ເຄັດລັບອາຊີບຕີເຫລັກຂອງຊາວເຜົ່າມົ້ງ

(VOVWORLD) -ອາຊີບຕີເຫລັກຂອງຊາວເຜົ່າມົ້ງ ແມ່ນມີມາແຕ່ດົນນານແລ້ວ. ກ່ອນນີ້ ເກືອບຄືວ່າຄອບຄົວຊາວເຜົ່າມົ້ງໃດກໍ່ມີຮາກຖານຕີເຫລັກສະເພາະເພື່ອຜະລິດບັນດາເຄື່ອງມືຮັບໃຊ້ກະສິກຳ ແລະ ເຄື່ອງໃຊ້ໃນຊີວິດປະຈຳວັນ. ໃນທ່າອ່ຽງການພັດທະນາປະຈຸບັນ, ແຕ່ອາຊີບຕີເຫລັກຂອງຊາວເຜົ່າມົ້ງ ຍັງຄົງຕົວຢູ່. ບັນດາຜະລິດຕະພັນຈາກການຕີເຫລັກຂອງຊາວເຜົ່າມົ້ງ ມີຊື່ສຽງຍ້ອນຄວາມທົນທານ, ລະອຽດລະອໍ ດ້ວຍເຄັດລັບສະເພາະ.

ເຄັດລັບອາຊີບຕີເຫລັກຂອງຊາວເຜົ່າມົ້ງ - ảnh 1 ທ່ານ ຈາງອາເຈີ ພວມຫລອມເຫລັກ

ພາບ:baobienphong.com

ພ້ອມກັບການພັດທະນາຂອງສັງຄົມ, ເຄື່ອງຈັກທັນສະໄຫມໄດ້ທົດແທນໃຫ້ການອອກແຮງງານເຮັດດ້ວຍມືຜະລິດອອກຫລາຍອຸປະກອນ, ເຄື່ອງມືຮັບໃຊ້ກະສິກຳ, ທັງມີລາຄາຖືກ ທັງສວຍງາມ, ແຕ່ວ່າ ບັນດາຜະລິດຕະພັນຈາກການຕີເຫລັກດ້ວຍມືຂອງຊາວເຜົ່າ ມົ້ງ ຍັງຄົງໄດ້ຮັບຄວາມນິຍົມ ແລະ ກໍ່ແມ່ນບັນດາເຄື່ອງໃຊ້ທີ່ຂາດບໍ່ໄດ້ໃນຊີວິດແຫ່ງການອອກແຮງງານທຳການຜະລິດ. ຮາກຖານຕີເຫລັກຂອງຄອບຄົວ ທ່ານ ຈາງອາເຈີ ຕັ້ງຢູ່ ບ້ານ ຮົວຕາດ, ເມືອງ ເວີນໂຮ່ ແຂວງ ເຊີນລາ ແມ່ນຫນຶ່ງໃນຈຳນວນຫນ້ອຍຄອບຄົວຊາວເຜົ່າມົ້ງ ຍັງຄົງຮັກສາອາຊີບຕີເຫລັກແບບຫັດຖະກຳໄວ້. ເບື້ອງຕົ້ນ ທ່ານ ຈາງອາເຈີ ຜະລິດເຄື່ອງມືຮັບໃຊ້ກະສິກຳດ້ວຍຕົນເອງໃຫ້ແກ່ຄອບຄົວ ແລະ ຍັງຊ່ວຍເຫລືອຊາວບ້ານທຸກຄົນ. ຫລັງຈາກນັ້ນ ທ່ານໄດ້ເປີດຮາກຖານຂາຍຜະລິດຕະພັນຕີເຫລັກຮັບໃຊ້ກະສິກຳໃຫ້ແກ່ພໍ່ແມ່ປະຊາຊົນຢູ່ໃນເຂດ. ພາຍຫລັງກວ່າ 30 ປີ ປະກອບອາຊີບຕີເຫລັກ, ບັນດາຜະລິດຕະພັນຊື່ງຄອບຄົວທ່ານຜະລິດອອກນັ້ນ ລ້ວນແຕ່ໄດ້ຮັບຄວາມນິຍົມຈາກປະຊາຊົນໃນເຂດ. ລູກຄ້າມາຈາກ ທຸກສາລາທິດກໍ່ມາຊອກຊື້ເຄື່ອງມືຮັບໃຊ້ກະສິກຳນັບມື້ນັບຫລາຍ. ທ່ານ ຈາງອາເຈີ ເວົ້າຄວາມໃນໃຈສູ່ຟັງວ່າ:

        “ກ່ອນນີ້ ຂ້າພະເຈົ້າພຽງຜະລິດສະເພາະເຄື່ອງອຸປະກອນໃຊ້ໃນຄອບຄົວເທົ່ານັ້ນ. ປີຫນຶ່ງ ຜະລິດ ແຕ່ 2-3 ເທື່ອ, ແຕ່ຕໍ່ມາເຫັນວ່າ ມີຫລາຍຄອບຄົວມາຊື້ ແລະເຂົາເຈົ້າເຫັນວ່າໃຊ້ດີ, ຜູ້ນີ້ບອກຕໍ່ຜູ້ນັ້ນ ຈັ່ງຊັ້ນເຂົາເຈົ້າຈຶ່ງມາຊອກຊື້, ມີບາງຄົນສັ່ງຊື້ ພ້າ ມີດ ແຕ່ 5-10 ດວງ, ເຂົາເຈົ້າເອົາແບບມາພ້ອມ ສະນັ້ນມີແຕ່ເຮັດຕາມແບບໃຫ້ ເຂົາເຈົ້າ”

        ທ່ານ ຈາງອາເຈີ ຍັງໃຫ້ຮູ້ວ່າ: ເຄັດລັບອາຊີບຕີເຫລັກເພື່ອເຮັດພ້າມີດຫລາຍຊະນິດ ໃຫ້ມີຄວາມຄົມ ແລະ ທົນທານນັ້ນ ສ່ວນຫລາຍແມ່ນອີງໃສ່ປະສົບການ. ນອກຈາກການເລືອກເອົາເຫລັກກ້າທີ່ມີຄຸນນະພາບດີ, ເໝາະສົມໃຫ້ແຕ່ລະຜະລິດຕະພັນ, ຍັງຮຽກຮ້ອງຕ້ອງມີບົດຮຽນໃນການຫລອມເຫລັກອີກ. ຕົວຢ່າງ ເພື່ອເຮັດພ້າມີດຄົມ, ມີຄວາມທົນທານ, ມີຄຸນນະພາບດີນັ້ນ ຕ້ອງໄປຊອກຊື້ເຫລັກແຫນບຂອງລົດໂອໂຕແຕ່ຕ້ອງແມ່ນເຫລັກແຫນບລົດໂອໂຕໂຊວຽດເກົ່າ ໃບມີດ ພ້າ ຈຶ່ງຄົມ, ທົນທານ ເວລາຟັນຄົມພ້າຈຶ່ງບໍ່ບ່ານ. ເຕັກນິກໃນການຫລອມເຫລັກກໍ່ສຳຄັນທີ່ສຸດ. ເຫລັກທີ່ຫລອມແຫລ້ວເອົາຈຸ່ມໃສ່ຢ່າງກ້ວຍນັ້ນ ພ້າ ມີດຈຶ່ງຂາວໃສ ທັງມີຄວາມທົນທານ. ທ່ານ ຈາງອາເຈີ ໃຫ້ຮູ້ວ່າ:

        “ເມື່ອຕີເຫລັກ ຖ້າຫາກຫລອມເຫລັກໃນລະດັບຄວາມຮ້ອນບໍ່ພຽງພໍ, ມີດທີ່ເຮັດອອກມານັ້ນຈະບໍ່ທົນທານ, ແຕ່ຫລອມເຫລັກໃນຄວາມຮ້ອນເກີນໄປ ພັດເຮັດໃຫ້ພ້າ ມີດຈະມັກຫັກ ສະນັ້ນ ຕ້ອງເຮັດແນວໃດເພື່ອຫລອມເຫລັກໃຫ້ຢູ່ໃນລະດັບຄວາມຮ້ອນພໍດີ.”

ເຄັດລັບອາຊີບຕີເຫລັກຂອງຊາວເຜົ່າມົ້ງ - ảnh 2ຊາວທ້ອງຖິ່ນມາຊື້ເຄື່ອງມືຮັບໃຊ້ກະສິກຳຢູ່ງານຕະຫລາດນັດ

ພາບ:( http://baodienbienphu.info.vn)

ເວລາຕີເຫລັກ ຖ່ານທີ່ໃຊ້ເພື່ອຫລອມເຫລັກຂອງຊາວເຜົ່າມົ້ງກໍ່ແມ່ນຖ່ານພິເສດ. ຊາວເຜົ່າມົ້ງບໍ່ນຳໃຊ້ຖ່ານຫີນ ຫາກນຳໃຊ້ຖ່ານໄຟໃນປ່າ ຫລື ຖ່ານຕົ້ນໄມ້ໃຜ່ແກ່. ເວລາຕີພ້າມີດ ຄວາມຮ້ອນກໍ່ແມ່ນສິ່ງສຳຄັນທີ່ສຸດ, ໃຊ້ຄວາມຮ້ອນຕະຫລອດຈະເຮັດໃຫ້ຜະລິດຕະພັນມີຄຸນນະພາບດີ. ປະຈຸບັນ ໃນບາງຂັ້ນຕອນຕີເຫລັກ, ຊາວເຜົ່າມົ້ງໄດ້ນຳໃຊ້ເຄືອ່ງຈັກບາງປະເພດ, ຄື ພັດລົມເປົ່າໄຟ, ຈັກຝົນພ້າ ມີດ… ເຖິງຢ່າງໃດກໍຕາມບັນດາຮາກຖານຕີເຫລັກ ຍັງຄົງນຳໃຊ້ບັນດາເຄື່ອງມືພື້ນເມືອງ. ບັນດາຜະລິດຕະພັນທີ່ຜະລິດອອກມາແມ່ນເຮັດດ້ວຍມືນັບແຕ່ຂັ້ນຕອນຕັດເຫລັກ, ສ້າງຮູບຮ່າງ, ການຕີ, ເຮັດດ້າມຈັບ.. . ເພາະສະນັ້ນ ຜະລິດຕະພັນຈາກການຕີເຫລັກຂອງຊາວເຜົ່າມົ້ງ ຈຶ່ງມີຄວາມລະອຽດລະອໍ, ຄົມ ແລະ ໃຊ້ທົນທານກວ່າ. ດ້ວຍບັນດາຜະລິດຕະພັນທີ່ເຮັດອອກມານັ້ນ, ອາຊີບຕີເຫລັກຂອງຊາວເຜົ່າມົ້ງ ບໍ່ພຽງແຕ່ປະກອບສ່ວນແທດຈິງເຂົ້າໃນຊີວິດການອອກແຮງງານທຳການຜະລິດເທົ່ານັ້ນ ຫາກຍັງປະກອບສ່ວນຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຜົ່າຕົນອີກດ້ວຍ.  ທ່ານ ຫງວຽນວັນທູ້, ນັກຄົ້ນຄ້ວາວັດທະນະທຳຊົນເຜົ່າ ໃຫ້ຮູ້ວ່າ:

        “ປະຈຸບັນ ອາຊີບຕີເຫລັກແບບຫັດຖະກຳຂອງຊາວເຜົ່າມົ້ງ ຢູ່ບາງທ້ອງຖິ່ນຍັງຄົງຮັກສາໄວ້ ເຖິງວ່າ ອາຊີບນີ້ສ່ວນຫລາຍແມ່ນຜະລິດບັນດາເຄື່ອງມືຮັບໃຊ້ກະສິກຳ ແລະ ບັນດາເຄື່ອງມືນີ້ ໄດ້ນຳໃຊ້ໃນບັນດາຄອບຄົວເປັນຕົ້ນຕໍ ສ່ວນວ່າເອົາໄປຂາຍຢູ່ທ້ອງຕະຫລາດນັ້ນແມ່ນຫນ້ອຍກວ່າ. ເຖິງຢ່າງໃດກໍຕາມ, ບັນດາການເຄື່ອນໄຫວນີ້ ສ່ວນຫລາຍແມ່ນຮັກສາສີສັນວັດທະນະທຳຂອງຊົນເຜົ່າ ແລະ ອະນຸລັກຮັກສາອາຊີບຫັດຖະກຳໄວ້ເພື່ອຮັບປະກັນຊີວິດການເປັນຢູ່ຂອງຂອງເຂົາເຈົ້າ.”

        ອາຊີບຕີເຫລັກຂອງຊາວເຜົ່າມົ້ງ ຮຽກຮ້ອງຕ້ອງມີສີມືອັນຄ່ອງແຄ້ວ, ສະແດງໃຫ້ເຫັນການມີຫົວຄິດປະດິດສ້າງຂອງຊ່າງຕີເຫລັກ ເພື່ອຜະລິດອອກບັນດາຜະລິດຕະພັນທັງມີຄຸນຄ່າເປັນເຄື່ອງໃຊ້ ທັງສະແດງໃຫ້ເຫັນສີສັນວັດທະນະທຳສະເພາະຂອງຊາວເຜົ່າມົ້ງ. ໃນການພັດທະນາຂອງສັງຄົມ, ອາຊີບຕີເຫລັກໃນໝູ່ຊາວເຜົ່າມົ້ງອາດຈະຫນ້ອຍລົງ, ແຕ່ສິ່ງຍອດຢ້ຽມຂອງອາຊີບຫັດຖະກຳນີ້ຍັງຍືນຍົງຄົງຕົວ ແລະຍັງຄົງໄດ້ຮັບການຮັກສາໄວ້ ແລະ ສືບທອດໃຫ້ຄົນລຸ້ນຫລັງ.

ຕອບກັບ

ຂ່າວ/ບົດ​ອື່ນ