ຫວດໜຶ້ງເຂົ້າໃນຄອບຄົວຂອງຊາວເຜົ່າຜູ້ໄທຢູ່ເຂດເຕິຍບັກ

(VOVWORLD) -ແຕ່ປາງກ່ອນ, ຫວດໜຶ້ງເຂົ້າແມ່ນໜຶ່ງໃນບັນດາພາຊະນະທີ່ລື້ງເຄີຍແລະຕິດພັນກັບຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທເຂດເຕິຍບັກໝາຍເຖິງເຂດທາງທິດຕາເວັນຕົກສຽງເໜືອຂອງຫວຽດນາມ ແລະເຄີຍຖືກພໍ່ແມ່ພີ່ນ້ອງໃຊ້ ເພື່ອໜຶ້ງເຂົ້າແລະຂອງກິນຊະນິດຕ່າງໆ. ເຖິງວ່າການດຳລົງຊີວິດມີການປ່ຽນແປງຫຼາຍຢ່າງກໍ່ຕາມແຕ່ໃນເຮືອນຄົວຂອງບັນດາຄອບຄົວຂອງຊາວ ເຜົ່າຜູ້ໄທໃນປັດຈຸບັນ ເບິ່ງຄືວ່າເຮືອນຫຼັງໃດກໍ່ມີຫວດໜຶ້ງເຂົ້າຢ່າງໜ້ອຍສຸດໜື່ງອັນ ແລະພໍ່ແມ່ພີ່ນ້ອງໄດ້ນຳໃຊ້ໃນຊີວິດປະຈຳວັນ
ຫວດໜຶ້ງເຂົ້າໃນຄອບຄົວຂອງຊາວເຜົ່າຜູ້ໄທຢູ່ເຂດເຕິຍບັກ - ảnh 1ຫວດໜຶ້ງເຂົ້າຖືກວາງຂາຍຢູ່ຕະຫຼາດ

    ຕາມຮີດຄອງປະເພນີແລ້ວ, ຊາວເຜົ່າຜູ້ໄທເຂດເຕີຍບັກເຄີຍຢູ່ເຮືອນຮ້ານ, ກິນເຂົ້າໜຽວກັບໜໍ່ໄມ້ ຫົວຜັກ ໝາກໄມ້ ແລະຂອງກິນຖືກໜຶ້ງສຸກໃນຫວດ. ເພາະສະນັ້ນ, ໃນບັນດາຄອບຄົວຊາວເຜົ່າຜູ້ໄທຄອບຄົວໃດກໍ່ມີຫວດໜຶ້ງເຂົ້າແລະໝໍ້ໜຶ້ງ. ລຸງຕ່ອງວັນເຮັ້ຍຢູ່ບ້ານມ່ອງຕາແສງຫົວລາແຂວງເຊີນລາໃຫ້ຮູ້ວ່າ:

   “ສຳລັບຊາວເຜົ່າຜູ້ໄທແລ້ວ,ເມື່ອປຸກເຮືອນກໍ່ຕ້ອງມີໝໍ້ໜຶ້ງແລະຫວດໜຶ້ງເຂົ້າ. ເມື່ອລູກຊາຍສ້າງຄອບຄົວໄປຢູ່ຕ່າງຫາກ, ພໍ່ແມ່ກໍ່ຕ້ອງຊື້ຫວດໜຶ້ງເຂົ້າໃຫ້ແກ່ລູກປຽບເໝືອນຂອງສົມລົດ. ແລະເຂົ້າທີ່ໄດ້ໜຶ້ງເປັນເທື່ອທຳອິດຈະຖືກໜຶ້ງຢູ່ເຮືອນໃໝ່ຂອງລູກຊາຍ, ລູກໃພ້ແລະຫວັງວ່າເຮືອນຄົວເວລາໃດກໍ່ມີຂອງກິນເຕັມ, ມີຄວາມອີ່ມໜຳສຳລານ ແລະຜາສຸກ.   ຫວດບໍ່ພຽງແຕ່ໃຊ້ໜຶ້ງເຂົ້າເທົ່ານັ້ນຫາກຍັງສາມາດໜຶ້ງຜັກໜໍ່ໄມ້ ຫົວຜັກທຸກຊະນິດທີ່ສາມາດກິນກັບເຂົ້າໄດ້.ດັ່ງນັ້ນແຕ່ລະຄອບຄົວ ຊາວເຜົ່າຜູ້ໄທກໍ່ລ້ວນແຕ່ມີຫວດແລະໝໍ້ໜຶ້ງເຂົ້າ.”

  ເມື່ອກ່ອນນີ້ ຫວດໜຶ້ງເຂົ້າຖືກເຮັດດ້ວຍໄມ້ ມີຮູບມົນ. ແຕ່ມາຮອດປັດຈຸບັນ ພໍ່ແມ່ພີ່ນ້ອງປະດິດຄິດສ້າງສານຫວດໜຶ້ງເຂົ້າດ້ວຍໄມ້ປ່ອງເພື່ອທົດແທນໃຫ້ໄມ້ ທັງງ່າຍດາຍທັງສະດວກແລະເປັນມິດກັບສິ່ງແວດລ້ອມ.  ສຳລັບລາຄາກໍ່ຖືກຫຼາຍເມື່ອທຽບໃສ່ຫວດເຮັດດ້ວຍໄມ້.ລຸງຕ່ອງວັນເຮັ້ຍໃຫ້ຮູ້ວ່າເພື່ອສານຫວດດ້ວຍໄມ້ປ່ອງກໍ່ຕ້ອງເລືອກເອົາໄມ້ປ່ອງທີ່ຍາວ, ລຳໜຽວແລະບໍ່ຖືກແມງມອດກິນ. ໄມ້ປ່ອງທີ່ຖືກນຳມາຕ້ອງເອົາໄປຈັກຕອກແລ້ວສານເປັນສອງຊັ້ນຊັ້ນນອກຈັກຕອກເສັ້ນນ້ອຍຕ້ອງສານຢ່າງລະອຽດເພື່ອມີຄວາມງາມແລະທົດທານ; ສ່ວນຊັ້ນໃນຕ້ອງຈັກຕອກເສັ້ນໃຫຍ່ ສະເພາະຢູ່ຊັ້ນເຄິ່ງກາງກໍ່ຕ້ອງໃສ່ແຜ່ນແພເພື່ອຮັກສາອຸນຫະພູມ. ເພື່ອສານຫວດໜຶ້ງເຂົ້າອັນໜຶ່ງໃຫ້ສຳເລັດນັ້ນກໍ່ຕ້ອງໃຊ້ເວລາປະມານແຕ່ 2 ຫາ 3 ວັນ. ລຸງຕ່ອງວັນເຮັ້ຍໃຫ້ຮູ້ຕື່ມອີກວ່າ:

   “ຫວດເຮັດດ້ວຍໄມ້ກໍ່ຍາກຫຼາຍ, ພຽງແຕ່ຜູ້ຊາຍຈຶ່ງສາມາດເຮັດໄດ້. ສ່ວນຫວດດ້ວຍໄມ້ປ່ອງກໍ່ສາມາດເຮັດໄດ້ງ່າຍ ແລະ ສະດວກໃນການຊອກຫາໄມ້ປ່ອງ. ສຳລັບຫວດເຮັດດ້ວຍໄມ້ ຖ້າຫາກປະໄວ້ຍາວນານອາດຈະຖືກແຕກແຫງ ຍ້ອນເຫດນີ້ເອງປັດຈຸບັນພໍ່ແມ່ພີ່ນ້ອງໄດ້ຮູ້ຈັກສານຫວດໄມ້ປ່ອງທັງສະດວກທັງສາມາດເຮັດງ່າຍແລະທັງເປັນການຮັກສາຕົ້ນໄມ້ໃຫຍ່ໃນປ່າ”.

  ເມື່ອສານຫວດແລ້ວກໍ່ຕ້ອງສານແຜ່ນຕອກໄມ້ໄຜ່ ມີຮູບມົນເພື່ອວາງທາງໃນຢູ່ກົ້ນຂອງຫວດເພື່ອໃນເວລາຖອກເຂົ້າສານໃສ່ຫວດຈະບໍ່ຖືກລອດລົງໝໍ້. ເມື່ອໜຶ້ງເຂົ້າຫຼືຂອງກິນກໍ່ຕ້ອງໃສ່ນ້ຳໃນໝໍ້ຢ່າງພຽງພໍປະມານ 7 ຫາ 10 ຊັງຕີແມັດ, ແລ້ວກໍ່ຕ້ອງນຳໄປຕົ້ມ. ປ້າຕ່ອງທິບຽນ ເຈົ້າຂອງຮ້ານອາຫານຊົນເຜົ່າຜູ້ໄທຢູ່ບ້ານມ່ອງຕາແສງຫົວລາ, ນະຄອນເຊີນລາໃຫ້ຮູ້ວ່າ:

“ຂ້າພະເຈົ້າໄດ້ເຮັດບໍລິການຮ້ານອາຫານດ້ວຍບັນດາເຍື່ອງອາຫານຊົນເຜົ່າ, ດັ່ງນັ້ນຫວດແລະໝໍ້ໜຶ້ງເຂົ້າແມ່ນພາຊະນະທີ່ຂາດບໍ່ໄດ້ເພື່ອໜຶ້ງເຂົ້າຮັບໃຊ້ແຂກກໍ່ຄືຮັບໃຊ້ຄາບເຂົ້າປະຈຳວັນຂອງຄອບຄົວ.  ແຂກເມື່ອມາຮັບປະທານອາຫານຢູ່ນີ້ ໃຜໆກໍ່ມັກກິນເຂົ້າໜຽວ.”

  ປັດຈຸບັນຫວດໜຶ້ງເຂົ້າເຮັດດ້ວຍໄມ້ປ່ອງກໍ່ມີຂາຍຢູ່ຕະຫຼາດເຂດພູສູງຫຼືວາງຂາຍຢູ່ຕາມຮ້ານຂາຍເຄື່ອງຈັກສານເຄື່ອງແຜ່ນແພພື້ນເມືອງ. ລາຄາຂອງຫວດສານດ້ວຍໄມ້ປ່ອງແມ່ນປະມານແຕ່ 150.000 ຫາ 200.000 ດົ່ງໃນຂະນະທີ່ຫວດໜຶ້ງເຂົ້າເຮັດດ້ວຍໄມ້ ກໍ່ມີລາຄາແຕ່ 300.000 ຫາ 500.000 ດົ່ງຕາມຂະໜາດນ້ອຍໃຫຍ່. ເຖິງວ່າຫວດຖືກເຮັດດ້ວຍໄມ້ ຫຼືຖືກສານດ້ວຍໄມ້ປ່ອງກໍ່ຕາມ ກໍ່ລ້ວນແຕ່ປະກອບສ່ວນສ້າງພາບພົດເຂດພູສູງທີ່ເປັນເອກະລັກສະເພາະ. 

ຕອບກັບ

ຂ່າວ/ບົດ​ອື່ນ