ສາງວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າກົງຢູ່ນ້ຳຂາວ

(VOVWORLD) -ຊົນເຜົ່າກົງຫຼືເອີ້ນວ່າ: ຊົນເຜົ່າຊາ, ເຜົ່າ ມ່າງ... ຊຶ່ງອາໄສຢູ່ເຂດໄຕບັກ ໝາຍເຖິງເຂດທາງທິດຕາເວັນຕົກ ສ່ຽງເໜືອ, ສ່ວນຫຼາຍແມ່ນຢູ່ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງໃນບັນດາເຜົ່າທີ່ມີປະຊາກອນບໍ່ຮອດ ໜຶ່ງໝື່ນຄົນທີ່ຍັງຄົງເກັບຮັກສາບັນດາຈຸດວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະ. 
ສາງວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າກົງຢູ່ນ້ຳຂາວ - ảnh 1ວັນບຸນພົບປະແລກປ່ຽນວັດທະນະທຳ-ກິລາບັນດາເຜົ່າເຂດໄຕບັກ

    ນາງລໍ່ທິຢຸງ ຂາວເຜົ່າກົງຢູ່ຕາແສງນ້ຳຂາວ ເມືອງເມືອ່ງແຕ ແຂວງລາຍເຈົາ ພວມຂ້ອງຄາກັບເລື່ອງໜຶ້ງເຂົ້າ, ແຕ່ງອາຫານເພື່ອກະກຽມອາຫານໃຫ້ແກ່ຄອບຄົວຂຶ້ນພູເຮັດໄຮ່ ນາງທັງແຕ່ງກິນ ທັງຂັບຮ້ອງເພງພື້ນເມືອງທີ່ລຶ້ງເຄີຍ. ບັນດາທຳນອງເພງນີ້ ໄດ້ເລີ່ມມາຈາກການອອກແຮງງານ ທຳການຜະລິດ ແລະ ດຳເນີນຊີວິດຂອງພໍ່ແມ່ພີນ້ອງ. ທ່ານນາງ ຢຸງ ກ່າວວ່າ:

       “ຊາວເຜົ່າກົງມີບາງທຳນອງເພງພື້ນເມືອງ ເຊັ່ນ: ໄກ່ຂັນ. ບັນດາທຳນອງເພງພື້ນເມືອງນີ້ ຕົ້ນຕໍໂດຍແມ່ນປູ່ຍ່າຕາຍາຍຖ່າຍທອດທາງປາກຕໍ່ປາກໃຫ້ລູກຫຼານ. ມາຮອດປະຈຸບັນ, ເດັກນ້ອຍສ່ວນຫຼາຍໃນໝູ່ບ້ານໄດ້ຮັບເອົາ ແລະ ພັດທະນາການຂັບຮ້ອງທຳນອງເພງນີ້”.

      ພ້ອມກັບບັນດາທຳນອງເພງພື້ນເມືອງ, ບັນດາວາດຟ້ອນຂອງຊາວເຜົ່າກົງ ກໍມີຈຸດທີ່ເປັນເອກະລັກສະເພາະ ດ້ວຍບັນດາຈັ່ງຫວະທີ່ແຂງແຮງ ສຽບຂາດ ຊຶ່ງໄດ້ວາດພາບເຖິງການເຄື່ອນໄຫວໃນການຜະລິດ ແລະ ຊີວິດປະຈຳວັນຂອງພໍ່ແມ່ພີນ້ອງຢູ່ແຫ່ງນີ້. ນາງ ເລທິຢຸງ ແບ່ງປັນຕື່ມອີກວ່າ:

     “ບົດຟ້ອນ ປິລິມ ຈະຟ້ອນໃນຊຸມວັນອັນເປັນປະເພນີຂອງບັນດາເຜົ່າ ເຊັ່ນ: ບຸນເຕັດສາລີ ຫຼື ບຸນເຂົ້າເຮືອນໃໝ່, ງານດອງ. ໃນເມື່ອກ່ອນ, ເມື່ອຟ້ອນບັນດາບົດຟ້ອນນັ້ນ, ປູ່ຍ່າຕາຍາຍມັກຟ້ອນຢູ່ໃນບ້ານເທົ່ານັ້ນ.  ປະຈຸບັນແມ່ນໄດ້ຖ່າຍທອດໃຫ້ລູກຫຼານ ເພື່ອໃຫ້ເຂົາເຈົ້າໄດ້ພົວພັນແລກປ່ຽນ ແນະນຳວາດຟ້ອນຂອງຊົນເຜົ່າ”

    ເມື່ອເວົ້າເຖິງວັດທະນະທຳຂອງຊາວເຜົ່າກົງຢູ່ນ້ຳຂາວນັ້ນ, ບັນດາງານບຸນອັນເປັນປະເພນີ ແມ່ນສິ່ງທີ່ຂາດບໍ່ໄດ້, ໃນນັ້ນ ມີບຸນປີໃໝ່ປະເພນີ ເກວລາລອງ ຫຼືເອີ້ນວ່າ ບຸນເຕັດສາລີ. ບຸນເຕັດນີ້ເຄີຍຖືກຈັດຂຶ້ນໃນທ້າຍເດືອນ 5 ຫຼືຕົ້ນເດືອນ 6 ໄລ່ຕາມຈັນທະປະຕິທິນໃນແຕ່ລະປີ ເມື່ອລະດູເກັບກູ້ສາລີໄດ້ສຳເລັດ. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ພີນ້ອງໄດ້ເຕົ້າໂຮມກັນເພື່ອລະຫຼິ້ນມ່ວນຊື່ນພາຍຫຼັງອອກແຮງງານດ້ວຍຄວາມລຳບາກເປັນເວລາໜຶ່ງປີ ແລະ ນີ້ກໍເປັນໂອກາດເພື່ອໃຫ້ຊາວບ້ານສົມມະນາຄຸນຕໍ່ເທວະດາຟ້າແຖນ ບັນພະບູລຸດທີ່ໄດ້ຊ່ວຍໃຫ້ລະດູການຜະລິດໄດ້ຮັບຜົນດີ ແລະ ພາວະນາໃຫ້ປີໃໝ່ ດິນຟ້າອາກາດຈະອຳນວຍຄວາມສະດວກ, ຄອບຄົວ ຊາວບ້ານກໍມີຄວາມອີ່ມໜຳສຳລານ ແລະ ຜາສຸກ.ເພື່ອຕ້ອນຮັບບຸນເຕັດສາລີ, ຊາວເຜົ່າກົງກໍກະກຽມວັດຖຸເຄື່ອງຂອງກ່ອນນັ້ນເປັນເວລາໜື່ງປີ ດ້ວຍການລ້ຽງໝູ ລ້ຽງໄກ່ ປູກສາລີ ເພື່ອຮອດທ້າຍປີ ທຳພິທີຖວາຍບູຊາເທວະດາຟ້າແຖນ ບັນພະບູລຸດ.                

   ໃນພາເຂົ້າໄຫວ້ບູຊາເທວະດາຟ້າແຖນຂອງຊາວເຜົ່າກົງ ກໍຕ້ອງມີບັນດາເຍື່ອງອາຫານເຮັດດ້ວຍສາລີຄື ເຂົ້າໜົມສາລີ, ຕົ້ນ ສາລີ, ເຫຼົ້າສາລີ ແລະ ບັນດາສິນພິເສດຈາກພູຜາປ່າໄມ້  ທ່ານນາງຈ່າງທິລິມ, ຊົນເຜົ່າກົງ, ຢູ່ຕາແສງນ້ຳຂາວ, ເມືອງເໝື່ອງແຕ, ແຂວງລາຍເຈົາ, ໃຫ້ຮູ້ວ່າ:

        “ເມື່ອກ່ອນບໍ່ມີເຂົ້າສານ, ບໍ່ມີເຂົ້າກິນ, ຊາວເຜົ່າ ກົງຕ້ອງກິນສາລີ ເປັນຕົ້ນຕໍ, ສະນັ້ນ ເຂົາເຈົ້າຈຶ່ງ ໃຊ້ສາລີປຸ່ງແຕ່ງອາຫານເພື່ອບູຊາ ບັນພະບຸລຸດ.ເມື່ອກ່ອນນີ້, ກໍມີຄວາມຫຍຸ້ງຍາກລຳບາກທີ່ສຸດ. ປຸ່ຍ່າຕາຍາຍກໍໄຫວ້ບູຊາບັນພະບຸລຸດຄືແນວໃດດ້ວຍສາລີຄືແນວໃດ ກໍຖ່າຍທອດຄືນໃຫ້ພວກລູກຫຼານໃຫ້ໄຫວ້ບູຊາເຊັ່ນນັ້ນ”.

     ເຜົ່າກົງແມ່ນໜຶ່ງໃນຈຳນວນ 4 ເຜົ່າທີ່ມີພົນລະເມືອງບໍ່ຮອດໜຶ່ງໝື່ນຄົນໃນແຂວງລາຍເຈົາ. ຊາວເຜົ່າກົງມີພຽງກ່ວາ 370 ຄອບຄົວ ແລະ ພົນລະເມືອງກ່ວາ 1500 ຄົນເທົ່ານັ້ນ ຊຶ່ງໄດ້ເຕົ້າໂຮມກັນດຳລົງຊີວິດ ຢູ່ຕາແສງນ້ຳຂາວ, ເມືອງເໝື່ອງແຕ, ແຂວງລາຍເຈົາ. ເຖິງວ່າມີພົນລະເມືອງໜ້ອຍກໍຕາມ ແຕ່ພໍ່ແມ່ພີນ້ອງເຜົ່າກົງໃນປະຈຸບັນຍັງສາມາດຮັກສາອະນຸລັກບັນດາຈຸດວັດທະນະທຳພື້ນເມືອງໂດຍຜ່ານສຽງເວົ້າ, ສະຖາປັດຕະຍະກຳ ເຮືອນຢູ່, ຈຸດອາພອນປະຈຳເຜົ່າ, ຮິດຄອງປະເພນີ, ດົນຕີ…   ທ່ານ ເຈີ່ນແມ້ງຮຸ່ງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງລາຍເຈົາ, ໃຫ້ຮູ້ວ່າ:  

     “ປະຈຸບັນ, ຊາວເຜົ່າກົງຍັງຄົງເກັບຮັກສາຈຸດວັດທະນະທຳພື້ນເມືອງທີ່ດີງາມ ຕິດພັນກັບຊຸມຊົນ. ສະເພາະແມ່ນຕ້ອງກ່າວເຖິງຄວາມງາມດ້ານວັດທະນະທຳທີ່ມີຄຸນຄ່າພື້ນເມືອງເຊັ່ນ: ບຸນເຕັດສາລີ, ບຸນເຂົ້າໃໝ່, ງານບຸນສິ້ນສຸດລະດູການຜະລິດ . ບັນດາຄຸນຄ່າຊຸດອາພອນປະຈຳເຜົ່າ ແລະ ການສະແດງສິລະປະພື້ນເມືອງກໍ່ໄດ້ຮັບການ ອະນຸລັກຮັກສາຂອງຊາວເຜົ່າກົງ”.

      ໂດຍໄດ້ກຳເນີດຂຶ້ນຢູ່ເຂດພູຜາປ່າໄມ້ ດັ່ງນັ້ນ ຊາວເຜົ່າກົງຢູ່ຕາແສງນ້ຳຂາວ, ເມືອງເໝື່ອງແຕມີສາງວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງພູຜາປ່າໄມ້. ດ້ວຍຄວາມເອົາໃຈໃສ່ ຊ່ວຍເຫຼືອຂອງພັກ ແລະ ລັດ, ສາງວັດທະນະທຳຂອງຊາວເຜົ່າກົງພວມໄດ້ຮັບການອະນຸລັກຮັກສາຈາກຊາວທ້ອງຖິ່ນລຸ່ນຕ່າງໆຢູ່ທີ່ນີ້ ຊຶ່ງເປັນການສ້າງສີສັນວັດທະນະທຳໃນວົງຄະນະຍາດ 54 ຊົນເຜົ່າຫວຽດນາມໃຫ້ເພີ່ມຄວາມສວຍງາມເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ