າວ: ຂໍຮຽນທ່ານ, ອົງການທີ່ມີໜ້າທີ່ເຫັນໄດ້ບັນດາທ່າແຮງຕົວຈິງຂອງພື້ນຖານເສດຖະກິດ ຫວຽດນາມ ໃນລະບົບສະໜອງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຄືແນວໃດ?

ຍຸດທະສາດເຄິ່ງຊັກນຳໄຟຟ້າຂອງບັນດາປະເທດ, ຄື: ອາເມລິກາ, ເອີລົບ, ສ.ເກົາຫຼີ, ຍີ່ປຸ່ນ ລ້ວນແຕ່ຢາກນຳບັນດາການເຄື່ອນໄຫວຜະລິດກັບເມືອປະເທດຂອງຕົນ ເພື່ອເປັນເຈົ້າການໃນລະບົບສະໜອງ. ພວກເຮົາຕ້ອງມີສະຕິຕໍ່ເລື່ອງທີ່ວ່າເມື່ອ ຫວຽດນາມ ຢາກເຂົ້າຮ່ວມລະບົບນິເວດນີ້ ແມ່ນຕ້ອງຮ່ວມສຳພັນ ກັບລະບົບນິເວດຂອງປະເທດອື່ນທີ່ມີທັດສະນະຄ້າຍຄືກັນ, ກໍຄືບັນດາໂອກາດຄວາມສະດວກ, ໜູນຊ່ວຍເຊິ່ງກັນ ແລະ ກັນ. ຂ້າພະເຈົ້າຄິດວ່າ ໂອກາດຂອງ ຫວຽດນາມ ແມ່ນດີແລ້ວ, ຍ້ອນ ຫວຽດນາມ ມີນະໂຍບາຍການຕ່າງປະເທດເອກະລາດ, ບໍ່ເອື່ອຍອີງ ແລະ ພວກເຮົາເປີດປະຕູກັບບັນດາຄູ່ຮ່ວມມືຢູ່ພາກພື້ນ.

ນັກຂ່າວ: ຂໍຮຽນທ່ານ, ເພື່ອໃຫ້ ຫວຽດນາມ ສາມາດສ້າງຂີດໝາຍຫຼາຍກວ່າໃນລະບົບນິເວດ ເຄິ່ງຊັກນຳໄຟຟ້າທົ່ວໂລກ, ແມ່ນຕ້ອງມີແຜນການຢ່າງລະອຽດ ແມ່ນບໍ່ທ່ານ?.

ກ່ຽວກັບດ້ານສັງລວມ, ຂ້າພະເຈົ້າຄິດວ່າ ຫວຽດນາມ ຕ້ອງມີຍຸດທະສາດໄປພ້ອມກັນ. ທີ 1 ແມ່ນສືບຕໍ່ດຶງດູດບັນດາວິສາຫະກິດສາກົນມາ ຫວຽດນາມ ເປີດກວ້າງການຜະລິດ, ດຳເນີນທຸລະກິດ, ຊ່ວຍໃຫ້ ຫວຽດນາມ ກາຍເປັນສູນອຸດສາຫະກຳຂອງພາກພື້ນເທື່ອລະກ້າວ, ພ້ອມທັງ, ພວກເຮົາຕ້ອງມີນະໂຍບາຍ ເພື່ອພັດທະນາກຳລັງຄວາມສາມາດຢູ່ພາຍໃນປະເທດ.

ນອກນັ້ນ, ພວກເຮົາກໍ່ຕ້ອງຮ່ວມສຳພັນກັບບັນດາສູນຜະລິດ ແລະ ຫ້ອງທົດລອງໃນໂລກ ເພື່ອໜູນຊ່ວຍໃຫ້ ບັນດາວິສາຫະກິດ startup ກ່ຽວກັບແຜວົງຈອນ ເພື່ອສາມາດນຳຜະລິດຕະພັນອອກສູ່ຕະຫຼາດໄດ້ ໂດຍໄວທີ່ສຸດ.

ນັກຂ່າວ: ບັນດາປະເທດໃນພາກພື້ນພວມສ້າງບຸລິມະສິດພິເສດພໍສົມຄວນໃນຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ສະນັ້ນ, ຫວຽດນາມ ມີບັນດານະໂຍບາຍໃດເພື່ອສົ່ງເສີມວິສາຫະກິດ?

“ຂ້າພະເຈົ້າຄິດວ່າ ນະໂຍບາຍບຸລິມະສິດຂອງ ຫວຽດນາມ ກໍ່ດີເລີດພໍສົມຄວນເມື່ອທຽບໃສ່ບັນດາປະເທດອື່ນ, ຄື: ຍົກເວັ້ນ, ຫຼຸດອາກອນລາຍໄດ້ວິສາຫະກິດ, ຍົກເວັ້ນພາສີເຄື່ອງອາໄຫຼນຳເຂົ້າ, ຍົກເວັ້ນອາກອນມູນຄ່າເພີ່ມ… ຂ້າພະເຈົ້າຄິດວ່າ, ນີ້ແມ່ນບັນດານະໂຍບາຍເຊິ່ງຂ້າພະເຈົ້າຄິດວ່າ ເປັນຫຍັງບັນດາບໍລິສັດ FDI ໃນຂົງເຂດເອເລກໂຕນິກໄດ້ລົງທຶນເຂົ້າ ຫວຽດນາມ ເປັນຈຳນວນຫຼາຍໃນໄລຍະຜ່ານມາ.”

ນັກຂ່າວ: ເຈົ້າ, ຂໍຂອບໃຈທ່ານ ຫງວຽນທ້ຽນເງັ້ຍ, ຮອງຫົວໜ້າກົມຮັບຜິດຊອບກົມອຸດສາຫະກຳ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນນາມ.

ເພື່ອຕ້ອນຮັບໂອກາດທີ່ມີໜຶ່ງບໍ່ມີສອງໃນຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້ານັ້ນ, ແຫຼ່ງຊັບພະນາກອນ ມະນຸດແມ່ນມີຄວາມສຳຄັນຍິ່ງ. ຫວຽດນາມ ໄດ້ມີການກະກຽມຢ່າງສຸດຂີດໃຫ້ແກ່ບັນຫາດັ່ງກ່າວ.

ເດືອນ ສິງຫາ ຜ່ານມາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ມະຕິເລກທີ 124, ໃນນັ້ນຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ສ້າງແຜນຮ່າງພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າຮອດປີ 2030. ຕໍ່ຈາກນັ້ນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ຈັດຂຶ້ນໃນເດືອນ ຕຸລາ ຜ່ານມາ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ໄດ້ເນັ້ນໜັກວ່າ:

“ເອົາໃຈໃສ່ບຳລຸງສ້າງແຫຼ່ງຊັບພະາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ບັນດາຂະແໜງ, ຂົງເຂດທີ່ຫາກໍ່ ພົ້ນເດັ່ນ, ໃນນັ້ນ, ສຸມໃສ່ບຳລຸງສ້າງຊັບພະນາກອນມີທີ່ຄຸນນະພາບສູງໃຫ້ແກ່ຂະແໜງຜະລິດ ຊິບເຄິ່ງຊັກນຳໄຟຟ້າແຕ່ 50.000 ຫາ 100.000 ຄົນ ໃນໄລຍະແຕ່ປີ 2025 ຮອດປີ 2030”.

ໃນຂະນະນັ້ນ, ມີມະຫາວິທະຍາໄລຫຼາຍແຫ່ງຂອງ ຫວຽດນາມ ໄດ້ຄັດເລືອກຮັບນັກຮຽນ ແລະ ບຳລຸງສ້າງຂະແໜງອອກແບບແຜງວົງຈອນ, ເຕັກໂນໂລຊີແຜງວົງຈອນ.

“ມະຫາວິທະຍາໄລແຫ່ງຊາດໄດ້ມີຖັນແຖວນັກຊ່ຽວຊານ ແລະ ມີບົດຮຽນໃນການຜັນຂະຫຍາຍບັນດາຫົວເລື່ອງ, ໂຄງການວິທະຍາສາດເຕັກໂນໂລຊີ ກໍຄືຮ່ວມມືກັບສາກົນໃນຂົງເຂດແຜງວົງຈອນ, ຈາກຂອດອອກແບບ, ປະລິດສ້າງ ແລະ ນັບທັງວັດສະດຸເຄິ່ງຊັກນຳໄຟຟ້າ, ການກວດ ວັດແທກ ແລະ ນຳໃຊ້”.

“ກາລະໂອກາດຂອງ ຫວຽດນາມ ມາຮອດແລ້ວ ແລະ ເຮົາຕ້ອງຮັບເອົາໂອກາດນີ້. ສະນັ້ນ, ວິທີເຮັດຂອງມະຫາວິທະຍາໄລ FTP ແມ່ນສົມທົບກັບບັນດາມະຫາວິທະຍາໄລໃຫຍ່ໃນໂລກ ເພື່ອນຳຫຼັກສູດການສອນຂອງເຂົາເຈົ້າມາສິດສອນຢູ່ ຫວຽດນາມ, ເພື່ອສາມາດສະໜອງແຫຼ່ງ ຊັບພະຍາກອນ ມະນຸດໃຫ້ແກ່ບັນດາບໍລິສັດນັ້ນຢູ່ ຫວຽດນາມ”.

ດ້ວຍເລື່ອງເປັນເຈົ້າການ, ມີແບບມີແຜນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຫວັງວ່າ ຫວຽດນາມ ຈະກຳແໜ້ນໂອກາດຢ່າງມີປະສິດທິຜົນເພື່ອການພັດທະນາ.

ຫວຽດນາມ ກຳນົດວ່າ ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າຈະກາຍເປັນຂະແໜງອຸດສາຫະກຳ ທີ່ສຳຄັນຂອງ ຫວຽດນາມ ໃນໄລຍະແຕ່ 30 50 ປີຈະມາເຖິງ. ເລື່ອງກຳນົດທິດກ້າວເດີນນີ້ໄດ້ຢືນຢັນ ຄຸນທາດການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ, ໄປທັນກັບທ່າອ່ຽງຂອງໂລກ, ສ້າງເງື່ອນໄຂໃຫ້ແກ່ ຫວຽດນາມ ສ້າງທີ່ຕັ້ງໃໝ່ໃນແຜນທີ່ແຜງວົງຈອນເຄິ່ງຊັກນຳໄຟຟ້າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ