ທາຍທິລຽນ, ນາຍຄູ, ນັກສິລະປິນ, ນັກເສບດົນຕີ Piano ດີເດັ່ນ ຂອງຫວຽດນາມ

(VOVWORLD) -ມີນັກສິລະປິນຜູ້ຫນຶ່ງໄດ້ຕິດພັນກັບເຄື່ອງດົນຕີ Piano ມາເປັນເວລາ ເກືອບ ສະຕະວັດ. ນັ້ນແມ່ນສາດສະດາຈານ, ນາຍຄູປະຊາຊົນ ທາຍທິລຽນ. ທ່ານນາງ ແມ່ນຫນຶ່ງໃນນັກສິລະປິນ, ນັກດົນຕີ 7 ຄົນມີຜົນງານໃນການສ້າງຕັ້ງສະຖາບັນດົນຕີ ຮ່າໂນ້ຍ, ປະຈຸບັນ ແມ່ນສະຖາບັນດົນຕີແຫ່ງຊາດຫວຽດນາມ ແລະ ກໍ່ແມ່ນຜູ້ມີຄຸນງາມຄວາມດີອັນໃຫຍ່ຫລວງໃນການສ້າງແຫລ່ງອາລົມໃນການປະດິດແຕ່ງດົນຕີ, ບຳລຸງສ້າງໃຫ້ລູກສິດຫລາຍລຸ້ນຄົນກາຍເປັນນັກສິລະປິນທີ່ມີຊື່ສຽງ. ບົດຂຽນຂອງ ນັກຂ່າວ ງອກງ່າ. 
ທາຍທິລຽນ, ນາຍຄູ, ນັກສິລະປິນ, ນັກເສບດົນຕີ Piano ດີເດັ່ນ ຂອງຫວຽດນາມ - ảnh 1 ນາຍຄູ, ນັກສິລະປິນ, ນັກເສບດົນຕີ Piano ທາຍທິລຽນ

ນາຍຄູປະຊາຊົນ, ນັກສິລະປິນປະຊາຊົນ ທາຍທິລຽນໄດ້ລື້ງເຄີຍກັບເຄື່ອງດົນຕີ Piano ນັບແຕ່ຄາວມີອາຍຸ 4 ປີ ແລະ Pianoໄດ້ຕິດພັນກັບຊີວິດຂອງທ່ານນາງມາເປັນເວລາເກືອບ ສັດຕະວັດຫນຶ່ງ. ປະຈຸບັນ ນັກສິລະປິນປະຊາຊົນ ພວມມີອາຍຸ 100 ປີ ແຕ່ທ່ານນາງຍັງຄົງສືບຕໍ່ເສບເຄື່ອງດົນຕີ Piano ທຸກມື້.

ສຽງເຄື່ອງດົນຕີ Piano

ໂດຍໄດ້ກຳເນີດໃນຄອບຕົວປັນຍາຊົນທີ່ມີຊື່ສຽງຢູ່ ໄຊງ່ອນ, ເລືອກເຟັ້ນເອົາເສັ້ນທາງສະແດງດົນຕີເປັນອາຊີບ, ເກືອບຕະຫລອດຊີວິດຂອງຕົນ, ນັກສິລະປິນປະຊາຊົນ ທາຍທິລຽນ ສະຫງວນຄວາມຮັກທັງໝົດໃຫ້ແກ່ດົນຕີ. ເມື່ອມີອາຍຸ 16 ປີ, ນັກສິລະປິນ ທາຍທິລຽນ ເລີ່ມຕົ້ນການສະແດງເປັນຄັ້ງທຳອິດຕໍ່ສາທາລະນະຊົນຢູ່ ສຳນັກງານປົກຄອງ ໄຊງ່ອນ. ປີ 1945, ນັກສິລະປິນ ທາຍທິລຽນ  ໄດ້ໄປຮຽນຢູ່ ຝລັ່ງ, ຫລັງຈາກນັ້ນຍ້າຍມາດຳລົງຊີວິດຢູ່ ປະຣາຮາ ປະເທດ ສ.ເຊັກໂກ ແລະ ກາຍເປັນຊາວຫວຽດນາມ ຄົນທຳອິດໄດ້ຮັບໃບປະກາດສະນິຍະບັດປະລິຍາຕີ ຈົບສະຖາບັນດົນຕີທີ່ມີຊື່ສຽງ ຢູ່ ປະຣາຮາ. ປີ 1951 ນັກສິລະປິນ ທາຍທິລຽນ  ກັບຄືນເມືອເຂດຫວຽດບັກ(ພາກເຫນືອຫວຽດນາມ)ເຂົ້າຮ່ວມການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນ ຝລັ່ງ. ປີ 1956, ນັກສິລະປິນ ທາຍທິລຽນ  ພ້ອມກັບນັກດົນຕີ 7 ຄົນສ້າງຕັ້ງໂຮງຮຽນດົນຕີ ຫວຽດນາມ ປະຈຸບັນແມ່ນສະຖາບັນດົນຕີແຫ່ງຊາດຫວຽດນາມ ແລະ ທ່ານນາງໄດ້ດຳລົງຕຳແຫນ່ງເປັນຫົວຫນ້າພະແນກ Piano ຈົນເຖິງເວລາອອກກິນເບ້ຍບຳນານເມື່ອປີ 1977. ປອ ເລແອງຕວນ, ຫົວຫນ້າສະຖາບັນດົນຕີແຫ່ງຊາດຫວຽດນາມ ໄດ້ແບ່ງປັນວ່າ:

        “ເມື່ອ ໂຮງຮຽນດົນຕີຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ທຸກສິ່ງທຸກຢ່າງບໍ່ມີຫຍັງ ມີພຽງຜູ້ຫນຶ່ງທີ່ຮຽນຈົບຈາກໂຮງຮຽນດົນຕີຢູ່ ສ.ເຊັກໂກ ກັບຄືນເມືອ ແລະ ດ້ວຍຄວາມສຸດຈິດສຸດໃຈ, ຄວາມຮັກ ແລະ ຄວາມເມົາມົວກັບດົນຕີ, ທ່ານນາງທາຍທິລຽນໄດ້ຮຽບຮຽງຫລັກສູດເພື່ອສອນ Piano. ນີ້ແມ່ນປື້ມສອນ Piano ຫົວທຳອິດ. ໃນຫລັກສູດນີ້ ມີຈຸດພິເສດນັ້ນແມ່ນ ທ່ານນາງໄດ້ນຳເອົາ 60% ບົດດົນຕີປະດິດແຕ່ງຈາກທຳນອງເພງພື້ນເມືອງ, ເອົາປັດໄຈຊົນເຜົ່າເຂົ້າໃນການສິດສອນ Piano ອາຊີບ.”

ໃນຊຸມວັນເດືອນປີແຫ່ງການຕໍ່ຕ້ານ, ໂຮງຮຽນດົນຕີຕ້ອງຍ້າຍໄປເຂດປອດໄພ ທັງສິດສອນ ທັງລ້ຽງລູກ ແຕ່ທ່ານນາງທາຍທິລຽນ ກໍ່ບໍ່ທໍ້ຖອຍໃຈ. ເຖິງວ່າຊີວິດການເປັນຢູ່ຍັງທຸກຍາກຂາດເຂີນ, ບາງເທື່ອທັງສອນ Piano ທັງຕິດຕາມເຮືອບິນ. ທ່ານນາງທາຍທິລຽນຕ້ອງສິດສອນໃຫ້ນັກຮຽນແບບກອງຫລອນ. ນັກຜູ້ນີ້ຮຽນ, ສ່ວນຜູ້ອື່ນຕ້ອງຕິດຕາມເຮືອບິນ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນກໍ່ຕາມ ແຕ່ ນາຍຄູປະຊາຊົນ ທາຍທິລຽນ ບໍ່ປະໃຫ້ສຽງດົນຕີ Piano ຢຸດຕິ. ສາດສະດາຈານ ເຈີນທູຮ່າ, ລູກສາວກົກຂອງນັກສິລະປິນ ທາຍທິລຽນ ເວົ້າວ່າ:

        “ໄລຍະສົງຄາມ ການດຳລົງຊີວິດແມ່ນຫຍຸ້ງຍາກລຳບາກ, ລະຫວ່າງຄວາມເປັນ ແລະ ຄວາມຕາຍແມ່ນອາດຄາດຄະເນໄດ້ ແຕ່ຢູ່ເຂດບ້ານນາ ຊວນຟຸ ແຂວງ ບັກຢາງ ສຽງດົນຕີ Piano  Chopin, Beethonven ຍັງຄົງດັງກ້ອງກັງວານໄປທົ່ວ… ເຮັດໃຫ້ຊາວຕ່າງປະເທດບໍ່ສາມາດເຂົ້າໃຈໄດ້. ໄລຍະນັ້ນ ທັງຟັງສຽງເຮືອບິນ ສະນັ້ນ ສຽງດົນຕີ Piano ໄດ້ສົ່ງຜົນສະທ້ອນເມື່ອອອກສຽງແຮງ ສະນັ້ນ ພວກຂ້າພະເຈົ້າສ່ວນຫລາຍຮຽນການເສບ Piano ໃນຕອນຄ່ຳ.”

ນັກສິລະປິນ ທາຍທິລຽນ ແມ່ນຜູ້ເປັນແມ່, ເປັນຄູສອນທຳອິດສິດສອນໃຫ້ລູກຂອງຕົນສອງຄົນ ນັ້ນແມ່ນ ນັກສິລະປິນ ເຈີນທູຮ່າ ແລະ ນັກສິລະປິນ ດັ້ງທາຍເຊີນ ຊື່ງແມ່ນບັນດານັກສິລະປິນ Piano ທີ່ມີຊື່ສຽງ ຢູ່ ຫວຽດນາມ ແລະ ໂລກ. ພິເສດ ນັກສິລະປິນປະຊາຊົນ ດັ້ງທາຍເຊີນ ແມ່ນນັກສິລະປິນຄົນທຳອິດ  ຢູ່ ອາຊີ ຍາດໄດ້ລາງວັນ Concours Chopin ເມື່ອປີ 1980 ຢູ່ ໂປໂລຍ. ລູກສາວຂອງນັກສິລະປິນທາຍທິລຽນ ແມ່ນ ສາດສະດາຈານ ເຈີນທູຮ່າ ໄດ້ສືບທອດມູນເຊື້ອຂອງຄອບຄົວ ແລະ ກາຍເປັນຫົວຫນ້າສະຖາບັນດົນຕີແຫ່ງຊາດຫວຽດນາມ.

ທາຍທິລຽນ, ນາຍຄູ, ນັກສິລະປິນ, ນັກເສບດົນຕີ Piano ດີເດັ່ນ ຂອງຫວຽດນາມ - ảnh 2ນັກສິລະປິນ ປະຊາຊົນ ທາຍທິລຽນ ກັບລູກຊາຍແມ່ນ ນັກສິລະປິນ ດັ້ງທາຍເຊີນ

ພາບ:dantri

ບໍ່ພຽງແຕ່ສະຫງວນກຳລັງເຫື່ອແຮງເພື່ອບຳລຸງສ້າງໃຫ້ລູກສິດຫລາຍລຸ້ນຄົນເທົ່ານັ້ນ ນັກສິລະປິນ ປະຊາຊົນ ທາຍທິລຽນ ຍັງສະແດງໃຫ້ເຫັນຄວາມຮັກອັນແຮງກ້າໃນຂົງເຂດການສະແດງ. ນັ້ນແມ່ນ ລາຍການສະແດງດົນຕີ Piano ທຳອິດຂອງສະຖາບັນ ໂດຍທ່ານນາງໄດ້ເສບແມ່ນບົດດົນຕີຂອງ Chopin, ບັນດາລາຍການດົນຕີປະສານສຽງທ່ານນາງໄດ້ສະແດງພ້ອມກັບບັນດາຜູ້ຊ່ຽວຊານຕ່າງປະເທດ. ພິເສດ ເມື່ອມີອາຍຸກວ່າ 90 ປີ, ນັກສິລະປິນ ປະຊາຊົນ ທາຍທິລຽນ ຍັງສືບຕໍ່ສະແດງດົນຕີໃນບັນດາເຫດການໃຫຍ່ຂອງສະຖາບັນດົນຕີ. ທ່ານນາງ ເວົ້າວ່າ ຕົນເອງແມ່ນຜູ້ເປັນແມ່ມີຄວາມຜາສຸກທີ່ສຸດ ຍ້ອນທ່ານນາງ ມີລູກສອງຄົນໄປຕາມເສັ້ນທາງດົນຕີ ແລະ ແມ່ນນາຍຄູມີຄວາມຜາສຸກທີ່ສຸດ ເພາະໄດ້ບຳລຸງສ້າງໃຫ້ລູກສິດຫລາຍລຸ້ນຄົນກາຍເປັນເສົາຄ້ຳຂອງພື້ນຖານດົນຕີຂອງປະເທດຊາດ. ພິເສດ ສຳລັບລູກຂອງຕົນ, ຍາມໃດທ່ານນາງກໍ່ເປັນອາຈານສິດສອນຢ່າງສຸດອົກສຸດໃຈ. ນັກສິລະປິນ ປະຊາຊົນ ທາຍທິລຽນ ເລົ່າສູ່ຟັງວ່າ:

        “ດັ້ງທາຍເຊີນເວລາຍັງນ້ອຍ ຂ້າພະເຈົ້າເຫັນວ່າ ເຊີນມີພອນສະຫວັນດ້ານດົນຕີ ສະນັ້ນ ໄດ້ສິດສອນໃຫ້ເຊີນທັງສອງຫລັກສູດ ນັ້ນແມ່ນ ຫລັກສູດຂອງພະແນກ Piano, ຄຽງຄູ່ກັນນັ້ນ ແມ່ນບັນດາຫລັກສູດມີບົດດົນຕີຍາກກວ່າ, ເມື່ອເຊີນ ເສບດົນຕີຍັງບໍ່ທັນໄດ້ດີ ຂ້າພະເຈົ້າພຽງແຕ່ປະກອບຄຳຄິດເຫັນ ຫາກບໍ່ຍ້ອງຍໍ. ເຊີນເຂົ້າຮ່ວມງານແຂ່ງຂັນສະແດງດົນຕີຫລາຍເທື່ອ ແລະ ໄດ້ຮັບຜົນດີ ມີພຽງແຕ່ຄູອາຈານອື່ນຍ້ອງຍໍເທົ່ານັ້ໜ ຫາກແມ່ບໍ່ຍ້ອງຍໍ.”

ໃນເລື່ອງລາວຂອງຕົນ, ນັກສິລະປິນ ທາຍທິລຽນມີຄວາມເອກອ້າງທະນົງໃຈເມື່ອຄອບຄົວຂອງທ່ານນາງມີການປະກອບສ່ວນໃຫ້ແກ່ພື້ນຖານດົນຕີ ຫວຽດນາມ, ພິເສດແມ່ນລູກຊາຍຂອງນັກສິລະປິນ ປະຊາຊົນ ທາຍທິລຽນ ແມ່ນນັກສິລະປິນດັ້ງທາຍເຊີນ , ຊື່ງແມ່ນນັກສິລະປິນເສບ Piano ທີ່ມີຊື່ສຽງໃນໂລກ ໄດ້ສ້າງຊື່ສຽງຮຽງນາມໃຫ້ແກ່ປະເທດຊາດ. ນັກສິລະປິນ ປະຊາຊົນ ທາຍທິລຽນ ມີຄວາມປິຕິຊົມຊື່ນເມື່ອໂຮງຮຽນດົນຕີຫວຽດນາມ ໃນປະຈຸບັນ ໄດ້ເຕີບໃຫຍ່ພັດທະນາ. ນັກສິລະປິນທາຍທິລຽນ ມີຄວາມເຊື່ອໝັ້ນວ່າ ໃນອະນາຄົດ ຫວຽດນາມ ຈະມີນັກສິລະປິນນັກເສບເຄື່ອງດົນຕີລະດັບໂລກຫລາຍຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ