ພິທີສົມມະນາຄຸນພໍ່ແມ່ເມຍຂອງຊົນເຜົ່າເກີຕູ

(VOVWORLD) -ໂດຍແມ່ນໜຶ່ງໃນຈຳນວນ 54 ຊົນເຜົ່າຫວຽດນາມ, ຊົນເຜົ່າເກີຕູມີຫຼາຍພິທີກຳ, ປະເພນີທີ່ເປັນເອກະລັກສະເພາະ, ໃນນັ້ນມີ ພິທີສົມມະນາຄຸນພໍ່ແມ່ເມຍ. ພິທີສົມມະນາຄຸນພໍ່ແມ່ເມຍ ແມ່ນມີຄວາມໝາຍອັນໃຫຍ່ຫຼວງທາງດ້ານການສຶກສາອົບຮົມ, ວິທີການປະພຶດ, ສ້າງມາດຖານຄຸນສົມບັດໃນແຕ່ລະຄອບຄົວ, ໝູ່ບ້ານ ແລະ ຊຸມຊົນ, ສະແດງໃຫ້ເຫັນຄວາມກະຕັນຍູຂອງລູກເຂີຍທີ່ມີຕໍ່ຄອບຄົວທາງເມຍ
ພິທີສົມມະນາຄຸນພໍ່ແມ່ເມຍຂອງຊົນເຜົ່າເກີຕູ - ảnh 1ຄອບຄົວທາງເມຍເຂົ້າຮ່ວມພິທີສົມມະນາຄຸນພໍ່ແມ່ເມຍຂອງລູກເຂີຍ

      ຊາວເຜົ່າເກີຕູ ເອີ້ນ ພິທີສົມມະນາຄຸນພໍ່ແມ່ເມຍ ແມ່ນ “ປາດາດ” , “ປາດາດ”ໝາຍຄວາມວ່າ ແມ່ນງານລ້ຽງເພື່ອຕອບບຸນແທນຄຸນຂອງລູກເຂີຍທີ່ມີຕໍ່ພໍ່ແມ່ ແລະ ຍາດພີນ້ອງທາງເມຍ. ນີ້ໄດ້ຮັບຖືວ່າ ແມ່ນງານດອງເທື່ອທີ 2 ເຄີຍຖືກຈັດຂຶ້ນພາຍຫຼັງ 2-3 ປີທີ່ຄູ່ຜົວເມຍໄປຢູ່ຕາງຫາກ ເມື່ອການດຳລົງຊີວິດຂອງຄູ່ຜົວເມຍໜຸ່ມໄດ້ເປັນປົກກະຕິ, ພວກລູກເຂີຍຊົນເຜົ່າເກີຕູ ໄດ້ເລີ່ມຂຶ້ນແຜນການຈັດ ພິທີສົມມະນາຄຸນພໍ່ແມ່ເມຍ ສະແດງຄວາມຮູ້ບຸນຄຸນທີ່ໄດ້ໃຫ້ກຳເນີດ, ລ້ຽງດູສຶກສາຂອງພໍ່ແມ່ທີ່ມີຕໍ່ຜູ້ທີ່ຕົນໄດ້ເອົາມາເປັນເມຍ. ພິທີສົມມະນາຄຸນພໍ່ແມ່ເມຍຂອງ ຊົນເຜົ່າເກີຕູ ຖືກຈັດຂຶ້ນຢ່າງສົມກຽດ ແລະ ອີງຕາມເສດຖະກິດຊຶ່ງລູກເຂີຍໄດ້ຕົກລົງຈັດຕັ້ງຫຼືຊື້ເຄື່ອງຂອງເພື່ອສົມມະນາຄຸນພໍ່ແມ່ເມຍ. ເຈົ້າເຫຼົ່າ ບຣິວໂປ໋ ຊາວເຜົ່າເກີຕູ ທີ່ຕາແສງລັງ, ເມືອງໄຕຢາງແຂວງ ກວາງນາມໃຫ້ຮູ້ວ່າ :

        “  ເມື່ອຜູ້ບາວແຕ່ງງານແລ້ວ ແລະ ຮອດເວລາທີມີລູກກົກ ກໍຈະທຳ ພິທີສົມມະນາຄຸນພໍ່ແມ່ເມຍ ດ້ວຍການມອບຄວາຍໂຕໜຶ່ງໃຫ້ ຄອບຄົວທາງເມຍ ພ້ອມທັງຈັດຕັ້ງງານຕີກອງ ຕີຄ້ອງຕະຫຼອດຄືນ. ຄອບຄົວທາງເມຍ ກໍກະກຽມຂອງກິນເຄື່ອງດື່ມພ້ອມກັບ ຄອບຄົວທາງຜົວ ຊຸມແຊວນຳກັນ ຕີຄ້ອງຕີກອງເປັນເວລາ 3 ມື້ລຽນຕິດ. ໃນພິທີສົມມະນາຄຸນພໍ່ແມ່ເມຍ, ເຂົາເຈົ້າກໍບໍ່ລືມໄຫວ້ບູຊາເທວະດາຟ້າແຖນເພື່ອຫວັງໃຫ້ເທວະດາຟ້າແຖນ ຊ່ວຍໃຫ້ສອງຄອບຄົວທາງຜົວແລະ ຄອບຄົວທາງເມຍພົບແຕ່ສິ່ງໂຊກດີ, ຊາວບ້ານມີລະດູການຜະລິດໄດ້ຮັບຜົນດີ, ບໍ່ເຈັບບໍ່ເປັນ”

   ຕາມປົກກະຕິແລ້ວ ແມ່ນຂັ້ນຕອນຈັດພິທີໃນຄອບຄົວຊຶ່ງມີການເຂົ້າຮ່ວມຂອງບັນດາຍາດພີນ້ອງໃນຄອບຄົວ. ໃນມື້ຕໍ່ມາ, ພິທີຈຶ່ງເປີດກ້ວາງຊຶ່ງໄດ້ເຊື້ອເຊີນພໍ່ແມ່ພີນ້ອງຊາວບ້ານຜູ້ຢູ່ໃກ້ ແລະ ໄກມາຮ່ວມມ່ວນຊື່ນນຳ. ຖ້າຫາກມີເງື່ອນໄຂ ກໍຈະຈັດຕັ້ງການຟ້ອນ ຕຸ່ງໆຢາໆ ອັນເປັນປະເພນີຂອງ ຊົນເຜົ່າເກີຕູ.

      ນາງ ບລິງ ທິເຈົາ ຊາວເຜົ່າເກີຕູ ຢູ່ແຂວງກວາງນາມໃຫ້ຮູ້ວ່າ :

     “  ຄອບຄົວທາງຜົວສົມມະນາຄຸນຕໍ່ພໍ່ແມ່ເມຍດ້ວຍການມອບ ງົວ, ຄວາມ, ໝູ, ໄກ່, ເປັດ, ສາຍຄໍ… ຫຼືວັດຖຸເຄື່ອງຂອງໃດທີ່ປະເສີດເລີດລ້ຳ ຊຶ່ງຄອບຄົວທາງຜົວມີ ກໍນຳມາສົມມະນາຄຸນອັນນັ້ນ. ເຂົາເຈົ້າ ສົມມະນາຄຸນເພື່ອຕອບແທນຄຸນງາມຄວາມດີ ເຫືອ່ແຮງຂອງພໍ່ແມ່ເມຍ ທີ່ໄດ້ລ້ຽງດູ ສຶກສາອົບຮົມລູກສາວ. ຈຸດປະສົງຂອງ ພິທີສົມມະນາຄຸນພໍ່ແມ່ເມຍ ແມ່ນເພື່ອສ້າງຄອບຄົວໃຫ້ມີຄວາມຜາສຸກ ”

     ຈຸດທີ່ເປັນເອກະລັກໃນ ພິທີສົມມະນາຄຸນພໍ່ແມ່ເມຍ ແມ່ນນອກຈາກງານລ້ຽງແລ້ວ, ກໍຍັງມີການເຊື້ອເຊີນກິນຊີ້ນຂອງຄອບຄົວທາງຜົວທີ່ສະຫງວນໃຫ້ຄອບຄົວທາງເມຍ ຊຶ່ງເປັນການສະແດງນ້ຳໃຈຄວາມເຄົາລົບນັບຖືຂອງ ຄອບຄົວທາງຜົວທີ່ສະຫງວນໃຫ້ຄອບຄົວທາງເມຍ. ລຸງ ອາບິງເລີມ ຊາວເຜົ່າເກີຕູ ຢູ່ແຂວງກວາງນາມໃຫ້ຮູ້ວ່າ :

  “ ເຂົາເຈົ້າໄດ້ເຊື້ອເຊີນໝູ່ເພື່ອນທັງຢູ່ໃກ້ ແລະ ໄກ ມາຮ່ວມພິທີຊຶ່ງມີການເຂົ້າຮ່ວມຂອງ 300-400 ຄົນ, ເຂົາເຈົ້າກໍຂ້າງົວ, ຄວາມ, ໝູເພື່ອຮັບຕ້ອນ ພິທີສົມມະນາຄຸນພໍ່ແມ່ເມຍ  ”

   ຍ້ອນມີຄວາມສຳນຶກ “ຍາມເປັນຕ້ອງມີເຮືອນ, ຍາມຕາຍກໍຕ້ອງມີເຮືອນ” ດັ່ງນັ້ນຊາວເຜົ່າເກີຕູ ກໍບໍ່ຂະລຳກ່ຽວກັບເລື່ອງໃຫ້ ແລະ ຮັບໂລງສົບ, ດັ່ງນັ້ນ ໂລງສົບກໍແມ່ນໜຶ່ງໃນບັນດາຂອງປະເສີດໃນພິທີສົມມະນາຄຸນພໍ່ແມ່ເມຍ ຊຶ່ງລູກເຂີຍຍາມໃດກໍຢາກປະຕິບັດເພື່ອສົມມະນາຄຸນພໍ່ແມ່ເມຍ ທີ່ໄດ້ໃຫ້ກຳເນີດລູກສາວເພື່ອຕົນໄດ້ເອົາມາເປັນເມຍ.

         ພິທີສົມມະນາຄຸນພໍ່ແມ່ເມຍຂອງຊົນເຜົ່າເກີຕູ ກໍແມ່ນປະເພນີທີ່ມີມາແຕ່ດົນນານ ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ. ປະເພນີນີ້ ເພື່ອໃຫ້ພໍ່ແມ່ຢູ່ດີມີແຮງ, ມີຄວາມສຸກພ້ອມກັບລູກຫຼານ ກໍຄືມີຄວາມທະນົງໃຈຕໍ່ພໍ່ແມ່ພີນ້ອງຊາວບ້ານ. ນີ້ກໍແມ່ນໂອກາດເພື່ອໃຫ້ສອງຄອບຄົວທາງຜົວ ແລະ ເມຍໄດ້ພົບກັນ, ຮັກແໜ້ນຄວາມຮັກແພງສາມັກຄີລະຫວ່າງຂອງຄອບຄົວ

ຕອບກັບ

ຂ່າວ/ບົດ​ອື່ນ