ບຸນເຂົ້າໃໝ່ຂອງຊາວເຜົ່າກະຕູ

(VOVWORLD) -ບຸນເຂົ້າໃໝ່ແມ່ນໜຶ່ງໃນບັນດາງານບຸນທີ່ສຳຄັນໃນຊີວິດຂອງຊາວເຜົ່າກະຕູງານບຸນແມ່ນເພື່ອແນໃສ່ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນທີ່ໄດ້ຊ່ວຍຊາວບ້ານໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ. ບຸນເຂົ້າໃໝ່ຖືກຊາວເຜົ່າກະຕູຈັດຂຶ້ນໃນແຕ່ລະປີ
ບຸນເຂົ້າໃໝ່ຂອງຊາວເຜົ່າກະຕູ - ảnh 1ບຸນເຂົ້າໃໝ່ຂອງຊາວເຜົ່າກະຕູທີ່ແຂວງກວາງນາມ

     ນັບແຕ່ປາງກ່ອນມາຮອດປັດຈຸບັນຊາວເຜົ່າກະຕູໄດ້ຕິດພັນກັບເນື້ອທີ່ໄຮ່ນາເປັນຕົ້ນແມ່ນການປູກເຂົ້າ. ຍ້ອນເຂົາເຈົ້າດຳລົງຊີວິດຢູ່ຕາມພູຜາປ່າໄມ້ ອັນໄດ້ເຮັດໃຫ້ການປູກຝັງປະສົບກັບຄວາມຫຍຸ້ງຍາກດັ່ງນັັ້ນຊາວເຜົ່າກະຕູຍາມໃດກໍ່ມີຄວາມຫວັງຢາກໃຫ້ລະດູການຜະລິດໄດ້ຮັບຜົນດີ. ດັ່ງນັ້ນພາຍຫຼັງລະດູການເກັບກ່ຽວເຂົ້າ,ເຂົາເຈົ້າໄດ້ຈັດຕັ້ງບຸນເຂົ້າໃໝ່ເພື່ອສິ້ນສຸດລະດູການປູກຝັງເພື່ອກ້າວເຂົ້າສູ່ລະດູການຜະລິດໃໝ່, ລຸງບະຣິວໂປ໊ເຈົ້າເຫຼົ່າຢູ່ຕາແສງ ລັງເມືອງເຕິຍຢາງແຂວງກວ໋າງນາມໃຫ້ຮູ້ວ່າ:

    “ເດືອນ 10 ໄລ່ຕາມຈັນທະປະຕິທິນແມ່ນຍາມເຂົ້າຫາກໍ່ສຸກ. ແຕ່ລະໝູ່ບ້ານກໍ່ໄດ້ຈັດບຸນເຂົ້າໃໝ່ໃນເດືອນ 10 ໄລ່ຕາມຈັນທະປະຕິທິນບໍ່ຈຳເປັນຈັດໃນມື້ດຽວກັນ. ເມື່ອກ່ອນນີ້ປີໜຶ່ງພຽງຜະລິດເຂົ້າໜຶ່ງລະດູດັ່ງນນຊາວເຜົ່າກະຕູກໍ່ມີຄວາມພາກພູມໃຈທີ່ສຸດທີ່ໄດ້ຜ່ານການອອກແຮງງານດ້ວຍຄວາມລຳບາກເປັນເວລາໜຶ່ງປີ ແຕ່ລະດູການຜະລິດໄດ້ຮັບຜົນດີ ດັ່ງນັ້ນເຂົາເຈົ້າກໍ່ຕ້ອງທຳພິທີໄຫວ້ບູຊາເທວະດາຟ້າແຖນ. ຜ່ານບຸນເຂົ້າໃໝ່ເຂົາເຈົ້າກໍ່ພາວະນາໃຫ້ເທວະດາຟ້າແຖນຈົ່ງຊ່ວຍໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ ເຂົ້າເຕັມເລົ້າ ຊາວບ້ານມີສຸຂະພາບແຂງແຮງບໍ່ເຈັບບໍ່ເປັນ”.

      ກໍ່ເຊັ່ນດຽວກັນກັບງານບຸນອື່ນໆບຸນເຂົ້າໃໝ່ລວມມີຂັ້ນຕອນຈັດພິທີແລະຂັ້ນຕອນຈັດບຸນ. ເພື່ອກະກຽມໃຫ້ແກ່ງານບຸນ, ຊາວເຜົ່າກະຕູກໍ່ໄດ້ຕັ້ງຕົ້ນໄມ້ໄຜ່ໃນບ້ານ. ທຸກໆຄົນຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດໄວໝຸ່ມກໍ່ຂ້ອງຄາກັບວຽກງານຫຼາຍຢ່າງ. ໃນຂັ້ນຕອນຈັດພິທີພິເສດທີ່ສຸດແມ່ນພິທີແທງຄວາຍ. ພາຍຫຼັງພິທີແທງຄວາຍ,ພວກບ່າວສາວກໍ່ໄດ້ແບ່ງກັນແຕ່ງເຍື່ອງອາຫານເພື່ອວາງໃນພາເຂົ້າໄຫວ້ບູຊາ. ເພດຊາຍຈະປີ້ງປາ ປີ້ງຊີ້ນໝູ,ປີ້ງໄກ່ ຕົ້ມໄກ່ ແລະ ເຮັດເຂົ້າຫຼາມ ສ່ວນເພດຍິງແມ່ນເຮັດເຄື່ອງເທດໃຫ້ແກ່ບັນດາເຍື່ອງອາຫານ,ຫມ່າເຂົ້າ ໜຶ້ງເຂົ້າ, ຕົ້ມມັນ, ເຮັດແກງ, ຂົ້ວຜັກ ກະກຽມບັນດາເຍື່ອງອາຫານໃຫ້ແກ່ທຸກໆຄົນ. ອ້າຍບະລິງຟາດ ນາຍບ້ານເປີນິງຕາແສງລັງເມືອງເຕິຍຢາງແຂວງກວ໋າງນາມໃຫ້ຮູ້ວ່າ:

       “ສຳລັບບຸນເຂົ້າໃໝ່ ເຂົາເຈົ້າກໍ່ເຮັດດ້ວຍຂອບຂະໜາດໃຫຍ່ນ້ອຍກໍ່ອີງຕາມເງື່ອນໄຂ ຄວາມສາມາດຂອງແຕ່ລະໝູ່ບ້ານຕາແສງ.ເມື່ອທຳພິທີໄຫວ້ບູຊາຈຳເປັນຕ້ອງມີ ຄວາຍຫຼືງົວຫຼືແບ້ນັ້ນແມ່ນປະເພນີຢູ່ທີ່ນີ້. ເຂົາເຈົ້າກໍ່ໄດ້ຕັ້ງຕົ້ນໄມ້ໄຜ່ເພື່ອທຳພິທີໄຫວ້ບູຊາ. ບັນດາເຈົ້າກົກເຈົ້າເຫຼົ່າຜູ້ມີອິດທິພົນໃນບ້ານກໍ່ເປັນເຈົ້າພາບຈັດພິທີໄຫວ້ບູຊາເທວະດາຟ້າແຖນ, ເຊິ່ງໄດ້ຕາງໜ້າໃຫ້ຊາວບ້ານພາວະນາໃຫ້ເທວະດາຟ້າແຖນຊ່ວຍໃຫ້ລະດູການຜະລິດໄດ້ຮັບຜົນດີ”.

        ເມື່ອສິ້ນສຸດຂັ້ນຕອນຈັດພິທີກໍ່ຮອດຂັ້ນຕອນຈັດງານບຸນ. ທຸກໆກໍ່ພ້ອມກັນຮັບປະທານບັນດາເຍື່ອງອາຫານພ້ອມກັນຟ້ອນຕຸງໆຢາໆເຊິ່ງແມ່ນວາດຟ້ອນທີ່ເປັນປະເພນີຂອງຊາວເຜົ່າກະຕູພ້ອມກັນນັ້ນກໍ່ຂັບຮ້ອງບັນດາບົດເພງພື້ນເມືອງເພືອຮັບຕ້ອນລະດູການຜະລິດໃໝ 

          ໃນໂອກາດນີ້ຊາວບ້ານກໍ່ພ້ອມກັນໄດ້ເຕັ້ນລຳຂັບຮ້ອງຢ່າງເບີກບານມ່ວນຊື່ນ. ລຸງປະຣິວໂປ໊ໃຫ້ຮູ້ຕື່ມອີກວ່າ:

     “ຂັ້ນຕອນຈັດບຸນກໍ່ມີການຟ້ອນຕຸງໆຢາໆ. ເຂົາເຈົ້າພັດປ່ຽນກັນຕີຄ້ອງຕີກອງ, ແມ່ຍິງກໍ່ໄດ້ນຸ່ງເສື້ອງາມ. ຊາວບ້ານກໍ່ໄດ້ຈັດການຫຼິ້ນເກມພື້ນເມືອງກໍ່ຄືຫຼິ້ນກິລາປະເພດຕ່າງໆ”.                            

        ບຸນເຂົ້າໃໝ່ໄດ້ສ່ອງແສງເຖິງຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີເຊິ່ງໄດ້ເວົ້າເຖິງຄວາມໄຝ່ຝັນອັນລຽບງ່າຍຂອງຊາວເຜົ່າກະຕູ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຊາວບ້ານໄດ້ພົບປະແລກປ່ຽນ ແລະ ພ້ອມກັນແບ່ງປັນຄວາມເບີກບານມ່ວນຊື່ນພາຍຫຼັງຊຸມວັນເດືອນທີ່ໄດ້ທຳການອອກແຮງງານດ້ວຍຄວາມອິດເມື່ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ