ງານບຸນຕີດອກຂົນໄກ່ ຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງໃນແຂວງ ຮ່າຢາງ

(VOVWORLD) -ໃນຊຸມວັນງານບຸນທີ່ຈັດຂຶ້ນຢູ່ບັນດາໝູ່ບ້ານຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງຢູ່ ຮ່າຢາງ, ພ້ອມກັບບັນດາການພົບປະແລກປ່ຽນສະແດງສິລະປະ, ຟ້ອນແຄນ, ຂັບກ້ຽວ, ກໍ່ຍັງມີບັນດາເກມຫຼິ້ນທີ່ຂາດບໍ່ໄດ້ຄື ການຫຼິ້ນໝາກຂ່າງ, ຍູ້ໄມ້ຄ້ອນ, ດຶງເຊືອກ ແຕ່ເປັນເອກະລັກກວ່ານັ້ນ ກໍ່ຕ້ອງເວົ້າເຖິງເກມຫຼິ້ນຕີດອກຂົນໄກ່. 
ງານບຸນຕີດອກຂົນໄກ່ ຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງໃນແຂວງ ຮ່າຢາງ - ảnh 1
ການຫຼິ້ນຕີດອກຂົນໄກ່ ໄດ້ຊ່ວຍໃຫ້ທຸກຄົນຫຍັບເຂົ້າໃກ້ກ່ວາ
 
 

ຕາມການເລົ່າຂານກັນມາວ່າ ຕົ້ນກຳເນີດຂອງການຕີດອກຂົນໄກ່ ແມ່ນມາຈາກເລື່ອງລາວກ່ຽວກັບອ້າຍບ່າວຢູ່ເມືອງຊັ້ນຟ້າ. ໃນການເດີນທາງລົງຢ້ຽມຍາມໂລກມະນຸດ, ອ້າຍບ່າວໄດ້ຕີດສາວຄົນໜຶ່ງ ແລະ ເມື່ອດື່ມເຫຼົ້າເມົາ, ອ້າຍບ່າວກໍ່ໄດ້ຊັກຊວນແຟນຂອງຕົນຕີດອກຂົນໄກ່ເພື່ອແກ້ເມົາ. ໃນເບື້ອງຕົ້ນຕີດອກຂົນໄກ່ແມ່ນຖືກຕີດ້ວຍມື ໄລຍະຕໍ່ມາແມ່ນຕີດ້ວຍໄມ້. ການຕີດອກຂົນໄກ່ ກໍ່ປຽບເໝືອນກິລາຕີດອກປີກໄກ່. ສຳລັບເກມຫຼິ້ນນີ້ ພຽງແຕ່ແມ່ນເພື່ອຝຶກແອບສຸຂະພາບຮ່າງກາຍ, ບໍ່ຈັດງານແຂ່ງ, ບໍ່ມີກົດກະຕິກາ, ບໍ່ກຳນົດຊະນະ ຫຼື ເສຍໄຊ. ຜູ້ຫຼິ້ນພຽງແຕ່ໂຍນດອກຂົນໄກ່ຂຶ້ນ ແລ້ວກໍ່ໃຊ້ໄມ້ຕີດອກຂົນໄກ່ໄປມາບໍ່ໃຫ້ຕົກດິນ. ນັບແຕ່ໃດໆມາການຕີດອກຂົນໄກ່ ໄດ້ກາຍເປັນເກມຫຼິ້ນເຄື່ອນໄຫວຢ່າງ ກວ້າງຂວາງໃນຊຸມຊົນບັນດາເຜົ່າເຂດພູສູງ ເປັນຕົ້ນແມ່ນຊາວເຜົ່າມົ້ງຢູ່ເມືອງ ກ໋ວານບະ ແຂວງ ຮ່າຢ່າງ. ແຕ່ລະປີຮອດຍາມບຸນເຕັດ ຫຼື ຍາມຈັດງານບຸນ ພໍ່ແມ່ພີ່ນ້ອງຢູ່ທົ່ວທຸກໝູ່ບ້ານໄດ້ເຕົ້າໂຮມກັນ ເພື່ອຫຼິ້ນຕີດອກຂົນໄກ່. ນ້ອງ ຫວ່າງງອກຊວນ ຢູ່ຕາແສງ ແທັງເວິນ ເມືອງ ກ໋ວານບະ ແຂວງ ຮ່າຢາງ ໃຫ້ຮູ້ວ່າ:

     “ຊາວເຜົ່າມົ້ງໃນແຂວງ ຮ່າຢາງ ກໍ່ມີຫຼາຍເກມຫຼິ້ນພື້ນເມືອງທີ່ເປັນເອກະລັກ ຄື ຫຼິ້ນໝາກຄ່າງ, ຍູ້ໄມ້ຄ້ອນ, ດຶງເຊືອກ... ແຕ່ພົ້ນເດັ່ນທີ່ສຸດຍັງຄົງແມ່ນການຫຼິ້ນຕີດອກຂົນໄກ່. ສຳລັບເກມຫຼິ້ນນີ້ໃຜໆກໍ່ສາມາດຫຼິ້ນໄດ້ ແລະ ມ່ວນທີ່ສຸດ”.

    ຊາວເຜົ່າມົ້ງຕີດອກຂົນໄກ່ ດ້ວຍໄມ້ຕີຖືກເຮັດດ້ວຍໄມ້ກະເດົາ ຫຼື ໄມ້ແປກທີ່ເບົາ ແລະ ແໜ້ນທີ່ສຸດ ເມື່ອຕີກໍ່ເກີດສຽງກຶກໆເປັນໜ້າມ່ວນຫູ. ການຕີດອກຂົນໄກ່ ຍັງຕ້ອງມີຄວາມຄ່ອງແຄ້ວຂອງຜູ້ຫຼິ້ນ. ນາງ ເວືອງທິຊີມ ຢູ່ຕາແສງ ແທັງເວີນ ເມືອງ ກ໋ວານບະ ແຂວງ ຮ່າຢາງ ແບ່ງປັນວ່າ: ແຕ່ລະປີຮອດຍາມຈັດງານບຸນ ຫຼື ບຸນເຕັດ ນອກຈາກກະກຽມເຄື່ອງນຸ່ງໃໝ່ໃຫ້ແກ່ລູກເຕົ້າ, ສອງຜົວເມຍນາງຍັງເຮັດໄມ້ຕີ ແລະ ດອກຂົນໄກ່ງາມທີ່ສຸດ ເພື່ອໃຫ້ຄອບຄົວ ໄປຫຼິ້ນບຸນ. ກ່ຽວກັບວິທີເຮັດໄມ້ຕີ ແລະ ດອກຂົນໄກ່, ນາງຊີມ ໃຫ້ຮູ້ວ່າ:

       “ເພື່ອໃຫ້ດອກຂົນໄກ່ບິນຂຶ້ນສູງ ແລະ ງາມນັ້ນກໍ່ຕ້ອງການມີຂົນໄກ່ແຕ່ 5 ຫາ 7 ຂົນ ເພື່ອປັກໃສ່ໄມ້ໄຜ່ຕອນໜຶ່ງ. ທັດມາຕ້ອງເຮັດໄມ້ຕີ ເຊິ່ງຕ້ອງເລືອກເອົາໄມ້ແປ້ນຍາວ 35 - 40 ຊັງຕີແມັດ, ກວ້າງ 25 - 30 ຊັງຕີແມັດ ແລ້ວກໍ່ຕັດຊອຍໃຫ້ກົມຢູ່ຫົວໜຶ່ງເພື່ອຈັບ, ສ່ວນຫົວທີ່ຍັງເຫຼືອແມ່ນຕ້ອງຕັດຊອຍໃຫ້ບາງໆ ເພື່ອຕີດອກຂົນໄກ່”.

      ການຫຼິ້ນຕີດອກຂົນໄກ່ຂອງຊາວເຜົ່າມົ້ງໃນແຂວງ ຮ່າຢາງ ບໍ່ພຽງແຕ່ຊ່ວຍຜູກມັດພໍ່ແມ່ພີ່ນ້ອງໃນບ້ານເທົ່ານັ້ນ ຫາກຍັງເປັນຮູບການສະແດງຄວາມຮັກຂອງຄູ່ບ່າວສາວ. ຊາວເຜົ່າມົ້ງມີຄວາມສຳນຶກວ່າ ຖ້າຫາກຄູ່ບ່າວສາວໃດຕີດອກຂົນໄກ່ເກີນ 10 ນາທີ ບໍ່ໃຫ້ດອກຂົນໄກ່ຕົກດິນນັ້ນ ກໍ່ເປັນການຢັ້ງຢືນວ່າ ຄູ່ບ່າວສາວນັ້ນມີຄວາມກົມກຽວໃນຄວາມຮັກ ແລະ ສາມາດກາຍເປັນຄູ່ຜົວເມຍກັນ. ນາງ ເວືອງທິຊີມ ໃຫ້ຮູ້ຕື່ມອີກວ່າ:

      “ຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍກໍ່ລ້ວນແຕ່ສາມາດຕີດອກຂົນໄກ່ໄດ້, ມ່ວນທີຸ່ດ. ການຕີດອກຂົນໄກ່ໄດ້ຊ່ວຍໃຫ້ທຸກໆຄົນເພີ່ມຄວາມຜູກພັນກັນ ຫຼາຍຂຶ້ນ ໃນຊຸມວັນບຸນເຕັດລະດູບານໃໝ່ວຽນມາ”.

      ມາຢາມແຂວງ ຮ່າຢາງ ໃນຊຸມວັນຈັດງານບຸນ ຫຼື ບຸນເຕັດ, ບັນຍາກາດຂອງການຫຼິ້ນເກມ ຕີດອກຂົນໄກ່ປຽບເໝືອນຄຳເຊື້ອເຊີນທຸກໆຄົນຈົ່ງພ້ອມກັນມາຮ່ວມງານບຸນ ເພື່ອພ້ອມກັນຍັບເຂົ້າໃກ້, ສ້າງຄວາມສາມັກຄີປອງດອງ ພ້ອມກັນຮັກສາຄຸນຄ່າວັດທະນະທຳທາງດ້ານຈິດໃຈທີ່ເປັນເອກະລັກ ຂອງຊາວເຜົ່າມົ້ງຢູ່ເຂດພູສູງ.

ຕອບກັບ

ຂ່າວ/ບົດ​ອື່ນ