ເຜົ່າມົ້ງ - ຊົນເຜົ່າສ່ວນໜ້ອຍພິເສດໃນປະຊາຄົມບັນດາເຜົ່າຫວຽດນາມ


 (vovworld) – ຊົນ​ເຜົ່າ​ມົ້ງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມີ​ພົນລະ​ເມືອງ​ຫຼາຍ​ກວ່າ​ໝູ່​ຢູ່​ຫວຽດນາມ, ​ທີ່ດຳ​ລົງ​ຊີວິດ​ຕົ້ນ​ຕໍ່ຕາມ​ເນີນ​ພູ​ທີ່​ມີ​ຄວາມ​ສູງ​ແຕ່ 1000 ​ແມັດຂຶ້ນ​ໄປ ຢູ່​ບັນດາ​ແຂວງ​ພູດ​ອຍທາງ​ພາກ​ເໜືອ, ​ເຂດ​ທິດຕາ​ເວັນ​ຕົກ​ແຂວງ​ແທງ​ຮ໋ວາ, ​ເງ້ອານ ​ແລະ ບັນດາ​ແຂວງ​ໄຕ​ງວຽນ. ພ້ອມ​ກັບ 53 ຊົນ​ເຜົ່າ​ອ້າຍ​ນ້ອງ, ຊົນ​ເຜົ່າ​ມົ້ງ ​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ ອຸດົມສົມ​ບຸນ​ກວ່າ​ອີກ.

ເຜົ່າມົ້ງ - ຊົນເຜົ່າສ່ວນໜ້ອຍພິເສດໃນປະຊາຄົມບັນດາເຜົ່າຫວຽດນາມ - ảnh 1

ຊົນເຜົ່າມົ້ງດຳ (ພາບ: ອິນເຕີແນດ)

        ຊາວ​ເຜົ່າ​ມົ້ງປະກອບ​ດ້ວຍ​ຫຼາຍ​ແຊງ​ຄື: ມົ້ງເດີ້ (ມົ້ງຂາວ​​), ມົ້ງດູ້ (ມົ້ງດຳ), ມົ້ງ​​ເລງ (ມົ້ງລາຍ) ມົ້ງຊີ (ມົ້ງ​ແດງ), ມົ້ງຢົ້ວ (ມົ້ງຂຽວ)…. ​ເຜົ່າ​ມົ້ງຖືກ​ແບ່ງ​ອອກ​ເປັນ​ຫຼາຍ​ແຊງ​ເຊັ່ນ​ນັ້ນ ​ແມ່ນ​ອີງ​ຕາມຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບເຄື່ອງນຸ່ງ ​ແລະ ພາສາປາກ​ເວົ້າລະຫວ່າງ​ແຊງ​ຕ່າງໆ. ຕົວຢ່າງ​ຄື​ຊາວ​ເຜົ່າ​ມົ້ງຂາວ​ນຸ່ງສິ້ນ​ສີຂາວ, ຊາວ​ເຜົ່າ​ມົ້ງດຳ​ ​​ແມ່ນນຸ່ງ​ສິ້ນ​ສີດ​ຳເປັນ​ຕົ້ນ. ເຜົ່າ​ມົ້ງ​​ສ່ວນ​ຫຼາຍ​​ໃຊ້ພາສາ​ດຽວ​​ກັນ, ​ນອກ​ນັ້ນຍັງ​ມີ​ພາສາທ້ອງ​ຖີ່​ນອີກ.

        ຊື່​ຂອງ​ຊາວ​ເຜົ່າ​ມົ້ງກໍ່​ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ສະ​ເພາະຂອງ​ຕົນ​ຢ່າງ​ຈະ​ແຈ້ງ. ຊາວ​ເຜົ່າ​ມົ້ງຢູ່​ຫວຽດນາມ​ ຕິດ​ພັນ​ກັບ​ການ​ປູກຝັງ ຫາກ​ບໍ່​ຕິດ​ພັນ​ກັບ​ການ​ລ້ຽງສັດ. ຊາວ​ເຜົ່າ​ມົ້ງຊຳນານ​ກັບ​ວຽກ​ງານ​ກະ​ສີ​ກຳ, ​ເຂົາ​ເຈົ້າ​ດຳລົງ​ຊີວິດ​ຕາມ​ເນີນ​ພູ​ ​​ແລະ​ ການປູກຝັງຂອງ​ເຂົາ​ເຈົ້າ​​ຕາມ​ສອງ​ຮູບ​ການ​ຄື: ເຮັດ​ໄຮ່ ​ແລະ ປູກ​ເຂົ້ານາ​ທາມ. ລະດັບປູກ​ເຂົ້ານາ​ທາມ​ຕາມທົ່ງ​ນາ​ຂັ້ນ​​ໄດຂອງ​ຊາວ​ເຜົ່າ​ມົ້ງ​ແມ່ນ​ສູງ​ທີ່​ສຸດ. ​ເພາະວ່າ​ຊາວ​ເຜົ່າ​ມົ້ງມີ​ມູນ​ເຊື້ອ​ປູກ​ເຂົ້ານາ​ທາມ​ມາ​ແຕ່​ດົນ​ນານ​ແລ້ວ. ​ເອື້ອຍ ​ເຈິ່ນທິທູ​ຖູ​ຍ, ປະລິຍາ​ເອກ​ຊົນ​ເຜົ່າ​ວິທະຍາ​, ສັງກັດ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ​ມົ້ງຍ້າຍ​ມາ​ດຳລົງ​ຊີວິດ​ຢູ່​ຫວຽດນາມ ​ກ່ອນ​ນີ້​ປະມານ 300-500 ປີ. ​ເວລາ​ນັ້ນ​ຊາວ​ເຜົ່າ​ກິ​ງດຳລົງ​ຊີວິດ​ຢູ່​ເຂດ​ທົ່ງພຽງ, ສ່ວນ​ຊົນ​ເຜົ່າ​ໄຕ, ຊົນ​ເຜົ່າ​ຜູ້​ໄທ ພັດ​ດຳລົງ​ຊີວິດ​ຢູ່​ເຂດ​ຮ່ອມ​ພູ. ຍ້ອນ​ບໍ່​ມີ​ດິນ​ປູກຝັງ, ​ເຂົາ​ເຈົ້າ​ຈຶ່ງ​ຂຸດ​ຄົ້ນ​​ເນີນ​ພູ​ສ້າງ​ເປັນ​ທົ່ງ​ນາ​ຂັ້ນ​ໄດ​ເພື່ອ​ປູກ​ເຂົ້ານາ​ທາມ. ເຜົ່າມົ້ງ​ແມ່ນ​ຊົນ​ເຜົ່າ​ພິ​ເສດ​ທີ່​ສຸດ, ​ເຂົາ​ເຈົ້າ​ດຳລົງ​ຊີວິດ ​ແລະ ​ຮັບ​ມື​ກັບ​ທຸກ​ເງື່ອນ​ໄຂ, ທຸກ​ສະຖານະ​ການ, ດັ່ງ​ນັ້ນ​ຈຶ່ງສາມາດປະດິດ​ສ້າງ​​ຫຼາຍ​ຮູບ​ການ​ປູກຝັງ​ໃໝ່ ກໍ່​ຄື​ມີ​ປະ​ເພນີ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ດຳລົງ​ຊີວິດ​ຢູ່​ບ່ອນ​ໃໝ່​ໄດ້.”

ເຜົ່າມົ້ງ - ຊົນເຜົ່າສ່ວນໜ້ອຍພິເສດໃນປະຊາຄົມບັນດາເຜົ່າຫວຽດນາມ - ảnh 2

ຊົນເຜົ່າມົ້ງຂາວ (ພາບ: ອິນເຕີແນດ)

        ຊາວ​ເຜົ່າ​ມົ້ງດຳລົງ​ຊີວິດ​ຢູ່​ຫຼາຍ​ແຂວງ​ໃນ​ປະ​ເທດ​ຫວຽດນາມ, ​​ແລະ​ໃນ​ແຕ່ລະ​ແຂວງ, ​ເຂົາ​ເຈົ້າ​ມັກດຳລົງ​ຊີວິດ​ຮ່ວມ​ກັນ​ຢູ່​ບາງ​ເມືອງ​ເທົ່າ​ນັ້ນ, ​ເຂົາ​ເຈົ້າ​ບໍ່​ເຄີຍ​ດຳລົງ​ຊີວິດ​ຮ່ວມ​ກັນ​ກັບ​ຊົນ​ເຜົ່າ​ອື່ນໆ. ​ເຮືອນ​ຂອງ​ຊາວ​ເຜົ່າ​ມົ້ງຖືກ​ກໍ່ສ້າງ​ຕາມ​ເນີນ​ພູ, ທາງ​ໜ້າ​ມີ​ຫ້ວຍ​ນ້ຳ, ທາງ​ຫຼັງ​ອີງ​ໃສ່​ພູ, ​ເຂົາ​ເຈົ້າ​​​ເຮັດເຮືອນ​ດ້ວຍ​ໄມ້​ຫຼື​ດິນ. ຍ້ອນ​ດຳລົງ​ຊີວິດ​ຢູ່​ເຂດ​ມີ​ອາກາດ​ໜາວ​ເຢັນ, ດັ່ງ​ນັ້ນ​ເຮືອນ​ຂອງ​ເຂົາ​ເຈົ້າ​ບໍ່​ສູງ ​ແລະ ບໍ່​ມີ​ປ່ອງຢ້ຽມ.

        ຊາວ​ເຜົ່າ​ມົ້ງ​ຖື​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ວີນຍານ ​ແລະ ຫຼັງ​ເຮືອນ​ກໍ່​ເຊັ່ນ​ດຽວ​ກັນ. ​ໃນ​ເຮືອນ​ມີ​ເທວະ​ປະຕູ, ​ເທວະ​ເສົາ, ​ເທວະ​​ເຮືອນຄົວ, ຜີບ້າ​ນ​ເພື່ອ​ປົກ​ປ້ອງ​​ເຂົາ​ເຈົ້າຕໍ່ໜ້າ​ທຸກ​ອິດ​ທິກຳລັງ. ​ເມື່ອ​ອອກ​ຈາກ​ເຮືອນ​ຈະບໍ່​ມີ​ເທວະ​ດາ​ຫຼື​ຜີບ້າ​ນປ້ອງ​ກັນ​ອີກ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງໃຊ້ອັນ​ໃດ​ອັນ​ໜຶ່ງ​​ເປັນ​ຍັນ​ເພື່ອ​ປ້ອງ​ກັນ​ຕົວອອກ​ຈາກ​ຜີ​ສາງ.

        ຊາວ​ເຜົ່າ​ມົ້ງ​ແມ່ນ​ຊົນ​ເຜົ່າສືບ​ສາຍ​ຕະກຸນ​ທາງ​ພໍ່, ​ໃນ​ຄອບຄົວ​ຜູ້​ຊາຍ​ມີ​ສິດ​ຕັດສິນ​ວຽກ​ງານ​ທັງ​ໝົດ ​ແລະ ​ເປັນ​ຜູ້​ສືບ​ມູນ​ໃນ​ຄອບຄົວ. ສ່ວນ​ຜູ້ຍິງ​ບໍ່​ໄດ້​ສືບ​ມູນ, ​ເມື່ອ​ເອົາ​ຜົວ, ຊັບ​ສິນ​ອັນ​ດຽວ​ທີ່​ຜູ້​ສາວ​ໄດ້​ນຳ​ໄປ​ຄອບຄົວ​ຂອງ​ຜົວ​ແມ່ນ​ເຄື່ອງ​ສຳອາງ​ດ້ວຍ​ເງິນ ​ແລະ ​ເຄື່ອງນຸ່ງ​ເທົ່າ​ນັ້ນ. ຊາວ​ເຜົ່າ​ມົ້ງຫ້າມ​ຕະກຸນ​ດຽວ​ເອົາກັນ​ເປັນ​ຜົວ​ເມຍ, ​ເຂົ້າ​ເຈົ້າ​ມັກ​ເກີດ​ລູກ​ຫຼາຍ​ຄົນ​ເພື່ອ​ມີຜູ້​ສືບສາຍ​ຕະກຸນ, ທັງ​ຍົກ​ສູງອິດ​ທິພົນ​ໃຫ້​ວົງ​ຕະກຸນ, ທັງ​ເພີ່ມ​ກຳລັງ​ແຮງ​ງານ​ໃຫ້​ຄອບຄົວ​ອີກ. ພໍ່​ແມ່​ຍາມ​ໃດ​ກໍ່​ຢູ່​ຮ່ວມ​ກັບ​ລູກ​ຊາຍ​ຫຼ້າ. ດັ່ງ​ນັ້ນ​ລູກ​ຫຼ້າຈະ​ເປັນ​ຜູ້​ຮັບຜິດຊອບ​ວຽກ​ງານ​ບູຊາ​ບັນພະບຸລຸດ​ໃນ​ຄອບ​ຄົວ.

ເຜົ່າມົ້ງ - ຊົນເຜົ່າສ່ວນໜ້ອຍພິເສດໃນປະຊາຄົມບັນດາເຜົ່າຫວຽດນາມ - ảnh 3


ນາຂັ້ນໄດຂອງຊົນເຜົ່າມົ້ງ  (ພາບ: ອິນເຕີແນດ)

        ສຳລັບ​ຊາວ​ເຜົ່າ​ມົ້ງ, ວົງ​ຕະກຸນ​ມີ​ບົດບາດ​ສຳ​ຄັນ​ທີ່​ສຸດ, ​ໃນ​ວົງ​ຕະກຸນ​ຈະ​ມີ​ຜູ້​ໜຶ່ງ​ເປັນ​​ເຈົ້າຕະກຸນ, ​ແຕ່​ລະ​ວົງ​ຕະກຸນ​ກໍ່​ມີ​ຂໍ້​ກຳນົດ, ກົດ​ລະບຽບ​ສະ​ເພາະ, ​ບັງຄັບ​ໃຫ້​ທຸກ​ຄົນ​ໃນ​ວົງ​ຕະກຸນ​ຕ້ອງ​ປະຕິບັດ​ຕາມ. ​ເອື້ອຍ ​ເຈິ່ນທູ​ຖູ​ຍ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        ”ວົງ​ຕະກຸນ​ມີ​ຄວາມສຳຄັນ​ທີ່​ສຸດສຳລັບ​ຊາວ​ເຜົ່າ​ມົ້ງ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຢູ່​ບ່ອນ​ວ່າ, ​ໃນ​ວົງ​ຕະກຸນ​ດຽວ​, ​ເຂົາ​ເຈົ້າສາມາດດຳລົງ​ຊີວິດ ຫຼື​ຕາຍ​ໃນ​ເຮືອນ​ຂອງ​ກັນ​ໄດ້. ການຈັດ​ວາງ​ກໍ່​ຄື​ວິທີ​ບູຊາ​ໃນ​ແຕ່​ລະ​ວົງ​ຕະກຸນ​ກໍ່​ແຕກ​ຕ່າງ​ກັນ. ລູກ​ສາວ​ເມື່ອ​ເອົາ​ຜົວ​ແລ​້ວ​ແມ່ນ​ຈະ​ຂຶ້ນ​ກັບ​ວົງ​ຕະກຸນ​ຂອງ​ຄອບຄົວ​ຜົວ, ດັ່ງ​ນັ້ນ​ບໍ່​ໄດ້​ເກີດ​ລູກ ຫຼື​ຕາຍ​ໃນ​ເຮືອນ​ຂອງ​ພໍ່​ແມ່​ຕົນ”.

        ​ໃນ​ປະຊາ​ຄົມ 54 ຊົນ​ເຜົ່າ​ຢູ່​ຫວຽດນາມ ນັ້ນ, ຊົນເຜົ່າ​ມົ້ງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ຍັງ​ຄົງ​ຮັກສາ​ໄດ້​ຈຸດ​ພິ​ເສດສະ​ເພາະ ​ແລະ ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​ໄດ້​ໃນ​ຊີວິດ​ແຫ່ງ​ການ​ເຊື່ອມ​ໂຍງ​ປະຈຸ​ບັນ​ນີ້.

       

 

ຕອບກັບ

par yong yang

ການ ເກີດ ຂອງ ຊົນ ເຜົ່າ ມົ້ງ

ຂ່າວ/ບົດ​ອື່ນ