ພິທີ Arieu ping ຂອງຊາວເຜົ່າ ປາໂກ

(VOVWORLD) -ຊາວເຜົ່າ ປາໂກ ມີຫລາຍງານບຸນ ແລະ ພິທີກຳຕ່າງໆ, ແຕ່ພິທີ Arieu ping (ພິທີຂຸດ ແລະ ເກັບກະດູກຂອງຜູ້ຕາຍໄປຝັງແບບຖາວອນ) ໄດ້ຮັບຖືວ່າແມ່ນພິທີກຳ ໃຫຍ່ສຸດຂອງຊາວເຜົ່າ ປາໂກ. ພິທີ Arieu ping ເຕັມໄປດ້ວຍຈຸດວັດທະນະທຳແຫ່ງຈິດວິນຍານທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ປາໂກ, ສະແດງໃຫ້ເຫັນຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຂອງຜູ້ຍັງມີຊີວິດຕໍ່ກັບຜູ້ທີ່ໄດ້ລ່ວງລັບໄປ. ຮູບການຈັດຕັ້ງພິທີຍັງສະແດງໃຫ້ເຫັນຄວາມສາມັກຄີສະຫນິດຕິດພັນໃນວົງຕະກຸນ, ວົງຄະນາຍາດຊຸມຊົນ, ຮ່ວມແຮງຮ່ວມໃຈກໍ່ສ້າງບ້ານແປງເມືອງໃຫ້ມີຄວາມອີ່ມໜຳສຳລານສົມບຸນພູນສຸກ ແລະ ວັດທະນາຖາວອນ. ບົດຂຽນຂອງ ນັກຂ່າວໂຕຕວນ ທີ່ມີຫົວຂໍ້ວ່າ: ພິທີ Arieu ping ຂອງຊາວເຜົ່າ ປາໂກ.

ພິທີ Arieu ping ຂອງຊາວເຜົ່າ ປາໂກ - ảnh 1 ຊາວເຜົ່າປາໂກ ພ້ອມກັນຮ່ວມພິທີ Arieu ping 

ພາບ:dantri

ຕາມຮີດຄອງປະເພນີມາແຕ່ດົນນານຂອງຊາວເຜົ່າ ປາໂກແລ້ວ, ພິທີ Arieu ping ຂອງຊາວເຜົ່າ ປາໂກ ຖືກຈັດຂຶ້ນ ດ້ວຍຈຸດປະສົງນຳມາເຊິ່ງຄວາມສະຫງົບສຸກ, ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິ, ນຳມາໃຫ້ປະຊາຊົນມີຊີວິດເປັນປົກກະຕິ, ບໍ່ເຈັບໄຂ້ໄດ້ປ່ວຍບໍ່ເປັນພະຍາດບາດເຍົາ. ໃນໂອກາດຈັດ ພິທີ Arieu ping, ຊາວເຜົ່າ ປາໂກ ໄດ້ລະດົມທັງວົງຄະນາຍາດ ພ້ອມກັນປະຕິບັດພິທີຂຸດ ແລະ ເກັບກະດູກຂອງຜູ້ຕາຍໄປຝັງແບບຖາວອນ, ບູລະນະປະຕິສັງຂອນ, ປະດັບປະດາສຸສານຂອງປູ່ຍ່າຕາຍາຍ ແລະ ຖືວ່າ ນີ້ແມ່ນວຽກງານລວມຂອງວົງຄະນາຍາດ. ທ່ານ ໂຮ່ວັນແຫ້ງ, ເຈົ້າກົກເຈົ້າເຫລົ່າຊາວເຜົ່າ ປາໂກ ຢູ່ ບ້ານ ເລຈຽງ ຕາແສງ ຮົ່ງຈູງ ເມືອງ ອາເລືອຍ ແຂວງ ເທື່ອທຽນເຫ້ວ ຊື່ງແມ່ນແຫ່ງທີ່ມີຊາວເຜົ່າ ປາໂກ ດຳລົງຊີວິດເປັນຈຳນວນຫລວງຫລາຍ ແລະ ເຂົາເຈົ້າຍັງຄົງຮັກສາ ພິທີ Arieu ping ໄວ້ຢູ່ ໃຫ້ຮູ້ວ່າ:

        “ຮີດຄອງປະເພນີສຳຄັນທີ່ສຸດຂອງ ຊາວເຜົ່າ ປາໂກ ມີຈຸດທີ່ແຕກຕ່າງກັບບັນດາເຜົ່າ ອື່ນ ແລະ ມີຈຸດທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ປາໂກ ນັ້ນແມ່ນປະເພນີ ຂຸດ ແລະ ເກັບກະດູກຂອງຜູ້ຕາຍໄປຝັງແບບຖາວອນ ນັ້ນແມ່ນ ພິທີ Arieu ping. ນີ້ແມ່ນປະເພນີຫນຶ່ງດຽວ ພຽງແຕ່ມີຢູ່ສະຖານທີ່ຊາວເຜົ່າ ປາໂກ ດຳລົງຊີວິດ. ໃນມື້ຈັດພິທີ, ປະຊາຊົນທັງໝົດໃນບ້ານໄດ້ພ້ອມກັນປະຕິບັດພິທີຂຸດ ແລະ ເກັບກະດູກຜູ້ຕາຍໄປຝັງແບບຖາວອນ, ບູລະນະປະຕິສັງຂອນສຸສານຂອງປູ່ຍ່າຕາຍາຍ, ຜູ້ທີ່ໄດ້ລ່ວງລັບໄປ ຫາກບໍ່ເຮັດສະເພາະຕາມວົງຕະກຸນ ຫລື ຄອບຄົວ.”

        ພິທີ Arieu ping ເຄີຍໄດ້ຈັດຂຶ້ນໃນໄລຍະ 5-7 ປີເທື່ອຫນຶ່ງ, ອີງຕາມເງື່ອນໄຂເສດຖະກິດຂອງແຕ່ລະເຂດ ແລະ ພິທີ Arieu ping ຕາມປົກກະຕິແລ້ວແມ່ນດຳເນີນມາເປັນເວລາ 2-3 ວັນ. ນີ້ແມ່ນພິທີໃຫຍ່, ສະນັ້ນ ທຸກຄອບຄົວໃນບ້ານລ້ວນແຕ່ກະກຽມເຄື່ອງບູຊາ, ອາຫານ ເພື່ອຕ້ອນຮັບແຂກມາຮ່ວມພິທີ. ມື້ທຳອິດຂອງພິທີ, ປະຊາຊົນໃນບ້ານໄດ້ເຕົ້າໂຮມກັນປຸກສ້າງເຮືອນຫລັງຫນຶ່ງຢູ່ໃຈກາງ, ແມ່ນບ່ອນຈັດພິທີ. ເຮືອນຫລັງນີ້ ມີຊື່ເອີ້ນວ່າ ເອີນຈາບ ແມ່ນບ່ອນຳໄວ້ໂຖອັດຖິຂອງຜູ້ທີ່ລ່ວງລັບໄປ ແລະ ບັນດາເຄື່ອງບູຊາ. ບັນດາຂັ້ນຕອນໃນພິທີ Arieu ping ແມ່ນດຳເນີນຢ່າງເປັນລະບຽບ. ພິທີຕົ້ນຕໍແມ່ນເລີ່ມຕົ້ນໃນມື້ທີສອງ ເມື່ອບັນດາ Ra giooc (ແຂກຖືກເຊີນຈາກບ້ານໃກ້ຄຽງ) ນຸ່ງຊຸດອາພອນປະຈຳເຜົ່າ ພ້ອມກັບບັນດາເຄື່ອງດົນຕີຄື: ຂຸ່ຍເຂົາຄວາຍ, ກອງ, ຄ້ອງ… ເຕັ້ນລຳທຳເພງມາແຕ່ຫົວບ້ານຫາໃຈກາງ. ໃນ ຂະບວນຄົນນັ້ນ, ມີຫລາຍຄົນນຸ່ງຊຸດອາພອນພິເສດ ເພື່ອເປັນສັນຍາລັກສະແດງໃຫ້ເຫັນສິ່ງທີ່ຍອດຢ້ຽມຂອງດິນຟ້າອາກາດ ດ້ວຍສານທີ່ມີຄວາມໝາຍສະເພາະ. ຄະນະໄດ້ຍ່າງ ອ້ອມເດີນ ປາຣົງ ເພື່ອປະຕິບັດພິທີກຳ. ໃນບັນດາວົງຕະກຸນທີ່ມີຜູ້ເສຍຊີວິດ ໄດ້ເຮັດຕົ້ນກັນຖິນຂຶ້ນເພື່ອມັດ ຄວາຍ, ງົວ, ແບ້, ໝູ ຕາມພິທີການບູຊາເທວະດາຟ້າແຖນ. ຈຸດເດັ່ນຂອງພິທີ, ນັ້ນແມ່ນ ເຈົ້າກົກເຈົ້າເຫລົ່າທຳພິທີເຊີນປູ່ຍ່າຕາຍາຍກັບຄືນເພື່ອຮັບຮູ້ຄວາມເຄົາລົບນັບຖືຂອງລູກຫລານ ແລະ ປະຊາຊົນໃນບ້ານ.

ມື້ທີສອງດຳເນີນພິທີ ແມ່ນລາຍການສະແດງວັດທະນະທຳກອງຄ້ອງ ແລະ ການແຂ່ງຂັນກິລາພື້ນເມືອງ. ປະຊາຊົນໃນບ້ານເຕົ້າໂຮມກັນຢູ່ສະຫນາມກິລາ, ບັນດາຊາຍຫນຸ່ມທີ່ແຂງແຮງເຂົ້າຮ່ວມການແຂ່ງຂັນຍູ້ໄມ້, ຜູ້ທີ່ມີສີມືຄ່ອງແຄ້ວແມ່ນເຂົ້າຮ່ວມການແຂ່ງຂັນຍິງທະນູໃນບັນຍາກາດໂຮ່ຮ້ອງໃຫ້ກຳລັງໃຈ. ໃນຊຸມວັນດຳເນີນພິທີ,  ຊາຍຫນຸ່ມໃນບ້ານໄດ້ຜັດປ່ຽນກັນຕີກອງ, ຕີຄ້ອງໂຮ່ຮ້ອງຕະຫລາດວັນແລະຄືນ.

ຮອດມື້ສຸດທ້າຍ ແມ່ນມື້ສະແດງໃຫ້ເຫັນຈຸດວັດທະນະທຳ, ຈິດວິນຍານຂອງປະຊາຊົນເຜົ່າ ປາໂກ, ເພາະວັນນີ້ ທຸກຄົນສົ່ງດວງວິນຍານຂອງປູ່ຍ່າຕາຍາຍໄປສູ່ສຸຄະຕິພົບ. ໃນຂະນະທີ່ບັນດາການເຄື່ອນໄຫວອື່ນພວມດຳເນີນໄປ ສຽງກອງສຽງຄ້ອງ ຢູ່ ເຮືອນໄວ້ອາໄລ ເອີນຈາບ  ຍັງຄົງດັງກ້ອງກັງວານຢ່າງຟົດຟື້ນ. ຍາດຕິພີ່ນ້ອງຜູ້ຢູ່ໄກ ຫລື ພໍ່ແມ່ປະຊາຊົນໃນບ້ານຈະເຂົ້າຈູດທູບທຽນໄວ້ອາໄລ. ກ່ອນນັ້ນ ມີບາງຄົນໄດ້ຮັບຫນ້າທີ່ເຂົ້າປ່າເພື່ອເອົາໂຖອັດຖິຂອງຜູ້ທີ່ໄດ້ລ່ວງລັບໄປແລ້ວໃສ່ຫີບນ້ອຍເອົາເມືອບ້ານເພື່ອໃຫ້ມື້ສຸດທ້າຍຂອງພິທີຈະໄດ້ຝັງຖາວອນຢູ່ບັນດາສຸສານຊື່ງປະຊາຊົນໄດ້ກະກຽມແລ້ວ. ທ່ານນາງ     ຮ່ວາງທິລຽນ, ພະນັກງານຄົ້ນຄ້ວາຊົນເຜົ່າໃຫ້ຮູ້ວ່າ:

“Arieuping ແມ່ນພິທີທີ່ເປັນປະເພນີຂອງຊາວເຜົ່າ ປາໂກ. ພິທີ Arieuping ພາຍຫລັງໄດ້ຮັບການຟື້ນຟູໄດ້ຍົກເລີກບັນດາປະເພນີຫລ້າຫລັງ, ຮັກສາບັນດາຈຸດວັດທະນະທຳອັນດີງາມໄວ້, ແມ່ນໂອກາດເພື່ອໃຫ້ຊາວເຜົ່າ ປາໂກ ສະແດງຄວາມຮູ້ບຸນຄຸນຕໍ່ວົງຕະກູນ, ປ່າຍ່າຕາຍາຍ ກໍຄືເພີ່ມທະວີກຸ່ມກ້ອນສາມັກຄີໃນວົງຄະນາຍາດຊຸມຊົນ.”

ພິທີ Arieu ping ຂອງຊາວເຜົ່າ ປາໂກ - ảnh 2ຄະນະ Ra giooc (ແຂກຖືກເຊີນຈາກບ້ານໃກ້ຄຽງ)

ພາບ:thanhnien

ສິ່ງທີ່ມີຄວາມໝາຍພິເສດໃນພິທີ Arieuping ແມ່ນໂອກາດເພື່ອໃຫ້ປະຊາຊົນໃນບ້ານເຕົ້າໂຮມກັນ, ປຶກສາຫາລື ແລະ ຊອກຫາວິທີການແກ້ໄຂບັນດາບັນຫາຕິດຂັດນັບທັງຮີດຄອງປະເພນີກໍຄືຊີວິດການເປັນຢູ່. ໃນເວລາດຳເນີນພິທີ, ມີການເຄື່ອນໄຫວວັດທະນະທຳພື້ນເມືອງຫລາຍຢ່າງກໍຖືກຈັດຂຶ້ນຄື: ລາຍການສະແດງກອງຄ້ອງ, ຍິງທະນູ, ຍູ້ໄມ້… ປະກອບສ່ວນຟື້ນຟູບັນດາຄຸນຄ່າວັດທະນະທຳທີ່ພວມສູນຫາຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ