ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ


(vovworld) - ຊາວ​ເຜົ່າ​ມົ້ງ​ທີ່ດຳ​ລົງ​ຊີ​ວິດ​ຢູ່​ບັນ​ດາ​ແຂວງ​ໃນ​ເຂດ​ພູ​ດອຍທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ເຖິງວ່າຂຶ້ນ​ກັບ​ແຊງ​ເຜົ່າ​ມົ້ງ​ຂາວ, ມົ້ງ​ລາຍ, ມົ້ງ​ຂຽວ ຫຼື​ມົ້ງ​ດຳ​ກໍ່​ຕາມ, ແຕ່ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ​ຂອງ​ເຂົາ​ເຈົ້າ​ສ່ວນຫຼາຍ​ແມ່ນ​ມີ​ສີ​ສັນຫຼາກຫຼາຍ. ໃນ​ຄອບ​ຄົວ, ແມ່​ຍິງ​ຮັບ​ຜິດ​ຊອບ​ວຽກ​ງານ​ຕັດ​ຫ​ຍິບ​ໂສ້ງ​ເສື້ອ​ໃຫ້​ທັງ​ຄອບ​ຄົວ. ປະ​ຈຸ​ບັນ, ເຖິງວ່າ​ຊີ​ວິດ​ໄດ້​ພັດ​ທະ​ນາ​ແລ້ວ, ແຕ່​ຊາວ​ເຜົ່າ​ມົ້ງ​ຍັງ​ຄົງ​ນຸ່ງ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ​ຂອງ​ເຂົາ​ເຈົ້າ​ຢູ່, ມີ​ແຕ່​ຕ່າງ​ກັນ​ກ່ຽວ​ກັບ​ສີ​ສັນ ແລະ ວັດ​ຖຸ​ປະ​ກອບ​ເທົ່າ​ນັ້ນ.

ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ - ảnh 1

ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ

(ພາບ: ອິນເຕີແນດ)

        ຊຸດ​ອາ​ພອນ​​ທີ່​ເປັນ​ມູນ​ເຊື້ອຂອງ​ແມ່​ຍິງ​ຊາວ​ເຜົ່າ​ມົ້ງລວມ​ມີ​ສິ້ນ, ເສື້ອ, ສາຍ​ແອວ, ຜ້າ​ຄຽນ​ຫົວ, ແພ​ຮັດ​ຂາ. ສິ້ນ​ຂອງ​ຊາວ​ເຜົ່າ​ມົ້ງຖືກ​ລຽງ​ຮອຍ​ພັບແລະແບ​ອອກ, ສ່ວນ​ຢູ່​ກົ້ນ​ຕິດແນບ​​ໂຕ. ເສື້ອເປີດຢູ່​ເບື້ອງ​ຊ້າຍ​ໜ້າ​ເອິກ, ໃສ່​ກະ​ດູມ​ເມັດ​ດຽວ, ແຂນ, ຂໍ້​ມື, ຄໍ​ເສື້ອ, ແລະ ຕີນ​ເສື້ອ​ລ້ວນ​ແຕ່​​ມີລວດ​ລາຍ. ສິ້ນ​ຂອງ​ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ປຽບ​ເໝືອນ​ຮູບ​ພາບທຳ​ມະ​ຊາດທີ່​​ສົດ​ໃສທ່າມ​ກາງສີ​ຂຽວ​ຂອງ​ພູ​ຜາ​ປ່າ​ໄມ້ ແລະ ສີໝົ່ນ​ຂອງ​ສາຍ​ພູ​ຫີນ. ອ້າຍ ມົ່ວ​ອາ​ຈູ່, ຊາວ​ເຜົ່າ​ມົ້ງ​ລາຍ​ຢູ່​ແຂວງ​ເຊີນ​ລາ, ໃຫ້​ຮູ້​ວ່າ. ນັບ​ແຕ່ເວ​ລາ​ຍັງ​ນ້ອຍ​ ຍາມ​ໃດ​ຂ້າ​ພະ​ເຈົ້າ​ກໍ່​ເຫັນ​ແມ່ ແລະ ເອື້ອຍ​ເມົາ​ມົວ​ປ​ັກ​ແສ່ວ​ສິ້ນ. ສິ້ນ​ແຕ່​ລະ​ອັນ​ປຽບ​ເໝືອນ​ໂລກ​ຂອງ​ແມ່​ຍິງ​ຊົນ​ເຜົ່າ​ມົ້ງ.

        “ສິ້ນ​ມີຫຼາຍ​ປະ​ເພດ ແລະ ຫຼາຍ​ແບບ. ນັບ​ແຕ່​ເວ​ລາ​ຍັງ​ນ້ອຍ​ໄດ້​ຮັບ​ການ​ແນະ​ນຳ​ຈາກ​ແມ່ ແລະ ເອື້ອຍ​ແລ້ວ, ແຕ່​ເວ​ລາ​ເຕີບ​ໃຫ​ຍ່​ແລ້ວ​ຈຶ່ງ​ສາ​ມາດ​ເຮັດ​ໄດ້. ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​​ຜູ້ມີ​ສີ​ມື​ດີຈະ​ເອົາ​ຜົວ​ງ່າຍ. ໃນ​ງານ​ບຸນ, ບຸນ​ປີ​ໃໝ່, ຊາວ​ເຜົ່າ​ມົ້ງ​ນຸ່ງ​ສິ້ນ​ລາຍ, ເສື້ອ​ລາຍ​ໄປ​ແກວ່ງໝາກປາວ ເບິ່ງ​ງາມຫຼາຍ.

ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ - ảnh 2

ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ

        ຜູ້​ຍິງ​ຊົນ​ເຜົ່າ​ມົ້ງ ເຖິງວ່າ​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ບໍ່​ວ່າ​ແຫ່ງ​ໃດໃນ​ປະ​ເທດ​ຫວຽດ​ນາມ ກໍ່ລ້ວນ​ແຕ່​ມີ​ເຕັກ​ນິກ​ປັກ​ແສ່ວ​ຢ່າງລະ​ອຽດ​ລະ​ອໍ. ບັນ​ດາ​ລວດ​ລາຍ​ໂດຍ​ແມ່​ຍິງ​ເຜົ່າ​ມົ້ງ​ປັກ​ແສ່ວ​ແມ່ນ​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ແບບ, ບາງ​ເທື່ອ​ແມ່ນ​ຮູບໝາຍ​ຄູນ, ຮູບດອກ​ຈັນ, ຮູບ​ສາມຫຼ່ຽມ. ນອກ​ຈາກ​ປັກ​ແສ່ວລວດ​ລາຍ, ຊາວ​ເຜົ່າ​ມົ້ງ​ຍັງ​ຊຳ​ນານ​ໃນ​ການປະ​ດັບ​ປະ​ດາ​ອີກ, ອັນ​ໄດ້​ສ້າງ​ເປັນ​ຮູບ​ພາບ​ທີ່​ກົມ​ກຽວ ແລະ ສວຍ​ງາມ. ໃນ​ທັດ​ສະ​ນະ​ຂອງ​ຊາວ​ເຜົ່າ​ມົ້ງ, ບັນ​ດາ​ລວດ​ລາຍນີ້​ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ​ຂອງດວງ​ຕາ​ເວັນ, ດິນ​ຟ້າ​ອາ​ກາດ, ກາ​ລະ​ເທ​ສະໃນ​ໂລກ​ຈັກ​ກະ​ວານ​, ເຊິ່ງ​ແມ່ນ​ສີ​ສັນ​ວັດ​ທະ​ນະ​ທຳ​ເວົ້າລວມ​ຂອງຫຼາຍ​ຊົນ​ເຜົ່າ. ສຳ​ລັບ​ສີ​ສັນ​ຂອງ​ສິ້ນ​ສ່ວນຫຼາຍ​ແມ່ນ​ສີ​ເຂັ້ມ​ຄື: ສີ​ແດງ, ສີ​ຂຽວ ແລະ ສີ​ເຫຼືອງ. ອ້າຍ ມົ່ວ​ອາ​ຈູ່, ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ​ມົ້ງ​ມີ​ມູນ​ເຊື້ອ​ປັກ​ແສ່ວ​ມາ​ແຕ່​ດົນ​ນານ​ແລ້ວ. ບັນ​ດາ​ລວດ​ລາຍ​ຖືກ​ປັກ​ແສ່ວ​ດ້ວຍເສັ້ນໄໝສີ​ຂຽວ, ສີ​ແດງ… ຕາມ​ແບບ​ທີ່​ຕົນ​ມັກ. ສິ້ນ​ແຕ່​ລະອັນ​ກໍ່​ມີ​ລວດ​ລາຍ​ແຕກ​ຕ່າງ​ກັນ. ຊາວ​ເຜົ່າ​ມົ້ງ​ມັກ​ສິ້ນ​ສີ​ແດງ, ສີ​ເຫຼືອງ ແລະ ສີຂຽວ. ສີ​ຂຽວ​ເປັນ​ສັນ​ຍາ​ລັກ​ໃຫ້​ໃບ​ໄມ້, ​ສ່ວນ​ສີ​ເຫຼືອງ, ສີ​ແດງ​ເປັນ​ສັນ​ຍາ​ລັກ​ໃຫ້ດອກ​ໄມ້”.

ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ - ảnh 3

ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ

(ພາບ: ອິນເຕີແນດ)

        ເມື່ອ​ບໍ່​ຕິດ​ຄາ​ກັບວຽກ​ງານ, ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ກໍ່​ເມົາ​ມົວ​ປັກ​ແສ່ວ ແລະ ຫ​ຍິບ​ສິ້ນ, ດ້ວຍ​ສີ​ມື​ທີ່​ຄ່ອງ​ແຄ້ວ​ຂອງ​ຕົນ​ເຂົາ​ເຈົ້າ​​ບັນ​ດາ​ລວດ​ລາຍ​ໄດ້​ຮັບ​ການ​ປັກ​ແສ່ວຕາມ​ຈິດ​ສຳ​ນຶກ​ທີ່​ອຸ​ດົມ​ສົມ​ບຸນ​ຂອງ​ຕົນ, ຫາກ​ບໍ່​ປັກ​ແສ່ວ​ຕາມ​ແບບ​ທີ່​ມີ​ຢູ່​ແລ້ວ. ເອື້ອຍ ຫ້າງ​ທິ​ເງງ, ຊາວ​ເຜົ່າ​ມົງ​ລາຍຢູ່​ເຊີນ​ລາ ໃຫ້​ຮູ້​ວ່າ, ເອື້ອຍ ແລະ ບັນ​ດາ​ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ໃນ​ບ້ານ​ພວມ​ຮຽນ​ປັກ​ແສ່ວ​ແບບ​ລວດ​ລາຍ​ທີ່​ມີ​ມາ​ແຕ່​ດົນ​ແລ້ວ, ແຕ່​ລວດ​ລາຍ​ເຫຼົ່າ​ນັ້ນ​ໄດ້​ຮັບ​ການ​ດັດ​ແປງ​ນ້ອຍ​ໜຶ່ງ.

        “ໂດຍ​ແມ່ນ​ແມ່​ຍິງ​ເຜົ່າ​ມົ້ງ​ຜູ້​ໜຶ່ງ, ຂ້າ​ພະ​ເຈົ້າ​ຕ້ອງ​ສອນ​ໃຫ້​ລູກ​ເຕັກ​ນິກປັກ​ແສ່ວ​ຄື​ແນວ​ໃດ​ໃຫ້​ຖືກ​​ຕ້ອງ ແລະ ງາມອີກ, ຕ້ອງ​ຮຽນ​ຄ່ອຍໆ​ແຕ່​ງາຍ​ເຖິງ​ຍາກ. ກ່ອນນີ້​ຊາວ​ເຜົ່າ​ມົ້ງ​ບໍ່​ມີ​ຈັກ​ຫ​ຍິບ​ຕ້ອງ​ເຮັດ​ດ້ວຍ​ມື ປີ​ລະ​ເຮັດ​ສິ້ນ​ໄດ້​ແຕ່ 1 ເຖິງ 2 ອັນ, ແຕ່​ປະ​ຈຸ​ບັນ​ມີ​ຈັກ​ຫ​ຍິບ​ແລ້ວ, ເດືອນ​ລະ​ສາ​ມາດເຮັດ​ໄດ້ແຕ່ 1 2 ອັນ”.

ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ - ảnh 4

ຊຸດອາພອນພື້ນເມືອງຂອງແມ່ຍິງຊົນເຜົ່າມົ້ງ

(ພາບ: ອິນເຕີແນດ)

        ສິ້ນ​ຂອງ​ແມ່​ຍິງ​ຊົນ​ເຜົ່າ​ມົ້ງ​ບໍ່​ພຽງ​ແຕ່​ແມ່ນ​ຊຸດ​ອາ​ພອນ​ເທົ່າ​ນັ້ນ, ຫາກ​ມັນ​ສະ​ແດງ​ໃຫ້​ເຫັນ​ນິດໄສ​ຂອງ​ແມ່​ຍິງ​ອີກ​ດ້ວຍ. ເອື້ອຍ​ເງງ​ໃຫ້​ຮູ້​ວ່າ:

        “ໃນ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ມົ້ງ, ສິ້ນ​ສະ​ແດງ​ໃຫ້​ເຫັນ​ນິດ​ໄສຕັ້ງ​ໝັ້ນ, ດຸ​ໝັ່ນ​ຂອງແມ່​ຍິງ, ເມື່ອ​ເຂົ້າ​ຮ່ວມ​ງານ​ແຕ່ງດອງ ຫຼື​ງານ​ສົບ, ຖ້າ​ນຸ່ງ​ສິ້ນ​ບໍ່​ງາມ​ຈະ​ຖືກ​ຕີ​ລາ​ຄາ​ວ່າ​ແມ່ນ​ຄົນ​ຂີ້​ຄ້ານ, ຖ້າ​ນຸ່ງ​ສິ້ນ​ງາມ ເຂົາ​ເຈົ້າ​ຈະ​ຍ້ອງວ່າ​ແມ່ນ​ຄົນ​ດຸ​ໝັ່ນ, ມີ​ສີ​ມື​ດີ”.

        ຊາວ​ເຜົ່າ​ມົ້ງ​ນຸ່ງ​ສິ້ນ ແລະ ໃຊ້​ແພ​ຮັດ​ຂາ.. ອ້າຍ​ຈູ່ ໃຫ້​ຮູ້​ວ່າ:

        “ຕາມ​ທັດ​ສະ​ນະ​ຂອງ​ຊາວ​ເຜົ່າ​ມົ້ງ​ແລ້ວ, ໃຊ້​ແພ​ຮັດ​ຂາ​ເພື່ອ​ບໍ່​ໃຫ້​ງູ​ຫຼື​ສັດ​ປະ​ເພດ​ອື່ນໆກັດ ຫຼື​ບໍ່​ໃຫ້​ຫ​ຍ້າ​ສ​ອດ​ໃສ່​ຂາເມື່ອເຂົ້າ​ປ່າ. ທີ​ສອງ​ແມ່ນ​ກັນ​ຝົນ, ແດດເພື່ອ​ຮັກ​ສາ​​ຜີວ​ໜັງ​.

        ປະ​ຈຸ​ບັນ, ເຖິງວ່າ​ຊີ​ວິດ​ໄດ້​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງແລ້ວ​ກໍ່​ຕາມ, ແຕ່​ຊາວ​ເຜົ່າ​ມົ້ງ​ນັບ​ແຕ່​ຜູ້​ເຖົ້າ​ຜູ້​ແກ່ ຕະຫຼອດ​ຮອດ​ເດັກ​ນ້ອຍ​ຍັງ​ຄົງ​ນຸ່ງ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ ໂດຍ​ແມ່​ຍິງ​ເຜົ່າ​ມົ້ງ​ເຮັດ​ເອງ ໃນ​ການ​ອອກ​ແຮງ​ງານ ຫຼື​ໃນ​ງານ​ບຸນ​ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ