ເຮືອນເກືອຍ - ສັນຍາລັກທາງດ້ານວັດທະນະທຳ,ວິນຍານຂອງຊາວເຜົ່າ ກະຕູ

(VOVWORLD) -       ເມື່ອເວົ້າເຖິງເຜົ່າ ກະຕູ ກໍ່ຕ້ອງເວົ້າເຖິງເຮືອນ ເກືອຍ, ເຮືອນ ເກືອຍ ບໍ່ພຽງແຕ່ແມ່ນເຮືອນທີ່ມີສະຖາປັດຕະຍະກຳເປັນເອກະລັກ ແມ່ນວັດທະນະທຳພິເສດສະເພາະເທົ່ານັ້ນ ຫາກຍັງມີສີສັນພິເສດຂອງຊາວເຜົ່າ ກະຕູ ອີກດ້ວຍ. ເຮືອນ ເກືອຍ ປຽບເໝືອນສັນຍາລັກທີ່ສັກກາລະບູຊາ ແລະ ໃກ້ຊິດຕິດແທດໃນຊີວິດທາງດ້ານຈິດໃຈຂອງຊາວເຜົ່າ ກະຕູ
ເຮືອນເກືອຍ - ສັນຍາລັກທາງດ້ານວັດທະນະທຳ,ວິນຍານຂອງຊາວເຜົ່າ ກະຕູ - ảnh 1ເຮືອນເກືອຍ ຂອງຊາວເຜົ່າ ກະຕູ

      ໃນຈຳນວນ 54 ເຜົ່າຢູ່ ຫວຽດນາມ, ຊາວເຜົ່າ ກະຕູ ແມ່ນຊາວເຜົ່າສ່ວນໜ້ອຍດຳລົງຊີວິດຢູ່ພາກກາງ ຫວຽດນາມ ລຽບຕາມສາຍພູຫຼວງ ໃນນັ້ນຕົ້ນຕໍ ແມ່ນຢູ່ ສອງແຂວງ ເທື່ອທຽນເຫວ້ ແລະ ກວ໋າງນາມ.  ເຮືອຍ ເກືອຍ ຂອງຊາວເຜົ່າ ກະຕູ ແມ່ນກິດຈະກຳທີ່ເປັນສັນຍາລັກໃຫ້ແກ່ທັງໝູ່ບ້ານ. ລຸງ ບຣິວໂປ໊ ເຈົ້າເຫຼົ່າ ບ້ານ ເປີນນິງ ຕາແສງ ລັງ ເມືອງເຕິຍຢາງ ແຂວງ ກວ໋າງນາມ ເລົ່າສູ່ຟັງວ່າ:

       “ຢູ່ບ້ານໃດ ກໍລ້ວນແຕ່ມີເຮືອນເກືອຍ. ຜູ້ຄົນທັງຫຼາຍພຽງສັງເກດເບິ່ງເຮືອນ ເກືອຍໃດໃຫຍ່ ມີຮູບແກະຄວັດສະຫຼັກງາມ ກໍ່ຮູ້ໂລດວ່າ ໝູ່ບ້ານນັ້ນແມ່ນຄືແນວໃດແລ້ວ. ເຮືອນ ເກືອຍ ມີຄວາມໝາຍສຳລັບທັງໝູ່ບ້ານ ນັບທັງທາງດ້ານຈິດວິນຍານ. ໃນເຮືອນເກືອຍ ການແກະຄວັດສະຫຼັກຍິ່ງຫຼາຍເທົ່າໃດ, ສັດຍິ່ງຫຼາຍປະເພດເທົ່າໃດ, ຮູບພາບຍິ່ງຫຼາຍເທົ່າໃດ ກໍ່ຍິ່ງດີຍິ່ງມ່ວນ. ສັດທີຂາດບໍ່ໄດ້ໃນຮູບແກະຄວັດສະຫຼັກ ນັ້ນແມ່ນ ຄວາຍ, ໄກ່, ງູເຫຼືອມ”

      ໃນທຸກວັນນີ້ ເມື່ອການທ່ອງທ່ຽວຊຸມຊົນຂະຫຍາຍຕົວ, ເຮືອນ ເກືອຍ ໄດ້ກາຍເປັນສະຖານທີ່ດຶງດູດແຂກມາຢ້ຽມຊົມ ແລະ ອາດຈະເປັນບ່ອນຢູ່ສຳລັບແຂກທ່ອງທ່ຽວ. ແຂກທ່ອງທ່ຽວເມື່ອມີໂອກາດມານີ້ສາມາດຄົ້ນຫາ ແລະ ຊອກຮູ້ວັດທະນະທຳຊາວເຜົ່າ ກະຕູ ຄື ອາຊີບຕ່ຳແຜ່ນແພພື້ນເມືອງ, ເຮັດເຄື່ອງຈັກສານ, ເຮັດເຄື່ອງດົນຕີ ແລະ ເສບດົນຕີ, ສະແດງຄ້ອງ, ຟ້ອນ… ເຮືອນ ເກືອຍ ກໍ່ແມ່ນບ່ອນຈັດຕັ້ງບັນດາງານບຸນອັນເປັນປະເພນີຂອງບັນດາໝູ່ບ້ານ. ອ້າຍ ບລິງຟາດ ນາຍບ້ານ ເປີນນິງ ຕາແສງ ລັງ ເມືອງ ເຕິຍຢາງ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

       “ເຮືອນ ເກືອຍ ແມ່ນບ່ອນເຕົ້າໂຮມພໍ່ແມ່ພີ່ນ້ອງຊາວບ້ານ ເມື່ອມີໂອກາດຈັດງານບຸນ ຫຼື ໂຮມປະຊຸມປຶກສາຫາລືວຽກງານທີ່ສຳຄັນຂອງໝູ່ບ້ານ. ເຮືອນ ເກືອຍ ເມື່ອເບິ່ງຈາກບ່ອນສູງກໍ່ປຽບເໝືອນຮູບເຕົ່າ. ຫຼັງຄາເຮືອນ ເກືອຍ ເຮັດດ້ວຍວັດຖຸດິບຕິດພັນກັບທຳມະຊາດຢູ່ພູຜາປ່າໄມ້ ຄື ຫວາຍ, ໃບລານ, ໃບໝາກພ້າວ. ວັດສະດຸກໍ່ສ້າງເຮືອນ ເກືອຍ ຕົ້ນຕໍແມ່ນໄມ້”.

      ຕາມຄວາມສຳນຶກຂອງຊາວເຜົ່າ ກະຕູ ແລ້ວ ເຮືອນ ເກືອຍ ແມ່ນບ່ອນທີ່ສັກສິດ ແມ່ນບ່ອນອາໄສຂອງເທວະດາຟ້າແຖນ ປູ່ຍ່າຕາຍາຍ ບັນພະບູລຸດ. ເມື່ອມາຮອດເຮືອນ ເກືອຍ ທຸກໆຄົນບໍ່ໄດ້ດ່າກັນ, ຕ້ອງສາມັກຄີກັນຮັກແພງກັນຊ່ວຍເຫຼືອກັນ. ອ້າຍ ເປີລອງປະເລັງ ຊາວເມືອງ ເຕິຍຢາງ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

       “ເມື່ອກ້າວເຂົ້າໝູ່ບ້ານຂອງເຜົ່າ ກະຕູ, ຄວາມປະທັບໃຈທຳອິດແມ່ນເຮືອນ ເກືອຍ ແມ່ນບ່ອນສະແດງໃຫ້ເຫັນນ້ຳໃຈສາມັກຄີຂອງຊາວບ້ານ. ທຸກງານບຸນໃຫຍ່ນ້ອຍຂອງໝູ່ບ້ານ ກໍ່ລ້ວນແຕ່ຖືກດຳເນີນຢູ່ເຮືອນ ເກືອຍ. ສຳລັບພໍ່ແມ່ພີ່ນ້ອງເຜົ່າ ກະຕູ ແລ້ວ  ໝູ່ບ້ານບໍ່ມີເຮືອນ ເກືອຍ, ໝູ່ບ້ານນັ້ນກໍ່ບໍ່ແມ່ນໝູ່ບ້ານຂອງຊາວເຜົ່າ ກະຕູ.” 

     ຢູ່ໃນເຮືອນ ເກືອຍ ກໍ່ມີບັນດາສັນຍາລັກຄື ດວງຕາເວັນ, ດວງພະຈັນ ຫຼື ຮູບພາບຟ້ອນຄ້ອງ... ໃນເຮືອນ ເກືອຍ ກໍ່ເຄີຍວາງສະແດງເຄື່ອງດົນຕີປະເພດຕ່າງໆ ແລະ ເຄື່ອງມືຮັບໃຊ້ການອອກແຮງງານທຳການຜະລິດ. ລຸງ ບຣິວໂປ໊ ເຈົ້າເຫຼົ່າບ້ານ ເປີນນິງ ໃຫ້ຮູ້ວ່າ:

       “ຂ້າພະເຈົ້າເຫັນວ່າສິ່ງທີ່ພິເສດທີ່ສຸດ ແມ່ນເຮືອນ ເກືອຍ ຖືກຄ້ຳດ້ວຍເສົາດຽວຢູ່ກາງເຮືອນ. ທີໜຶ່ງ ແມ່ນເພື່ອຊາວບ້ານຟ້ອນລຳອ້ອມເສົາ, ທີສອງ ແມ່ນຄວາມໝາຍສຳຄັນທີ່ສຸດ ແມ່ນສະແດງໃຫ້ເຫັນກຳລັງແຮງສາມັກຄີຂອງຊາວບ້ານ”.

     ເຮືອນ ເກືອຍ ແມ່ນຈຸດທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ກະຕູ ຖືກອຸປະມາດັ່ງ ຫໍພິພິທະພັນວັດທະນະທຳຂອງຊາວເຜົ່າ ກະຕູ. ເຮືອນ ເກືອຍ ມີບົດບາດສຳຄັນພິເສດໃນຊີວິດທາງດ້ານຈິດວິນຍານຂອງຊາວເຜົ່າ ກະຕູ. ສຳລັບຊາວ ກະຕູ ແລ້ວ ເຮືອນ ເກືອຍ ແມ່ນເໜືອກວ່າສິ່ງໃດໝົດ. ຖ້າຫາກຮັກສາເຮືອນ ເກືອຍ ໄດ້ກໍ່ປຽບເໝືອນຮັກສາໝູ່ບ້ານໄດ້.  

ຕອບກັບ

ຂ່າວ/ບົດ​ອື່ນ