ກອງປະຊຸມ AP11: ຂີດໝາຍ ຫວຽດນາມ

(VOVWORLD) -

ກອງປະຊຸມສະພາກາແດງ - ຊີກວົງເດືອນແດງພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11 (AP 11), ໂດຍ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນ, ຫາກໍ່ສິ້ນສຸດລົງໃນວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ສ້າງບັນດາໝາກຜົນ ແລະ ຂີດໝາຍອັນດີງາມ, ຢັ້ງຢືນຄວາມມານະພະຍາຍາມຂອງ ຫວຽດນາມ ພ້ອມກັບບັນດາອົງການ, ຄູ່ຮ່ວມມື, ເພື່ອນມິດສາກົນມີການກະທຳບັນເທົາຄວາມເຈັບປວດຂອງປະຊາຊົນ, ຊ່ວຍເຫຼືອ, ປົກປ້ອງບັນດາຜູ້ມີຄວາມສ່ຽງສູງກ່ວາເພີ່ນໃນທຸກສະພາບການ.

ກອງປະຊຸມ AP11: ຂີດໝາຍ ຫວຽດນາມ - ảnh 1ທ່ານນາງ ບຸ່ຍທິຮ່ວາ, ປະທານສູນກາງສະພາກາແດງ ຫວຽດນາມ
(ພາບ: dangcongsan.vn)


ຖະແຫຼງການຮ່ວມ ຮ່າໂນ້ຍ ໄດ້ຮັບຮອງເອົາທີ່ກອງປະຊຸມ AP11 ເປັນຂີດໝາຍສຳຄັນ ໃນຄວາມມານະພະຍາຍາມຂອງສະພາກາແດງບັນດາປະເທດຢັ້ງຢືນຄວາມຕ້ອງການທີ່ຈຳເປັນກ່ຽວກັບການຮ່ວມມື, ການແບ່ງປັນ ແລະ ການກະທຳ ດ້ວຍກຳລັງແຮງຂອງຂະບວນການເປັນເອກະພາບ, ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍມະນຸດສະທຳເຊິ່ງພາກພື້ນພວມປະເຊີນໜ້າ.

ແບ່ງປັນຫຼາຍບົດຮຽນກ່ຽວກັບປະສົບການ, ເພີ່ມທະວີການຮ່ວມມືໃນການຮັບມືກັບວິນາດສະກຳ

        ກອງປະຊຸມ AP11 ແມ່ນເຫດການສຳຄັນຂອງພາກພື້ນ ອາຊີ - ປາຊີຟິກ ໄດ້ຮັບການຈັດຂຶ້ນ 4 ປີເທື່ອໜຶ່ງ ດ້ວຍການເຂົ້າຮ່ວມຂອງທຸກໆສະພາກາແດງແຫ່ງຊາດໃນພາກພື້ນ ແລະ ພາກພື້ນ ຕາເວັນອອກກາງ - ອາບຟຣີກາເໜືອ. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 350 ທ່ານທີ່ມາຈາກ 50 ປະເທດຢູ່ພາຍໃນ ແລະ ນອກພາກພື້ນ, ສະຫະສະມາຄົມກາແດງ ແລະ ຊີກວົງເດືອນແດງສາກົນ, ບັນດາອົງການຈັດຕັ້ງສາກົນ, ສປຊ.

        ດ້ວຍຫົວຂໍ້ “ອາຊີ - ປາຊີຟິກ ກຽມພ້ອມຕໍ່ໜ້າວິນາດສະກຳ”, ກອງປະຊຸມ AP11 ໄດ້ດຳເນີນໄປໃນສະພາບການຢູ່ພາກພື້ນ ອາຊີ - ປາຊີຟິກ ພວມຖືກຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດເປັນປະຈຳ, ຖືກຜົນກະທົບຈາກຄວາມສ່ຽງ, ຄວາມເສຍຫາຍຈາກໄພພິບັດທຳມະຊາດເມື່ອທຽບໃສ່ທະວີບອື່ນ. ວາລະປະຊຸມປຶກສາຫາລືນັບສິບໆຄັ້ງ ໄດ້ຈັດຂຶ້ນທີ່ກອງປະຊຸມໄດ້ນຳມາເຊິ່ງບັນດາບົດຮຽນທີ່ລ້ຳຄ່າ, ຄວາມຮູ້ດ້ານວິຊາສະເພາະ. ຫຼາຍແນວຄວາມຄິດ, ຂໍ້ລິເລີ່ມໄດ້ເປີດຄວາມຫວັງກ່ຽວກັບການເຊື່ອມຕໍ່, ການຮ່ວມມືມະນຸດສະທຳໃນພາກພື້ນ. ທ່ານນາງ ບຸ່ຍທິຮ່ວາ, ປະທານສູນກາງສະພາກາແດງ ຫວຽດນາມ, ຢັ້ງຢືນວ່າ:

        “ຂ້າພະເຈົ້າຖືວ່າ, ດ້ວຍບັນດາການກະທຳລະອຽດ, ສະຫະສະມາຄົມກາແດງ ແລະ ຊີກວົງເດືອນແດງສາກົນ, ກໍ່ຄືບັນດາຜູ້ຕາງໜ້າຂອງບັນດາສະພາກາແດງບັນດາປະເທດ ແລະ ຂະບວນການລ້ວນແຕ່ຮັບຮູ້, ຕີລາຄາສູງ ແລະ ສະຫງວນຄວາມໄວ້ເນື້ອເຊື່ອໃຈໃຫ້ສຳລັບສະພາກາແດງ ຫວຽດນາມ. ຫວຽດນາມ ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງສຳເລັດຜົນ ແລະ ສົມທົບເປັນອົງການທີ່ອາດສາມາດແບ່ງປັນບັນດາປະສົບການ, ບັນດາບົດຮຽນກ່ຽວກັບຜົນສຳເລັດ, ກໍ່ຄືເວົ້າເຖິງບັນດາບັນຫາທີ່ຍັງມີຄວາມຫຍຸ້ງຍາກ ເພື່ອຊ່ວຍໃຫ້ສະພາກາແດງບັນດາປະເທດໄດ້ພ້ອມກັນປຶກສາຫາລື ແລະ ເປັນເອກະພາບ. ຖະແຫຼງການຮ່ວມຂອງກອງປະຊຸມໄດ້ເນັ້ນໜັກເຖິງການເຂົ້າຮ່ວມຂອງລັດຖະບານ, ບັນດາກຳລັງໃນສັງຄົມ, ບັນດາວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ ກໍ່ໄດ້ປະກອບສ່ວນສ້າງແຫຼ່ງກຳລັງເພື່ອອາດສາມາດຮັບມືຢ່າງເປັນເຈົ້າການ ແລະ ມີຄວາມພ້ອມຕໍ່ໄພພິບັດທຳມະຊາດ, ວິນາດສະກຳ”.

        ພິເສດ, ເວທີປາໄສຊາວໜຸ່ມ ສະພາກາແດງ, ຊີກວົງເດືອນແດງ ພາກພື້ນ ອາຊີ - ປາຊີຟິກ, ເຊິ່ງແມ່ນຂໍ້ລິເລີ່ມຂອງປະເທດເຈົ້າພາບ ຫວຽດນາມ ທີ່ກອງປະຊຸມຄັ້ງນີ້, ໄດ້ດົນບັນດານໃຈ, ຊຸກຍູ້ບົດບາດປະຈັນບານ, ປະດິດຄິດສ້າງ ແລະ ຄວາມພ້ອມຂອງລຸ້ນໜຸ່ມທີ່ສະພາກາແດງບັນດາປະເທດ ທີ່ມີຕໍ່ການຮັບມືກັບວິນາດສະກຳ, ໄພພິບັດທຳມະຊາດໃນອະນາຄົດຂອງພາກພື້ນ ອາຊີ - ປາຊີຟິກ.

ກອງປະຊຸມ AP11: ຂີດໝາຍ ຫວຽດນາມ - ảnh 2ກອງປະຊຸມ AP11
(ພາບ: dangcongsan.vn)

ຫວຽດນາມ - ປະເທດທີ່ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳ ແລະ ນ້ຳໃຈເມດຕາ

        ຄຽງຄູ່ກັບບັນດາໝາກຜົນລະອຽດ, ກອງປະຊຸມ AP11 ບັນລຸຜົນສຳເລັດກໍ່ໄດ້ປະກອບສ່ວນແຜ່ກະຈາຍຄຸນຄ່າຄວາມເມດຕາ, ມະນຸດສະທຳຂອງ ຫວຽດນາມ, ສີສັນວັດທະນະທຳຂອງຊາດ, ພາບພົດ ຫວຽດນາມ ທີ່ສະໜິດສະໜົມ ເຖິງບັນດາຜູ້ແທນສາກົນ. ທ່ານນາງ Fine Tuitupou, ສະພາກາແດງເກາະ Cook ແລະ ທ່ານນາງ Kate Forbes, ຫົວໜ້າຄະນະກຳມະການກວດສອບບັນຊີ ແລະ ຄຸ້ມຄອງຄວາມສ່ຽງ, ສະຫະສະມາຄົມກາແດງ ແລະ ຊີກວົງເດືອນແດງສາກົນ, ແບ່ງປັນວ່າ:

“ການກະກຽມຂອງສະພາກາແດງ ຫວຽດນາມ ທີ່ກອງປະຊຸມຄັ້ງນີ້ແມ່ນດີທີ່ສຸດ. ພວກຂ້າພະເຈົ້າໄດ້ຮັບການຕ້ອນຮັບທີ່ສະໜິດສະໜົມ. ພວກຂ້າພະເຈົ້າໄດ້ຮັບນ້ຳໃຈຮັກແພງແຂກຄົນທີ່ບໍ່ພຽງແຕ່ຈາກສະພາກາແດງເທົ່ານັ້ນ ຫາກຍັງຈາກປະຊາຊົນ ຫວຽດນາມ ອີກດ້ວຍ. ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາ ຫວຽດນາມ, ແຕ່ ຫວຽດນາມ ຈະແມ່ນສະຖານທີ່ຂ້າພະເຈົ້ານິຍົມທີ່ສຸດໃນໄລຍະຈະມາເຖິງ”.

“ກອງປະຊຸມນີ້ໄດ້ຈັດຂຶ້ນເປັນຢ່າງດີທີ່ສຸດ, ບັນດາລາຍການສິລະປະແມ່ນວິທີດີເພື່ອແນະນຳສີສັນວັດທະນະທຳຂອງພວກເພື່ອນເຖິງແຂກເຂົ້າຮ່ວມ. ພິເສດ, ຂ້າພະເຈົ້າໄດ້ແປກປະຫຼາດ ຍ້ອນເຫັນວ່າ ມີແມ່ຍິງຫຼາຍຄົນໄດ້ດຳລົງຕຳແໜ່ງເປັນການນຳບັນດາສະພາກາແດງ ຫວຽດນາມ. ຮອງປະທານສະພາຂອງພາແດງຂອງ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າຂອງສະພາກາແດງສາກົນ”.

ລາຍການ “ກຳລັງແຮງມະນຸດສະທຳ” ທີ່ຈັດຢູ່ນອກກອງປະຊຸມໄດ້ປະກອບສ່ວນແຜ່ຂະຫຍາຍມູນເຊື້ອເມດຕາອັນດີງາມຂອງ ຫວຽດນາມ ຢ່າງເລິກເຊິ່ງ, ກ້ວາງຂວາງ. ຜ່ານນັ້ນ, ກໍ່ຢັ້ງຢືນລັກສະນະມະນຸດສະທຳ, ນ້ຳໃຈອຸ້ມສູ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແມ່ນທາດແທ້, ແມ່ນມູນເຊື້ອອັນດີງາມຂອງປະຊາຊົນ ຫວຽດນາມ.

25 ປີກ່ອນ, ສະພາກາແດງ ຫວຽດນາມ ເປັນກຽດ ຈັດກອງປະຊຸມ AP6 ບັນລຸຜົນສຳເລັດຢ່າງຈົບງາມ. ປີນີ້,  ຫວຽດນາມ ໄດ້ຈັດກອງປະຊຸມ AP11 ກໍ່ບັນລຸຜົນສຳເລັດເຊັ່ນດຽວກັນ ເຊິ່ງໄດ້ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ໜູນຊ່ວຍມະນຸດສະທຳສາກົນ. ກອງປະຊຸມ AP11 ຢູ່ ຫວຽດນາມ ບັນລຸຜົນສຳເລັດ ຂະນະໄດ້ສົ່ງສານ, ທີ່ວ່າ: ບັນດາສິ່ງທ້າທາຍກ່ຽວກັບໄພພິບັດ, ວິນາດສະກຳ ເຊິ່ງພາກພື້ນຕ້ອງປະເຊີນໜ້າແມ່ນບໍ່ໜ້ອຍ, ແຕ່ຖ້າພວກເຮົາພ້ອມກັນກະທຳຈະເພີ່ມກຳລັງເພື່ອສ້າງພາກພື້ນ ອາຊີ - ປາຊີຟິກທີ່ເຊື່ອມໂຍງ ແລະ ອົງອາດກ້າແກ່ນກ່ວາ./.

ຕອບກັບ

ຂ່າວ/ບົດ​ອື່ນ