ເສດຖີຫນຸ່ມເລີ່ມທຸລະກິດຈາກທົ່ງນາ

(VOVWORLD) - ພາຍຫລັງສຳເລັດການເປັນທະຫານພັນທະແລ້ວກັບຄືນເມືອທ້ອງຖິ່ນ, ອ້າຍ ຫງວຽນກວັກຫວຽດ ອາຍຸ 35 ປີ ຢູ່ບ້ານ ກີງເມີ້ຍ, ຕາແສງ ໝີທ້ວນ, ເມືອງບີງເຕີນ ແຂວງ ຫວີງລອງ ເລີ່ມສະຫນິດຕິດພັນກັບວຽກໄຮ່ການນາ.
ເສດຖີຫນຸ່ມເລີ່ມທຸລະກິດຈາກທົ່ງນາ - ảnh 1 ອ້າຍ ຫງວຽນກວັກຫວຽດ ອາຍຸ 35 ປີ


 
ເລີ່ມທຸລະກິດເປັນເວລາກວ່າ 10 ປີ, ຊີວິດການເປັນຢູ່ຂອງຄອບຄົວອ້າຍ ຫວຽດ ຈາກການພໍຢູ່ພໍກິນໃນປະຈຸບັນ ໄດ້ບືນຕົວຂຶ້ນກາຍເປັນເສດຖີ, ຈາກນັ້ນ ອ້າຍມີຈຶ່ງເງື່ອນໄຂຊ່ວຍເຫລືອຊາວຫນຸ່ມໃນບ້ານນັບສີບໆຄົນ ມີວຽກເຮັດງານທຳເປັນປົກກະຕິ. ບົດຂຽນຂອງນັກຂ່າວ ຫຶວຈ໋າຍ.

        ດ້ວຍຄວາມຕັດສິນໃຈສ້າງອາຊີບ, ບືນຕົວຂຶ້ນສ້າງຄວາມຮັ່ງມີ, ປີ 2002 ອ້າຍ ຫງວຽນກວັກຫວຽດ ໄດ້ເລີ່ມລົງມືອອກແຮງງານຢູ່ທົ່ງນາຂອງຄອບຄົວອ້າຍເອງ ແລະ ເຂົ້າຮ່ວມວຽກງານສັງຄົມຢູ່ທ້ອງຖິ່ນ. ປີ 2005, ອ້າຍ ຫວຽດ ໄດ້ກູ້ຢືມເງິນຈາກທະນາຄານເພື່ອຊື້ເຄື່ອງຈັກກ່ຽວເຂົ້າແບບປະສົມ ເພື່ອຮັບໃຊ້ຄວາມຕ້ອງຜະລິດຂອງຄອບຄົວ ແລະ ເຮັດຮັບຈ້າງກ່ຽວເຂົ້າໃຫ້ພໍ່ແມ່ປະຊາຊົນຢູ່ບ້ານອ້ອມຂ້າງເພື່ອເພີ່ມລາຍຮັບຕື່ມອີກ.

        ຍ້ອນຜູ້ອອກແຮງງານໃນຂົງເຂດກະສິກຳນັບມື້ນັບຂາດແຄນ, ເປັນຕົ້ນແມ່ນໃນລະດູການເກັບກ່ຽວ, ອ້າຍຫວຽດເຫັນໄດ້ປະສິດທິຜົນການລົງທຶນຊື້ເຄື່ອງຈັກກ່ຽວເຂົ້າຟາດເຂົ້າແບບປະສົມ ສະນັ້ນ ຈຶ່ງໄດ້ລະດົມແຫລ່ງທຶນເພື່ອຊື້ເຄື່ອງຈັກດັ່ງກ່າວຕື່ມອີກ 2 ເຄື່ອງຄື: ຈັກຕ່າງເຂົ້າ ແລະ ລົດໄຖນາຮອດລະດູການເກັບກ່ຽວ, ມີຊາວຫນຸ່ມນັບສີບໆຄົນໄດ້ເຂົ້າຮ່ວມບັນດາຂັ້ນຕອນກ່ຽວເຂົ້າ, ປັ່ນເຂົ້າເອົາໃສ່ເປົາແລ້ວຂົນເຂົ້າອອກໄປໃສ່ລົດຫລືໃສ່ເຮືອໃຫ້ເຈົ້າຂອງທົ່ງນາ. ເຈີນຫືວເລີມ ເຂົ້າຮ່ວມໜ່ວຍກ່ຽວເຂົ້າໃຫ້ຮູ້ວ່າ ນັບແຕ່ເມື່ອເຮັດວຽກກັບອ້າຍຫວຽດ, ອ້າຍເລີມ ແລະ ຊາວຫນຸ່ມຫລາຍຄົນໃນບ້ານ ມີລາຍຮັບຕື່ມອີກຫລາຍພໍສົມຄວນ, ແລະ ວຽກງານດັ່ງກ່າວກໍ່ບໍ່ຫຍຸ້ງຍາກລຳບາກເມື່ອທຽບໃສ່ການເກັບກ່ຽວດ້ວຍມື.

        ບໍ່ພຽງແຕ່ຢຸດຢູ່ຂັ້ນຕອນກ່ຽວເຂົ້າເທົ່ານັ້ນ, ອ້າຍ ຫງວຽນກວັກຫວຽດ ຍັງໄດ້ເລີ່ມ ຜະລິດແນວພັນເຂົ້າເພື່ອຮັບໃຊ້ການປູກຝັງອີກດ້ວຍ. ຍ້ອນແນວພັນເຂົ້າຂອງອ້າຍຜະລິດອອກມາມີເມັດສະຫມ່ຳສະເຫມີ,  ຄຸນນະພາບສູງ, ສະນັ້ນ ຈຶ່ງມີລູກຄ້າມາຊື້ຫລາຍພາຍຫລັງລະດູການເກັບກ່ຽວ, ລາຄາເຂົ້າຂາຍອອກຍາມໃດກໍ່ສູງກວ່າລາຄາໃນທ້ອງຕະຫລາດ. ພໍ່ແມ່ປະຊາຊົນມາຊື້ແນວພັນເຂົ້ານັບມື້ນັບຫລາຍຂຶ້ນ. ປີ 2012, ອ້າຍຫວຽດ ໄດ້ສ້າງຕັ້ງໜ່ວຍຜະລິດແນວພັນເຂົ້າ ບ້ານ ກີງເມີ້ຍ. ໜ່ວຍຜະລິດແນວພັນເຂົ້າມີສະມາຊິກຊາວຫນຸ່ມ 5 ຄົນເຂົ້າຮ່ວມ ແລະ ຜະລິດໃນເນື້ອທີ່ປະມານ 7 ເຮັກຕາ. ຍ້ອນໄດ້ເຂົ້າຮ່ວມບັນດາຊຸດຝຶກອົບຮົມດ້ານເຕັກນິກການຜະລິດແນວພັນເຂົ້າຂອງຂະແຫນງກະສິກຳທ້ອງຖິ່ນ, ດ້ວຍຄວາມດຸຫມັ່ນ, ຜ່ານຜ່າຄວາມຫຍຸ້ງຍາກ, ມັກຮ່ຳມັກຮຽນ ສະນັ້ນ ສະມາຊິກ 5 ຄົນຂອງໜ່ວຍຜະລິດແນວພັນເຂົ້າບັນລຸປະສິດທິຜົນໃນລະດູເກັບກ່ຽວທຳອິດ ດ້ວຍສະມັດຕະພາບ 8 ໂຕນ/ເຮັກຕາ. ກ່ຽວກັບປະສິດທິຜົນຂອງໜ່ວຍຜະລິດແນວພັນເຂົ້ານີ້ ອ້າຍ ຫງວຽນກວັກຫວຽດ ໃຫ້ຮູ້ວ່າ:

        “ຢູ່ທີ່ນີ້ ຊາວກະສິກອນໄດ້ນຳໃຊ້ເຕັກນິກທີ່ກ້າວຫນ້າ, ພະນັກງານຫ້ອງການກະສິກຳ ແລະ ຄະນະຊາວຫນຸ່ມໃນຕາແສງ ເຫັນວ່າ ມີປະສິດທິຜົນ ສະນັ້ນ ຈຶ່ງໄດ້ຂົນຂວາຍປະຊາຊົນເພື່ອສ້າງຕັ້ງໜ່ວຍຜະລິດແນວພັນເຂົ້າເພື່ອໄປຂາຍໃຫ້ຊຸມຊົນ, ຂາຍໃຫ້ຊາວກະສິກອນໃນບໍລິເວນ. ປະຊາຊົນບັນດາເມືອງຢູ່ແຂວງ ດົງທາບ ກໍ່ມາຊື້ແນວພັນເຂົ້າທີ່ມີຄຸນນະພາບສູງ.”

ເສດຖີຫນຸ່ມເລີ່ມທຸລະກິດຈາກທົ່ງນາ - ảnh 2 ຈັກກ່ຽວເຂົ້າຂອງ ອ້າຍ ຫວຽດ

        ຈາກໝາກຜົນດັ່ງກ່າວ ບັນດາຊາວຫນຸ່ມໃນບ້ານ ໄດ້ຈົດທະບຽນຂໍເຂົ້າຮ່ວມໜຸ່ວຍຜະລິດ, ຍົກຍອດຈຳນວນສະມາຊິກໃນໜ່ວຍຂຶ້ນເຖິງ 16 ຄົນ, ເນື້ອທີ່ທຳການຜະລິດເພີ່ມຂຶ້ນເຖິງ 21 ເຮັກຕາ. ທິດນຳການເຄື່ອນໄຫວຂອງໜ່ວຍ ແມ່ນ ສະມາຊິກເກົ່າມີບົດຮຽນຫລາຍຢ່າງເພື່ອຖ່າຍທອດໃຫ້ບັນດາສະມາຊິກໃຫມ່ ແລະ ເຊີນບັນດານັກວິສາວະກອນກະສິກຳລົງຕິດຕາມກວດກາວິວັດການເຕີບໂຕຂອງຕົ້ນເຂົ້າເປັນປະຈຳ. ສະນັ້ນ ເມັດແນວພັນເຂົ້າທີ່ຜະລິດອອກຈຶ່ງສະຫມ່ຳສະເຫມີ, ບັນລຸມາດຕະຖານຕາມຂໍ້ກຳນົດຂອງຂະແຫນງກະສິກຳ ສະນັ້ນ ຈຶ່ງມີຊາວກະສິກອນຫລາຍຄົນໃນຕາແສງ ແລະ ບັນດາຮາກຖານດຳເນີນທຸລະກິດແນວພັນເຂົ້າມາສັ່ງຊື້ເປັນຈຳນວນຫລວງຫລາຍ. ຜົນກຳໄລແຕ່ລະປີຂອງໜ່ວຍຜະລິດດັ່ງກ່າວກໍ່ໄດ້ເພີ່ມຂຶ້ນ. ມາຮອດປະຈຸບັນ ເນື້ອທີ່ທຳການຜະລິດແນວພັນເຂົ້າ ກີງເມີ້ຍ ເພີ່ມຂຶ້ນເຖິງ 33 ເຮັກຕາ ດ້ວຍສະມາຊິກເຂົ້າຮ່ວມເກືອບ 30 ຄົນ.

        ອ້າຍ ຫງວຽນຮ່ວາຍຟອງ, ເລຂາຄະນະຊາວໜຸ່ມຕາແສງ ໝີທ້ວນ ເມືອງ ບີງເຕີນ ໃຫ້ຮູ້ວ່າ: ອ້າຍ ຫງວຽນກວັກຫວຽດ ແມ່ນຊາວຫນຸ່ມມີຄວາມດຸໝັ່ນ, ມີຫົວຄິດປະດິດສ້າງ. ນັບແຕ່ມື້ສ້າງຄອບຄົວ ແລະ ອອກມາຢູ່ຕ່າງຫາກ ພໍ່ແມ່ໄດ້ແບ່ງປັນເນື້ອທີ່ດິນທຳການຜະລິດ 4000 ຕາແມັດໃຫ້ອ້າຍ, ມາຮອດປະຈຸບັນ 2 ຜົວເມຍອ້າຍມີສວນ, ນາປະມານ 3 ເຮັກຕາ. ນອກຈາກການສ້າງວຽກເຮັດງານທຳໃຫ້ແກ່ຊາວຫນຸ່ມຢູ່ທ້ອງຖິ່ນປະມານ 30 ຄົນ ແລ້ວ, ອ້າຍຍັງຂົນຂວາຍບັນດາສະມາຊິກໃນໜ່ວຍຜະລິດແນວພັນເພື່ອສ້າງກອງທຶນກວ່າ 20 ລ້ານດົງຕື່ມອີກ, ແລະ ຊ່ວຍໃຫ້ຊາວຫນຸ່ມຫລາຍຄົນໃນບ້ານກູ້ຢືມທຶນເພື່ອທຳການຜະລິດ, ດຳເນີນທຸລະກິດ, ພັດທະນາເສດຖະກິດຄອບຄົວ.

        “ອ້າຍຫວຽດ ກໍ່ໄດ້ຊ່ວຍຊາວຫນຸ່ມຫລາຍຄົນ. ພາຍຫລັງອ້າຍທຳມາຫາກິນຢ່າງມີປະສິດທິຜົນ ອ້າຍໄດ້ລົງທຶນຊື້ເຄື່ອງຈັກ ຊ່ວຍເຫລືອຊາວຫນຸ່ມຢູ່ອ້ອມແອ້ມຕື່ມອີກ, ເພື່ອແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວຫນຸ່ມຫລາຍຄົນຢູ່ທ້ອງຖິ່ນ.”

        ເອື້ອຍ ຫງວຽນຮີ່ງທູ, ເລຂາຄະນະຊາວຫນຸ່ມແຂວງ ຫວີ້ີ້ງລອງ ໃຫ້ຂໍ້ສັງເກດວ່າ: ຮູບແບບການຜະລິດຂອງອ້າຍ ຫງວຽນກວັກຫວຽດ ໄດ້ຫນູນຊ່ວຍບັນດາຊາວຫນຸ່ມໃນທ້ອງຖິ່ນຍົກສູງຊີວິດການເປັນຢູ່, ນັ້ນແມ່ນຈຸດເດັ່ນໃນຂະບວນການຊາວຫນຸ່ມຢູ່ແຂວງ ຫວີງລອງ.

        “ອ້າຍຫວຽດ ແມ່ນຊາວຫນຸ່ມມີຄວາມບຸກບືນສູງ, ກ້າລົງທຶນຊື້ພາຫະນະໃຫ້ແກ່ຂອງຕົນເພື່ອປະຕິບັດຄວາມມຸ້ງມາດປາດຖະຫນາຢາກເລີ່ມທຸລະກິດຂອງອ້າຍ. ອ້າຍຫວຽດ ກໍ່ແມ່ນພະນັກງານຊາວຫນຸ່ມດີເດັ່ນ ບໍ່ພຽງແຕ່ມີຄວາມເອົາໃຈໃສ່ເຖິງບັນດາການເຄື່ອນໄຫວຂອງສັງຄົມເທົ່ານັ້ນ ຫາກຍັງເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ທ້ອງຖິ່ນອີກດ້ວຍ. ນັ້ນແມ່ນກາລະໂອກາດເພື່ອໃຫ້ອົງການຊາວຫນຸ່ມເຄື່ອນໄຫວພ້ອມກັບອ້າຍ ແລະ ຫນູນຊ່ວຍອ້າຍໃນຂະບວນການເລີ່ມທຸລະກິດຂອງຄອບຄົວອ້າຍ.”

        ດ້ວຍວຽກງານທີ່ແທດຈິງ, ມີປະສິດທິຜົນ, ມາຮອດປະຈຸບັນ ບັນດາຊາວຫນຸ່ມຊື່ງໄດ້ຮັບການຊ່ວຍເຫລືອຈາກອ້າຍຫວຽດ ລ້ວນແຕ່ສຸດຈິດສຸດໃຈທຳມາຫາກິນ ບືນຕົວຂຶ້ນເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ. ອ້າຍ ຫງວຽນກວັກຫວຽດ ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນໃນທ້ອງຖິ່ນເລືອກຕັ້ງເປັນເລຂາໜ່ວຍຊາວຫນຸ່ມ ບ້ານກີງເມີຍ ແລະ ໄດ້ຮັບໃບຍ້ອງຍໍຈາກສູນກາງຄະນະຊາວຫນຸ່ມກອມມູນິດ ໂຮ່ຈີມິນ ແລະ ລາງວັນເລືອງດີ້ງກົ໋ວປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ