ນັກສິລະປະການ ອາບີວ ກັບຄວາມເມົາມົວຖ່າຍທອດວິທີຕີກອງລັ່ນຄ້ອງໃຫ້ລຸ້ນຫນຸ່ມ

(VOVWORLD) -ນັກສິລະປະການ ອາບີວ ແມ່ນລູກຫລານຂອງຊາວຊົນເຜົ່າ ບານາ, ໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ຕາແສງ ງອກໄບ ນະຄອນ ກອນຕູມ ແຂວງ ກອນຕູມ. ໃນເວລານັບສີບປີນານີ້, ດ້ວຍຄວາມມັກຮັກເປັນພິເສດຕໍ່ວັດທະນະທຳກອງຄ້ອງ ແລະ ມີຄວາມປາດຖະຫນາຢ່າງແຮງກ້າໃນການອະນຸລັກຮັກສາ, ເສີມຂະຫຍາຍສິລະປະກອງຄ້ອງໃນຊີວິດປະຈຳວັນ, ນັກສິລະປະການ ອາບີວ ໄດ້ໄປເຖິງໝູ່ບ້ານ, ໂຮງຮຽນຕ່າງໆເພື່ອຖ່າຍທອດວິທີຕີກອງຕີຄ້ອງໃຫ້ລຸ້ນຫນຸ່ມ. ບົດຂຽນຂອງ ນັກຂ່າວ ຄວາດຽມ ທີ່ມີຫົວຂໍ້ວ່າ: ນັກສິລະປະການ ອາບີວ ກັບຄວາມເມົາມົວຖ່າຍທອດວິທີຕີກອງຕີຄ້ອງ
ນັກສິລະປະການ ອາບີວ ກັບຄວາມເມົາມົວຖ່າຍທອດວິທີຕີກອງລັ່ນຄ້ອງໃຫ້ລຸ້ນຫນຸ່ມ - ảnh 1 ນັກສິລະປະການ ອາບີວ ສອນວິທີຕີຄ້ອງໃຫ້ນັກຮຽນ

ໂຮງຮຽນປະຖົມ ດັ້ງເຈີນກົນ ຢູ່ ຕາແສງ ງອກໄບ ນະຄອນ ກອນຕູມ ມີນັກຮຽນເກືອບ 700 ຄົນ, ທັງໝົດລ້ວນແຕ່ແມ່ນລູກຫລານຂອງຊາວເຜົ່າສ່ວນຫນ້ອຍ ບານາ. ສິ່ງພິເສດ ໃນໂຮງຮຽນນີ້ ນັກຮຽນເກືອບທັງມໝົດມີຄວາມນິຍົມ ແລະ ຮູ້ຈັກຕີກອງຕີຄ້ອງ, ຟ້ອນຊວາງ. ພາຍຫລັງຊົ່ວໂມງຂຶ້ນຫ້ອງ ແລະ ໃນມື້ວັນເສົາ, ວັນອາທິດ, ສຽງກອງສຽງຄ້ອງພັດດັງກ້ອງກັນວານໄປທົ່ວເດີນໂຮງຮຽນ. ເອື້ອຍຄູ ເດົ້າທິລານ, ຫົວຫນ້າຄະນະອຳນວຍການ ໂຮງຮຽນ ໃຫ້ຮູ້ວ່າ: ຂະບວນການຕີກອງຕີຄ້ອງເຊິ່ງໂຮງຮຽນໄດ້ຮັກສາໄວ້ມາເປັນເວລາຫລາຍປີ ແລ້ວ. ຜູ້ທີ່ມີບົດບາດສຳຄັນໃນການແນະນຳ ແລະ ເຮັດໃຫ້ນັກຮຽນມີຄວາມເມົາມົວກັບສິລະປະຕີກອງຕີຄ້ອງ ນັ້ນແມ່ນນັກສິລະປະການ ອາບີວ.

        “ນັກສິລະປະການ ອາບີວ ມີຄວາມເມົາມົວກັບວັດທະນະທຳພື້ນເມືອງຂອງເຜົ່າຕົນ. ທ່ານໄດ້ເກັບຮັກສາຊຸດຄ້ອງ, ສິລະປະຟ້ອນຊວາງ ມາເປັນເວລາຫລາຍປີແລ້ວ ແລະ ມີບົດຮຽນໃນການສິດສອນວິທີຕີຄ້ອງໃຫ້ຄົນລຸ້ນຫນຸ່ມ. ແລະ ນີ້ກໍ່ແມ່ນມາດຕະການສຳຄັນດຶງດູດນັກຮຽນມາໂຮງຮຽນນັບມື້ນັບຫລາຍຂຶ້ນ.”

        ບໍ່ພຽງແຕ່ສອນໃຫ້ພວກນ້ອງນັກຮຽນຢູ່ໂຮງຮຽນປະຖົມ ດັ້ງເຈີນກົນ ກໍຄືຊາວຫນຸ່ມເຍົາວະຊົນຢູ່ບັນດາໝູ່ບ້ານໃນເຂດຮູ້ຈັກການຕີກອງຕີຄ້ອງ, ຟ້ອນຊວາງເທົ່ານັ້ນ ນັກສິລະປະການ ອາບີວ ຍັງມີຄວາມຕັດສິນໃຈ ສິດສອນກ່ຽວກັບຕົ້ນກຳເນີດ ແລະ ຄວາມງາມຂອງວັດທະນະທຳກອງຄ້ອງອີກດ້ວຍ. ສິ່ງດັ່ງກ່າວແມ່ນເພື່ອແນໃສ່ສ້າງໃຫ້ຄົນລຸ້ນຫນຸ່ມມີສະຕິໃນການອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳພື້ນເມືອງຂອງຊາວເຜົ່າ ບານາ.

ຍ້ອນໄດ້ຮັບການຄົ້ນພົບ ແລະ ແນະນຳຈາກ ນັກສິລະປິນ ອາບີວ, ສະນັ້ນ ມີນ້ອງນ້ອຍຫລາຍຄົນທີ່ມີພອນສະຫວັນໄດ້ສະແດງໃຫ້ເຫັນຄວາມເກັ່ງກ້າສາມາດຂອງຕົນ ຜ່ານການສະແດງຕີກອງຕີຄ້ອງໃນງານມະໂຫລານ, ງານປະກວດ, ລາຍການສະແດງສິລະປະຄັ້ງຕ່າງໆຄື: ນ້ອງ ອີຫວຽດເຮືອງ, ນັກຮຽນຫ້ອງ ປໍ 4D, ນ້ອງ ອາວັນຖິວ ນັກຮຽນຫ້ອງປໍ 5 C.., ພິເສດ ແມ່ນນ້ອງ ອີທາຍທິກີມເງິນ, ນັກຮຽນຫ້ອງ ປໍ 6, ໂຮງຮຽນມັດທະຍົມຕອນຕົ້ນ ຮ່າມງີ ສາມາດຕີຄ້ອງຊຸດ 8 ອັນໄດ້ຢ່າງຄ່ອງແຄ້ວ. ນ້ອງ ອີທາຍທິກີມເງິນ ແບ່ງປັນວ່າ:

        “ຫລານແອບຕີຄ້ອງນັບແຕ່ຄາວຮຽນຢູ່ຊັ້ນປະຖົມ ແລະ ທ່ານ ອາບີວ ສອນໃຫ້ຫລານວິທີຕີຄ້ອງ. ຫລານຮູ້ຈັກວິທີຕີຄ້ອງມາເປັນເວລາຫນຶ່ງປີແລ້ວ ແລະ ທ່ານ ອາບີວ ແມ່ນອາຈານສອນໃຫ້ຫລານ.”

ນັກສິລະປະການ ອາບີວ ມີຄວາມຮັກພິເສດຕໍ່ວັດທະນະທຳກອງຄ້ອງ. ດ້ວຍຄວາມສຳນຶກເພື່ອໃຫ້ຄວາມນິຍົມການຕີກອງຕີຄ້ອງນັ້ນ ສາມາດແຜ່ລາມອອກສູ່ວົງກວ້າງ, ດຶງດູດວົງຄະນາຍາດເຂົ້າຮ່ວມເປັນຈຳນວນຫລວງຫລາຍ, ສະນັ້ນ ນັບສີບປີມານີ້ ນັກສິລະປະການ ອາບີວ ໄດ້ສະຫງວນກຳລັງເຫື່ອແຮງຢ່າງຫລວງຫລາຍເພື່ອຄົ້ນຄ້ວາ, ຊອກຮູ້ຈຸດເດັ່ນຂອງກອງຄ້ອງ. ທ່ານໄດ້ຊອກຫາອາຈານເພື່ອຮ່ຳຮຽນ ແລະ ດ້ວຍຄວາມມີຫົວຄິດປະດິດສ້າງສະເພາະຂອງຕົນເພື່ອເປັນເຈົ້າການໃນສິລະປະດັດປັບຄ້ອງ.

ຈາກບັນດາຄ້ອງຖືກຂາດ, ເປ່ເພ ເມື່ອສະສົມມາໄດ້ ທ່ານໄດ້ດັດແປງບັນດາຊຸດຄ້ອງນັ້ນໃຫ້ສຳເລັດ ແລະ ກາຍເປັນຊຸດຄ້ອງມີນ້ຳສຽງເປັນເອກະລັກສະເພາະ. ນອກນັ້ນ ທ່ານຍັງໄປຍັງເມືອງ ອານເຄ, ແຂວງ ຢາລາຍ ລໍຖ້າເປັນເວລາເກືອບ ສີບມື້ເພື່ອຊື້ຊຸດຄ້ອງ ກລາງ ບຣົງ ຊື່ງຕາມທ່ານແລ້ວ ຊຸດຄ້ອງນີ້ແມ່ນມີຄ່າທີ່ສຸດ. ນອກນັ້ນ ທ່ານ ຍັງເກ້ຍກ່ອມ ຄອບຄົວປຸກສ້າງເຮືອນມູນເຊື້ອຄືນໃຫມ່ຢູ່ ບ້ານ Plei Klech ຕາແສງ ງອກໄບ ນະຄອນກອນຕູມ ເພື່ອເປີດປະຕູຕ້ອນຮັບແຂກຕະຫລອດວັນ ແລະຄືນ ເພື່ອແນະນຳວັດທະນະທຳເຜົ່າ ບານາ. ປະຈຸບັນ ເຮືອນມູນເຊື້ອນີ້ ບໍ່ແມ່ນເລື່ອງສ່ວນຕົວຂອງທ່ານອີກແລ້ວ ຫາກກາຍເປັນຄວາມເອກອ້າງທະນົງໃຈລວມຂອງຊາວເຜົ່າບານາ ໃນເຂດອີກດ້ວຍ. ເມື່ອເວົ້າເຖິງຄວາມປາດຖະຫນາຂອງຕົນ, ນັກສິລະປະການ ອາບີວ ແບ່ງປັນວ່າ:

        “ຄວາມສຳນຶກປະຈຸບັນ ແມ່ນຢາກເຮັດແນວໃດເພື່ອຖ່າຍທອດໃຫ້ໝົດທຸກຄົນໃນຄອບຄົວ, ໃນໝູ່ບ້ານກໍ່ຄືໃນໂຮງຮຽນ. ເຮັດແນວໃດເພື່ອຖ່າຍທອດໃຫ້ເຂົາເຈົ້າຮູ້ຈັກໄດ້ຄຸນຄ່າຂອງຄ້ອງຊຸດຫນຶ່ງ. ນີ້ແມ່ນສີສັນຂອງຊາວເຜົ່າ ບານາ.”

ນັກສິລະປະການ ອາບີວ ກັບຄວາມເມົາມົວຖ່າຍທອດວິທີຕີກອງລັ່ນຄ້ອງໃຫ້ລຸ້ນຫນຸ່ມ - ảnh 2 ນ້ອງ ອີທາຍທິກີມເງິນ, ນັກຮຽນຫ້ອງ ປໍ 6 ຮຽນວິທີຕີຄ້ອງໂດຍນັກສິລະປະການ 

        ສຳລັບ ນັກສິລະປະການ ອາບີວ ແລ້ວ, ຄ້ອງກອງແມ່ນກົກເຄົ້າ, ແມ່ນອາຫານທາງດ້ານຈິດໃຈຂອງຊາວເຜົ່າ ບານາ. ເຂົາເຈົ້າມ່ວນຊື່ນ ຫລືໂສກເສົ້າຫງ່ວມເຫງົາ ລ້ວນແຕ່ສະແດງອອກຜ່ານສຽງກອງສຽງຄ້ອງ. ເພື່ອອະນຸລັກຮັກສາ, ເສີມຂະຫຍາຍສິລະປະກອງຄ້ອງໃນຊີວິດປະຈຳວັນ, ບັນດາຜູ້ສືບທອດລຸ້ນຕ່າງໆຕ້ອງມີຄວາມຮັກ ແລະ ຢາກຮັກສາກອງຄ້ອງຢ່າງແທ້ຈິງ. ນີ້ກໍ່ແມ່ນສາຍເຫດເພື່ອໃຫ້ນັກສິລະປະການ ອາບີວ ທີ່ມີອາຍຸ 60 ປີແລ້ວ ແຕ່ຍັງສືບຕໍ່ໄປເຖິງບັນດາໂຮງຮຽນ, ໝູ່ບ້ານຢູ່ທົ່ວນະຄອນ ກອນຕູມ, ແຂວງ ກອນຕູມ ເພື່ອສິດສອນວິທີຕີກອງຕີຄ້ອງໃຫ້ລຸ້ນຫນຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ