ພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງກວ໋າງນາມ ມີຄວາມເອກອ້າງທະນົງໃຈຖືນາມສະກຸນໂຮ່

(VOVWORLD) -ສຳລັບຊາວຫວຽດນາມແຕ່ລະຄົນ, ປະທານໂຮ່ຈີມິນແມ່ນຜູ້ນຳທີ່ຍິ່ງໃຫຍ່, ພະບິດາທີ່ແສນເຄົາລົບຮັກ ຍ້ອນເພິ່ນເພື່ອປະເທດຊາດເພື່ອປະຊາຊົນ ອຸທິດສ່ວນຕະຫຼອດຊີວິດໃຫ້ແກ່ພາລະກິດປົດປ່ອຍຊາດ ທ້ອນໂຮມປະເທດຊາດໃຫ້ເປັນເອກະພາບ. ເພື່ອສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນຕໍ່ທ່ານປະທານໂຮ່ຈີມິນ, ພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ຫຼາຍທ້ອງຖິ່ນ ໃນນັ້ນມີແຂວງກວ໋າງນາມໄດ້ສະໝັກໃຈຖືນາມສະກຸນໂຮ່
ພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງກວ໋າງນາມ ມີຄວາມເອກອ້າງທະນົງໃຈຖືນາມສະກຸນໂຮ່ - ảnh 1ທ່ານໂຮ່ວັນນີ ອະດີດປະທານຄະນະກຳມະການປະຊາຊົນເມືອງນາມຈ່າມີ ຈູດທູບອາໄລຫາປະທານໂຮ່ຈິມິນ

    ຄາວຍັງມີຊີວິດຢູ່ນັ້ນ, ປະທານໂຮ່ຈີມິນຍາມໃດກໍ່ໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງບັນຫາຊົນເຜົ່າ, ວຽກງງານຊົນເຜົ່າ ແລະ ພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ຫວຽດນາມ. ນ້ຳໃຈແລະຄວາມຮັກແພງຂອງເພິ່ນກໍ່ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງສຳພໍ່ແມ່ພີ່ນ້ອງບັນດາເຜົ່າ. ເພາະສະນັ້ນໃນແຕ່ະເລື່ອງລາວວຽກງານແຕ່ລະຢ່າງ, ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍກໍ່ລ້ວນແຕ່ເຕື້ອງເຖິງ ປະທານໂຮ່ຈີມິນດ້ວຍຄວາມເຄົາລົບນັບຖື. ທ່ານໂຮ່ວັນນີ ອະດີດປະທານຄະນະກຳມະການປະຊາຊົນເມືອງນາມຈ່າມີ ແຂວງກວ໋າງນາມໃຫ້ຮູ້ວ່າ:

      “ເມື່ອກ່ອນນີ້ພໍ່ແມ່ພີ່ນ້ອງເຜົ່າ ເຊດັງ, ກໍ, ກາດົງ… ຍັງບໍ່ທັນມີນາມສະກຸນ ພຽງແຕ່ເວົ້າແລະ ເອີ້ນຊື່ກັນເທົ່ານັ້ນ, ເມື່ອໄດ້ຮັບຟັງວິທະຍຸກະຈາຍສຽງຫວຽດນາມ VOV, ພໍ່ແມ່ພີ່ນ້ອງຮູ້ຈັກລຸງໂຮ່ເພາະວ່າເພິ່ນເຄີຍເວົ້າທາງ VOV, ດັ່ງນັ້ນພໍ່ແມ່ພີ່ນ້ອງໄດ້ຖືນາມສະກຸນໂຮ່ເປັນນາມສະກຸນຂອງຕົນ”.

     ນາມສະກຸນໂຮ່ຖືກພໍ່ແມ່ພີ່ນ້ອງບັນດາເຜົ່າດຳລົງຊີວິດຢູ່ລຽບຕາມສາຍພູຫຼວງຄືແຂວງເງະອານ, ເທື່ອທຽນເຫວ້, ກວ໋າງນາມ, ກວ໋າຫງາຍ ເຄີຍໃຊ້ເປັນນາມສະກຸນຂອງຕົນ. ສ່ວນພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜອຍຢູ່ເຂດພູສູງໃນແຂວງກວ໋າງນາມ ຄືເຜົ່າກະຕູ, ກາດົງ, ກໍ, ເຊດັງ… ກໍ່ຖືນາມສະກຸນໂຮ່ເປັນນາມສະກຸນຂອງຕົນ. ອ້າຍເລມິງຖັງ ຫົວໜ້າຂະແໜງບັນດາເຜົ່າ ເມືອງນາມຈ່າມີ ແຂວງກວ໋າງນາມໃຫ້ຮູ້ວ່າ:

    “ພໍ່ແມ່ພີ່ນ້ອງເກືອບທັງໝົດໃນເມືອງເວົ້າສະເພາະ ແລະ ປະຊາຊົນຢູ່ເມືອງຕ່າງໆໃນແຂວງເວົ້າລວມແມ່ນປະມານ 85% ຈຳນວນປະຊາກອນໃນເມືອງຖືນາມສະກຸນໂຮ່. ເຂົ້າເຮືອນຫຼັງໃດກໍ່ມີຮູບຖ່າຍ ຮູບປັ້ນປະທານໂຮ່ຈີມິນ”.

      ແຕ່ລະປີເມື່ອຮອດຍາມບຸນເຕັດ ລະດູບານໃໝ່ວຽນມາ, ກໍ່ຄືບັນດາວັນບຸນໃຫຍ່ຂອງຊາດພິເສດແມ່ນວັນຊາດຫວຽດນາມ ທີ 2 ກັນຍາ ພໍ່ແມ່ພີ່ນ້ອງບັນດາເຜົ່າຖືນາມສະກຸນໂຮ່ ກໍ່ໄດ້ໄປຖວາຍດອກໄມ້ຈູດທູບໄຕ້ທຽນເພື່ອອາໄລຫາປະທານໂຮ່ຈີມິນ ໃນຫົວໃຈຂອງຊາວແຂວງກວ໋າງນາມ, ຄວາມເຊື່ອໝັ້ນຕໍ່ພັກ, ຄວາມຮັກທີ່ສະຫງວນໃຫ້ແກ່ປະທານໂຮ່ຈີມິນແມ່ນອະມະຕະ. ລຸງໂຮ່ວັນເດ່ ຊາວເຜົ່າ ເບີນອງ ຢູ່ຕາແສງຈ່າແລງ ເມືອງນາມຈ່າມີໃຫ້ຮູ້ວ່າ:

     “ນັບແຕ່ກ່ອນມາຮອດປັດຈຸບັນ ປະຊາຊົນມີຄວາມເອກອ້າງທະນົງໃຈຖືນາມສະກຸນໂຮ່. ພໍ່ຂ້າພະເຈົ້າກໍ່ຖືນາມສະກຸນໂຮ່ ຍ້ອນວ່າມີຄວາມຮູ້ບຸນຄຸນຕໍ່ພັກລັດ ແລະ ລຸງໂຮ່ໄດ້ນຳພາກໍ່ສ້າງປະເທດຊາດ ຮັບປະກັນກັນໃຫ້ປະຊາຊົນມີການດຳລົງຊີວິດທີ່ອີ່ມໜຳສຳລານແລະ ຜາສຸກ”.

     ເພື່ອປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ, ພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງກວ໋າງນາມຍາມໃດກໍ່ສາມັກຄີກັນຜ່ານຜ່າຄວາມຫຍຸ້ງຍາກອອກແຮງແຂ່ງຂັນທຳການຜະລິດ ພັດທະນາເສດຖະກິດ.  ເຂົາເຈົ້າໄດ້ບອກເຕືອນນຳກັນວ່າ ຕ້ອງຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນເພື່ອສ້າງສາໜູ່ບ້ານໃຫ້ມີຄວາມສະຫງົບສຸກ ຮັ່ງມີສວຍງາມ. ອ້າຍໂຮ່ວັນຮວັນ ຊາວເຜົ່າເຊດັງ ຢູ່ຕາແສງຈ່າມາຍເມືອງນາມຈ່າມີໃຫ້ຮູ້ວ່າ:

     “ຖ້າຫາກບໍ່ມີລຸງໂຮ່ ກໍ່ບໍ່ມີປະເທດຫວຽດນາມເອກະລາດສັນຕີພາບ, ພໍ່ແມ່ນ້ອງມີຄວາມອີ່ມໜຳສຳລານແລະຜາສຸກ. ເຮົາແມ່ນລູກແມ່ນຫຼານຂອງລຸງໂຮ່ກໍ່ຕ້ອງຮ່ຳຮຽນໃຫ້ດີເຮັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ. ຂ້າພະເຈົ້າມີຄວາມເບີກບານໃຈຍ້ອນຖືນາມສະກຸນໂຮ່ ເປັນລູກເປັນຫຼານຂອງລຸງໂຮ່”.

     ການຕັ້ງຊື່ໃຫ້ລູກຫຼານຕາມນາມສະກຸນໂຮ່ ແມ່ນຈຸດຄວາມງາມທາງດ້ານວັດທະນະທຳຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງກວ໋າງນາມເວົ້າສະເພາະແລະພໍ່ແມ່ພີ່ນ້ອງບັນດາເຜົ່າຫວຽດນາມເວົ້າລວມ. ພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງ ກວ໋າງນາມໃນທຸກວັນນີ້ ແລະ ໃນອະນາຄົດຍັງໝັ້ນໝາຍເດີນຕາມພັກແລະເຮັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ. ປະທານໂຮ່ຈີມິນໄດ້ລ່ວງລັບໄປແລ້ວແຕ່ເພິ່ນຍັງຄົງຍືນຍົງຄົງຕົວໃນຈິດໃຈຂອງຊາວຫວຽດນາມຕະຫຼອດການ. 

ຕອບກັບ

ຂ່າວ/ບົດ​ອື່ນ